ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາກາດທີ່ຮ້ອນເອົ້າຂຶ້ນ ແລະຝົນຕົກໜັກຫລາຍຂຶ້ນ ພາໃຫ້ມີການຕາຍ ຍ້ອນໂຣກທ້ອງຂີ້​ຮາກ ຫລາຍຂຶ້ນ


ຜູ້ປ່ວຍທີ່ເປັນໂຣກທອງຊຸຄົນນງ ໃນນະຄອນຫລວງ Port-au-Prince ຂອງປະເທດເກາະ Haiti ທໄດປະສົບກັບການລະບາດຂອງໂຣກນ.
ຜູ້ປ່ວຍທີ່ເປັນໂຣກທອງຊຸຄົນນງ ໃນນະຄອນຫລວງ Port-au-Prince ຂອງປະເທດເກາະ Haiti ທໄດປະສົບກັບການລະບາດຂອງໂຣກນ.

ພວກນັກວິທະຍາສາດທີ່ສຶກສາຄົ້ນຄວ້າເບິ່ງຮູບການຂອງອຸນຫະພູມອາກາດແລະຝົນຕົກໃນຂົງເຂດ ຕ່າງໆທີ່ມີການລະບາດຂອງໂຣກທ້ອງຊຸ ທ້ອງຂີ້ຮາກ ຫລືອະຫິວາ ໃນ​​ເວລາ​ຕໍ່​ມານັ້ນ ກ່າວວ່າ ການເພີ່ມຂຶ້ນເລັກນ້ອຍໃນຄວາມຮ້ອນເອົ້າແລະຄວາມປຽກຊຸ່ມ ມັກ​ຈະ​ຕິດຕາມມາ ໂດຍການຖີບ​ຂຶ້ນ​ຂອງ​ກໍລະນີ​ຄົນເປັນໂຣກທ້ອງຊຸ ໃນໄລຍະພຽງບໍ່ເທົ່າໃດເດືອນຕໍ່ມາ. ຜູ້ສື່ ຂ່າວດ້ານສຸຂະພາບຂອງ​ວີ​ໂອ​ເອ Art Chimes ກ່າວ​ວ່າ ຂໍ້ມູນທີ່ວ່ານີ້ອາດສະໜອງເຄື່ອງ ມືໃໝ່ ໃຫ້ແກ່ພວກເຈົ້າໜ້າທີ່ສາທາລະນະສຸກ ໃນການຊ່ວຍປາບປາມພະຍາດ ທີ່ເປັນອັນຕະ ລາຍຮ້າຍ​ແຮງ​ດັ່ງກ່າວນີ້. ວັນນະ​ສອນ​ມີ​ລາຍ​ລະອຽດ ມາສະເໜີທ່ານ.

ອີງຕາມອົງການອະນາໄມໂລກ ກໍແມ່ນວ່າ ມີປະຊາຊົນຫລາຍ ກວ່າ 100,000 ຄົນເສຍ
ຊີວິດຈາກໂຣກທ້ອງຂີ້​ຮາກຫລື​ອະຫິວາ ໃນທຸກໆປີເຖິງແມ່ນຈະມີຢາວັກຊີນທີ່ສາມາດ
ປ້ອງກັນການຕິດເຊື້ອພະຍາດ​ນີ້ແລະການປິ່ນປົວແບບງ່າຍໆທີ່ໄດ້ຜົນ​ເປັນສ່ວນ​ໃຫຍ່​ກໍ​ຕາມ.


ການປະກາດ​ໃຫ້​ຊາບລ່ວງໜ້າກ່ຽວ​ກັບການລະບາດທີ່​ອາດ​ຈະ​ເກີດ​ຂຶ້ນ​ນັ້ນ ອາດ​ຈະຊ່ວຍ
ໃນການປາບປາມພະຍາດທ້ອງຊຸນີ້ໄດ້.


ບັດນີ້ ທີມນາໆຊາດທີມທີ່ປະຕິບັດງານຢູ່ໃນປະເທດຕັນຊາເນຍ ​ໄດ້ພົບເຫັນວ່າອຸນຫະພູມ
ທີ່ຖີບຕົວສູງຂຶ້ນແລະຝົນຕົກເພີ່ມຂຶ້ນນັ້ນ ສາມາດເປັນຮ່ອງຮອຍ​ໄດ້​ວ່າຈະເກີດມີກໍລະນີ
​ຄົນເປັນໂຣກທ້ອງຊຸ​ເພິ່ມຂຶ້ນ ​ຕິດຕາມ​ມາ.


ທ່ານ Peter Hotez ປະທານສະມາຄົມອາເມຣິກັນວ່າດ້ວຍຢາແລະອະນາໄມເຂດຮ້ອນ ທີ່ໄດ້ລົງພິມຜົນການຄົ້ນຄວ້າໃນວາລະສານຂອງຕົນ ອະທິບາຍ​ວ່າ:

ສິ່ງທີ່ພວກຂຽນລາຍງານ ຈາກສະຖາບັນຢາວັກຊີນລະຫວ່າງຊາດໃນເກົາຫລີໃຕ້ ​
ແລະ​ຈາກມະຫາວິທະຍາໄລລັດ​ແຄ​ໂຣລາຍ​ນາເໜືອ (North Carolina) ແລະ
ກະຊວງສາທາລະນະສຸກ ທີ່ເມືອງ Zanzibar ໃນປະເທດຕັນຊາເນຍ ພົບເຫັນ
ນັ້ນ ກໍແມ່ນວ່າ ການເພີ່ມຂຶ້ນຂອງອຸນຫະພູມ​ແຕ່ພຽງນຶ່ງອົງສາ​ເເຊລຊຽສ​ເທົ່ານັ້ນ
ກໍສາມາດສົ່ງຜົນໃຫ້ເກີດມີຄົນເປັນໂຣກທ້ອງຊຸ ເພີ່ມຂຶ້ນ​ຮອດສອງເທົ່າຕົວໄດ້.”


ທ່ານ Hotez ຊີ້​ແຈງ​ຕື່ມວ່າ ການຄົ້ນຄວ້າທີ່ຜ່ານມາໄດ້ລົງ​ຄວາມ​ເຫັນວ່າ ເຊື້ອແບັກທີ
ເຣຍ Vibrio Cholerae ທີ່​ພາ​ໃຫ້​ເປັນ​ໂຣກອະຫິ​ວາ​ນັ້ນ ​ແມ່ນສາມາດງອກຕົວຢູ່ໃນ
ເຄຶ່ອງໃນຂອງສັດນໍ້ານ້ອຍໆ ທີ່ເອີ້ນວ່າ copepod.

“ດັ່ງນັ້ນ ​ເຫດຜົນ​ໃນການສຶກສາເບິ່ງການປ່ຽນແປງຂອງອຸນຫະພູມກໍເນື່ອງຈາກ
ວ່າ ພວກເຮົາຮູ້ວ່າການເພີ່ມ
ຂຶ້ນຂອງອຸນຫະພູມ ສາມາດຍັງຜົນໃຫ້​ພວກໂຕ
copepods ແຜ່ຂະຫຍາຍອອກ​ໄປ​ຢ່າງ​ຫລວງຫລາຍ ດັ່ງນັ້ນຈຶ່ງກໍ່ໃຫ້ເກີດບ່ອນ​ເພາະເຊື້ອໃໝ່ຂຶ້ນມາສໍາລັບເຊື້ອ​ແບັກ​ທີ​ເຣຍ Vibrio cholerae.”


ປົກກະຕິແລ້ວ ໂຣກທ້ອງຊຸຈະ​ແຜ່​ລາມອອກໄປ ຜ່ານນໍ້າທີ່ເປີ​ະເປື້ອນແລະ​ເມື່ອ​ມີການ
ຂະຫຍາຍ​ໂຕ​ຂອງເຊື້ອແບັກທີເຣຍ ເວລາອຸນຫະພູມຮ້ອນ​ຂຶ້ນແລະຝົນຕົກເພີ່ມຂຶ້ນ​ແລ້ວ
ການຕິດ​ເຊື້ອ​ໂຣກນີ້​ກໍ​ຍ່ອມ​ຈະ​ເພີ້​ມຂຶ້ນ​ເຊ່ນ​ກັນ. ຂະນະ​ທີ່​ອາກາດ​ໃນ​ທົ່ວ​ໂລກ​ຮ້ອນ​ເອົ້າ
​ຂຶ້ນໃນ​ໄລຍະສິບປີຜ່ານມານີ້ ຈໍານວນຜູ້ເປັນໂຣກທ້ອງຊຸກໍ​ໄດ້​ເພີ້​ມຂຶ້ນ ອີງຕາມອົງການ
ອະນາໄມໂລກ ແລະທ່ານ Peter Hotez ຜູ້ຊ່ຽວຊານໂຣກທ້ອງຊຸ ກ່າວວ່າລັກສະນະ
ຂອງການລະບາດນັ້ນ ກໍປ່ຽນແປງໄປເຊັ່ນກັນ.


"ບັດນີ້ ພວກເຮົາເຫັນການລະບາດຂອງໂຣກທ້ອງຊຸ ຍາ​ວນານ​ແລະ​ຍືດ​ເຍື້​ອອອກ
ໄປອີກ ເໝືອນກັບທີ່ເກີດຂຶ້ນຢູ່ໃນປະເທດເຮຕີ ແລະ​ບັດນີ້ ຢູ່​ໃນສາທາລະນະ​ລັດ
Dominican. ຕົວຢ່າງ ການລະບາດຢູ່ໃນປະເທດຊິມບາບເວ ​ແມ່ນດົນນານເຖິງ
ນຶ່ງປີ ​ແລະຍັງຜົນໃຫ້ມີຜູ້ເສຍຊີວິດ 4,000 ຄົນ ແລະພວກເຮົາກໍ​ຄົງ​ຈະ​ໄດ້ເຫັນ
ຄວາມ​ຮ້າຍ​ແຮງ ໃນ​ລະດັບຄ້າຍຄືກັນ ຢູ່ໃນ​ເຮ​ຕີ​ນັ້ນ.”


ທ່ານນາງ Rita Reyburn ຫົວໜ້າຄະນະຂຽນລາຍງານ ແລະເພື່ອນຮ່ວມງານຂອງທ່ານ
ນາງ ກ່າວ​ວ່າ ພວກນັກວິທະຍາສາດດ້ານດິນຟ້າອາກາດທໍານາຍວ່າ ອຸນຫະພູມໂລກຈະ
ຖີບຕົວສູງຂຶ້ນໃນລະຫວ່າງ 1 ຫາ 6 ອົງສາເຊລຊຽສ ໃນຕະຫລອດສັດຕະວັດຕໍ່ໜ້ານີ້ ​
ຊຶ່ງເປັນ​ການສໍ່​ສະ​ແດງ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ວ່າ ຈະ​ມີການເພີ່ມຂຶ້ນໃນ​ຈໍານວນ​ຂອງ​ຄົນ​ເປັນ
ໂຣກທ້ອງຊຸ ຫລື​ອະຫິວາ ຢູ່ໃນຫລາຍໆຂົງເຂດທີ່ທຸກ​ຍາກຂອງໂລກນັ້ນ.


ການສຶກສາຄົ້ນຄວ້າ ກ່ຽວ​ກັບຄວາມກ່ຽວພັນລະຫວ່າງອຸນຫະພູມແລະໂຣກທ້ອງຊຸ ໄດ້ຖືກ
ລົງພິມເຜີຍແຜ່ ຢູ່ໃນວາລະສານ American Journal of Tropical Medicine and Hygiene.

XS
SM
MD
LG