ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຸ່ນບໍ່ມີຂົນ ທີ່ມີອາຍຸຍືນ ອາດຊ່ວຍໃຫ້ຂໍ້ຄິດ ໃນການຄົ້ນພົບ ວິທີປ້ອງກັນ ໂຣກມະເຮັງ ໄດ້


ໂຕຕຸ່ນບໍ່ມີຂົນ ທີ່ນໍາໄປໄວ້ຢູ່ໃນຫ້ອງທົດລອງ ຂອງມະຫາວິທະຍາໄລ ອີລລີນອຍ ທີ່ເມືອງຊີຄາໂກ (ຮູບຖ່າຍໂດຍ Thomas Park/UIC)
ໂຕຕຸ່ນບໍ່ມີຂົນ ທີ່ນໍາໄປໄວ້ຢູ່ໃນຫ້ອງທົດລອງ ຂອງມະຫາວິທະຍາໄລ ອີລລີນອຍ ທີ່ເມືອງຊີຄາໂກ (ຮູບຖ່າຍໂດຍ Thomas Park/UIC)

ໂຕຕຸ່ນບໍ່ມີຂົນ ເປັນສັດທີ່ມີລັກສະນະພິເສດ ແລະຄົນສ່ວນຫລາຍເຫັນວ່າ ມັນເປັນ
ສິ່ງທີ່ມີຊີວິດທີ່ຂີ້ຮ້າຍຊະນິດນຶ່ງ. ສັດປະເພດໜູເຫລົ່ານີ້ ແມ່ນດໍາລົງຊີວິດສ່ວນໃຫຍ່
ຢູ່ພື້ນດິນ ແລະມີຕາທີ່ເກືອບວ່າບໍ່ເຫັນຮຸ່ງຫຍັງໝົດ. ແຕ່ວ່າ ສິ່ງທີ່ດຶງດູດຄວາມສົນ
ໃຈຂອງພວກນັກວິທະຍາສາດແທ້ໆ ນັ້ນ ກໍຄືພວກມັນຢູ່ຢ່າງປາດສະຈາກການເປັນ
ໂຣກມະເຮັງ. Kevin Enochs ນັກ​ຂ່າວ VOA ມີ​ລາຍ​ງານກ່ຽວກັບ​ເລື່ອງ​ນີ້​ ຊຶ່ງ​ບົວ​
ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ບ່ອນວາງສະແດງທີ່ນະຄອນລອນດອນແຫ່ງນີ້....ແມ່ນຄວາມພະຍາຍາມຂອງທ່ານ
Chris Faulkes (ຄຣິສ ຟ໊ອກຊ) ນັກຊີວະວິທະຍາດ້ານວິວັດທະນາການໃນການ
ເຮັດໃຫ້ສັດປະເພດໜູເຫລົ່ານີ້ ໄດ້ຮັບຄວາມສົນໃຈ.

ຕຸ່ນບໍ່ມີຂົນ ບໍ່ມີຫຍັງທີ່ເປັນຕາຢາກເບິ່ງຫລາຍປານໃດ ແຕ່ວ່າພວກມັນ ມີລັກສະ
ນະພິເສດໃນໂລກວິທະຍາສາດ ເພາະວ່າມັນມີຊີວິດຍືນນານ ແບບພິເສດ ເມື່ອ
ເວົ້າເຖິງສັດປະເພດໜູ ທີ່ມີອາຍຸຍືນຮອດສາມສິບກວ່າປີ.

ແຕ່ວ່າສິ່ງທີ່ກ່ຽວຂ້ອງ ແລະມີຄວາມສໍາຄັນຫລາຍກວ່າ ຂອງສັດພວກນີ້ກໍຄື ພວກ
ມັນທົນທານຕໍ່ໂຣກມະເຮັງໄດ້ທຸກປະເພດເລີຍ.

ທ່ານ Chris Faulkes (ຄຣິສ ຟ໊ອກຊ) ຈາກມະຫາວິທະຍາໄລລອນດອນຢູ່ເມືອງ
Queen Mary (ຄວີນແມຣີ) ໃຫ້ຄໍາເຫັນວ່າ “ການປັບຕົວຂອງພວກມັນ ແມ່ນມີ
ຜົນຢ່າງຫລວງຫລາຍ ໃນການເຮັດໃຫ້ພວກມັນ ມີຄວາມຕ້ານທານ ຕໍ່ໂຣກມະເຮັງ
ໄດ້. ເສັ້ນເລືອດ ແລະຫົວໃຈຂອງພວກມັນ ແມ່ນມີຄວາມແຂງແຮງຕະຫລອດຈົນ
ຮອດເຖົ້າ ຮອດແກ່. ແລະ ສະນັ້ນຫລະ ມັນຈຶ່ງມີຄຸນລັກສະນະທັງໝົດ ທັງປວງ
ຫລາຍໆ ຢ່າງ ທີ່ຕາມປົກກະຕິແລ້ວ ທ່ານຈະສັງເກດເຫັນຢູ່ໃນ ເຊັ່ນວ່າ ພວກຄົນ
ເຖົ້າແກ່ ທີ່ທ່ານຈະເຫັນວ່າ ມັນບໍ່ມີເລີຍ ຢູ່ໃນພວກໂຕຕຸ່ນບໍ່ມີຂົນ.”

ນອກຈາກນັ້ນແລ້ວ ພວກນັກຄົ້ນຄວ້າ ຍັງຄົ້ນພົບສິ່ງໃດ ສິ່ງນຶ່ງ ທີ່ເຂົາເຈົ້າເອີ້ນວ່າ
ນໍ້າຕານດີພິເສດ ທີ່ມີຊື່ວ່າ ກົດໄຮຢາບູໂຣນິກ (Hyaluronic) ທີ່ມີມວນສານຂອງ
ໂມລະກູນສູງ ທີ່ໜູພວກນີ້ ມີຢ່າງຫລວງຫລາຍນັ້ນ ນໍາອີກ. ນໍ້າຕານດັ່ງກ່າວຮັກສາ
ບໍ່ໃຫ້ແຊລຕ່າງໆ ຕິດເຂົ້າກັນ ແລ້ວກໍ່ຕົວເປັນເນື້ອງອກ.

ທ່ານ Chris Faulkes (ຄຣິສ ຟ໊ອກຊ) ເວົ້າອີກວ່າ “ກົນໄກບາງຢ່າງ ທີ່ພວກເຮົາ
ສາມາດຄົ້ນພົບ ໂດຍການໃຊ້ການເພາະເຊື້ອຈຸລິນຊີ ກໍຄືການກວດກາເບິ່ງຊີວະ
ເຄມີ ແລະຂະບວນການທໍາງານຂອງອະໄວຍະວະ ໃນຮ່າງກາຍຂອງພວກມັນ.
ຕົວຢ່າງເຊັ່ນ ພວກເຮົາສາມາດພົບກົນໄກໃໝ່ ທີ່ສາມາດຊ່ວຍ ບໍ່ໃຫ້ມີການກໍ່ຕົວ
ຂອງເນື້ອງອກ ເປັນຕົ້ນ.”

ພວກນັກວິທະຍາສາດ ກໍາລັງພາກັນຊອກຫາວິທີທາງເຮັດໃຫ້ຄວາມສາມາດໃນ
ການຜະລິດນໍ້າຕານດີພິເສດຂອງຮ່າງກາຍຄົນເພີ້ມຂຶ້ນ ເພື່ອໃຫ້ເປັນວິທີປ້ອງກັນ
ບໍ່ໃຫ້ເປັນໂຣກມະເຮັງວິທີນຶ່ງ ແລະອາດຈະສາມາດເຮັດໃຫ້ອາຍຸຂອງຄົນຍືນ
ອອກໄປໄດ້ຕື່ມອີກ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມ

XS
SM
MD
LG