ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນງົດສູບຢາຂອງໂລກ ພິສູດໃຫ້ເຫັນວ່າ ໄດ້ຮັບຜົນດີ


ວັນ​ພະຫັດ ທີ 31 ພຶດສະພາ​ທີ່​ຜ່ານ​ມາ​ນີ້ ແມ່ນ​ເປັນ​ມື້ຂີດໝາຍຄົບຮອບ 25 ປີ ຂອງ​ວັນ​ງົດ​ສູບຢາຂອງ​ໂລກ ຫລື World No Tobacco Day, ຊຶ່ງ​ເປັນ​ມື້ທີ່​ຕັ້ງຂຶ້ນ​ມາໂດຍ​ອົງການ​ອະນາ ​ໄມ​ໂລກ ​ເພື່ອ​ດຶງ​ດູດ​ເອົາຄວາມ​ສົນ​ໃຈ​ຂອງຊາວ​ໂລກ​ໄປ​ໃສ່​ຜົນຮ້າຍທາງສຸຂະພາບ​ທີ່​ ເກີດ​ມາ​ຈາກ​ການ​ໃຊ້​ຜະລິດ​ຕະພັນ​ຢາ​ສູບ. ​ໃນ​ວັນ​ຄົບຮອບ​ຄັ້ງຜ່ານໆມາ ພວກ​ເຈົ້າໜ້າທີ່​ທາງ​ການ​ແພ​ດ ບໍ່ສາມາດ​ຮູ້​ໄດ້​ວ່າ ​ໂຄງການ​ດັ່ງກ່າວ​ມີ​ປະສິດທິ​ຜົນ​ໃນ​ການ​ຊຸກຍູ້ ​ໃຫ້​ຄົນ​ເຊົາ​ສູບຢາ​ຫລືບໍ່? ຫາກ​ແຕ່​ວ່າ ສະພາບການ​ແບບ​ນັ້ນ​ໄດ້ປ່ຽນ​ແປງ​ໄປ​ແລ້ວ. ຜູ້ສື່ຂ່າວ​ວີ​ໂອ​ເອ Carol Pearson ມີ​ລາຍ​ລະອຽດຂອງ​ເລື້ອງນີ້ ຊຶ່ງ​ບົວ​ສະຫວັນຈະ​ນໍາ​ມາ ສະ​ເໜີທ່ານ​.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ

ໃນແຕ່ລະ​ປີ ຊາວ​ອາ​ເມຣິກັນ​ພາກັນ​ປະຕິບັດ ວັນ​ງົດ​ສູບຢາ ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ The
Great American Smoke Out ຫລື​ ວັນແຫ່ງ​ການ​ເຊົາ​ສູບຢາທີ່ຍິ່ງ​ໃຫຍ່ຂອງ​ອາ
​ເມຣິກາ, ຊຶ່ງ​ເປັນ​ມື້ທີ່​ຕັ້ງຂຶ້ນມາ ​ເພື່ອ​ຊຸກຍູ້​ໃຫ້​ພວກ​ທີ່ສູບຢາທັງຫລາຍ ເຊົາສູບຢາ
​ເປັນເວລາ​ນຶ່ງ​ມື້. ​ໃນ​ພາສາ​ອັງກິດນັ້ນ ການເລີກນິ​ໃສແບບ​ໃດ​ແບບ​ນຶ່ງຢ່າງ​ກະທັນຫັນ
​ເອີ້​ນວ່າ "going cold turkey" ຫລື​ກາຍ​ເປັນ​ໄກ່ງວງເຢັນ​ ກໍ​ຄື​ໄກ່ງວງ​ແຊ່ເຢັນ​ຫລືແຂງ
ນັ້ນ​ເອງ. ຢູ່​ເມືອງ ນອ໊ກສະ​ວິລ (Knoxville) ລັດ​ເທັນ​ ເ​ເນັສຊີ ​ໃນ​ວັນ​ຄົບຮອບ​ວັນ​ງົດ
​ສູບຢາ​ໂລກ ​ພວກ​ທີ່​ສູບ​ຢາແມ່ນສາມາດ​ເອົາ​ຢາສູບຂອງ​ເຂົາ​ເຈົ້າ​ ໄປ​ແລກ​ເອົາ​ໄກ່ງວງ
​ແຊ່ເຢັນ​ແທ້ໆ​ໄດ້ ​ເພື່ອເອົາ​ມາ​ປຸງ​ແຕ່ງອາຫານ​ກິນ.

​ເຫດການ​ທີ່​ຈັດ​ຂຶ້ນ​ເປັນເວລານຶ່ງ​ວັນ ​ເຊ່ນວັນແຫ່ງ​ການ​ເຊົາ​ສູບຢາ​ ​ທີ່ຍິ່ງ​ໃຫຍ່ຂອງ
​ອາ​ເມຣິກາ ຫລື ວັນ​ງົດສູບຢາໂລກນັ້ນ ປົກກະຕິ​ແລ້ວ​ແມ່ນ​ມີ​ການ​ໂຄສະນາ​ປຸກລະດົມ​
ຢ່າງ​ຫລວງຫລາຍ ​ແຕ່​ບໍ່ສາມາດ​ທີ່​ຈະ​ກໍານົດປະສິດທິ​ຜົນ​ຂອງ​ການ​ປະຕິບັດວັນ​ດັ່ງ
ກ່າວນີ້​ໄດ້ ​ໃນ​ທາງວິທະຍາສາດ​.

ແຕ່​ມາ​ບັດ​ນີ້ ສະພາບ​ການ​ອັນ​ນັ້ນໄດ້​ປ່ຽນ​ແປງໄປໂດຍ​ທັງໝົດ ຍ້ອນເຄື່ອງ​ຈັກ​ຊອກ​
ຫາ​ຂໍ້​ມູນຂອງບໍລິສັດ Google (ກູ​ເກິລ).

ທ່ານນາງ ​ໂຈ​ແອນ​ນາ ​ໂຄນ (Joanna Cohen) ຊຶ່ງ​ນໍາພາ​ໂຄງການ​ລິ​ເລີ້ມດ້ານ​ຢາສູ​ບຂອງ​
ໂລກ ຫລື Global Tobacco Initiative ທີ່ໂຮງຮຽນ​ສາທາລະນະ​ສຸກແຫ່ງມະຫາວິທະຍາ
​ໄລ ຈອນສ໌ ຮອບ​ກິນສ໌ (Johns Hopkins) ທີ່​ທໍາ​ກາ​ນຄົ້ນຄວ້າກ່ຽວ​ກັບ​ເລື້ອງ​ນີ້ ເວົ້າວ່າ:

“​ໃນ​ທຸກ​ມື້ນີ້ ​ຍ້ອນ​ມີ​ເຄື່ອງມື​ຂອງ Google News ​ແລະ​ການ​ທີ່ເຮົາສາມາດວິ​ໄຈ ການ
​ຄົ້ນ​ຄ້ວາ​ຫາ​ຂໍ້​ມູນ​ທາງອິນ​ເຕີແນັດ​ໄດ້​ພາ​ໃຫ້​ເຮົາ ສາມາດກໍານົດຜົນ​ກະທົບ​ຂອງ​ການ​
ປະຕິບັດ ວັນ​ຄົບຮອບ​ນີ້ໄດ້.”

ພວກ​ນັກຄົ້ນຄວ້າ​ໄດ້ເລືອກເອົາ​ຫລາຍໆປະ​ເທດ​ໃນ​ພາກພື້ນອາ​ເມຣິກາ​ລາ​ຕິນ ​ເພື່ອ​ທໍາ
​ການສຶກສາ​ກ່ຽວ​ກັບ​ເລື້ອງ​ນີ້. ​ເຫດຜົນອັນນຶ່ງກໍ​ຄື​ວ່າ: ພາສາ​ສະ​ເປ​ນ ​ເປັນ​ພາສາ​ກາງ​ໃນ
​ປະ​ເທດ​ເຫລົ່ານັ້ນ ຊຶ່ງ​ອໍານວຍ​ໃຫ້ພວກ​ນັກຄົ້ນຄວ້າ ​ສາມາດ​ກໍານົດ​ຜົນ​ກະທົບ​ຂອງ​ວັນ​
ງົດ​ສູບຢາ​ໂລກ​ ຢູ່​ໃນ​ຫລາຍໆປະ​ເທດ ​ທີ່ໃຊ້​ພຽງພາສາ​ດຽວ​ນັ້ນໄດ້.

ນັກຮຽນຍິງຄົນນຶ່ງຕິດປ້າຍໂຄສະນາການຫ້າມສູບຢາຍ່າງໄປໃນຂະນະ ເຂົ້າຮ່ວມການໂຮມຊຸມນຸມ ເພື່ອສະຫລອງ World No Tobacco Day ຢູ່ເມືອງການກຸດຕາ, ປະເທດອິນເດຍໃນ ວັນທີ 31 ພຶດສະພາ, 2008. (AP Photo/Bikas Das)
ນັກຮຽນຍິງຄົນນຶ່ງຕິດປ້າຍໂຄສະນາການຫ້າມສູບຢາຍ່າງໄປໃນຂະນະ ເຂົ້າຮ່ວມການໂຮມຊຸມນຸມ ເພື່ອສະຫລອງ World No Tobacco Day ຢູ່ເມືອງການກຸດຕາ, ປະເທດອິນເດຍໃນ ວັນທີ 31 ພຶດສະພາ, 2008. (AP Photo/Bikas Das)

ສິ່ງ​ທີ່​ພວກ​ເຂົາ​ເຈົ້າຄົ້ນພົບ ​ແມ່ນ​
ເຮັດໃຫ້ມີ​ກໍາລັງ​ໃຈຫລາຍ ສໍາລັບ
​ພວກ​ເຈົ້າໜ້າທີ່​ສາທາ ທີ່​ພະຍາ
ຍາມ​ຈະເຮັດ​ໃຫ້​ຄົນ​ເຊົາ​ສູບຢາ.

ທ່ານ ຈອນ ​ເອ​ເອີ​ສ໌ (John Ayers) ຊຶ່ງ​ເປັນຫົວໜ້າ​ຄະນະ​ຂຽນຜົນ​ການ​ສຶກສາຄົ້ນຄວ້າ​ ​ໄດ້​ອະທິບາຍ​ສູ່ວີ​ໂອ​ເອຟັງ ​ ​ຜ່ານ​ທາງ​ອິນ​ເຕີ​ແນັດ ຫລື Skype.

ທ່ານ ຈອນ ​ເອ​ເອີ​ສ໌ ກ່າວວ່າ:
“ຖ້າ​ຫາກ​ເຮົາ​ພິຈາລະນາເບິ່ງ
​ພວກຜູ້ຄົນທີ່ພາກັນ​ຊອກ​ຫາ​
ວິທີ​ເຊົາ​ສູບຢາ... ບາດກ້າວຕໍ່​
ໄປທີ່ມີ​ເຫດມີຜົນທີ່​ຄວນ​ພິຈາ
ລະນາ ກໍ​ຄືຄວາມ​ຕື່ນ​ໂຕ​ຕໍ່ອັນ
ຕະລາຍ​ຂອງ​ຢາສູບ ແລະ​
ຈາກ​ນັ້ນກໍ​ແມ່ນ​ຄວາມ​ສົນ​ໃຈ​
ຢາກ​ເຊົາ​ສູບຢາ- ພວກ​ເຮົາ
​ເຫັນ​ວ່າ ມີການເພີ້ມທະວີຂຶ້ນ
​ໃນອັດຕາສະ​ເລ່ຍ​ເຖິງ 40%
ໃນ​ຈໍານວນ​ຄົນ​ພວກ​ນີ້ ໃນ​
ບັນດາ​ປະ​ເທດ​ເຫລົ່ານັ້ນ ​ໃນ​ທຸກປີ ນັບ​ແຕ່​ປີ 2000 ​ເປັນຕົ້ນມາ.”


ພວກ​ນັກຄົ້ນຄວ້າ​ເວົ້າວ່າ ຄວາມ​ສົນ​ໃຈ​ທີ່​ເພີ້ມຂຶ້ນສູງ​ ກ່ຽວ​ກັບ​ວ່າ ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ເຊົາ​ສູບຢາ​ໄດ້​ນັ້ນ ອາດສາມາດ​ມີ​ຄວາມໝາຍ​ອັນໃຫຍ່ຫລວງໃນແງ່​ຂອງ​ສຸຂະພາບໄດ້. ທ່ານ ຈອນ ​ເອ​ເອີສ໌ ທີ່​ໂຮງໝໍສໍາລັບ​ເດັກ ທີ່​ເມືອງບັອສເຕິ​ນ ລັດ​ແມ​ສຊາ​ຈູ​ແຊ​ສ ກ່າວ​ວ່າ:

ສິ່ງ​ທີ່​ການ​ສຶກສາຄົ້ນຄວ້າ​ຂອງພວກເຮົາ​ສະ​ແດງ​ໃຫ້​ເຫັນ​ ກໍ​ຄື​ວ່າ ວັນ​ງົດ​ສູບຢາໂລກ​
ກໍາລັງ​ມີ​ຜົນ​ກະທົບ​ອັນ​ໃຫຍ່​ຫລວງ ​ຕໍ່ການ​ຍົກ​ສູງ​ລະດັບຄວາມ​ສົນ​ໃຈ​ ​ແລະ​ຄວາມ​ຕື່ນ​
ໂຕ​ຕໍ່ເລື້ອງ​ເຊົາ​ສູບຢາ ​ໃນ​ບັນດາປະ​ເທດ​ກໍາລັງ​ພັດທະນາ.”


ພວກ​ນັກຄົ້ນຄວ້າ​ເວົ້າວ່າ ຂໍ້​ມູນ​ອັນ​ນີ້ຈະ​ຊ່ວຍ​ບັນດາ​ກະຊວງ​ສາທາລະ ນະ​ສຸກຂອງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ ​ເພາະວ່າ ຖ້າ​ພວກ​ເຂົາ​ເຈົ້າຮູ້ ຈັກ​ວ່າ ປະຊາຊົນ​ໃນປະເທດເຂົາເຈົ້າ ມີ​ຄວາມ​ສົນໃຈກ່ຽວ​ກັບຂໍ້​ມູນທີ່ບອກ​ວ່າ​ເຮັດ​ແນວ​ໃດ​ຈະ​ເຊົາ​ສູບຢາ​ໄດ້ນັ້ນ ກະຊວງ​ສາທາລະນະ​ສຸກ ກໍສາມາດ​ທີ່ຈະ​ສະໜອງຂໍ້​ມູນ​ກ່ຽວກັບ​ວັນ​ງົດ​ສູບຢາໂລກທາງ​ອິນ​ເຕີ​ແນັດ ​ໄດ້​ດີຂຶ້ນກວ່າເກົ່າ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນຂອງ​ເຂົາ​ເຈົ້າ ເຊົາ​ນິ​ໃສຢາກ​ສູບຢາ​ນັ້ນ ​ໄປ​ເສຍ.

XS
SM
MD
LG