ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ປະຕິຍານວ່າ ຈະຂະຫຍາຍສົງຄາມ​ຕໍ່ກຸ່ມຮາມາສ, ໃນຂະນະທີ່ ຕົວເລກຜູ້ເສຍຊີວິດ ໃນເຂດກາຊາ ເພີ້ມຂຶ້ນ


ໃນຮູບນີ້ທີ່ເອົາມາຈາກວີດີໂອ, ປະຊາຊົນເບິ່ງໄປທີ່ສົບຂອງຜູ້ເສຍຊີວິດ ເຊິ່ງໄດ້ມາຮອດໂຮງໝໍ Al Aqsa ໃນ Deir El Balah,​ ເຂດກາຊາ ໃນວັນອາທິດຕອນກາງຄືນ, ວັນທີ 24 ທັນວາ 2023.
ໃນຮູບນີ້ທີ່ເອົາມາຈາກວີດີໂອ, ປະຊາຊົນເບິ່ງໄປທີ່ສົບຂອງຜູ້ເສຍຊີວິດ ເຊິ່ງໄດ້ມາຮອດໂຮງໝໍ Al Aqsa ໃນ Deir El Balah,​ ເຂດກາຊາ ໃນວັນອາທິດຕອນກາງຄືນ, ວັນທີ 24 ທັນວາ 2023.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ປະຕິຍານວ່າ ຈະຂະຫຍາຍການເຮັດສົງຄາມຂອງປະເທດຕົນ ກັບກຸ່ມຮາມາສ ຢູ່ໃນເຂດ ກາຊາ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກ ຢູ່ໃນເຂດດັ່ງກ່າວ ໄດ້ລາຍງານວ່າມີຜູ້ເຄາະຮ້າຍ ຫລາຍສິບຄົນ ໃນການໂຈມຕີ ຂອງອິສຣາແອລ ໃສ່ຄ້າຍອົບພະຍົບ.

ທ່ານ ເນຕັນຢາຮູ ກ່າວ​ຕໍ່​ບັນດາ​ສະມາຊິກ​ຂອງ​ພັກລີຄູດ (Likud) ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ກຳລັງຈະ​ຂະຫຍາຍ​ການ​ຕໍ່ສູ້ ​ໃນ​ຊຸມ​ມື້​ຕໍ່ໜ້າ​ນີ້, ​ແລະ​ນີ້​ຈະ​ເປັນ​ການ​ຕໍ່ສູ້​ທີ່​ຍາວ​ນານ ​ແລະ​ມັນຍັງບໍ່ໃກ້ຈະຈົບ​ລົງ​.”

ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ໄດ້ຖະຫຼົ່ມ​ພາກ​ກາງ​ຂອງ​ເຂດ​ກາຊາ ​ໃນ​ຕອນ​ແລງ​ວັນ​ອາທິດ​ ຈົນເຖິງ​ວັນ​ຈັນ​. ເຈົ້າ​ໜ້າ​ທີ່ສາທາລະນະສຸກ ​ໃນ​ເຂດ​ທີ່ຄວບຄຸມໂດຍກຸ່ມຮາມາສ ກ່າວ​ວ່າ ມີ​ຢ່າງ​ນ້ອຍ 70 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ໃສ່​ສູນ​ອົບ​ພະຍົບມາກາຊີ (Maghazi) ນັ້ນ.

ກອງທັບອິສຣາແອລກ່າວວ່າ ຕົນກຳລັງທົບທວນຄືນລາຍງານການໂຈມຕີໃນ​ສູນ ມາກາຊີ (Maghazi) ໃນຂະນະທີ່ກ່າວຢ້ຳເຖິງຄວາມມຸ່ງໝັ້ນ ທີ່ຈະຫຼຸດຜ່ອນຄວາມເສຍຫາຍຕໍ່ພົນລະເຮືອນ ໃນສົງຄາມຂອງຕົນ ເພື່ອກໍາຈັດກຸ່ມຫົວຮຸນແຮງ ຮາມາສ.

ໃນວັນຈັນວານນີ້ ອີຈິບ ໄດ້ສະເໜີແຜນການເພື່ອຢຸດຕິຄວາມຂັດແຍ່ງໃນປັດຈຸ ບັນດ້ວຍການຢຸດຍິງ, ການປ່ອຍຕົວຕົວປະກັນເປັນໄລຍະໄລຍະ ແລະ ການ ຈັດຕັ້ງລັດຖະບານຜູ້ຊ່ຽວຊານປາແລສໄຕນ໌ ເພື່ອຄຸ້ມຄອງເຂດກາຊາ ແລະເຂດເວັສແບ້ງ, ອີງຕາມເຈົ້າໜ້າທີ່ອາວຸໂສຂອງອີຈິບ ແລະນັກການທູດຢູໂຣບທີ່ຄຸ້ນເຄີຍກັບຂໍ້ສະເຫນີ.

ອິສຣາແອລ ແລະ ກຸ່ມຮາມາສ ຍອມຮັບກັບຂໍ້ສະເໜີເບື້ອງຕົ້ນ ແຕ່ກໍຢຸດການປະຕິເສດແຜນການດັ່ງກ່າວໂດຍສິ້ນເຊີງ, ເຊິ່ງເຮັດໃຫ້ເກີດຄວາມເປັນໄປໄດ້ທີ່ຈະມີການທູດຮອບໃໝ່ ລະຫວ່າງ ທັງສອງ ທີ່ເປັນສັດຕູກັນມາເປັນເວລາຍາວນານ.

ເຈົ້າ​ໜ້າ​ທີ່​ອີ​ຈິບ ກ່າວ​ໂດຍບໍ່ເປີດເຜີຍຊື່ ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງ ກ່າວ, ກ່າວ​ວ່າ ລາຍ​ລະອຽດ ແມ່ນໄດ້ຖືກນຳມາປຶກສາຫາລື​ກັບ​ປະ​ເທດ​ກາ​ຕາ ​ແລະ ໄດ້ຖືກ​ນຳສະ​ເໜີ​ຕໍ່ລັດຖະບານ​ອິສຣາ​ແອ​ລ, ກຸ່ມ ຮາມາສ, ສະຫະລັດ ​ແລະ​ລັດຖະບານ​ຢູໂຣບ, ອີງຕາມລາຍງານຂອງອົງການຂ່າວ ເອພີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG