ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກຊ່ຽວຊານ ເຕືອນກ່ຽວກັບ ໄວຣັສ Zika ໃນຊ່ວງລະດູຍຸງແຜ່ພັນ


ໄວຣັສ Zika
ໄວຣັສ Zika

ລະດູການ​ຂອງຍຸງໃນສະຫະລັດ ໄດ້ເລີ້ມຂຶ້ນແລ້ວ ເພາະສະ​ນັ້ນຈຶ່ງວ່າພວມມີ​ໄພ​ຂົ່ມຂູ່ ມາຈາກໂຣກ Zika. ພວກ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ກຳລັງ ກະທຳ ທຸກຢ່າງ​ເທົ່າ​ທີ່​ຈະ​ປະຕິບັດ​ໄດ້ ​ເພື່ອ​ປົກ​ປ້ອງ​ຄຸ້ມ​ຄອງ​ປະຊາຊົນ​ຂອງ​ຕົນ ​ ເຖິງ​ແມ່ນ​ວ່າ ຈະ​ບໍ່​ມີ​ກອງ​ທຶນ​ສຸກ​ເສີນ​ມາຈາກ​ລັດຖະສະພາ ຊຶ່ງ​ບັນດາ​ທ່ານໝໍ​ຂັ້ນ​ ອາ​ວຸ​ໂສ ກ່າວ​ວ່າ ມີຄວາມ ຈຳເປັນ​ຍິ່ງນັ້ນກໍ​ຕາ.ວັນນະ​ສອນ ຈະ​ນຳ​ລາຍ​ງານ​ເລື້ອງນີ້ ຈາກ Carol Pearson ນັກ​ຂ່າວ​ຂອງ VOA ມາສະ​ເຫນີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.​

ຊ່ວງນີ້ ແມ່ນລະດູຮ້ອນຢູ່ໃນສະຫະລັດ ຊຶ່ງເປັນການເລີ້ມຕົ້ນຂອງລະດູການ ພັກຜ່ອນ ຂອງຄອບຄົວ ທັງເປັນລະດູເພາະພັນຂອງພວກຍຸງ ຊຶ່ງຮວມທັງ ພວກຍຸງທີ່ນຳພາ​ໄວຣັສ Zika ມານັ້ນນຳ. ທ່ານໝໍ Tom Frieden ຫົວໜ້າ ຂອງສູນກາງຄວບຄຸມ ແລະປ້ອງກັນ ພະຍາດ ຂອງສະຫະລັດກ່າວວ່າ ມີຫຼາຍຢ່າງທີ່ສາມາດເຮັດໄດ້ ເພື່ອປ້ອງກັນການແຜ່ ລະບາດຂອງໂຣກ Zika ນີ້ ໃນບັນດາລັດທາງພາກໃຕ້ຂອງສະຫະລັດ ພຽງແຕ່ວ່າ ທາງລັດຖະ ສະພາ ໃຫ້ເງິນມາເທ່ົານັ້ນ​.

ທ່ານໝໍ Tom Frieden ຫົວໜ້າຂອງສູນກາງຄວບຄຸມແລະປ້ອງກັນພະຍາດ ຂອງສະຫະລັດ ກ່າວວ່າ “ພວກ​ເຮົາຈຳ​ເປັນຈະ​ຕ້ອງ​ໄດ້ຕອບສະໜອງໃນ​ການ ປ້ອງກັນ ແມ່ຍິງ​ອາ​ເມຣິກັນ ​ແລະ​ຫຼຸດຜ່ອນຈຳນວນ​ຄອບຄົວ​ທີ່​ຖືກ​ກະທົບ ທາງ​ດ້ານ​ມະນຸດ ສະທຳໃຫ້ຫຼາຍ ທີ່ສຸດເທົ້າທີ່ຈະເປັນ​ໄປ​ໄດ້. ພວກ​ເຮົາ​ ບໍ່​ຮູ້​ວ່າ​ ພວກ​ເດັກນ້ອຍ​ນັ້ນ ຈະ​ແມ່ນພວກ​ໃດ​. ພວກ​ເຮົາ​ບໍ່​ຮູ້​ວ່າ ​ພວກເຂົາ​ ຈະ​ເຕີບ​ໂຕ ໃນບ່ອນ​ໃດ ​ແຕ່​ວ່າ ຖ້າ​ພວກ​ເຮົາ​ ບໍ່​ເຮັດ​ຫຍັງ​ເລີຍ​ໃນ​ປະຈຸ​ ບັນ​ນີ້ ພວກ​ເຮົາ ຈະ​ເສຍ​ໃຈ​ຕາມທີຫຼັງ.”

ທ່ານໝໍ Frieden ກ່າວ​ວ່າ ​ໂຣກ Zika ບໍ່ເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ ນອກຈາກວ່າ​ ມັນ​ເປັນ ສາ​ເຫດ​ຂອງ​ການ​ຄອດ​ລູກ​ທີ່ບໍ່​ປົກກະຕິ ຊຶ່ງ​ຮວມທັງ ​ໂຣກຫົວ​ລີບ ຫຼື microcephaly ນັ້ນນຳ.

ທ່ານໝໍ Frieden ກ່າວ​ຕື່ມວ່າ “​ຕອນ​ທີ່​ເດັກນ້ອຍ​ເກີດ​ມາ​ມີ​ໂຣກຫົວ​ລີບ ມັນ​ຈະ​ບໍ່ ​ແມ່ນ ເປັນຍ້ອນຫົວ​ກະ​ໂຫຼກທີ່ພັດທະນາສົມປະກອບ​ ແຕ່​ມັນເປັນຍ້ອນ​ວ່າໄວຣັສ ໄປທຳລາຍ​ແຊ​ລຂອງ​ສະໝອງ ​ແລ້ວເຮັດໃຫ້​ໂຄງຫົວ​ກະ​ໂຫຼ​ກຢູ່​ອ້ອມສະໝອງ ນັ້ນຍຸບ.”

ພວກ​ສະມາຊິກ​ສະພາ​ບາງ​ທ່ານ ກ່າວ​ວ່າ ​ມີ​ເງິນ​ພຽງພໍ ​ແລະກໍບໍ່​ມີ​ຫຼັກ​ຖານ​ອັນໃດ ທີ່​ວ່າໄວຣັສ ນີ້ຈະແຜ່​ລາມໄປຢູ່​ໃນ​ສະຫະລັດ ຄື​ກັນ​ກັບຢູ່​ໃນ​ອາ​ເມຣິກາ​ລາ​ຕິນ ​ ແລະ​ເຂດ​ຝັ່ງ​ທະ​ເລ Caribbean ​ແຕ່​ວ່າ​ພວກ​ທ່ານໝໍ ຊຶ່ງ​ຮ່ວມ​ທັງ​ທ່ານ Edward McCabe ຈາກກຸ່ມ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ເອີ້ນ​ວ່າ “March of Dimes” ນັ້ນ ພວກເພິ່ນ ບໍ່​ຢາກ​ສ່ຽງ​.

ທ່ານໝໍ McCabe ກ່າວ​ວ່າ “ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ຂ້າພະ​ເຈົ້າ ກໍ​ແມ່ນ​ວ່າຜູ້ຄົນ ຈະ​ບໍ່ພາກັນ​ເລີ້ມ​ກັງວົນກ່ຽວ​ກັບໄວຣັສ Zika ​ໃນ​ສະຫະລັດ ຈົນ​ກວ່າ​ພວກ​ເຮົາຈະ​ເລີ່​ມ ​ເຫັນ​ພວກ​ເດັກນ້ອຍ ເກີດມາ​ພ້ອມ​ໂຣກຫົວ​ລີບ ​ແລະ​ການ​ຄອດທີ່ບໍ່​ປະສົມ​ປະກອບ ອື່ນໆ.”

​ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ​ແລະ​ອົງການສາທາລະນະສຸກ ປະຈຳລັດ​ທັງຫຼາຍ ໄດ້ພາກັນ​ເອົາ​ເງິນມາ​ຈາກ​ໂຄງການ​ສາທາລະນະ​ສຸກອື່ນໆ ​ເພື່ອມາ ເປັນ​ທຶນອູ້ມຊູໂຄງການ​ໄວຣັສ Zika. ທ່ານໝໍ Frieden ​ບໍ່ຢາກ​ເຫັນອັນ​ທີ່​ທ່ານ​ເອີ້ນ​ວ່າ ວິກິດ ການໄວຣັສ Zika ​ເກີດຂຶ້ນ ພາໃຫ້ຊີວິດຜູ້ຄົນຊຸດໂຊມ ໃນເມື່ອ​ຮູ້ດີວ່າ ​ຈະສາມາດ​ຊ່ອຍ​ຊູ ພວກ​ເຂົາໄວ້​ໄດ້...ພຽງ​ແຕ່​ວ່າ ຂໍໃຫ້ມີເຄື່ອງ​ຊ່ອ​ຍຊູຊີບ​ກໍພໍ.

XS
SM
MD
LG