ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ດາວທຽມ ທະຫານ ສຫລ ພົບເຫັນແສງຄວາມຮ້ອນ ຈາກເຮືອບິນໂດຍສານ ທີ່ເກີດອຸບບັດເຫດ


ຜູຍິງຄົນໜຶ່ງຢືນເບິ່ງຮູບ ຢູ່ບ່ອນໄວ້ອາໄລ ບັນດາຜູ້ເຄາະຮ້າຍ ຈາກ ເຮືອບິນຕົກ ທີ່ຈະຕຸລັດ Dvortsovava ນະຄອນ St. Petersburg.
ຜູຍິງຄົນໜຶ່ງຢືນເບິ່ງຮູບ ຢູ່ບ່ອນໄວ້ອາໄລ ບັນດາຜູ້ເຄາະຮ້າຍ ຈາກ ເຮືອບິນຕົກ ທີ່ຈະຕຸລັດ Dvortsovava ນະຄອນ St. Petersburg.

ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ດາວ​ທຽມ​
ທະຫານ ສະຫະລັດ ​ໄດ້​ພົບ​ເຫັນ​ແສງ​ຄວາມ​ຮ້ອນ ​ໃນ​ເວລາ​ທີ່
​ເຮືອບິນ​ໂດຍສານ​ຣັດ​ເຊຍຕົກ ຢູ່​ແຫລມ Sinai ອາທິດ​ແລ້ວ​ນີ້
​ແຕ່​ວ່າ ສາ​ເຫດ​ຂອງ​ອຸ​ປະຕິ​ເຫດ​ຍັງ​ຄົງເປັນ​ເລື້ອງ​ລິ້ລັບຢູ່.

ບັນດາ​ເຈົ້າໜ້າ​ທີ່​ໄດ້​ລົງ​ຄວາມ​ເຫັນ​ວ່າ ອາດ​ເປັນ​ໄປ​ໄດ້​ທີ່​ລູກ
​ສອນ​ໄຟ ​ໄດ້ຍິງຖືກ​ເຮືອບິນດັ່ງກ່າວ ກ່ອນ​ທີ່​ມັນ​ຫັກ​ອອກ​ຈາກ
​ກັນ​ເປັນ​ຊິ້ນໆ ​ແລະ​ຕົກລົງ​ມາ​ຈາກ 9,400 ​ແມັດ ສູ່​ທະ​ເລ​ຊາ​ຍ
Sinai ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ທັງ​ໝົດ 224 ຄົນ ຢູ່​ໃນ​ເຮືອບິນ.
ບໍ່​ໄດ້​ມີ​ການ​ພົບ​ເຫັນ​ການ​ຍິງ​ລູກ​ສອນ​ໄຟ ຫລື​ໄຟ​ໄໝ້​ເຄຶ່ອງຈັກ.

​ແຕ່​ບັນດາ​ຜູ້​ຊ່ຽວຊານ​ກ່າວ​ຕໍ່ ​ແຫ​ລ່ງຂ່າວມວນ​ຊົນ​ ສະຫະລັດ ວ່າ ​ແສງ​ຂອງ​ຄວາມ​ຮ້ອນ
​ອາດ​ແນ​ໃສ່ ຄວາມ​ພິນາດ​ທີ່​ເກີດ​ຂື້ນ​ຢູ່​ໃນ​ເຮືອບິນ ​ເຊັນ​ວ່າ​ລູກ​ລະ​ເບີດ ການ​ເກີດ​ລະ​ເບີດ
​ຂອງ​ເຄື່ອງ​ຈັກ​ເຮືອບິນ ຫລື​ເກີດ​ໄຟ​ໄໝ້​ຢູ່​ເຮືອບິນ Metrojet A-321 ຫລື​ເຫ​ດການທີ່ຊິ້ນ
ສ່ວນຂອງ​ເຄື່ອງ​ເຮືອບິນຕົກລົງ​ມາ​ສູ່ໜ້າດິນ.

ຢູ່​ໃນ​ອີ​ຈິບ ບັນດາ​ຜູ້​ສືບສວນ ​ໄດ້​ເລີ້ມ​ວິເຄາະຫີບ​ບັນທຶກການບິນ ທີ່​ໄດ້​ມາ​ຈາກ​ຊາກ​ຫັກ
​ພັງ ທີ່ກະ​ຈັກກະ​ຈາ​ຍກັນ​ຢູ່​ຂົງ​ເຂດ​ອັນ​ກວ້າງ​ໃຫຍ່ ​ແລະ​ບັນດາ​ຄອບຄົວ​ຊາວ​ຣັດ​ເຊຍ ​ໄດ້​
ເ​ລິ້ມດຳ​ເນີນ​ການຊອກຄົ້ນເບິ່ງຊາກສົບ​ 140 ສົບດ້ວຍຄວາມເສົ້າໂສກ​ ​ທີ່​ໄດ້​ນຳສົ່ງ​ມາ
ບ້ານທີ່ ​ເມືອງ St. Petersburg.

ປະທານາທິບໍດີ​ອີ​ຈິບ ທ່ານ Abdul Fattah al-Sisi ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ປະຕິ
ເສດການກ່າວອ້າງ ວ່າ “​ເປັນ​ການ​ໂຄສະນາ​ຊວນ​ເຊຶຶ່ອ” ຂອງ ພວກ​ແຊກ​ຊຶ່ມ​ລັດ​ອິສ
ລາມ ວ່າພວກເຂົ້າໄດ້​ເຮັດ​ໃຫ້​ເຮືອບິນ​ໂດຍສານ​ຕົກ.

ທ່ານ Sisi ກ່່າວ​ຕໍ່ຂ່າວ BBC ​ໂດຍໃຊ້​ຊື່​ຫຍໍ້​ຂອງ​ລັດ​ອິສລາມວ່າ “​ເວລາ​ມີ​ການໂຄສະ
ນາ​ຊວນ​ເຊື່ອ​ວ່າ ​ວ່າເຮືອບິນ​ຕົກຍ້ອນ ISIS ນີ້ແມ່ນ​ເປັນ​ອີກ​ທາງ​ໜຶ່ງ​ທີ່ໂຄສະນາ​ທຳ
ລາຍ ສະຖຽນ​ລະ​ພາບ ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອີ​ຈິບ ​ແລະ​ຮູບ​ພາບ​ຂອງ​ອີ​ຈິບ.”


ທ່ານ​ກ່າວ​ວ່າ “​ເຊື່ອ​ຂ້າພະ​ເຈົ້າ​ໄດ້​ວ່າ ສະຖານະ​ການໃນ Sinai ​ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​
ຈຳກັດ​ດັ່ງກ່າວ ຢູ່ພາຍ​ໃຕ້ການ​ຄວບ​ຄຸມ​ຂອງ​ພວກເຮົາ​ທັງ​ໝົດ.”

​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ຣັດ​ເຊຍ​ຄົນ​ໜຶ່ງ​ກ່າວ​ວ່າ ຜູ້ເຄາະ​ຮ້າຍ 10 ຄົນ ​ໄດ້ຖືກ​ສັນ​ລະ​ສູດ​. ​ພ້ອມ
​ທັງ 100 ​ພາກສ່ວນ​ຂອງ​ຮ່າງກາຍ ​ເຄື່ອງ​ຂອງ​ສ່ວນ​ໂຕ ​ແລະ​ເອກ​ກະສາ​ນ​ໄດ້​ເກັບກຳມາ​
ຈາກ ທະ​ເລ​ຊາຍ​ບ່ອນເຮືອບິນ​ຕົກ.

VOA60 World PM - US Satellite Detects Flash At Time of Russian Plane Disaster
please wait

No media source currently available

0:00 0:01:00 0:00

XS
SM
MD
LG