ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ໄດ້​ເຮັດ​ໃຫ້​ ​ຖະ​ໜົນຫົນ​ທາງ ​ໃນ 16 ແຂວງ ຂອງ​ລາວ ເສຍ​ຫາຍ​ຢ່າງ​ໜັກ


ເສັ້ນ​ທາງຫຼາຍ​ສາຍ ໃນ​ເຂດ​ຊົນ​ນະ​ບົດ ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກ​ໄພ​ນ້ຳ​ຖ້ວມ ແລະ​ຕ້ອງ​ການ​ການ​ສ້ອມ​ແປງ ຢ່າງ​ຮີບ​ດ່ວນ​.
ເສັ້ນ​ທາງຫຼາຍ​ສາຍ ໃນ​ເຂດ​ຊົນ​ນະ​ບົດ ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກ​ໄພ​ນ້ຳ​ຖ້ວມ ແລະ​ຕ້ອງ​ການ​ການ​ສ້ອມ​ແປງ ຢ່າງ​ຮີບ​ດ່ວນ​.

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ໄດ້​ເຮັດ​ໃຫ້​ໂຄງ​ຂ່າຍ​ຖະ​ໜົນ​ໃນ​ລາວ ເສຍ​ຫາຍ​ຢ່າງ​ໜັກ ຄິດ​ເປັນ​ໄລ​ຍະ​ທາງ​ຍາວກວ່າ 10,500 ກິ​ໂລ​ແມັດ​ໃນ 16 ແຂວງ ແລະ​ຈະ​ຕ້ອງ​ໃຊ້​ທຶນ​ສ້ອມ​ແປງ​ເກືອບ 1,100 ຕື້​ກີບ.


ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ລາຍ​ງານ​ວ່າ ໄພ​ນ້ຳ​ຖ້ວມ​ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ ຫາ ກັນ​ຍາ ປີ 2019 ທີ່​ຜ່ານ​ມາ ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ເສັ້ນ​ທາງ​ຫລວງ​ແຫ່ງ​ຊາດ ແລະ​ເສັ້ນ​ທາງ​ຫລວງ​ທ້ອງ​ຖິ່ນ​ເສຍ​ຫາຍ ຄິດ​ເປັນ​ໄລ​ຍະ​ທາງ​ລ​ວມ 10,591 ກິ​ໂລ​ແມັດ​ໃນ​ເຂດ 16 ແຂວງ ໂດ​ຍ​ຍົກ​ເວັ້ນ​ສະ​ເພາະ​ແຂວງຫຼວງ​ນ້ຳ​ທາ ກັບ​ແຂວງ​ບໍ​ລິ​ຄຳ​ໄຊ ເທົ່າ​ນັ້ນ ທີ່ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ໄລ​ຍະ​ດັ່ງ​ກ່າວ ແລະ​ການ​ເກັບ​ກຳ​ຂໍ້​ມູນ​ເບື້ອງ​ຕົ້ນ ກໍ​ພົບ​ວ່າ ຈະ​ຕ້ອງ​ນຳ​ໃຊ້​ງົບ​ປະ​ມານ ເພື່ອ​ສ້ອມ​ແປງ​ເສັ້ນ​ທາງ​ທີ່​ເປ່​ເພ​ດັ່ງ​ກ່າວນີ້ ຄິດ​ເປັນ​ມູນ​ຄ່າ​ເກີນກວ່າ 1,093 ຕື້​ກີບ ຫາ​ກແຕ່ວ່າ ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ຈັດ​ສັນ​ງົບ​ປະ​ມານ ໄດ້​ພຽງ 232 ຕື້​ກີບຫຼື​ເທົ່າ​ກັບ 21 ເປີ​ເຊັນ ເທົ່າ​ນັ້ນ ຂອງ​ຄວາມ​ຕ້ອງ​ການ​ຕົວ​ຈິງ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ຈັດ​ຫາ​ແຫລ່ງ​ເງິນ​ກູ້​ຢືມ ແລະ​ຂໍ​ການ​ຊ່ວຍ​ເຫຼືອ​ທັງ​ພາຍ​ໃນ​ ແລະຈາກ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ 861 ກວ່າ​ຕື້​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສ້ອມ​ແປງ​ທາງ​ຫລວງ​ແຫ່ງ​ຊາດ 2,077 ກິ​ໂລ​ແມັດ ທາງຫຼວງ​ແຂວງ 2,089 ກິ​ໂລ​ແມັດ ທາງຫຼວງ​ເມືອງ 1,682 ກິ​ໂລ​ແມັດ ແລະ​ທາງ​ຊົນ​ນະ​ບົດ 4,591 ກິ​ໂລ​ແມັດ ຫາກບໍ່​ສະ​ນັ້ນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ການ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ​ໃນ​ລາວ ຈະ​ຕ້ອງປະ​ເຊີນ​ບັນ​ຫາ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະ​ທົບ​ຕໍ່​ການ​ທ່ອງ​ທ່ຽວ ການ​ຂົນ​ສົ່ງ​ສິນ​ຄ້າ ແລະ​ໂດຍ​ສານນັ້ນ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ເງິນ ຢືນ​ຢັນ​ວ່າ ນອກ​ຈາກ​ການ​ກູ້​ຢືມ​ແລະ​ຂໍ​ການ​ຊ່ອຍ​ເຫຼືອ​ທັງ​ພາຍ​ໃນ ແລະ​ຈາກ​ຕ່າງ​ປະ​ເທດ​ແລ້ວ ລັດ​ຖະ​ບານ​ລາວ ຍັງ​ມີ​ແຜນ​ການ​ຈະ​ລະ​ດົມ​ທຶນ​ດ້ວຍ​ການ​ອອກພັນ​ທະ​ບັດ ເພື່ອ​ດຸ່ນ​ດ່ຽງ​ງົບ​ປະ​ມານ​ລາຍ​ຈ່າຍ ໃນ​ພາກ​ລັດ​ຖະ​ບານ​ອີກ​ດ້ວຍ ທັງ​ນີ້​ໂດຍ​ນັບ​ແຕ່​ເດືອນ​ທັນ​ວາ 2018 ເຖິງ​ເດືອນ​ຕຸ​ລາ 2019 ນີ້ ລັດ​ຖະ​ບານ​ລາວ ໄດ້​ອອກ​ພັນ​ທະ​ບັດ​ມາ​ແລ້ວ 4 ຄັ້ງ​ຄິດ​ເປັນ​ມູນ​ຄ່າ​ລວມ​ກັນ ຫຼາຍກວ່າ 3,414 ຕື້​ກີບ ແລະ 500 ລ້ານ​ໂດ​ລາ ຫາກ​ແຕ່​ການ​ທີ່​ລາວ ຕ້ອງ​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ຢ່າງ​ໜັກໜ່ວງ​ຈາກ​ໄພ​ນ້ຳ​ຖ້ວມ​ດັ່ງ​ກ່າວ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ມີ​ການ​ອອກ​ພັນ​ທະ​ບັດ ລັດ​ຖະ​ບານ ຄັ້ງ​ທີ 5 ທັງ​ຍັງ​ຈະ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ ໃນ​ກອງ​ປະ​ຊຸມ​ໂຕ​ະ​ມົນ​ລະ​ຫວ່າງ​ລັດ​ຖະ​ບານ​ລາວ ກັບ​ນາ​ນາ​ຊາດ​ໃນ​ທ້າຍ​ປີ 2019 ນີ້ ອີກ​ດ້ວຍ.

ຖະ​ໜົນ​ສາຍ​ນຶ່ງ ຢູ່​ໃນ​ເຂດ​ຊົນ​ນະ​ບົດ ໄດ້​ຮັບ​ການ​ສ້ອມ​ແປງ
ຖະ​ໜົນ​ສາຍ​ນຶ່ງ ຢູ່​ໃນ​ເຂດ​ຊົນ​ນະ​ບົດ ໄດ້​ຮັບ​ການ​ສ້ອມ​ແປງ

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ນຳ​ໃຊ້​ງົບ​ປະ​ມານ​ທີ່ບໍ່​ໂປ່ງ​ໃສ ກໍ​ນັບ​ເປັນ​ສາ​ເຫດ​ສຳ​ຄັນ​ປະ​ການ​ນຶ່ງ ທີ່​ເຮັດ​ໃຫ້​ນາ​ນາ​ຊາດ ໄດ້​ພາ​ກັນ​ຈຳ​ກັດ​ການ​ຊ່ອຍ​ເຫຼືອ ທີ່​ໃຫ້​ແກ່​ລັດ​ຖະ​ບານ​ລາວ ໂດຍ​ລວມ​ເຖິງ​ການ​ກຳ​ນົດ​ມູນ​ຄ່າ​ໂຄງ​ການ​ທີ່​ເກີນ​ຄວາມ​ເປັນ​ຈິງ​ອີກ​ດ້ວຍ ຊຶ່ງ​ກໍ​ເປັນ​ຜົນ​ເຮັດ​ໃຫ້ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມີ​ຄຳ​ສັ່ງ​ໃຫ້​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ດຳ​ເນີນ​ການກວດ​ສອບ​ໂຄງ​ການ​ກໍ່​ສ້າງ​ຖະ​ໜົນ​ທຸກ​ໂຄງ​ການ​ຢ່າງ​ລະ​ອຽດ ດັ່ງ​ທີ່ ທ່ານ​ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ໄດ້​ຖະ​ແຫລງ​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ໃນ​ລາວ ເມື່ອບໍ່​ນານ​ມານີ້ ວ່າ:

“ປະ​ມູນ​ອັນ​ນີ້ ຍັງ​ມີ​ບັນ​ຫາ ແລະ​ພວກ​ເຮົາ​ກະ​ພະ​ຍາ​ຍາມກວດ ເທົ່າ​ທີ່ກວດ​ໄດ້ ເປັນ​ຕົ້ນ​ຢູ່​ຜົ້ງ​ສາ​ລີ ຢູ່​ແຂວງ​ຊຽງ​ຂວາງ ຢູ່​ແຂວງ​ໄຊ​ສົມ​ບູນ ຫຼື​ຢູ່​ແຂວງ​ອື່ນໆ ຫຼື​ຢູ່​ແຂວງວຽງ​ຈັນນີ້ ທາງ​ໂພນ​ໝີ ຫາ​ທ່າ​ລາດນີ້ ກະ​ປູ​ຢາງ 2 ຊັ້ນ ສະ​ເໝີ​ມາ 49 ຕື້​ກີບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ວ່າ ໃຫ້​ລົງ​ໄປ​ກວດ​ກາ ຂ້າ​ພະ​ເຈົ້າ​ກໍ​ໄປ ໄປ​ສຳຫຼວດ​-ອອກ​ແບບ​ມາ​ປະ​ມູນ 13 ຕື້​ປາຍ ຫລຸດ​ລົງ​ເທົ່າ​ໃດຈາກ 49 ກັບ 13 ຕື້​ປາຍ.”

ຍິ່ງ​ໄປ​ກວ່ານັ້ນ ການກໍ່​ສ້າງ​ຖະ​ໜົນ​ເຫຼົ່າ​ນີ້ ຍັງ​ບໍ່​ໄດ້​ມາດ​ຕະ​ຖານ​ຕາມ​ແບບ ທີ່​ກຳ​ນົດ ແລະ​ປາ​ກົດ​ມີຫຼາຍ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ຕ່ຳ ແຕ່​ກັບ​ມີ​ການ​ປະ​ເມີນ​ຄ່າກໍ່​ສ້າງ ທີ່​ສູງກວ່າ​ຄວາມ​ເປັນ​ຈິງ ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ດັ່ງ​ກ່າວ ກໍ​ຍ້ອນ​ວ່າ ໂຄງ​ການ​ສ່ວນ​ໃຫຍ່ ບໍ່​ໄດ້​ຈັດ​ການ​ປະ​ມູນ​ຢ່າງ​ເປີດກວ້າງ ຈຶ່ງ​ດຳ​ເນີນ​ໂຄງ​ການ​ໃນ​ທຸກ​ຂັ້ນ​ຕອນ​ໂດຍ​ຜູ້​ຮັບ​ເໝົາ​ລາຍ​ດຽວ ໂດຍ​ສະ​ເພາະ​ໂຄງ​ການ​ຂອງ​ລັດ ທີ່​ເອ​ກະ​ຊົນ​ລົງ​ທຶນ​ໃຫ້​ກ່ອນນັ້ນ ຖື​ເປັນ​ໂຄງ​ການ​ທີ່​ມີ​ມາດ​ຕະ​ຖານ​ຕ່ຳ​ສຸດ ໂດຍ​ໃນ​ປີ 2018 ລັດ​ຖະ​ບານ​ລາວ ໄດ້​ຊຳ​ລະ​ໜີ້​ໃຫ້​ບໍ​ລິ​ສັດ​ເອ​ກະ​ຊົນ​ທີ່​ລົງ​ທຶນ​ໃນ 1,831 ໂຄງ​ການ ຄິດ​ເປັນ​ມູນ​ຄ່າ​ລວມ 7,042 ຕື້​ກີບ.

XS
SM
MD
LG