ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການຖ່າຍພາບລັງສີ ​ເຕົ້ານົມແບບ 3 ມິຕິ ຊ່ວຍໃຫ້ກວດຫາ ມະເຮັງ ເຕົ້ານົມ ໄດ້ດີກວ່າ ແບບ 2 ມິຕິ


ນາງ ເຈນ ໂບຣເດີ (Jen Brodeur) (ກາງ) ກໍາລັງກວດເຕົ້ານົມ ໂດຍໃຊ້ການຖ່າຍພາບລັງສີ ​ເຕົ້ານົມແບບມາດຕະຖານ ຢູ່ທີ່ສູນການແພດ ທັຟທສ໌ (Tufts) ກັບນັກຖ່າຍພາບລັງສີ, ນາງ ຢັນ ລິງ ຊົງ (Yan Ling Zhong) ໃນນະຄອນບັອສຕັນ, ລັດ Massachusetts ໃນວັນທີ 23 ຕຸລາ, 2010
ນາງ ເຈນ ໂບຣເດີ (Jen Brodeur) (ກາງ) ກໍາລັງກວດເຕົ້ານົມ ໂດຍໃຊ້ການຖ່າຍພາບລັງສີ ​ເຕົ້ານົມແບບມາດຕະຖານ ຢູ່ທີ່ສູນການແພດ ທັຟທສ໌ (Tufts) ກັບນັກຖ່າຍພາບລັງສີ, ນາງ ຢັນ ລິງ ຊົງ (Yan Ling Zhong) ໃນນະຄອນບັອສຕັນ, ລັດ Massachusetts ໃນວັນທີ 23 ຕຸລາ, 2010

ການກວດ​ເຫັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມ​ແຕ່​ຫົວທີ ສາມາດ​ຊ່ວຍ​ຊີວິດ​ຂອງ​ຄົນ​ໄວ້​ໄດ້.
ໂຣກມະ​ເຮັງເຕົ້ານົມ ​ແມ່ນ​ໂຣກມະ​ເຮັງ​ທີ່​ຜູ້ຍິງສ່ວນ​ໃຫຍ່​ໃນ​ໂລກເປັນ​ຫລາຍທີ່ສຸດ.
ດັ່ງ​ທີ່ Carol Pearson (​ແຄ​ໂຣລ ​ເພຍ​ຊັນ) ນັກຂ່າວຂອງວີໂອເອ ລາຍ​ງານວ່າ ພວກ​ນັກວິທະຍາສາດ ກໍາລັງ​ຊອກ​ຫາ​ວິທີກວດ​ໂຣກມະ​ເຮັງ​ໃນ​ເຕົ້ານົມ​ແບບໃໝ່ ​ໃນ​ຂະນະ
​ທີ່​ພວກ​ເຂົາ​ເຈົ້າສຶກສາຄົ້ນຄວ້າເບິ່ງວິທີ​ກວດ ​ທີ່​ໃຊ້​ຢູ່​ໃນ​ປັດຈຸບັນ ເພື່ອເບິ່ງວ່າ ວິທີ​ໃດ
ຈະແມ່ນ​ວິທີທີ່​ດີ​ທີ່​ສຸດ ຊຶ່ງ​ບົວ​ສະຫວັນ​ຈະ​ນໍາ​ລາຍ​ລະອຽດ ກ່ຽວກັບ​ເລື່ອງນີ້ ມາສະ​ເໜີ
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນໄລຍະທີ່ເຮັດການກວດນົມ ດ້ວຍການຖ່າຍພາບລັງສີ ຫລື Mammogramນັ້ນ ນັກວິຊາການຈະທໍາການສ່ອງໄຟຟ້າເບິ່ງນົມຂອງຜູ້ຍິງ. ສ່ວນຜູ້ຊ່ຽວຊານໃນດ້ານລັງສີ
ກໍຈະ​ເປັນ​ຜູ້ກວດເບິ່ງຮູບເພື່ອຊອກຫາເນື້ອງອກ. ແນ່ນອນ ການກວດໂດຍການຖ່າຍ
ພາບລັງສີເຕົ້ານົມ ແມ່ນຈະຊ່ວຍຊີວິດຂອງຄົນໄວ້ໄດ້. ຈໍານວນຄົນເສຍຊີວິດຍ້ອນໂຣກ
ມະເຮັງ​ເຕົ້ານົມ ໃນສະຫະລັດໄດ້ຫລຸດລົງ 30 ເປີເຊັນ ນັບແຕ່ໄດ້​ເລີ້ມນໍາໃຊ້ການຖ່າຍ
ພາບລັງສີເຕົ້ານົມ ໃນຊຸມປີ 1970 ເປັນຕົ້ນມາ. ທັງນີ້ ກໍເພາະວ່າ ຖ້າຫາກໂຣກມະເຮັງ
ຖືກກວດພົບ​ແຕ່​ຫົວທີ ໂອກາດທີ່ພວກເຮົາຈະເອົາຊະນະມັນ ກໍແມ່ນຈະມີຫລາຍຂຶ້ນ.

ການຖ່າຍພາບລັງສີ​ເຕົ້ານົມ ຫລື Mammogram ເປັນເຄື່ອງມືກວດນົມທີ່ດີທີ່ສຸດເທົ່າ
ທີ່​ເຄີຍ​ມີ​ມາ ແຕ່ວ່າ ມັນກໍບໍ່ມີຄວາມຖືກຕ້ອງຊັດເຈນ​ໄດ້ເຖິງ 100 ເປີເຊັນ. ການຖ່າຍ
ພາບລັງສີ​ເຕົ້ານົມອາດສະແດງໃຫ້ເຫັນ ຄືວ່າ ນົມ​ເປັນປົກກະຕິດີ ເຖິງແມ່ນວ່າຈະມີ
ໂຣກມະເຮັງຢູ່ເຕົ້ານົມໃນເວລານັ້ນກໍຕາມ ແລະມັນກໍຈະສາມາດເບິ່ງຄືວ່າ ຜິດປົກກະຕິ​ໄດ້ເຊັ່ນກັນ ເຖິງແມ່ນວ່າ ມັນຈະບໍ່ມີໂຣກມະເຮັງຢູ່ໃນ​ເຕົ້ານົມດັ່ງກ່າວກໍຕາມເວລານັ້ນ.

ການຖ່າຍພາບລັງສີເຕົ້ານົມແບບມາດຕະຖານ ແມ່ນການຖ່າຍພາບລັງສີແບບ 2-ມິຕິ ແຕ່ວ່າສໍາລັບຜູ້ຍິງປະມານ 40 ເປີເຊັນ ຫາ 50 ເປີເຊັນ ທີ່ມີເນື້ອເຍື່ອນົມໜາ ທັງເນື້ອ
ງອກ ແລະເນື້ອເຍື່ອນົມ ອາດປາກົດ​ໃຫ້​ເຫັນ ເປັນກ້ອນຂາວໆ ຢູ່ໃນພາບຖ່າຍລັງສີ
ແບບ 2-ມິຕິນີ້. ການຖ່າຍພາບລັງສີ​ເຕົ້ານົມແບບ 3 ມິຕິ ຫລື 3-D ສະແດງໃຫ້ເຫັນ
ພາບນົມທີ່ລະອຽດກວ່າ. ພວກແມ່ຍິງ ທີ່ນົມມີເສັ້ນໄຍຫລາຍ ຫລືມີເນື້ອເຍື່ອໜານັ້ນ ອາດຈະສາມາດໄດ້ຮັບຜົນປະໂຫຍດຈາກການກວດແບບ 3 ມິຕິນີ້ຫລາຍ.

ດຣ. ​ໂອ​ທິສ໌ ບຣໍລີ (Otis Brawly), ຈາກ​ສະມາຄົມ​ໂຣກມະ​ເຮັງ​ຂອງ​ອາ​ເມຣິກາ
ກ່າວ​ເຖິງການຖ່າຍພາບລັງສີ​ເຕົ້ານົມແບບ 3 ມິຕິວ່າ "ມັນ​ອາດ​ຈະ​ກວດ​ພົບ​ພະຍາດ
​ທີ່​ພວກ​ເຮົາ​ຕ້ອງການ​ຊອກຫາ ທີ່ການຖ່າຍພາບລັງສີ​ເຕົ້ານົມແບບ 2 ມິຕິ ບໍ່ສາ
ມາດ​ກວດ​ພົບ​ໄດ້. ແຕ່ມັນ​ອາດ​ມີ​ຂໍ້​ເສຍ​ທີ່​ເປັນ​ໄປ​ໄດ້​ຢູ່ໃນ​ນັ້ນ ເຊັ່ນກັນ ​ຄືມັນມີ​ຄ່າ
ໃຊ້ຈ່າຍ​ແພງ​ກວ່າ, ​ໃຊ້​ລັງສີ​ຫລາຍ​ກວ່າ ຕໍ່ທຸກປະລິມານ​ລັງສີ ທີ່ເອົາໃຫ້ ໃນແຕ່ລະ
ຄັ້ງທີ່ຄົນຜູ້​ນຶ່ງ​ມີ​ການກວດ ພ້ອມ​ທັງ​ອາດ​ຈະ​ມີ​ຜົນ​ກວດ ທີ່ບອກວ່າ ​ເປັນ​ມະ​ເຮັງ​ຢ່າງ​
ຜິດພາດ ຫລາຍ​ກວ່າ."

ຖ້າບໍ່ຫ່ວງໃນເລື່ອງລາຄາ, ການ​ສຶກສາຄົ້ນຄວ້າ​ທີ່​ກ່ຽວຂ້ອງ​ກັບ​ໂຮງໝໍ 13 ​ແຫ່ງໃນ
ສະຫະລັດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການຖ່າຍພາບລັງສີ​ເຕົ້ານົມແບບ 3 ມິຕິ ໄດ້​ເຮັດ​ໃຫ້
​ກວດ​ພົບ​ໂຣກມະ​ເຮງທີ່​ແຜ່​ລາມ​ໄວ ​ເພີ້ມຂຶ້ນອີກ 40 ​ເປີ​ເຊັນ.

ເພື່ອໃຫ້ໄດ້ພາບທີ່ຊັດເຈນກວ່າ ແມ່ຍິງອາດສາມາດ ທີ່ຈະກວດເຕົ້ານົມທັງໝົດໄດ້ ໂດຍໃຊ້ວິທີອັລຕຣາຊາວນດ໌ (ultrasound) ແບບອັດຕະໂນມັດ.

ດຣ. ເມກາ ກາກ (Megha Garg) ຈາກມະຫາວິທະຍາໄລ ມີສຊູຣີ (Missouri)
ກ່າວວ່າ"ອັນນີ້ແມ່ນວິທີການກວດແບບໃໝ່. ມັນຊ່ວຍໃນການກວດພົບເຫັນມະເຮັງ
ເຕົ້ານົມໄດ້ດີເພີ້ມຂຶ້ນ ສໍາລັບຜູ້ຍິງທີ່ມີເນື້ອເຍື່ອນົມໜາ."


ການກວດນົມທັງໝົດໂດຍໃຊ້ວິທີອັລຕຣາຊາວນດ໌ (ultrasound) ແບບອັດຕະໂນມັດ ບໍ່ໄດ້ໃຊ້ລັງສີ ແລະຖ່າຍເອົາຮູບເຕົ້ານົມໄດ້ຫລາຍຮອດ 5,000 ຮູບ.

ດຣ. ເມກາ ກາກ (Megha Garg) ກ່າວເພີ້ມອີກວ່າ "ເຄື່ອງມືອັນນີ້ ບໍ່ແມ່ນຈະມາໃຊ້
ແທນການກວດແບບຖ່າຍພາບລັງສີ​ເຕົ້ານົມດັ້ງເດີມ. ການຖ່າຍພາບລັງສີ​ເຕົ້ານົມ ແມ່ນມາດຕະຖານທີ່ດີທີ່ສຸດ ໃນການກວດຫາໂຣກມະເຮງເຕົ້ານົມ. ວິທີນີ້ ຊ່ວຍ
ໃນການຖ່າຍພາບລັງສີ​ເຕົ້ານົມຂອງພວກຜູ້ຍິງທີ່ມີເນື້ອເຍື່ອນົມໜາ.”


ການສຶກສາຄົ້ນຄວ້າ ກໍາລັງດໍາເນີນໄປ ເພື່ອຊອກຫາວ່າ ວິທີໃດມີປະສິດທິຜົນດີທີ່ສຸດ. ໃນຂະນະທີ່ຢູ່ທະວີບອາເມຣິກາເໜືອ, ຢູໂຣບຕາເວັນຕົກ ແລະອັອສເຕຣເລຍ ມີອັດ
ຕາຄົນເປັນໂຣກມະເຮັງເຕົ້າມນົມສູງທີ່ສຸດ, ອົງການອະນາໄມໂລກ ຊໍ້າລາຍງານວ່າ
ເກືອບຮອດ 50 ເປີເຊັນຂອງຄົນທີ່ເປັນພະຍາດນີ້ ແລະ ເກືອບຮອດ 60 ເປີເຊັນຂອງ
ການຕາຍຍ້ອນພະຍາດນີ້ ແມ່ນເກີດຂຶ້ນຢູ່ປະເທດທີ່ກໍາລັງພັດທະນາ. ຖ້າຫາກວ່າ
ພວກເຮົາສາມາດປັບປຸງການກວດຫາ ແລະປິ່ນປົວພະຍາດນີ້ໄດ້ ພວກເຮົາກໍຈະສາ
ມາດຊ່ວຍຊີວິດຂອງຜູ້ຍິງໄວ້ໄດ້ຢ່າງໜ້ອຍ 400,000 ຄົນໃນແຕ່ລະປີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG