ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ກຸມພາ ໒໐໒໕

ການລົນນະລົງເພື່ອສຸຂະພາບແມ່ ໃນເຂດຊົນນະບົດ ເນື່ອງໃນວັນແມ່ຍິງສາກົນ​ (ເບິ່ງວີດິໂອກັບສະໄລດ໌)


ບັນດາຜູ້ຊາຍຣັດເຊຍພາກັນຕຽມຊໍ່ດອກໄ ມ້ເພື່ອມອບໃຫ້ເພື່ອນຍິງ ເນື່ອງໃນວັນແມ່ຍິງສາກົນ, ທີ 8 ມີນາ 2012.
ບັນດາຜູ້ຊາຍຣັດເຊຍພາກັນຕຽມຊໍ່ດອກໄ ມ້ເພື່ອມອບໃຫ້ເພື່ອນຍິງ ເນື່ອງໃນວັນແມ່ຍິງສາກົນ, ທີ 8 ມີນາ 2012.

Dr. Margaret Chan, ຜູ້​ອໍານວຍ​ການ​ໃຫຍ່​ຂອງ​ອົງການ​ອະນາ​ໄມ​ໂລກ (WHO) ​ໄດ້​ກ່າວ​ຮຽກຮ້ອງ​ໄປ​ຍັງ​ບັນດາ​ຜູ້​ໃຈ​ບຸນ​ມັກ​ຊ່ວຍ​ເຫລືອ​ເພື່ອນ​ມະນຸດ​ດ້ວຍ​ກັນ ​ແລະບັນດາ​ຜູ້​ນໍາ​ປະ​ເທດ​ຢູ່​ໃນ​ກອງ​ປະຊຸມ​ຂອງ​ບັນດາ​ຜູ້​ຊ່ວຍ​ເຫລືອ​ບັ້ນ​ນຶ່ງ ​ເມື່ອ​ບໍ່​ນານ​ມາ​ນີ້ ທີ່​ກຸ​ງລອນ​ດອນ ​ໃຫ້​ບໍລິ ຈາກ​ເງິນ​ຫລາຍ​ຕື່ມ​ຂຶ້ນ ​ແກ່​ການ​ປັບປຸງ​ການ​ບໍ​ລິ​ການດ້ານ​ສຸຂະພາບ ​ສໍາລັບ​ພວກ​ແມ່ຍິງ​ໃນ​ເຂດ​ຊົນນະບົດ​ນັ້ນ.

ອົງການ WHO ກ່າວ​ວ່າ ການ​ມອບ​ອໍານາດ​ທາງ​ເສດຖະກິດ​ໃຫ້​ພວກ​ແມ່ຍິງ​ຊົນນະບົດ ຊຶ່ງ​ແມ່ນ​ນໍ້າ​ໃຈ​ຂອງວັນ​ແມ່ຍິງ​ສາກົນ​ປີ​ນີ້​ນັ້ນ ຈະ​ເກີດ​ຂຶ້ນ​ໄດ້​ ກໍ​ຕໍ່​ເມື່ອພວກ​ແມ່ຍິງ​ເຫລົ່າ​ນັ້ນມີ​ໂອກາດ​ດີ​ຂຶ້ນ ​ໃນ​ການ​ໄດ້​ຮັບ ຢູກຢາ​ທີ່​ຈໍາ​ເປັນ ​ແລະ​ໄດ້ຮັບ​ການ​ປິ່ນປົວ​ດ້ານ​ການ​ແພດ​ຂັ້ນ​ພື້ນຖານ​. ທີ່​ກອງ​ປະຊຸມ​ຢູ່​ລອນ​ດອນ​ນັ້ນ ບັນດາ​ຜູ້​ໃຫ້ການ​ຊ່ວຍ​ເຫລືອ​ລາຍ​ໃຫຍ່ໆ ໄດ້ພາກັນຮັບ​ເອົາ​ຄໍາ​ທ້າ​ທາຍ​ອັນ​ນັ້ນ.

ທ່ານ Bill Gates ປະທານ​ບໍລິສັດ Microsoft ຜູ້​ໃຈ​ບຸນ ​ເວົ້າ​ວ່າ “ພວກ​ເຮົາ​ມີ​ເປົ້າ​ໝາຍ​ທີ່​ໃຫຍ່​ໂຕ​ຫລາຍ ທີ່​ເຮົາ​ໄດ້​ວາງ​ໄວ້.”

ທ່ານ Gates ​ໄດ້​ຊ່ວຍ​ນໍາພາ​ການ​ປຸກລະດົມເພື່ອ​ຕໍ່ສູ້​ກັບ​ພວກ​ພະຍາດ​ເຂດ​ຮ້ອນ​ທີ່​ຖືກຫ​ລົງ​ລືມ​ບໍ່​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່ ​ຊຶ່ງ​ໄດ້ເຮັດ​ໃຫ້​ປະຊາ ຊົນ ​ຫລາຍ​ກ່ວາ​ນຶ່ງ​ພັນ​ລ້ານ​ຄົນ​ຢູ່​ໃນ​ທົ່ວ​ໂລກ ຕ້ອງ​ໄດ້​ຮັບ​ຄວາມທຸກ​ທໍ ລະມານ ຍ້ອນ​ພະຍາດ​ເຫ​ລົ່ານັ້ນ​.

Dr. Julie Jacobson ຈາກ​ມູນ​ນິທິ Gates ຂອງ​ທ່ານ Bill Gates ກ່າວ​ວ່າ ການ​ເຄື່ອນ​ໄຫວ​ເພື່ອ​ປາບ​ພະຍາດ​ເຂດ​ຮ້ອນ​ນັ້ນ ກໍ​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ຊ່ວຍ​ເຫລືອ​ພວກ​ແມ່ຍິງ​ຊົນນະບົດ ຄື​ກັນ.

Dr. Jacobson ​ເວົ້າ​ວ່າ “​ເວລາ​ພວກ​ເຮົາ​ເວົ້າ​ເຖິງ​ພະຍາດລີດ​ສີດ​ວງ ຕາ ຕາບອດ ຫລື​ການ​ທີ່​ພວກ​ແມ່ຍິງ​ເຫລົ່າ​ນັ້ນ​ໄດ້​ຮັບ​ຄວາມທຸກ​ທໍລະ​ມານ​ຈາກ​ພວກພະ​ບາດ​ເຫລົ່າ​ນີ້ ​ແລະ​ຜົນ​ກະທົບ​ທີ່ໄດ້​ມີຕໍ່​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ ​ເຊ່ນ​ໂຣກ lymphatic filariasis ຫລື​ໂຣກຕີນ​ຊ້າງ ​ແລະ​ໂຣກ schistosomiasis ​ຊຶ່ງ​ບໍ່​ພຽງ​ແຕ່​ກະທົບກະ​ເທືອ​ນ​ຕໍ່​ເສ້ນ​ທາງປັດ​ສະວະເທົ່າ​ນັ້ນ ​ແຕ່​ຍັງ​ກະທົບກະ​ເທືອ​ນຕໍ່​ລະບົບ​ສືບ​ພັນຂອງ​ແມ່ຍິງ​ ​ແລະ​ກໍ​ເປັນ​ປັດ​ໃຈ​ທີ່​ພາ​ໃຫ້​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໄວຣັສ HIV ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ​ ພະຍາດ​ເຫລົ່າ​ນີ້​ແມ່ນ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ເລີຍ. ​ແລະ​ໂດຍ​ການ​ປິ່ນປົວ​ມັນ​ດ້ວຍ​ຢາ​ກ້ອນ​ດຽວ ທີ່​ມີ​ການ​ບໍ​ລິ​ຈາກ​ໃຫ້​ນັ້ນ ​ເຮົາ​ກໍ​ຈະ​ສາມາດ​ລຸດ ປັດ​ໃຈ​ສ່ຽງ​ຕໍ່​ການ​ຕິດເຊື້ອ HIV ລົງ​ໄດ້​ຮອດ 3 ຫາ 4 ​ເທົ່າ​ໂຕ ​ໃນໝູ່​ພວກແມ່ຍິງ​ເຫລົ່າ​ນັ້ນ.”

ເບິ່ງວີດີໂອລາຍງານພາສາອັງກິດ:


ທ່ານ​ນາງ Maureen Greenwood-Basken ຜູ້​ອໍານວຍ​ການ​ບໍລິ ຫານຝ່າຍ​ສຸຂະພາບ​ຈະ​ເລີ​ນພັນ ປະ​ຈໍາ​ມູນ​ນິທິສະຫະ​ປະຊາ​ຊາດ ຫລື United Nations Foundation ກໍ​ມີ​ຄວາມ​ຮູ້ສຶກ​ແບບ​ດຽວ​ກັນ​ກັບ Dr. Julie Jacobson. ທ່ານ​ນາງກ່າວ​ວ່າ ​ເວລາ​ນີ້ ມີ​ການ​ຮັບ​ຮູ້​ຫລາຍ​ຂຶ້ນ​ນັບ​ມື້ຢູ່​ໃນ​ທົ່ວ​ໂລກ ວ່າ​ພວກແມ່ຍິງ​ແລະ​ເດັກ​ສາວ​ນັ້ນ ສາມາດ​ເປັນ​ພະລັງ​ຊຸກຍູ້ທີ່​ສໍາຄັນ ໃຫ້​ມີ​ການ​ປ່ຽນ​ແປງ​ທາງ​ສັງ​ຄົມ​ນັ້ນ​ໄດ້.

ແລະ​ທ່ານ​ນາງ​ເຊື່ອ​ວ່າ ພວກ​ແມ່ຍິງ​ໃນ​ເຂດ​ຊົນນະບົດ ​ແມ່ນ​ສາມາດ​ຈະ​ປະຕິບັດ​ບົດບາດ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ການ​ກໍ່ສ້າງ​ສັງຄົມ​ທີ່​ດີ​ຂຶ້ນ​ກ່ວາ​ເກົ່າ​ນັ້ນ ​ໄດ້ຢ່າງ​ງ່າຍ​ດາຍ​ຫລາຍ​ຂຶ້ນ ຖ້າ​ຫາກ​ວ່າ​ສຸຂະພາບ​ຈະ ​ເລີ​ນ ພັນ​ຫລືດ້ານສືບ​ພັນ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.

ທ່ານ​ນາງ Maureen Greenwood-Basken ​ເວົ້າ​ວ່າ: “ຖ້າ​ຫາກ ແມ່ຍິງພວກ​ນີ້ ມີ​ສິດ​ຄຸມ​ກໍາ​ເນີ​ດໄດ້ໂດຍ​ສະມັກ​ໃຈ​ແລະ​ເລືອກ​ຂະໜາດ ຂອງ​ຄອບຄົວ​ໄດ້​ຕາມ​ໃຈ​ແລ້ວ ພວກ​ເຮົາ​ກໍ​ຈະ​ໄດ້ເຫັນຜົນ​ຮັບ​ທີ່​ດີ​ຂຶ້ນ ທາງ​ດ້ານສຸຂະພາບ​ແມ່ ການ​ມີ​ຊີວິດ​ລອດ​ຫລາຍ​ຂຶ້ນ​ຂອງ​ເດັກ​ທາລົກ ​ແລະ​ພວກ​ຄອບຄົວ​ເຫລົ່າ​ນັ້ນ ກໍ​ຈະ​ສາມາດ​ສະໜອງເສື້ອ​ຜ້າແລະ​ອາຫານ ໃຫ້​ລູກໆ​ທີ່​ເຂົາ​ເຈົ້າ​ມີ​ນັ້ນ ​ໄດ້​ນຸ່ງ​ດີແລະ​ກິນ​ດີ​ຂຶ້ນ ​ແລະ​ພວກ​ລູກໆ​ກໍ​ຈະ​ມີ​ໂອກາດ​ໄດ້​ໄປ​ໂຮງຮຽນ​ຫລາຍ​ຂຶ້ນ. ພວກ​ແມ່​ກໍ​ຈະ​ສາມາດ​ດໍາ​ເນີນ​ກິດຈະ​ກໍາ​ທາງ​ເສດຖະກິດ ທໍາ​ມາ​ຫາ​ກິນ ສ້າງ​ຄອບຄົວ​ທີ່​ມີ​ສຸຂະພາບ​ດີ​ຂຶ້ນ ​ແລະ​ສ້າງ​ປະຊາ​ຄົມ ທີ່​ເຂ້​ມ​ແຂງ​ຂຶ້ນ.”

ບັນດານັກ​ຊ່ຽວຊານ​ກ່າວ​ວ່າ ການ​ສືບ​ຕໍ່​ລົງທຶນ​ໃສ່​ສຸຂະພາບ​ແລະ​ການ​ສຶກສາ​ຂອງ​ແມ່ຍິງ​ແລະ​ເດັກ​ສາວ​ ​ແລະ​ໃສ່​ພວກ​ໂຄງການ​ຕ່າງ​ໆ​ທີ່​ສະໜັບສະໜຸນ​ແລະ​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ມີ ​ຖານະ​ທີ່​ດີ​ຂຶ້ນ​ໃນ​ທາງ​ເສດ ຖະກິດ​ນັ້ນ ​ແມ່ນ​ເປັນ​ການ​ລົງທຶນ​ທີ່​ໃຫ້​ປະໂຫຍ​ດ​ແກ່​ທຸກໆ​ຄົນ.

ບົດບາດຂອງແມ່ຍິງ ຢູ່ໃນທົ່ວໂລກ:

XS
SM
MD
LG