ວັນທີ 7 ເມສາ ເປັນວັນຄົບຮອບ 70 ປີ ຂອງການສ້າງຕັ້ງອົງການອະນາໄມໂລກ
ແລະກໍເປັນວັນສະຫລອງດ້ານສຸຂະພາບຂອງໂລກອີກດ້ວຍ. ນັກຂ່າວວີໂອເອ ແຄ
ໂຣລ ເພຍຊັນ (Carol Pearson) ມີລາຍງານກ່ຽວກັບຜົນງານ ທີ່ຍາດມາໄດ້ ຢູ່ໃນ
7 ທົດສະວັດຜ່ານມາ ແລະພາລະ ທີ່ຍັງຕ້ອງໄດ້ສືບຕໍ່ເຮັດອີກ ຊຶ່ງບົວສະຫວັນ ຈະ
ນໍາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ອົງການອະນາໄມໂລກໄດ້ສຸມຄວາມພະຍາຍາມ ໃສ່ການເຮັດໃຫ້ໂລກປອດຈາກພະພຍາດ ທີ່ເອົາຊີວິດຜູ້ຄົນໄປ ເຊັ່ນໄຂ້ທໍລະພິດ. ອົງການດັ່ງກ່າວ ໄດ້ສ້າງຄວາມ
ເປັນພາຄີກັນ ກັບພາກສ່ວນອື່ນໆ ເພື່ອເຮັດໃຫ້ພະຍາດຕ່າງໆ ຊຶ່ງລວມທັງໂຣກ
ໂປລິໂອ ຫຼື ໂຣກເປ້ຍລ່ອຍນັ້ນ ໃຫ້ດັບສູນໄປນຳ.
ທ່ານ ພີເຕີ ຄຣາວລີ (Perter Crowley) ນັກຊ່ຽວຊານ ດ້ານພະຍາດໂປລິໂອ ໃຫ້
ຄໍາເຫັນວ່າ “ພວກເຮົາໃກ້ຈະກ້າວໄປເຖິງຈຸດນັ້ນແລ້ວ. ໃກ້ແລ້ວ. 99.9 ເປີເຊັນ
ຂອງພະຍາດໂປລິໂອ ໄດ້ຖືກກໍາຈັດໃຫ້ໝົດໄປຈາກໂລກແລ້ວ.”
ທ່ານກ່າວເຊັ່ນນັ້ນຢູ່ໃນປີ 2014. ນັບແຕ່ນັ້ນມາ ພະນັກງານຕໍ່ສູ້ກັບພະຍາດໂປລິໂອ
ກໍໄດ້ເພີ້ມຄວາມພະຍາຍາມຂອງພວກເຂົາເຈົ້າ ເຖິງແມ່ນວ່າ ຈະມີການສູ້ລົບຂັດແຍ້ງ
ກັນ ແລະມີຄວາມຫຍຸ້ງຍາກລໍາບາກກໍຕາມ. ໃນປີກາຍນີ້ ມີເດັກນ້ອຍພຽງແຕ່ 17 ຄົນ
ທີ່ຕິດເຊື້ອໄວຣັສໂປລິໂອ, ແຕ່ວ່າ ພະຍາດໂປລິໂອຈະຖືກດັບສູນໃຫ້ໝົດໄປ ກໍຕໍ່ເມື່ອ
ບໍ່ມີເດັກນ້ອຍຄົນໃດເປັນພະຍາດນີ້ອີກ.
ການທີ່ສາມາດເຂົ້າເຖິງຢາປ້ອງກັນພະຍາດ ຫລືວັກຊິນທີ່ຊ່ວຍກູ້ຊີວິດຂອງຄົນໄວ້ໄດ້,
ບໍ່ແມ່ນພຽງແຕ່ປ້ອງກັນພະຍາດໂປລິໂອເທົ່ານັ້ນ, ແຕ່ຍັງເຂົ້າເຖິງຢາປ້ອງກັນພະຍາດ
ຕຸ່ມໝາກສຸກ ໝາກໃສ ແລະເຊື້ອໄວຣັສອື່ນໆ ຫລາຍຢ່າງ ອີກດ້ວຍ ແມ່ນເປັນບັນຫາສໍາລັບຫລາຍຄົນ. ເພາະສະນັ້ນ ອົງການອະນາໄມໂລກ ຈຶ່ງໄດ້ປະກາດຄໍາຂວັນ ສໍາລັບວັນແຫ່ງສຸຂະພາບຂອງໂລກປີນີ້ວ່າ “ການດູແລສຸຂະພາບສໍາລັບທຸກຄົນ”.
ທ່ານເຈັມສ ຟິສເຈີໂຣລດ໌ (James Fitzgerald) ຈາກອົງການວ່າດ້ວຍສຸຂະພາບ
ຂອງອາເມຣິກັນແພນ (Pan American Health Organization) ເວົ້າວ່າ "ຄົນ
ສ່ວນຫລາຍໃນໂລກທຸກມື້ນີ້ ພາກັນເວົ້າ ກ່ຽວກັບ ການຄຸ້ມຄອງສຸຂະພາບທົ່ວໄປ.
ມັນເປັນວຽກງານ ທີ່ຫຍຸ້ງຍາກ ລະດັບໂລກອັນ ນຶ່ງ ຂອງພວກເຮົາອີ່ຫລີ."
ທ່ານເຈັມສຟິສເຈີໂຣລດ໌ (James Fitzgerald) ຮັບຜິດຊອບການພັດທະນາການ
ຄຸ້ມຄອງດ້ານສຸຂະພາບທົ່ວໄປຢູ່ໃນບັນດາປະເທດໃນທະວີບອາເມຣິກາ ຢູ່ອົງການ ວ່າດ້ວຍສຸຂະພາບຂອງອາເມຣິກັນແພນ (Pan American Health Organization) ຊຶ່ງເປັນພະແນກນຶ່ງຂອງອົງການອະນາໄມໂລກ ປະຈໍາພາກພື້ນ ຊຶ່ງທ່ານກ່າວເພີ້ມ
ອີກວ່າ “ອຸປະສັກທີ່ເຮັດໃຫ້ຄົນບໍ່ສາມາດເຂົ້າເຖິງການດູແລສຸຂະພາບໄດ້ ກໍຄືກັນ
ກັບອຸປະສັກທີ່ພວກເຮົາໄດ້ພົບເຫັນຢູ່ໃນດ້ານອື່ນໆ: ມັນມີລັກສະນະທາງດ້ານ
ພູມີສາດ-- ມັນຂາດສະຖາບັນດ້ານການດູແລະສຸຂະພາບ. ອຸບປະສັກເຫລົ່ານີ້ ມີ
ລັກສະນະທີ່ພວກເຮົາເອີ້ນວ່າ ເປັນແບບສະຖາບັນ, ຫລືກ່ຽວຂ້ອງກັບລະບົບການດູ
ແລສຸຂະພາບ, ເຊັ່ນເວລາທີ່ໃຊ້ໃນການລໍຖ້າ, ການຂາດທ່ານໝໍ, ຂາດພະຍາບານ
ແລະອື່ນໆ. ມັນມີລັກສະນະທາງການເງິນຢູ່ບ່ອນວ່າ ມັນຕັ້ງບໍ່ມີເງິນພຽງພໍທີ່ຈະເອົາ
ມາໃຊ້ຈ່າຍເຂົ້າໃນລະບົບອີກດ້ວຍ, ສະນັ້ນ ຄົນເຮົາຕ້ອງໄດ້ຈົກເງິນອອກຈາກຖົງ
ຕົນເອງມາຈ່າຍ, ແລະຈາກນັ້ນ ກໍຍັງມີບັນຫາທີ່ກ່ຽວຂ້ອງກັບການຈໍາແນກທາງດ້ານ
ສັງຄົມຢູ່ພາຍໃນລະບົບດູແລສຸຂະພາບອີກດ້ວຍ.”
ມັນເປັນລໍາດັບຄວາມພະຍາຍາມສູງທີ່ຈະເຫັນໄດ້ວ່າປະຊາຊົນເຄິ່ງໂລກທີ່ບໍ່ໄດ້ຮັບ
ການບໍລິການດ້ານສາທາລະນະສຸກ ສາມາດໄດ້ຮັບໃນສິ່ງທີ່ພວກເຂົາເຈົ້າຕ້ອງການ
ໂດຍປາດສະຈາກການພັກດັນຄອບຄົວຂອງພວກເຂົາເຈົ້າໄປຫາຄວາມທຸກຈົນ ຍ້ອນ
ເອົາເງິນມາຈ່າຍຄ່າປິ່ນປົວ. ອົງການອະນາໄມໂລກໃຫ້ເຫດຜົນວ່າ ເມື່ອຄົນສາມາດ
ເຂົ້າເຖິງການດູແລສຸຂະພາບໄດ້, ພວກເຂົາເຈົ້າ ຈະດໍາລົງຊີວິດຢ່າງມີປະສິດທິພາບ,
ການລະບາດຂອງໂລກ ອາດຈະຖືກສະກັດກັ້ນໄດ້ງ່າຍຂຶ້ນ ແລະປະເທດຕ່າງໆ ກໍຈະ
ມີຄວາມຈະເລີນຂຶ້ນຫລາຍກວ່າເກົ່າ.