ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນ​ຄວາມ​ຮ້ອນ​ ທີ່ປົກ​ຄຸມ​ບາງພາກ​ພື້ນ ​ມີ​ຄວາມ​ເປັນ​ໄປ​ໄດ້​ ທີ່​ຈະ​ຂຶ້ນ​ສູ່​ຈຸດ​ສູງ​ສຸດ ​ໃນ​ທ້າຍ​ອາ​ທິດນີ້


ຜູ້​ຊາຍ​ຄົນ​ນຶ່ງ​ລ້າງ​ໜ້າ​ຢູ່​ນ້ຳ​ພຸ​ໃນ​ນະ​ຄອນຫຼວງ ໂຣມ, ປະ​ເທດ ອິ​ຕາ​ລີ, 22 ສິງ​ຫາ 2023.
ຜູ້​ຊາຍ​ຄົນ​ນຶ່ງ​ລ້າງ​ໜ້າ​ຢູ່​ນ້ຳ​ພຸ​ໃນ​ນະ​ຄອນຫຼວງ ໂຣມ, ປະ​ເທດ ອິ​ຕາ​ລີ, 22 ສິງ​ຫາ 2023.

ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ໄດ້​ລາຍ​ງານ​ວ່າ​ຄື້ນ​ຄວາມ​ຮ້ອນ​ຮຸນ​ແຮງ​ທີ່​ກໍ່​ໃຫ້​ເກີດ​ການ​ເສຍ​ຊີ​ວິດ ແລະ ຄວາມ​ອຶດ​ອັດ​ ສຳ​ລັບ​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ເຖິງ​ຈຸດ​ສູງ​ສຸດ​ໃນ​ບາງ​ພື້ນ​ທີ່​ພາຍ​ໃນ​ທ້າຍ​ອາ​ທິດ​ນີ້.

ທ່ານ​ນາງ ແຄຼ ນັ​ລ​ລິ​ສ (Clare Nullis) ໂຄ​ສົກ​ຂອງ​ອົງ​ການ​ອຸ​ຕຸ​ນິ​ຍົມ​ໂລກ​ກ່າວ​ວ່າ “ນີ້​ແມ່ນ​ທ້າຍ​ລະ​ດູ​ຮ້ອນ​ທາງ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ ໃນ​ທ້າຍ​ເດືອນ​ສິງ​ຫາ… ການ​ຄາດ​ເດົາ​ທີ່​ພວກ​ເຮົາ​ມີ​ໃນ​ເວ​ລານີ້, ແນ່ນອນ​ສຳ​ລັບ​ພາກ​ກາງ​ຂອງ​ທະ​ວີບ​ຢູ​ໂຣບ, ແມ່ນ​ອຸນ​ຫະ​ພູມ​ທີ່​ຮ້ອນ​ແຮງ​ພວກນີ້​ອາດ​ຈະ​ເຖິງ​ຈຸດ​ສູງ​ສຸດ​ໃນ​ທ້າຍ​ອາ​ທິດນີ້.”

ທ່ານ​ນາງ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ແຕ່​ຂ້າ​ພະ​ເຈົ້າ​ບໍ່​ມີ​ແກ້ວ​ວິ​ເສດ​ທີ່​ຈະ​ທຳ​ນາຍ​ສິ່ງ​ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ​ໝົດ​ລະ​ດູ.”

ໃນ​ເວ​ລາ​ດຽວ​ກັນ, ການ​ພະ​ຍາ​ກອນ​ສຳ​ລັບ​ຮູບ​ແບບ​ຂອງ​ສະ​ພາບ​ອາ​ກາດ​ຮຸນ​ແຮງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ບາງ​ພາກ​ສ່ວນ​ຂອງ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄື້ນ​ຄວາມ​ຮ້ອນຫຼາຍ​ຄື້ນ, ເຊິ່ງ​ໄດ້​ມີ​ຜົນ​ກະ​ທົບ​ທຳ​ລາຍ​ລ້າງ​ໃນ​ລະ​ດູ​ຮ້ອນນີ້, ເປັນ​ຕົ້ນ​ແມ່ນ​ໃນ​ປະ​ເທດ ກ​ຣີ​ສ, ອິ​ຕາ​ລີ ແລະ ສ​ເປນ, ໄດ້​ມີ​ຄວາມ​ຮຸນ​ແຮງບໍ່​ແຕກ​ຕ່າງກັບ​ປະ​ເທດ ສວິດ​ເຊີ​ແລນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG