ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜ່ນ mChip ສາມາດໃຊ້ກວດເລືອດ ຫາເຊື້ອເອັຈໄອວີໄດ້ ພາຍໃນ 20 ນາທີ (ເບິ່ງວີດິໂອພາສາລາວ-ອັງກິດ)


ພາບສະແດງໃຫ້ເຫັນເຖິງການເດີນຂອງເລືອດຜ່ານຊ່ອງ microchannels ຢູ່ໃນແຜນປລາສຕິກ mChip
ພາບສະແດງໃຫ້ເຫັນເຖິງການເດີນຂອງເລືອດຜ່ານຊ່ອງ microchannels ຢູ່ໃນແຜນປລາສຕິກ mChip

ພວກນັກຄົ້ນຄວ້າ​ດ້ານ​ການ​ແພດໄດ້ພັດທະນາອຸປະກອນ​ ທີ່​ເປັນ​ແຜ່ນພລາສຕິກນ້ອຍໆ ຂະໜາດ​ບັດ​ສິນ​ເຊື່ອ ທີ່ສາມາດຖືຕິດຕົວໄປນໍາໄດ້ ​​ເພື່ອໃຊ້ກວດເລືອດ​ໃນ​ກໍລະນີ​ທີ່​ຢາກ ​ຮູ້ໄວໆ​ວ່າ ເລືອດ​ມີ​ເຊື້ອ​ໂຣກ​ໃດ​ນຶ່ງ​ຕິດ​ຢູ່ຫລື​ບໍ່ ​ໂດຍ​ໃຊ້​ microchip ​ຢູ່​ທາງ​ໃນ​​ເຄື່ອງ​ກວດ​ດັ່ງກ່າວ. ​ໃນ​ການ​ທົດ​ລອງ​ຢູ່​ກັບ​ບ່ອນ​ເມື່ອ​ໄວໆ​ມາ​ນີ້ ທີ່​ປະເທດຣວັນດາ ​ອຸບປະກອນ​ທີ່​ວ່າ​ນີ້ ສາມາດ​ບອກ​ໃຫ້​ຮູ້​ໄດ້ຢ່າງ​ຄັກ​ແນ່​ໃນ​ເວລາ​ພຽງ 20 ນາທີວ່າ ຄົນຜູ້ນຶ່ງຕິດເຊື້ອເອັຈໄອ ວີ ຫລື​ເຊື້ອກາມມະໂຣກ ຫລືບໍ່? ນັກ​ຂ່າວ​ດ້ານ​ການ​ແພດ​ຂອງ​ວີ​ໂອ​ເອ Vidushi Sinha ລາຍ​ງານ​ວ່າ ​ເຄື່ອງມື​ອັນ​ໃໝ່​ນີ້ ທີ່​ເອີ້ນ​ວ່າ “lab on a chip” ຫລື “ຫ້ອງ​ກວດ​ເລືອກບົນ ​microchip” ນັ້ນ ​ແມ່ນ​ເປັນວິທີການ ທີ່ມີລາຄາຖືກງ່າຍ ແລະກໍ​ໄວກວ່າເກົ່າ ສໍາລັບກວດ ພະຍາດຢູ່​ໃນ​ເຂດສອກຫລີກ​ຫ່າງ​​ໄກ ໃນ​ທົ່ວ​ໂລກພວມພັດທະນາ ​ແລະ​ກໍ​ບໍ່​ແມ່ນ​ສໍາລັບ​ແຕ່ ​ກວດ​ຫາ​ເຊື້ອເອັຈໄອວີ ຫລື​ເຊື້ອກາມມະໂຣກ​ເທົ່າ​ນັ້ນ ​ແຕ່​ສໍາລັບ​ກວດ​ຫາພະ​ຍາດອື່ນໆ ​ທີ່​ມາ​ຈາ​ກການ​ຕິດ​ເຊື້ອ​ໂຣກນັ້ນ​ນໍາ. ວັນນະ​ສອນ​ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ແມ່​ແລະ​ລູກ​ສອງ​ຄົນ​ນີ້ ຢູ່​ໃນ​ເຂດ​ຊົນນະບົດ​ຂອງ​ປະ​ເທດ​ມາລາ​ວີ ​ໄດ້​ເດີນທາງ​ເປັນ​ເວລາ
ຫລາຍ​ຊົ່ວ​ໂມງ ​ເພື່ອ​ໄປ​ກວດ​ເບິ່ງ​ວ່າ​ລາວ​ກັບ​ລູກ ໄດ້​ຕິດ​ເຊື້ອ​ໄວຣັສ​ເອັຈ​ໄອ​ວີ ທີ່​ພາ​ໃຫ້​ເປັນ
ໂຣກ​ເອດ​ສ໌ນັ້ນ​ຫລື​ບໍ່?

ພວກ​ນັກວິທະຍາສາດ​ກ່າວ​ວ່າ ຢູ່​ໃນ​ຫລາຍໆ​ປະ​ເທດໃນ​ເຂດ​ອາ​ຟຣິ​ກາ​ແລະ​ເອ​ເຊຍ ການ
ກວດ​ແລະ​ວິນິດ​ໃສ​ການ​ຕິດ​ເຊື້ອ​ໂຣກຕ່າງໆ ​ເຊ່ນ​ເຊື້ອ​ເອັຈ​ໄອ​ວີ ຊີ​ຟິລລີ​ສ ຫລື​ກາມມະ​ໂຣກ
ຫລື​ແມ່ນແຕ່​ເຊື້ອ​ໄວຣັສຕັບ​ອັກ​ເສບນັ້ນ ​ແມ່ນ​ຍາກ​ກ່ວາ​ການ​ໄດ້​ຮັບ​ການ​ປິ່ນປົວ​ເສຍ​ອີກ.

ເພື່ອ​ອໍານວຍ​ໃຫ້​ປະຊາຊົນ​ໄດ້​ຮັບ​ການກວດ​ທາງ​ການ​ແພດ​ນັ້ນ ​ເມື່ອໄວໆ​ມາ​ນີ້ ລັດຖະບານ
ອິນ​ເດຍ​ໄດ້​ຈັດ​ສົ່ງລົດ​ທີ່​ເປັນ​ຫ້ອງ​ກວດ​ເລືອດ​ເຄື່ອນ​ທີ່ຈໍານວນ​ນຶ່ງ ​ໄປ​ຍັງ​ຫລາຍໆ​ເຂດ​ສອກ
ຫລີກ​ຫ່າງ​ໄກ​ຂອງ​ປະ​ເທດ ​ເພື່ອ​ໃຫ້ປະຊາຊົນໄດ້​ກວດເບິ່ງ​ວ່າ​ເຂົາ​ເຈົ້າໄດ້​ຕິດ​ເຊື້ອໂຣກ​ເອດ​ສ໌ ຫລື​ເຊື້​ອ​ໂຣກອື່ນໆ​ຫລື​ບໍ່.

“ຫ້ອງ​ກວດ​ເລືອດ​ເຄື່ອນ​ທີ່​ເຫລົ່າ​ນີ້ ​ແມ່ນ​ເພື່ອ​ໃຫ້​ໄປ​ຮອດ​ໄປ​ເຖິງ​ພວກ​ເຂດ​ສອກຫລີກ​
ຫ່າງ​ໄກ ບ່ອນທີ່ຜູ້​ຄົນ​ບໍ່​ສາມາດ​ໄປ​ກວດ​ແບບ​ນີ້​ໄດ້​ຢູ່​ໃນ​ເມືອງ ຊຶ່ງ​ພວກ​ທີ່​ສົງ​ໃສ​ແລະ
ຢ້ານ​ວ່າ​ຕົນ​ເອງ​ຕິດ​ເຊື້ອ​ໂຣກ​ເອດ​ສ໌ ຫລື​ເອັຈ​ໄອ​ວີ​ນັ້ນ ກໍ​ຈະ​ພາກັນ​ມາກ​ວດ.”

ທ່ານ ແອ​ສ ພີ ບັນ​ດີ​ໂຍພະ​ເຮ ​ໄດ້​ມີ​ສ່ວນ​ພົວພັນ​ນໍາ​ການວາງ​ແຜນ​ປຸກລະດົມ​ການກວດ​ ເລືອດ​ແບບ​ນີ້. ທ່ານ​ແລະ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກຄົນ​ອື່ນໆກ່າວ​ວ່າ ສູນ​ກວດ​ເລືອດ​ເຄື່ອນ​ທີ່​ແບບ​ນີ້ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ວິນິດ​ໃສ​ໂຣກ​ໄດ້​ດີ​ຂຶ້ນ​ເທົ່າ​ນັ້ນ ​ແຕ່​ຍັງ​ຊ່ວຍເຮັດໃຫ້ສາມາດ​ແນ​ການ​ຮັກສາ​ໃສ່ເປົ້າ​ໝາຍ​ທີ່​ຖືກຕ້ອງ ຢູ່​ໃນ​ປະຊາ​ຄົມ​ທີ່​ຫ່າງ​ໄກ​ແລະ​ທຸກ​ຍາກ​ນັ້ນ​ນໍາ​ອີກ.

ຄລິກບ່ອນນີ້ ເພື່ອເບິ່ງສີດິໂອພາສາລາວ

ການກວດ​ເລືອດ​ແບບ​ນີ້​ໃຫ້​ແກ່​ພວກ​ປະຊາກອນ​ທີ່​ບໍ່ມີ​ໂອກາດ​ໄດ້​ຮັບ​ການ​ບໍລິການນັ້ນ ​ແມ່ນ​ສາມາດ​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ​ໄດ້ ​ໂດຍ​ການ​ໃຊ້​ແຜ່ນ​ກວດເລືອດ​ເຄື່ອນ​ທີ່ microfluidic chip ອັນ​ນ້ອຍໆ ທີ່​ເອີ້ນ​ວ່າ mChip (ແອັມChip) ຊຶ່ງ​ເປັນຜະລິດຕະພັນທີ່ປະດິດ​ຄິດ​ຄົ້ນ​ຂຶ້ນ​ມາໂດຍດອກ​ເຕີ້ ຊາ​ມິ​ວ​ແອ​ລ ​ເຊຍ (Samuel Sia) ​ແຫ່ງມະຫາວິທະຍາໄລໂຄລໍາເບຍ ທີ່ນະ ຄອນນີວຢອກ. ດຣ. ​ເຊຍ​ ກ່າວ​ວ່າ ​ເຄື່ອງມື​ອັນ​ນີ້​ຂອງ​ທ່ານ​ແມ່ນສາມາດວິນິດ​ໃສ ຄື​ບອກ ​ວ່າ ມີການ​ຕິດ​ເຊື້ອ​ເອັຈ​ໄອ​ວີ ຫລື​ຊີ​ຟິລລີ​ສ ໄດ້​ພາຍ​ໃນ 20 ນາທີ ​ໂດຍ​ການກວດ​ເລືອດ​ຢົດ​ນ້ອຍໆ​ຢົດ​ດຽວ.


“ວິທີ​ທີ່ chip ອັນ​ນີ້​ເຮັດ​ວຽກ​ນັ້ນ ກໍ​ຄື​ວ່າ ພວກເຮົາ​ໄດ້​ຕັດ​ຂັ້ນຕອນ​ວິທີການກວດທີ່
ສະ​ລັບ​ຊັບຊ້ອນ​ໃນ​ຫ້ອງ​ກວດ​ເລືອດ​ນັ້ນ ລົງ​ມາເປັນສິ່ງນຶ່ງທີ່ສາມາດຖືໃນມືໄດ້, ​ເວົ້າ​
ແທ້ໆ​ແລ້ວ ກໍ​ແມ່ນມີຂະໜາດ ເທົ່າບັດເຄຣດິດ ຫລື​ບັດ​ສິນ​ເຊື່ອ​ນັ້ນ.”

ດຣ. ​ເຊຍ​ ກ່າວ​ວ່າ ອຸບປະກອນ​ຂອງ​ທ່ານ​ແມ່ນ​ພິ​ເສດ ​ເພາະວ່າ​ມັນ​ສາມາດກວດ​ເຊື້ອ
ພະຍາດ​ໄດ້​ຫລາຍ​ຢ່າງ​ພ້ອມ​ກັນ ​ເຊ່ນ​ກວດ​ເບິ່ງ​ເຊື້ອ​ເອັຈ​ໄອ​ວີ ​ແລະ​ເຊື້ອ​ຊີ​ຟິລລີ​ສຫລື
ກາມມະ​ໂຣກນັ້ນພ້ອມ​ກັນໄດ້ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“​ແຕ່ລະ​ແຖວ​ຢູ່​ເທິງ​ແຜ່ນ​ພລາສຕິກ​ນີ້ ​ແມ່ນ​ມີ​ຮູ​ສີ່ຫລ່ຽມ​ນ້ອຍໆ ທີ່​ສາມາດກວດ
ພະຍາດ​ທີ່​ແຕກ​ຕ່າງ​ກັນ​ໄດ້. ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງພວມພະຍາຍາມ​ເພີ້​ມປະສິດ
ທິພາບຂອງ​ມັນ ເພື່ອໃຫ້​ສາມາດ​ກວດ​ພະຍາດ​ຕ່າງ​ໆ​ໄດ້​ຫລາຍ​ຢ່າງ​ພ້ອມ​ກັນ​ບາດ​
ດຽວ ​ແລະພວກ​ເຮົາ​ກໍ​ຄົງ​ຈະ​ກວດ​ໄດ້​ຫລາຍ​ເຖິງ 5 ຫາ 10 ພະຍາດ​ ໃນ​ແຜ່ນ​ບັດ
ອັນນີ້​ພຽງ​ແຜ່ນ​ດຽວ ​ໂດຍ​ບໍ່​ມີ​ບັນຫາ​ຫຍຸ້ງຍາກ​ຫລາຍ​ເກີນ​ໄປ.”

ດຣ. ​ເຊຍ​ ກ່າວ​ວ່າ ແຜ່ນພລາສຕິກ​ກວດ​ເລືອດ(mChip) ທີ່ໃຊ້ໄດ້ເທື່ອດຽວນີ້ ມີ​ຄຸນ
ນະ​ປະ​ໂຫຍ​ດກ່ວາຫ້ອງ​ກວດ​ເລືອດ​ທໍ​າມະ​ດາ​ນັ້ນ​ໃນ​ຫລາຍ​ດ້ານ​ນໍາອີກ ຄືມັນມີລາຄາ
ພຽງ 1 ໂດລາ ​ແລະ​ຍ້ອນ​ວ່າ​ໃຊ້​ໄດ້​ເທື່ອ​ດຽວ ມັນ​ຈຶ່ງ​ຊ່ວຍ​ປ້ອງ​ກັນ​ການ​ແຜ່ຜາຍ​ເຊື້ອ
ໂຣກໄປໃຫ້​ຄົນ​ອື່ນ​ແລະ​ມັນ​ກໍ​ເຊື່ອ​ໃຈ​ໄດ້. ຕອນ​ທີ່​ແຜ່ນ mChip ຖືກນໍາ​ເອົາ​ໄປທົດລອງ
ໃຊ້ ໃນປະເທດຣວັນດານັ້ນ ມັນ​ໃຫ້​ຜົນ​ການກວດ​ເຊື້ອ​ເອັຈ​ໄອ​ວີ​ຢ່າງ​ຖືກຕ້ອງ​ເຖິງ 100%
ແລະ 94% ຖືກຕ້ອງ ​ໃນ​ການກວດ​ເຊື້ອ​ກາ​ມມະ​ໂຣກ ຫລື​ຊີ​ຟິລລິ​ສ.

ດຣ. ເຊຍ ​ເຊື່​ອວ່າ ອຸບປະກອນກວດ​ເລືອດ​ໄດ້​ໄວ​ແລະ​ເຊື່ອ​ໃຈ​ໄດ້​ທີ່​ວ່າ​ນີ້ ຈະ​ມີ​ຄວາມ​ສໍາຄັນ
ຫລາຍ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກທັງຫລາຍ ບ່ອນ​ທີ່​ການ​ຕິດ​ເຊື້ອ​ໂຣກທີ່​ບໍ່​ໄດ້​ຮັບ​ການ​ວິ
ນິດ​ໃສ​ແລະ​ກໍ​ເລີຍບໍ່​ໄດ້​ຮັບ​ການ​ປິ່ນນັ້ນ ​ໄດ້ເຮັດໃຫ້​ອັດຕາ​ການ​ຕາຍ​ຂອງ​ແມ່​ແລະເດັກຢູ່​ໃນ
ລະດັບສູງ ​ແລະ​ທ່ານ​ກ່າວ​ວ່າ ນອກ​ນີ້​ແລ້ວ ​ແຜ່ນ​ພລາສຕິກ mChip ກໍ​ຈະສາມາດຊ່ວຍ​
ລົດຜ່ອນ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ຮັກສາ​ສຸຂະ​ພາບ ຢູ່​ໃນ​ທົ່ວ​ໂລກ​ພວມ​ພັດທະນາ​ນັ້ນ ລົງ​ໄດ້.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG