ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນທີ 31 ພືດສະພາ ​ແມ່ນວັນບໍ່ສູບຢາໂລກ ຫລື World No Tobacco Day (ເບິ່ງວີດິໂອພາສາລາວ)


ເດັກນັກຮຽນອິນເດຍ ສວມປ້າຍປຸກລະດົມ ບໍ່ໃຫສູບຢາ
ເດັກນັກຮຽນອິນເດຍ ສວມປ້າຍປຸກລະດົມ ບໍ່ໃຫສູບຢາ

ໃນ​ວັນ ບໍ່​ສູບຢາໂລກ ຫລື World No Tobacco Day ຄືວັນ​ທີ່ 31 ​​ພືດ​ສະພາ​ ມື້ກ່ອນ​ນີ້ ພວກ​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ ​ໄດ້ພິຈາລະນາ​ເບິ່ງການ​ດໍາ​ເນີນຄວາມ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ການ​​ໃຊ້​ຢາສູບ ຫລື​ສູບຢາ​ ຢູ່ໃນ​ທົ່ວ​ໂລກ ​ຊຶ່ງ​ພາ​ໃຫ້ອົງການ​ອະນາ​ໄມ​​ໂລກ​​ກ່າວຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ກ້າວໜ້າ ​​ໃນການ​ຕໍ່ຕ້ານ​ການ​ສູບຢານັ້ນ ​ແລະພ້ອມ​ດຽວ​ກັນ ​ກໍ​ຮັບ​ຮູ້​ວ່າ ​ຍັງ​ມີສິ່ງ​ທ້າທາຍ​ຫລາຍ​ຢ່າງ​ ລໍ​ຖ້າຢູ່​ຂ້າງໜ້າ​. ດາຣາມີເລຶ່ອງນີ້ ມາສະ​ເໜີ​ທ່ານ​.

ໃນໄລ​ຍະໆຫລາຍໆ​ອາທິດ​ກ່ອນ​ເຖິງ​ວັນ​ທີ່ 31 ພຶດສະພາ​ນັ້ນ ປະ​ເທດ​ອອສ​ເຕຣ​ເລຍ​ໄດ້ເປີດ​ເຜີຍ​ກົດໝາຍ​ຕໍ່ຕ້ານ​ການ​ສູບຢາ ທີ່ເຄ່ງ​ຄັດທີ່​ສຸດ​ສະ​ບັບນຶ່ງ​. ກົດໝາຍ​ສະບັບ​ດັ່ງກ່າວຫ້າມ ລົງກາຫລື​ຮູບຍີ້ຫໍ້​ຂອງ​ຢາ​ສູບ ພ້ອມ​ທັງ​ຂໍ້​ຄວາມ​ໂຄສະນາ​ຢູ່​ຕາມ​ຊອງຢາ​ ແລະລະບຸ​ວ່າ ຊື່​ຍີ່​ຫໍ້​ຄວນ​ຂຽນ​ເປັນ​ຂໍ້​ຄວາມ​ແລະໃສ່​ສີ​ ຕາມ​ມາດຕະຖານ.

ລັດຖະມົນຕີ​ກະຊວງ​ສຸຂະພາບ​ແລະ​ຊະລາ​ພາບ​ຂອງ​ອອສ​ເຕຣ​ເລຍ ທ່ານ​ນາງ ນິ​ໂກລາ ຣອ໊ກ​ເຊີນ ກ່າວ​ວ່າ ຂໍ້​ຫ້າມ​ເຫລົ່າ​ນີ້ຈະ​ຊ່ວຍ​ຫລຸດຜ່ອນ​ຈໍານວນ​ຄົນ​ຕາຍ​ທີ່​ພົວພັນ​ກັບ​ການ​ສູບຢາ​ນັ້ນລົງ​ໃນ​ແຕ່ລະ​ປີ.

ທ່ານນາງ Roxon ກ່າວ​ວ່າ “ພວກ​ເຮົາ​ຈະເຮັດໃຫ້​ແນ່​ໃຈ​ວ່າ ​ໃນອອສ​ເຕຣ​ເລຍນັ້ນ ຈະ​ບໍ່ມີ​ຫົນທາງ​ໃດຫລົງ​ເຫລືອຢູ່​ ​ໃຫ້ພວກ​ບໍລິສັດ​ຢາທັງຫລາຍ​ ຂາຍ​ແລະ​ຊຸກຍູ້​ສົ່ງ​ເສີມ​ຜະລິດ​ຕະພັນ​ຢາ​ຂອງ​ພວກ​ເຂົາເຈົ້າ​ໄດ້ອີກ ໂດຍ​ສະ​ເພາະ ຂາຍ​ໃຫ້​ພວກ​ຄົນ​ໜຸ່ມ​ທັງ ຫລາຍ​ນັ້ນ.”

ອີກ​ຫລາຍໆ​ປະ​ເທດ ​ເຊັ່ນ ​ເບ​ລຢ້ຽມ ສະ​ເປ​ນ ຈີນ ກໍ​ໄດ້​ພາກັນ​ຮ່າງ​ຂໍ້​ຫ້າມ​ສູ​ບຢາ​ຢ່າງ​ຈິງ​ຈັງ ​ເຊ່ນ​ກັນ.

ພວກ​ປະ​ເທດທີ່​ກ່າວ​ມາ​ນີ້ ​ເປັນ​ພາກສ່ວນ​ຂອງ​ທ່າ​ອຽງໃນ​ການຕໍ່ຕ້ານຢາ ສູບ ​ຊຶ່ງ​ໃນ​ທີ່​ສຸດ ໄດ້​ເຮັດໃຫ້ການສູບຢາ​ຢູ່​ໃນ​ທົ່ວ​ໂລກ​ ບໍ່​ມີ​ທ່າ​ອ່ຽງສູງ​ຂຶ້ນ ​ແລະ​ລົດ​ຕໍ່​າລົງຊໍ້າ ຢູ່​ໃນ​ບາງ​ປະ​ເທດ ອີງ​ຕາມ​ອົງການ​ອະນາ​ໄມ​ໂລກ ຫລື WHO ຂອງ​ສະຫະ​ປະຊາ​ຊາດ ທີ່ກ່າວ​ວ່າ ສາ​ເຫດ​ສ່ວນ​ໃຫຍ່ ກໍ​ແມ່ນ​ຍ້ອນ​ການຈັດ​ຕັ້ງປະຕິບັດ​ ສົນທິສັນຍາ​ໂຄງຮ່າງ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ ຊຶ່ງ​ບັນດາປະ​ເທດ​ສ່ວນໃຫຍ່​ຂອງ​ໂລກ​ໄດ້​ເປັນ​ພາຄີ ກໍ​ຄືໄດ້​ລົງ​ນາມຮັບຮອງ​ເອົາ​ນັ້ນ.

ມາດ​ຕະການ​ຕໍ່ຕ້ານ​ການ​ສູບຢາຕ່າງໆ​ ຄື​ກັນ​ກັບ​ກົດໝາຍ​ຂອງອອສ​ເຕຣ​ເລຍ ​ແມ່ນ​ໄດ້​ຖືກ​ຮັບ​ຜ່ານເອົາໂດຍ​ພວກ​ລັດຖະບານ​ທັງ​ຫລາຍ ທີ່ປະຕິບັດການ ​ຢູ່​ພາຍ​ໃນ​ກອບ​ຂອງ​ສົນທິສັນຍາ ດັ່ງກ່າວ.

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດິໂອເປັນພາສາລາວ
(ຫລືຄລິກຢູ່ບ່ອນ MP4 ຂ້າງເທິງຂວາມື)

Dr. Thomas Frieden ຜູ້​ອໍານວຍ​ການ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນພະຍາດຂອງ​ສະຫະລັດ ​ເຊື່ອ​ວ່າການ​ເ​ອົາ​ບາດກ້າວ​ຂອງ​ລັດຖະບານ​ຈະສາມາດ​ຊ່ວຍ​ຊີວິດ​ຜູ້ຄົນ​ໄວ້​ໄດ້​ ປະມານ 100 ລ້ານ​ຄົນ​ໃນ​ຫລາຍ​ສິບ​ປີ​ຕໍ່ໜ້າ ​ແລະ​ຫລາຍ​ກ​ວ່ານັ້ນ​ອີກ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

Dr. Frieden ກ່າວ​ວ່າ “​ໂດຍ​ທົ່ວ​ໄປ​ແລ້ວ ການ​ຄວບ​ຄຸມ​ຢາສູບແມ່ນເປັນ​ການກະທໍາ​ໃນ ​ທາງ​ບວກ​ທີ່​ສຸດ​ ສໍາລັບເສດຖະກິດ​ຂອງ​ປະ​ເທດ ຄື​ຈະມີ​ຄົນ​ເປັນ​ໂຣກລົມ​ສາລະ​ບາດ ​ຫົວ​ໃຈ​ວາຍ ໂຣກມະ​ເຮັງ ​ແລະພິການໜ້ອຍ​ລົງ​ອີກ.”

ສົນທິສັນຍາ​ໂຄງຮ່າງ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ຂອງ​ອົງການ​ອະນາ​ໄມ​ໂລກ ຫລື WHO ນັ້ນ ໄດ້​ມີ​ຜົນ​ບັງຄັບໃຊ້ໃນ​ປີ 2005 ​ໂດຍ​ມີ​ 170 ກວ່າປະເທດ​ໄດ້​ໃຫ້​ສັດຕະຍາບັນ.

ອີງ​ຕາມ​ອົງການອະນາໄມ​ໂລກ ການ​ສູ​ບຢາ​ຢູ່​ໃນ​ອອສ​ເຕຣ​ເລຍ ນໍຣ໌​ເວ ​ແລະ​ແມ໊ກຊິ​ໂກ ​ໄດ້​ຕົກ​ຕໍ່າລົງ​ຫ້າ​ເປີ​ເຊັນ ​ນັບ​ຕັ້ງ​ແຕ່​ມີ​ສົນທິສັນຍາ​ສະບັບນີ້ຂຶ້ນມາ. ​ຜົນ​ສໍາ​ເລັດຢູ່​ໃນ​ປະ​ເທດ ຢູຣຸກວາ​ຍ ແຮ່ງ​ດີ​ກ່ວາ​ນັ້ນ​ຫລາຍ.

ດຣ Thomas Frieden ກ່າວວ່າ “ສິ່ງທີ່ພາ​ໃຫ້ໄດ້ຜົນ​ໃນ​ການ​ຄວບ​ຄຸມ​ຢາສູບ​ນັ້ນ ແມ່ນແຈ້ງ​ຂາວ​ຫລາຍ ​ຊຶ່ງ​ກໍ​ຄື ພາສີ​ຢາສູບ ສະ​ພາບ​ແວດ​ລ້ອມ​ທີ່ປອດ​ການສູບຢາ ການໂຄສະນາ​ຕໍ່ຕ້ານຢາສູບຢ່າງ​ໜັກ ແລະລົບ​ລ້າງ​ການ​ຊຸກຍູ້ສົ່ງ​ເສີມ​ການ​ໃຊ້​ແລະ​ຈໍານ່າຍຢາ ຊຶ່ງ​ທັງ​ສີ່​ຢ່າງ​ນີ້ ສາມາດ​ສ້າງ​ຄວາມແຕກ​ຕ່າງ​ຢ່າງ​ໃຫຍ່​ຫລວງ​ໄດ້. ​ໂຕ​ຢ່າງ ປະ​ເທດ Uruguay ທີ່ໄດ້​ນໍາ​ໃຊ້​ມາດ​ຕະການ​ເຫລົ່າ​ນັ້ນ ໄດ້​ເຫັນການ​ສູບຢາ​ລົດ​ຕໍ່າລົງ​ 25 ​ເປີ​ເຊັນ ​ໃນ​ພຽງສອງ​ປີ​ເທົ່າ​ນັ້ນ.”

ຢ່າງ​ໃດ​ກໍ​ຕາມ ພວກ​ນັກ​ຊ່ຽວຊານ​ເຫັນ​ພ້ອມກັນ​ວ່າ ຍັງ​ມີ​ອີກຫລາຍ​ຢ່າງ ທີ່​ຈະ​ຕ້ອງໄດ້ປະຕິ​ບັດ​ເພີ່ມ​ຕື່ມ.

ຕົວ​ຢ່າງ​ໃນ​ປະ​ເທດ​ຈີນ ​ລາຍ​ງານ​ໃໝ່​ໂດຍ​ພວກ​ຊ່ຽວຊານ​ດ້ານສາທາລະ ນະ​ສຸກ​ທໍານາຍ​ວ່າ ການ​ສູບຢາຈະ​ເອົາ​ຊີວິດ​ຜູ້ຄົນໄປຈໍາ​ນວນ 3 ລ້ານ​ 5 ແສນຄົນ​ໃນ​ຈີນ​ແຕ່ລະ​ປີ ​ໃນໄລຍະ 25 ​ປີ​ຕໍ່ໜ້າ ຊຶ່ງແມ່ນ​ເກືອ​ບສາມ​ເທົ່າ ຕົວ​ ຂອງຈໍານວນໃນ​ປັດຈຸບັນ.

ດຣ ​ Frieden ກ່າວ​ໃນ​ທີ່​ສຸດ​ວ່າ: “ຄວາມ​ຈິງ​ທີ່​ໜ້າ​ເສົ້າ​ໃຈ​ນັ້ນ ​ກໍ​ແມ່ນ​ວ່າ ປະຊາຊົນ​ຈີນ​ປະມານ 100 ລ້ານ​ຄົນ​ ທີ່​ສູບຢາ​ຢູ່​ໃນ​ເວລານີ້ ຈະ​ເສຍ​ຊີວິດ​ແຕ່​ຍັງ​ໜຸ່ມ​ຍ້ອນ ການ​ສູບຢາ. ດັ່ງ​ນັ້ນ​ ຈີນແມ່ນຫາ​ກໍ​ເລີ່​ມຕື່ນ​ຕົວ ຕໍ່​ສິ່ງ​ທ້າ​ທາຍ​ອັນ​ຍິ່ງໃຫຍ່​ ຕໍ່ສັງຄົມ ​ທີ່​ມາຈາກການ​ສູບຢາ​ນັ້ນ.”

ໃນ​ເດືອນ​ພຶດສະພາ​ຜ່ານ​ມານີ້ ກະຊວງ​ສາທາລະນະ​ສຸກ​ຂອງ​ຈີນ​ໄດ້​ເລີ່​ມ ບັງຄັບ​ໃຊ້​ກົດໝາຍ​ຫ້າມສູບຢາ ຢູ່ຕາມ​ສະຖານ​ທີ່ສາທາລະນະ​ແລ້ວ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ສະ​ເພາະ​ໃນ​ປີ​ນີ້ ຢາສູບ​ຈະ​ເອົາ​ຊີວິດ​ຜູ້​ຄົນ​ໄປ​ເກືອບ 6 ລ້ານ​ຄົນ​ຢູ່ໃນ​ທົ່ວ​ໂລກ ​ໂຮມ​ທັງຫລາຍ​ກວ່າ 600,000 ຄົນ ທີ່ຈະ​ເສຍ​ຊີວິດ​ ຍ້ອນກິ່ນ​ຢາ​ຈາກ​ຄົນ​ໃກ້​ຄຽງທີ່ສູບ​ຢານັ້ນ.

ເບິ່ງວີດິໂອພາສາອັງກິດ

XS
SM
MD
LG