ເບິ່ງວີດີໂອ ລາຍງານພາສາອັງກິດຊ້າໆເພື່ອຮຽນໄປພ້ອມ:
ຟັງລາຍງານພາສາລາວ:
ມີຫລັກຖານຫລາຍຂຶ້ນ ທີ່ສໍ່ສະແດງໃຫ້ເຫັນວ່າ ການເຄື່ອນໄຫວໄປມາ ຫລືເຮັດວຽກຢ່າງ
ຫ້າວຫັນນັ້ນ ສາມາດຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການເປັນໂຣກສະໝອງເຊື່ອມຂອງຄົນ
ລົງໄດ້. ໂຣກສະໝອງເຊື່ອມ ຫລື dementia ແມ່ນຊື່ລວມຂອງຜົນກະທົບຂອງໂຣກ
ຄວາມຈໍາເຊື່ອມ ຫລື Alzheimer’s disease, ລົມສາລະບາດ ຫລື stroke ແລະ
ໂຣກສະໝອງຜິດປົກກະຕິອັນອື່ນໆ. ເຮົາອາດຖືວ່າ ຄົນຜູ້ນຶ່ງເປັນໂຣກສະໝອງເຊື່ອມໄດ້
ຖ້າເຂົາເຈົ້າຫາກຂາດຄວາມສາມາດທາງສະໝອງໃນສອງ ຫລືຫລາຍດ້ານກວ່ານັ້ນຂຶ້ນໄປ
ເຊັ່ນຄວາມສາມາດດ້ານການຈື່ຈໍາແລະດ້ານພາສາ. ຮ່ອງຮອຍອື່ນໆທີ່ບົ່ງບອກວ່າເປັນໂຣກ
ສະໝອງເຊື່ອມ ແມ່ນມີລວມທັງການຂາດຄວາມສາມາດທີ່ຈະຄິດໄດ້ຢ່າງຈະແຈ້ງ ຫລືບໍ່ສາ
ມາດທີ່ຈະຄວບຄຸມອາລົມໄດ້.
ອົງການອະນາໄມໂລກ ຫລື WHO ເວົ້າວ່າ ມີຄົນປະມານ 35 ລ້ານຄົນ ຢູ່ ໃນທົ່ວໂລກ ທີ່ກໍາລັງດໍາລົງຊີວິດຢູ່ກັບສະພາວະສະໝອງເຊື່ອມ.
ການສຶກສາຄົ້ນຄວ້າກ່ຽວກັບການອອກກໍາລັງກາຍ ແລະໂຣກສະໝອງເຊື່ອມ ສ່ວນໃຫຍ່
ແມ່ນອີງຕາມການລາຍງານຕົນເອງຂອງພວກເຂົ້າຮ່ວມການຄົ້ນຄວ້າ ຊຶ່ງກໍຄືການຂໍໃຫ້ພວກ
ປະກອບສ່ວນ ລາຍງານກ່ຽວກັບລະດັບການເຄື່ອນໄຫວ ຕ່າງໆທາງຮ່າງກາຍຂອງພວກ
ເຂົາເຈົ້າ.
ທ່ານນາງ ລໍຣາ ມິດເດິລເຕິນ (Laura Middleton)
ຊຶ່ງເປັນນັກຄົ້ນຄວ້າ ທີ່ສະຖາບັນຄົ້ນຄວ້າຊັນນີບຣຸກ
(Sunnybrook) ແລະມະຫາວິທະຍາໄລ ວໍເຕີລູ
(Waterloo) ໃນການາດາເວົ້າວ່າ ມີບັນຫາຫລາຍ
ຢ່າງນໍາການລາຍງານກ່ຽວກັບຕົວເອງນັ້ນ.
ທ່ານນາງ ລໍຣາ ມິດເດິລເຕິນ ເວົ້າວ່າ "ວິທີນີ້ ແມ່ນ
ປະຕິບັດໄດ້ດີຫລາຍ ຖ້າເປັນການລາຍງານກ່ຽວກັບ
ການແລ່ນອອກກໍາລັງກາຍ ຫລື ການຂີ່ລົດຖີບ ຫລື
ການຫລິ້ນເທັນນິສ ແຕ່ວ່າມັນຂ້ອນຂ້າງບໍ່ມີປະສິດທິ
ຜົນ ໃນການລາຍງານກ່ຽວກັບການເຄື່ອນໄຫວ ທີ່ບໍ່ໄດ້ໃຊ້ກໍາລັງກາຍຫລາຍ ເຊັ່ນ
ການຍ່າງ ຫລືການເຮັດ ວຽກປະຈໍາວັນໃນເຮືອນຊານນັ້ນ ຊຶ່ງກໍອາດເປັນສິ່ງທີ່ສໍາ
ຄັນເຊ່ນກັນ ສໍາລັບຄວາມສ່ຽງຕໍ່ການເຊື່ອມໂຊມລົງຂອງຄວາມສາມາດໃນການ
ເຂົ້າໃຈສິ່ງຕ່າງໆ."
ດັ່ງນັ້ນ ສາສະດາຈານ ມິດເດິລເຕິນ ຈຶ່ງໄດ້ນໍາພາທີມງານນຶ່ງ ທໍາການສຶກສາຄົ້ນຄວ້າບັ້ນ
ໃໝ່ ເພື່ອວັດແທກລະດັບການເຄື່ອນໄຫວຕ່າງໆ ໃນທາງວິທະຍາສາດ. ການສຶກສາຄົ້ນຄວ້າ
ດັ່ງກ່າວນີ້ ໄດ້ໃຊ້ເວລາ 5 ປີ ຊຶ່ງມີຄົນເຂົ້າຮ່ວມ ເກືອບຮອດ 200 ຄົນ. ອາຍຸສະເລ່ຍຂອງ
ພວກເຂົ້າຮ່ວມ ແມ່ນ 75 ປີ.
ພວກເຂົາເຈົ້າແມ່ນໄດ້ດື່ມນໍ້າທີ່ພວກນັກວິທະຍາສາດເອີ້ນວ່າ doubly labeled water
ຫລື ນໍ້າທີ່ຕິດປ້າຍສອງຊັ້ນ ຄືມັນບັນຈຸທາດໄຮໂດຣເຈນ ແລະອອ໊ກຊີເຈນ ໃນຮູບແບບທີ່
ສາມາດໝາຍ ອົງປະກອບຕ່າງໆເຫລົ່ານີ້ ຢູ່ພາຍໃນນໍ້າໃນຮ່າງກາຍຂອງຄົນໄດ້ ຊຶ່ງພາໃຫ້
ນັກວິທະຍາສາດສາມາດທີ່ຈະວັດແທກພະລັງງານ ທີ່ໃຊ້ໄປນັ້ນໄດ້ ໂດຍການກວດປັດສະວະ
ຫລືຢ່ຽວ.
ການຄົ້ນຄວ້າໄດ້ສະແດງໃຫ້ເຫັນ
ວ່າ ຍິ່ງມີການເຄື່ອນໄຫວໄປມາ
ຫລາຍເທົ່າໃດ ກໍຍິ່ງພາໃຫ້
ຄວາມສ່ຽງຕໍ່ການມີສະພາວະ
ຄວາມຈໍາເຊື່ອມ ແລະການສູນ
ເສຍຄວາມສາມາດໃນການເຂົ້າ
ໃຈຫລຸດລົງຫລາຍເທົ່ານັ້ນ.
ຜົນການສຶກສາຄົ້ນຄວ້ານີ້ໄດ້
ຖືກນໍາລົງພິມເຜີຍແຜ່ ໃນວາ
ລະສານການແພດປິ່ນປົວພາຍ
ໃນ ຫລື Archives of Internal Medicine.
ໃນການສຶກສາອັນທີສອງນັ້ນ
ພວກນັກຄົ້ນຄວ້າຊາວຝຣັ່ງ ໄດ້
ລາຍງານກ່ຽວກັບການອອກກໍາ
ລັງກາຍແລະໂຣກສະໝອງເຊື່ອມ
ໃນກຸ່ມຜູ້ຍິງ ທີ່ມີຄວາມສ່ຽງຕໍ່
ການເປັນໂຣກຫົວໃຈ ເຊ່ນ
ອ້ວນພີຈົນເກີນໄປ ຫລືເປັນໂຣກເບົາຫວານ.
ທ່ານນາງ ມາຣີ-ໂນແອລ ເວີກາມເບຣ (Marie-Noel Vercambre) ຈາກມູນນິທິສາທາ
ລະນະສຸກ ຫລື Foundation of Public Health ຢູ່ນະຄອນ ປາຣີ ເປັນຜູ້ນໍາພາ
ໃນການສຶກສາຄົ້ນຄວ້າບັ້ນນີ້. ຜົນການຄົ້ນຄວ້າແນະໃຫ້ຮູ້ວ່າ ແມ່ນແຕ່ການຍ່າງເປັນກ້າວ
ໄວໆ ມື້ລະເຄິ່ງຊົ່ວໂມງເທົ່ານັ້ນ ກໍສາມາດທີ່ຈະຊ່ວຍຫລຸດຄວາມສ່ຽງຕໍ່ການເຊື່ອມໂຊມລົງ
ຂອງຄວາມສາມາດໃນການເຂົ້າໃຈ ນັ້ນໄດ້.
ດຣ. ເອຣິກ ລາຣ໌ເຊິນ (Eric Larson) ຈາກສະຖາບັນຄົ້ນຄວ້າສຸຂະພາບກຸ່ມ ຫລື
Group Health Research Institute ທີ່ເມືອງຊີແອັຕເຕິລ ລັດວໍຊິງຕັນ ໄດ້
ຂຽນຄວາມເຫັນກ່ຽວ ກັບການສຶກສາຄົ້ນຄວ້າສອງບັ້ນນີ້ ແລະກ່າວວ່າ:
"ມັນບໍ່ເປັນທີ່ຈະແຈ້ງຕໍ່ຄົນເຮົາວ່າ ການອອກກໍາລັງກາຍນັ້ນ ຈະເຮັດໃຫ້ສະ
ໝອງຂອງເຮົາມີສຸຂະພາບດີຂຶ້ນ ແຕ່ວ່າການຄົ້ນພົບຄັ້ງຫລ້າສຸດເຫລົ່ານີ້
ເປັນການເພີ້ມຕື່ມ ໃສ່ກັບຫລັກຖານທີ່ສະແດງວ່າ ມັນ ກໍຄືການອອກກໍາ
ລັງກາຍນັ້ນ ເຮັດໃຫ້ສະໝອງຂອງຄົນເຮົາ ມີສຸຂະພາບດີຂຶ້ນໄດ້ແທ້.”