ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ: ໂຣກຊໍ້າເຮື້ອ ແລະໂຣກທີ່ບໍ່ຕິດແປດກັນ ເອົາຊີວິດຄົນ ໄປຫລາຍທີ່ສຸດ (ເບິ່ງວີດີໂອລາວ/ອັງກິດ)


ພະຍາດປອດ ຊຶ່ງເປັນພະຍາດຊໍາເຮື້ອຊະນິດນຶ່ງ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ຂອງຄົນນັບມື້ນັບເພີ້ມຂຶ້ນ
ພະຍາດປອດ ຊຶ່ງເປັນພະຍາດຊໍາເຮື້ອຊະນິດນຶ່ງ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ ຂອງຄົນນັບມື້ນັບເພີ້ມຂຶ້ນ

ອົງການອະນາໄມໂລກ ຫລື WHO ໄດ້ນໍາອອກເຜີຍແຜ່ລາຍງານໃຫຍ່ ສະບັບທີສອງຂອງ ຕົນໃນໄລຍະ 6 ເດືອນ ກ່ຽວກັບໄພຂົ່ມຂູ່ທີ່ເພີ້ມສູງ ນັບມື້ຢູ່ໃນທົ່ວໂລກ ຈາກພະຍາດທີ່ບໍ່ ຕິດ​ແປດກັນ ໂດຍສະເພາະ​ແລ້ວ ກໍແມ່ນພະຍາດທີ່ເປັນໂຕການ​ເອົາ​ຊີວິດ​ຄົນ​ໄປ​ຫລາຍທີ່ ສຸດ ຫ້າຊະນິດ ຄື: ໂຣກມະເຮັງ, ພະຍາດຫົວໃຈ, ລົມສາລະບາດ, ພະຍາດປອດ ແລະ ໂຣກເບົາຫວານ. ລາຍ​ງານ​ສະບັບ​ໃໝ່ ທີ່ໄດ້ຖືກນໍາອອກມາເຜີຍແຜ່ ກ່ອນການ​ໄຂກອງປະ ຊຸມສາກົນກ່ຽວກັບພະຍາດຊໍ້າເຮື້ອຂຶ້ນໃນອາທິດແລ້ວນີ້ ​ ທີ່ອົງການສະຫະປະຊາຊາດຢູ່ນະ ຄອນນີວຢອກນັ້ນ ​ໄດ້​ສະໜອງຫລັກ​ຊີ້ນໍາຢ່າງລະອຽດ ​ໃຫ້​ແກ່ແຕ່ລະປະເທດ ສໍາລັບທໍາ ການປ້ອງກັນ ແລະປິ່ນປົວໂຣກທີ່ທໍາລາຍສຸຂະພາບ ແລະພາ​ໃຫ້​ຕາຍ​ໄດ້ເຫລົ່ານີ້. Vidushi Sinha ຜູ້ສື່ຂ່າວວີໂອເອ ມີລາຍງານ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ບົດລາຍງານຂອງອົງການອະນາໄມໂລກເວົ້າວ່າ ພຽງແຕ່ໂຣກມະເຮັງ ຢ່າງດຽວນັ້ນ ກໍ​ເອົາ​
ຊີວິດຄົນ​ໄປ 7 ລ້ານ 6 ແສນຄົນ​ແລ້ວໃນແຕ່ລະປີ ຊຶ່ງເປັນຈໍານວນທີ່ຫລາຍກວ່າ ພວກຄົນ ທີ່ເສຍຊີວິດຍ້ອນໂຣກເອດສ໌, ໄຂ້ມາເລເຣຍ ແລະໂຣກປອດແຫ້ງ ໂຮມກັນ. ໃນຂະນະທີ່
ພວກພະຍາດ ທີ່ຕິດຕໍ່ກັນໄດ້ນັ້ນ ໄດ້ຮັບຄວາມສົນໃຈຫລາຍທີ່ສຸດຢູ່ໃນບັນດາປະເທດພວມ
ພັດທະນາ ລາຍງານຂອງອົງການອະນາໄມໂລກໃຫ້ຂໍ້ສັງເກດວ່າ ພະຍາດທີ່ບໍ່ຕິດ​ແປດ
ຊຶ່ງເປັນພະຍາດຊໍ້າເຮື້ອນັ້ນ ​ແມ່ນເປັນສາເຫດທີ່ພາ​ໃຫ້​ຄົນຕາຍຫລາຍ​ທີ່​ສຸດ ຢູ່ໃນທົ່ວໂລກ.

ທ່ານ ອາລາ ອາລວານ(Ala Alwan) ຜູ້ອໍານວຍການຊ່ວຍດ້ານພະຍາດບໍ່ຕິດ​ແປດ ທີ່ອົງ
ການອະນາໄມໂລກ ຊຶ່ງເປັນຜູ້ນຶ່ງທີ່ຮ່ວມຂຽນບົດລາຍງານນີ້ ເວົ້າວ່າ:

"ໃນຈໍານວນການຕາຍ 58 ລ້ານລາຍ ທີ່ເກີດຂຶ້ນໃນແຕ່ລະປີຢູ່ໃນໂລກນີ້, 35
ລ້ານລາຍ​ແມ່ນມີສາເຫດມາຈາກພະຍາດທີ່ບໍ່ຕິດຕໍ່ກັນ ເຊ່ນພະຍາດຫົວໃຈ, ລົມ
ສາລະບາດ, ໂຣກເບົາຫວານ, ໂຣກມະເຮັງ ແລະພະຍາດປອດຊໍ້າເຮື້ອ ຊຶ່ງກວມ
ເອົາ 60% ຂອງການຕາຍທັງໝົດຢູ່ໃນທົ່ວໂລກນີ້ ​ແລະ​ໃນ​ນັ້ນແມ່ນ​ມີ​ຢ່າງ​ໜ້ອຍ
9 ລ້ານ​ຄົນທີ່​ກໍາລັງ​ຈະ​ຕາຍ ກ່ອນ​ຮອດ ອາຍຸ 60 ປີ ຍ້ອນ​ພວກ​ພະຍາດບໍ່​ຕິດຕໍ່​."

ອີງຕາມອົງການອະນາໄມໂລກ ສາ​ເຫດນໍາໜ້າໝູ່ທີ່​ພາໃຫ້ເປັນພະຍາດຊໍ້າເຮື້ອນັ້ນ ​ແມ່ນ
ໄດ້ແກ່ຄວາມດັນ​ເລື​ອດສູງ, ນໍ້າຕານໃນເລືອດສູງ, ການສູບຢາ, ການ​ບໍ່​ອອກ​ກໍາລັງ​ກາຍ
ຫລື ຄວາມອ້ວນພີຈົນເກີນໄປ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ mp4 ຫລື wmv ຂ້າງເທິງຂວາມື

ຄ່າ​ໃຊ້​ຈ່າຍຫລາຍໆພັນລ້ານໂດລາ ສໍາລັບການປິ່ນປົວພະຍາດຊໍ້າເຮື້ອເຫລົ່າ​ນີ້ ໄດ້ຜັກດັນ ໃຫ້ຫລາຍໆລ້ານຄົນຢູ່ໃນໂລກພວມພັດທະນາ ຕົກ​ຢູ່​ໃນຄວາມທຸກຈົນ.

ດຣ. ເດວິດ ບລູມ (David Bloom)
ດຣ. ເດວິດ ບລູມ (David Bloom)

ທ່ານ ເດວິດ ບລູມ (David
Bloom) ທີ່ໂຮງຮຽນສາທາລະ
ນະ​ສຸກຂອງມະຫາວິທະຍາໄລ
ຮາເວີ​ດ (Harvard Univ.)
ເວົ້າວ່າ ພາລະແບກຫາບຕໍ່ມະ
ນຸດແລະເສດຖະກິດຂອງພວກ
ພະຍາດທີ່ບໍ່ຕິດຕໍ່ກັນນັ້ນ ແມ່ນ
ໃຫຍ່ມະຫາສານ.

"ພວກເຮົາຄາດຄະເນວ່າ
ຄ່າໃຊ້ຈ່າຍສໍາລັບປິ່ນປົວຄົນເປັນ​ໂຣກມະ​ເຮັງ ທີ່ໄດ້ຮັບການວິນິດ​ໄສ​ໃໝ່ໆ
ແມ່ນມີຫລາຍກວ່າ 300 ພັນລ້ານໂດລາ ໃນປີ 2010 ​ແລະນັ້ນແມ່ນເປັນຄ່າ
ໃຊ້ຈ່າຍໃນລະດັບໂລກ. ພວກເຮົາຍັງຄາດຄະເນອີກວ່າຄ່າໃຊ້ຈ່າຍປະຈໍາປີ​
ໃນ​ທົ່ວ​ໂລກ ສໍາລັບການເຈັບປ່ວຍ ທີ່ເກີດຈາກພະຍາດປອດຕີບຕັນແມ່ນຢູ່
ໃນລະດັບ 400 ພັນ ລ້ານໂດລາ ໃນປີ 2010.
"

ທາງດ້ານ ດຣ. ເຈມສ໌ ຮັອສປີດາ​ເລສ (James Hospedales) ຊ່ຽວຊານດ້ານພະຍາດ ຊໍ້າເຮື້ອຂອງອົງການອະນາໄມໂລກ ກໍເວົ້າວ່າ ບັນຫານີ້ແມ່ນແຜ່ລາມອອກໄປຫລາຍກວ່າ
ທີ່ຫລາຍໆຄົນຮູ້ກັນ ຄືບໍ່ພຽງແຕ່ມີຢູ່ໃນປະເທດໃຫຍ່ໆເຊ່ນ ສະຫະລັດ, ອິນເດຍ ແລະຈີນ
ເທົ່ານັ້ນ ​ແຕ່ມັນຍັງເປັນບັນຫາຢູ່ໃນປະເທດນ້ອຍໆກວ່າອີກດ້ວຍ ເຊ່ນ ປະເທດທຣິນີດາດ
ແລະໂຕບາໂກ ((Trinidad andTobago) ແລະ ບາບາໂດສ (Barbados). ຢູ່ໃນບັນດາ
ປະເທດ​ເຫລົ່າ​ນີ້, ຄ່າໃຊ້ຈ່າຍ ໃນດ້ານສາທາລະນະສຸກເພື່ອປິ່ນປົວໂຣກຄວາມດັນເລືອດສູງ
ແລະໂຣກເບົາຫວານ ໄດ້ເພີ້ມຂຶ້ນ​ເປັນ ໃນລະຫວ່າງ 5 ຫາ 8 ເປີເຊັນຂອງຜົນຜະລິດລວມ
ພາຍໃນຂອງປະເທດເຫລົ່ານັ້ນ. ດຣ. ຮັອສປີດາເລສ ກ່າວວ່າ:

"ເຮົາ​ຈະ​ປ່ອຍ​ໃຫ້​ເປັນ​ແບບ​ນີ້​ຕໍ່​ໄປ​ບໍ່​ໄດ້. ຖ້າວ່າ ຍັງ​ເປັນແບບນີ້ຢູ່ຕໍ່ໄປ ມັນຈະ
ເຮັດໃຫ້ການບໍລິການດ້ານການແພດຢູ່ໃນຫລາຍປະເທດ ມີພາລະອັນໜັກໜ່ວງ.
ພວກເຮົາ​ໄດ້​ລໍຖ້າເວລາທີ່ຈະ​ໄດ້ສາມາດຈັດການກັບ ເຊື້ອເອສໄອວີ ກັບໄຂ້ມາ
ເລເຣຍນັ້ນ ບັດນີ້ພວກພະຍາດ​ເຫລົ່ານີ້​ແມ່ນເປັນບັນຫາທີ່ພວກເຮົາຕ້ອງແກ້ໄຂ
ດຽວນີ້
ແລ້ວ."

ດຣ. ຮັອສປີດາເລສ ກ່າວວ່າ ພຽງແຕ່ການປ່ຽນແປງງ່າຍໆ ​ໃນ​ລະບົບການກິນອາຫານ
ແລະແບບແຜນດໍາລົງຊີວິດເທົ່ານັ້ນ ກໍຈະສາມາດຊ່ວຍ ໃຫ້ຫລຸດຜ່ອນລົງໄດ້ຢ່າງຫລວງ
ຫລາຍ ພວກສາ​ເຫດຕ່າງໆທີ່ພາໃຫ້ເປັນລົມສາລະບາດ, ໂຣກມະເຮັງ, ​ໂຣກ​ເບົາຫວານ
ແລະພະຍາດຊໍ້າເຮື້ອທີ່ກ່ຽວຂ້ອງກັບລະບົບຫາຍໃຈ ເຊ່ນ ໂຣກຫືດ ແລະໂຣກຫລອດລົມ
ອັກເສບ. ດຣ. ຮັອສປີດາເລສ ກ່າວ​ຕື່ມວ່າ:

"ພວກເຮົາຄາດຄະເນກັນ ຢູ່ໃນອົງການ WHO ວ່າ ມີຫລາຍກວ່າ 30 ລ້ານ
ຄົນສາມາດຖືກຊ່ວຍຊີວິດໄວ້ໄດ້ ໃນສິບປີຂ້າງໜ້ານີ້ດ້ວຍວິທີການງ່າຍໆ ເຊ່ນ
ລົດລະດັບການກິນເກືອລົງ 15 ຫາ 20 ເປີເຊັນ, ລົດຜ່ອນການສູບຢາລົງແລະ
ເພີ້ມຈໍານວນຄົນ ທີ່ສ່ຽງຕໍ່ການເປັນໂຣກຫົວໃຈວາຍ, ແລະເປັນໂຣກລົມສາລະ
ບາດນັ້ນ ໃຫ້ໄດ້ຮັບການປິ່ນປົວເພື່ອປ້ອງກັນພະຍາດພວກນີ້ ​ໃຫ້ຫລາຍຂຶ້ນ.
ການໃຊ້ວິທີການ
3 ຢ່າງ​ນີ້ ອາດສາມາດຊ່ວຍຊີວິດຂອງຄົນໄວ້ໄດ້ປະມານ 30
ລ້ານຄົນ ໃນສິບປີຕໍ່ໜ້າ.
"

ຢູ່ທີ່ກອງປະຊຸມສຸດຍອດຂອງສະຫະປະຊາຊາດກ່ຽວ​ກັບ​ພະຍາດ​ບໍ່​ຕິດ​ຕໍ່ນັ້ນ, ພວກຜູ້ນໍາ
ຂອງໂລກໄດ້ຄາດຫວັງທີ່ຈະຍົກ​ລະດັບ​ຄວາມ​ຕື່ນ​ໂຕ​ຂອງ​ປະຊາຊົນ​ ກ່ຽວ​ກັບຄວາມເສຍ
ຫາຍທີ່ພະຍາດທີ່ບໍ່ຕິດຕໍ່ກັນ ໄດ້ກໍ່ຂຶ້ນ ຢູ່ທົ່ວທັງປະເທດພັດທະນາແລະພວມພັດທະນາ,
ແລະສົນທະນາຫາລືກັນ ກ່ຽວກັບວິທີການທີ່ດີທີ່ສຸດ ເພື່ອຈະຕ່າວປີ້ນການເພີ້ມຂຶ້ນຂອງ
ອັດຕາການຕາຍ ຍ້ອນພວກໂຣກດັ່ງກ່າວນໍາດ້ວຍ.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG