ການສຶກສາຄົ້ນຄວ້າ ໄດ້ໃຊ້ຂໍ້ມູນທີ່ເກັບກໍາມາຈາກການຄົ້ນຄວ້າໃຫຍ່ ສອງບັ້ນ ທີ່
ກໍາລັງດໍາເນີນໄປ ໃນບັນດາພະຍາບານ ແລະນັກວິຊາການ ດ້ານການແພດຄົນອື່ນໆ
ຊຶ່ງໄດ້ມີການຕິດຕາມເບິ່ງສຸຂະພາບຂອງພວກ ເຂົາເຈົ້າ ແລ້ວເອົາໄປພົວພັນກັບແບບ
ແຜນການດໍາລົງຊີວິດຂອງພວກ ເຂົາເຈົ້າ-ຊຶ່ງລວມທັງການກິນອາຫານນໍາ.
ທ່ານ ແຟຣງ ຮູ (Frank Hu) ທີ່ສະຖາບັນສາທາລະນະສຸກຂອງມະຫາ ວິທະຍາໄລ
ຮາເວີດ ຊຶ່ງເປັນຫົວໜ້າຄະນະຜູ້ຂຽນບົດຄົ້ນຄວ້ານີ້.
ທ່ານ ແຟຣງ ຮູ ກ່າວສະຫລູບວ່າ “ຊີ້ນສີແດງ ທັງຊະນິດທີ່ຖືກປຸງແຕ່ງສໍາເລັດ
ຮູບແລ້ວ ແລະບໍ່ທັນໄດ້ຖືກປຸງແຕ່ງ ລ້ວນແລ້ວແຕ່ກ່ຽວພັນກັບຄວາມສ່ຽງຕໍ່
ການເສຍຊີວິດ ທີ່ເພີ້ມຂຶ້ນຢ່າງຫລວງຫລາຍ ແລະກໍເປັນທີ່ ຈະແຈ້ງວ່າ ຄວາມ
ສ່ຽງທີ່ກ່ຽວພັນກັບຊີ້ນສີແດງ ທີ່ຖືກປຸງແຕ່ງສໍາເລັດຮູບແລ້ວນັ້ນ ແມ່ນສູງ
ກວ່າຄວາມສ່ຽງທີ່ກ່ຽວພັນກັບຊີ້ນສີແດງທີ່ບໍ່ທັນໄດ້ ຖືກປຸງແຕ່ງສໍາເລັດຮູບ
ນັ້ນຫລາຍ.”
ພວກນັກຄົ້ນຄວ້າໄດ້ສະຫລູບ
ວ່າ ການເຕີມຊີ້ນສີແດງທີ່ບໍ່
ໄດ້ຖືກປຸງແຕ່ງ ຈໍານວນ 85
ກຣາມ ໃສ່ຄາບນຶ່ງຕໍ່ມື້ ເຊັ່ນວ່າ
ສະເຕັກ ຫລືແຮມເບີເກີນັ້ນ
ແມ່ນຍົກລະດັບຄວາມສ່ຽງ
ຕໍ່ການເສຍຊີວິດກ່ອນເວລາ
ອັນຄວນ ຂຶ້ນເຖິງ 13%.
ແຕ່ຖ້າປ່ຽນໄປກິນຊີ້ນສີແດງ
ທີ່ປຸງແຕ່ງແລ້ວ ຍົກຕົວຢ່າງ
ເຊັ່ນ ກິນຊີ້ນໝູສາມຊັ້ນສໍາ
ເລັດຮູບ ຫລືບາຄອນ ພຽງ
ສອງຕ່ອນ ຫລື ໃສ້ກອກພຽງ 28 ກຣາມ ຕໍ່ມື້ເທົ່ານັ້ນ ຄວາມສ່ຽງກໍຈະເພີ້ມຂຶ້ນເປັນ 20%.
ໂດຍສະເພາະແລ້ວ ການກິນຊີ້ນສີແດງແມ່ນກ່ຽວເນື່ອງໃສ່ກັບຄວາມສ່ຽງຕໍ່ການເສຍຊີວິດ
ຍ້ອນພະຍາດຫົວໃຈ ແລະຍ້ອນໂຣກມະເຮັງ.
ການສຶກສາຄົ້ນຄວ້າ ຍັງໄດ້ພົບອີກວ່າ ການກິນອາຫານອັນອື່ນແທນຊີ້ນສີແດງ ເຊັ່ນກິນປາ,
ຊີ້ນໄກ່ ແລະເມັດພືດ ສາມາດຫລຸດຄວາມສ່ຽງຕໍ່ການເສຍຊີວິດກ່ອນເວລາອັນຄວນລົງ
ໄດ້ຫລາຍ.
ເຖິງແມ່ນວ່າການສຶກສາຄົ້ນຄວ້າ ໄດ້ຕິດຕາມຜູ້ເຂົ້າຮ່ວມ ເປັນເວລາຫລາຍກວ່າ ສອງທົດສະ
ວັດໃນບາງກໍລະນີກໍຕາມ ແຕ່ທ່ານ ແຟຣງ ຮູ ກໍເວົ້າວ່າ ຜົນກະທົບຂອງການປ່ຽນແປງຢູ່ໃນ
ແບບແຜນການ ກິນອາຫານ ມັກຈະເຫັນໄດ້ໄວກວ່ານັ້ນ. ທ່ານ ຮູ ອະທິບາຍວ່າ:
“ໃນສະຖານນະການສ່ວນໃຫຍ່ນັ້ນ ປະເດັນດ້ານການກິນອາຫານ ແມ່ນມີຜົນ
ກະທົບໃນທັນທີ ແລະກໍມີຜົນກະທົບໃນໄລຍະສັ້ນຕໍ່ປະເດັນສ່ຽງ ໃນການເປັນໂຣກ
ຫົວໃຈ ແລະໂຣກເບົາຫວານປະເພດ 2. ສະນັ້ນ ຂ້ອຍບໍ່ຄິດດອກວ່າ ທ່ານຕ້ອງ
ຖ້າຮອດ 20 ປີ ຈຶ່ງຈະໄດ້ເຫັນຜົນຈາກຄວາມສ່ຽງທີ່ເພີ້ມຂຶ້ນນັ້ນເກີດຂຶ້ນ.”
ທ່ານນາງ ເບັດຊີ ບູຣີນ (Betsy Booren) ຊຶ່ງເປັນຜູ້ອໍານວຍການດ້ານວຽກງານທາງວິ
ທະຍາສາດຂອງມູນນິທິສະຖາບັນຊີ້ນຂອງອາເມຣິກາ ທີ່ເປັນກຸ່ມອຸດສາຫະກໍານັ້ນ ໄດ້ຕິ
ຕຽນວິທີ ການສຶກສາຄົ້ນຄວ້ານີ້ ຊຶ່ງໄດ້ລວມເອົາ ການຂໍໃຫ້ພວກຜູ້ເຂົ້າຮ່ວມ ຄິດຄືນວ່າ ເຂົາເຈົ້າໄດ້ກິນຊີ້ນຫລາຍປານໃດ ໃນອາດີດ.
ທ່ານນາງ ບູຣີນ ຍັງໄດ້ຊີ້ແຈງອີກວ່າ ແບບແຜນໃນການກິນອາຫານ ແມ່ນເປັນພຽງປະ
ເດັນນຶ່ງເທົ່ານັ້ນ ໃນຫລາຍໆປະເດັນ ທີ່ມີຜົນກະທົບຕໍ່ພະຍາດ ແລະການເສຍຊີວິດ. ທ່ານ
ນາງ ບໍຣີນ ຊີ້ແຈງວ່າ:
“ສໍາລັບພະຍາດຊໍາເຮື້ອຫລາຍຊະນິດ ເຊັ່ນ ພະຍາດຫົວໃຈ, ໂຣກເບົາຫວານ, ໂຣກ
ມະເຮັງ ນັ້ນ ປະເດັນສໍາຄັນ ທີ່ພາໃຫ້ມີຄວາມສ່ຽງ ບໍ່ແມ່ນຜະລິດຕະພັນອາຫານ.
ແຕ່ມັນແມ່ນໂຣກອ້ວນພີຈົນເກີນໄປ, ມີນໍ້າໜັກຫລາຍເກີນຄວນ ແລະກໍາມະພັນ
ຕ່າງຫາກ.”
ການສຶກສາຄົ້ນຄວ້າຂອງທ່ານ ຮູ ໄດ້ລວມເອົາການດັດແກ້ທາງດ້ານສະຖິຕິ ສໍາລັບ
ໂຣກອ້ວນພີຈົນເກີນໄປ ແລະປະຫວັດຄວາມເປັນພະຍາດຂອງຄອບຄົວ ພ້ອມທັງການ
ສູບຢານໍາ ແຕ່ກໍໄດ້ພົບວ່າ ຊີ້ນສີແດງຍັງເປັນຕົວການປະກອບສ່ວນ ເຮັດໃຫ້ມີການເສຍ
ຊີວິດ ທີ່ໄວກວ່າອາຍຸອັນຄວນ ແລະເປັນພະຍາດຫລາຍຢ່າງ.
ທ່ານຮູ ກ່າວວ່າ ຜົນການສຶກສາຂອງທ່ານ ບໍ່ໄດ້ໝາຍຄວາມວ່າ ໝົດທຸກຄົນຄວນປ່ຽນໄປ
ກິນເຈ ຫລືກິນແຕ່ຜັກ ແຕ່ຫາກວ່າ ການປ່ຽນໄປຊອກກິນທາດໂປຣຕີນ ຈາກແຫລ່ງອື່ນໆ
ກໍອາດຈະເປັນການດີ. ທ່ານ ແຟຣງ ຮູ ໄດ້ກ່າວເພີ້ມອີກວ່າ:
“ພວກເຮົາໄດ້ພົບວ່າ ແຫລ່ງທາດໂປຣຕິນອັນອື່ນ ເຊັ່ນປາ, ຊີ້ນໄກ່, ແກ່ນໝາກ
ຖົ່ວຕ່າງໆ, ຜັກ, ແລະຜະລິດຕະພັນນົມ ທີ່ບໍ່ມີໄຂມັນ ກໍສາມາດມີຜົນປະໂຫຍດຢ່າງ
ຫລວງຫລາຍໄດ້ ຖ້າຫາກເຮົາກິນອາຫານພວກນີ້ ແທນການກິນຊີ້ນສີແດງ.”
ລາຍງານກ່ຽວກັບການຄົ້ນຄວ້າຂອງທ່ານ ຮູ ແມ່ນພິມເຜີຍແຜ່ທາງອິນເຕີແນັດ ໂດຍວາ
ລະສານກ່ຽວກັບພະຍາດພາຍໃນ ຫລື Annals of Internal Medicine.