ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍຸງເປັນແມງໄມ້ ທີ່ນໍາພະຍາດກັນດານ ຕໍ່ສຸຂະພາບຂອງຄົນ ໄປແຜ່ຜາຍຫລາຍທີ່ສຸດ (ເບິ່ງວີດີໂອລາວ-ອັງກິດ)


ຍຸງເປັນແມງໄມ້ ທີ່ມີນໍາເອົາເຊື້ອໄວຣັສທີ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ ຂອງຄົນຫລາຍທີ່ສຸດນັ້ນໄປແຜ່ຜາຍ
ຍຸງເປັນແມງໄມ້ ທີ່ມີນໍາເອົາເຊື້ອໄວຣັສທີ່ເປັນໄພຂົ່ມຂູ່ຕໍ່ສຸຂະພາບ ຂອງຄົນຫລາຍທີ່ສຸດນັ້ນໄປແຜ່ຜາຍ

ອົງການອະນາໄມໂລກເວົ້າວ່າ ໃນຈໍານວນແມງໄມ້ຕ່າງໆ ທີ່ນໍາເອົາ ພະຍາດໄປແຜ່ຜາຍນັ້ນ ຍຸງແມ່ນເປັນໄພຕໍ່ສຸຂະພາບຂອງຄົນຫລາຍທີ່ສຸດ. ​ແລະ​ໃນ​ອັນ​ທີ່ເນັ້ນເຖິງໄພຂົ່ມຂູ່ດັ່ງກ່າວ ນັ້ນ ພະຍາດສອງຢ່າງ ທີ່ມີເຊື້ອໄວຣັສທີ່ເກີດມາຈາກຍຸງ ໄດ້ເລີ້ມແຜ່ລະບາດອອກໄປ ກາຍ ຂົງເຂດທີ່ເປັນບ່ອນກໍາເໜີດຂອງມັນແລ້ວໃນເວລານີ້. ນຶ່ງໃນນັ້ນກໍຄືພະຍາດໄຂ້ເລືອດອອກ ຫລື dengue fever ທີ່ອາດສາມາດນໍາໄປສູ່ການເສຍຊີວິດໄດ້ ແລະອີກພະຍາດນຶ່ງກໍຄື ໄຂ້ ຈິ​ກັນກຸນ​ຢາ (chikungunya) ທີ່​ຄ້າຍຄື​ກັບ​ໄຂ້​ເລືອດ​ອອກ ພາໃຫ້ເຈັບປວດ ​ແລະສຸຂະ ພາບອ່ອນເພຍ ​ຊຶ່ງຄົນສ່ວນໃຫຍ່ສາມາດຫາຍດີໄດ້. ຍັງບໍ່ມີຢາວັກຊິນປ້ອງກັນພະຍາດສອງ ຊະນິດນີ້ເທື່ອ. ແຕ່ວ່າ ພວກນັກຄົ້ນຄວ້າກໍກໍາລັງເຮັດວຽກຢ່າງໜັກ ເພື່ອພັດທະນາຢາວັກຊິນ ຕ້ານພະຍາດໄຂ້ເລືອດອອກ ແລະໄຂ້ ຈິ​ກັນກຸນ​ຢານີ້ ແລະ ເພື່ອຄວບຄຸມຍຸງທີ່ນໍາພະຍາດ ພວກນີ້ໄປແຜ່ຜາຍ. ຜູ້ສື່ຂ່າວວີໂອເອ Carol Pearson ມີລາຍລະອຽດເລື້ອງນີ້ ຊຶ່ງວັນນະ ສອນ ຈະນໍາມາສະເໜີທ່ານ.

ພວກນັກວິທະຍາສາດໄດ້ຈໍາ​ແນ​ກຍຸງທີ່ມີຢູ່ໃນທົ່ວໂລກນີ້ ອອກເປັນຢ່າງໜ້ອຍ 3 ພັນ
ຊະນິດແຕກຕ່າງກັນ. ຍຸງລາຍເສືອຂອງເອເຊຍ ເປັນຍຸງທີ່ຊອກກັດຄົນໃນຕອນກາງເວັນ.

ການຖືກຍຸງລາຍເສືອກັດ ບໍ່​ພຽງ​ແຕ່​ເຮັດໃຫ້ຄັນ​ແລະລໍາຄານ​ເທົ່າ​ນັ້ນ ​ແຕ່ມັນຍັງເຮັດໃຫ້
ຄົນ 20 ລ້ານຄົນ ໄດ້ຮັບການຕິດເຊື້ອພະຍາດໄຂ້ເລືອດອອກ ຫລື ​dengue fever
ໃນແຕ່ລະປີ ຊຶ່ງເປັນພະຍາດທີ່ມີອາການຄ້າຍຄືກັບໄຂ້ຫວັດໃຫຍ່ ທີ່ສາມາດສົ່ງ​ຜົນໃຫ້
ເລືອດອອກ ມີອາການຊັອກ ແລະເຮັດໃຫ້ເສຍຊີວິດໄດ້. ທ່ານ ສະກັອດ ​ວີ​ວເວີ (Scott Weaver) ກ່າວວ່າ:

"ພະຍາດນີ້ ມັນແຜ່ລາມໄປເຕັມເກືອບທົ່ວເຂດອາກາດຮ້ອນ ແລະພາກພື້ນໃຕ້ເຂດ
ອາກາດຮ້ອນ ຢູ່ໃນທົ່ວໂລກ."

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອ ພາສາລາວ

ທ່ານສະກັອດ ວີວເວີ ທີ່ຂະແໜງການແພດຂອງມະຫາວິທະຍາໄລເທັກຊັສ ຢືນຢັນ​ໃນ
ສິ່ງທີ່ພວກນັກວິທະຍາສາດຄົນອື່ນໆກໍາລັງພົບເຫັນຢູ່ ນັ້ນ​ກໍ​ຄືຍຸງທີ່ສາມາດນໍາເອົາໄຂ້ ເລືອດອອກໄປແຜ່ຜາຍນັ້ນ ​ເວລາ​ນີ້​ແມ່ນ​ໄດ້​ແຜ່​ລາມ​ໄປທົ່ວອິນເດຍ ພາກພື້ນຕາເວັນ
ອອກສຽງໃຕ້ ແລະຂົງເຂດອາ ເມຣິກາລາຕິນ ແລະກໍກໍາລັງຈະແຜ່ລາມໄປທົ່ວໂລກ.
​ໃນ​ປີ​ນີ້ ມີຄົນເປັນພະຍາດນີ້ທີ່ຢືນຢັນໄດ້ນັ້ນ ​ເສຍ​ຊີວິດ​ໄປ​ແລ້ວ 12 ຄົນ​ ທີ່ລັດຟລໍຣິດາ ໃນພາກ​ຕາເວັນອອກສຽງໃຕ້ຂອງສະຫະລັດ.

ຍຸງເສືອລາຍສູບເອົາເລືອດ ແລະນໍາເອົາເຊື້ອໄຂ້ເລືອດອອກໄປຕິດໃສ່ ຄົນອື່ນ
ຍຸງເສືອລາຍສູບເອົາເລືອດ ແລະນໍາເອົາເຊື້ອໄຂ້ເລືອດອອກໄປຕິດໃສ່ ຄົນອື່ນ

ຍຸງລາຍເສືອ ສາມາດນໍາເອົາ
ພະຍາດໄຂ້ຍຸງອີກ​ຊະນິດ​ນຶ່ງ ທີ່
​ເອີ້ນ​ວ່າ ຈິ​ກັນກຸນ​ຢາ (chikun-
gunya) ມາ​ແຜ່ຜາຍ​ໄດ້​ເຊ່ນ​ກັນ
ຊຶ່ງເປັນພະຍາດ ທີ່ພາໃຫ້ສຸຂະ
ພາບອ່ອນເພຍ ເຮັດໃຫ້ເຈັບ
ປວດຂໍ້ຕໍ່ຫລາຍທີ່ສຸດ ແລະຄີງ
ຮ້ອນສູງ​ອີກ. ພະຍາດນີ້ຍັງ​ມີ
ຍຸງອີກຊະນິດ​ນຶ່ງທີ່​ເປັນສື່ນໍາ​ໄປ
ແຜ່ຜາຍກໍ​ຄືຍຸງອາຟຣິກາ ທີ່​ກໍາ
ລັງຂະຫຍາຍວົງ​ເຂດ​ຂອງ​ມັນ
ກວ້າງອອກ​ໄປອີກ ເຊັ່ນກັນ.
ສາສະດາຈານ ລໍຣາ ແຮຣິງຕັນ
(Laura Harrington) ຜູ້ຊ່ຽວ
ຊານດ້ານແມງໄມ້ ທີ່ມະຫາວິທະ
ຍາໄລ ຄໍແນລ ເວົ້າວ່າ ບໍ່​ແມ່ນ​ແຕ່ວົງ​ເຂດ​ຂອງ​ມັນເທົ່ານັ້ນ ທີ່ປ່ຽນແປງ.

"ພວກເຮົາຍັງເຫັນການປ່ຽນແປງຫລາຍຢ່າງອີກ ໂດຍສະເພາະແມ່ນການປ່ຽນແປງ
ຂອງເຊື້ອໄວຣັສ; ພວກເຮົາເຫັນການປ່ຽນແປງຢູ່ໃນພັນຖຸກໍາ ຂອງພວກຍຸງເຫລົ່ານີ້
ຊຶ່ງມັກຈະນໍາໄປສູ່ການເພີ້ມຄວາມຮ້າຍແຮງຂຶ້ນ."

ພວກຍຸງ​ເຫລົ່າ​ນີ້​ໄປ​ຮອດໄປເຖິງຈຸດໝາຍປາຍທາງໃໝ່ຂອງ​ມັນ ໂດຍການໄປນໍາ​ເຮືອບິນ ແລະລົດລາ. ສາ​ສະ​ດາ​ຈານວີວເວີ ກ່າວວ່າ:

"ມັນ​ເປັນ​ເຊື້ອໄວຣັສ ທີ່ມີຄວາມສາມາດເດີນທາງໄປ​ໃນເຮືອບິນ ແລະໄປ​ນໍາ​ພວກຄົນ
ທີ່ຕິດເຊື້ອນັ້ນ ໄດ້ງ່າຍ​ທີ່​ສຸດ."

ທ່ານ ວີວເວີ ກໍາລັງເຮັດວຽກກ່ຽວ​ກັບຢາວັກຊິນປ້ອງ​ກັນພະຍາດ ຈິ​ກັນ​ກຸນ​ຢາ (chikun-
gunya) ທີ່​ໄດ້​ທົດ​ລອງ​ໃຊ້​ກັບໜູຢູ່ໃນຫ້ອງທົດລອງ​ແລະ​ສາມາດ​ປ້ອງ​ກັນບໍ່ໃຫ້ໜູຕິດເຊື້ອ
ໄວຣັສນີ້ ຢ່າງໄດ້ຜົນ. ທີ່ມະຫາວິທະຍາໄລຄໍແນລ ສາສະດາຈານ ລໍຣາ ແຮຣິງຕັນ ກໍາລັງ
ທໍາການຄົ້ນຄວ້າກ່ຽວກັບການເຮັດໃຫ້ຍຸງໂຕຜູ້ເປັນໝັນ. ດອກ​ເຕີ້ ແຮຣິງຕັນ ອະທິບາຍວ່າ:

"ຄວາມຄິດກໍຄືວ່າ ຍຸງໂຕຜູ້ທີ່ຖືກດັດແກ້ພັນ​ຖຸກໍາເຫລົ່ານີ້ ທີ່ບໍ່ກິນເລືອດເປັນ​ອາຫານ
​ນັ້ນ ສາມາດຖືກປ່ອຍອອກໄປປະສົມ​ພັນກັບຍຸງ​ໂຕແມ່ທີ່ມີຢູ່ທົ່ວໄປ​ແລ້ວ ຍຸງແມ່ກໍຈະ
ບໍ່ໄປແຜ່ພັນ, ພວກມັນຈະບໍ່ກິນເລືອດເປັນອາຫານ ແລະພົນລະເມືອງຂອງຍຸງກໍຈະ
ຖືກກໍາຈັດ ຫລືຫລຸດຜ່ອນລົງ."

ພວກນັກວິທະຍາສາດທັງສອງທ່ານນີ້ມີຄວາມເປັນຫ່ວງວ່າ ຖ້າຫາກວ່າ ບໍ່​ມີ​ການຄົ້ນ​ພົບ​ວິທີ​ການຄວບຄຸມການແຜ່ຜາຍຂອງໄຂ້ ຈິ​ກັນກຸນ​ຢາ ແລະພະຍາດໄຂ້ເລືອດອອກ ໃນໄວໆນີ້​ແລ້ວ
ພະຍາດທັງສອງຢ່າງກໍຈະກາຍມາຕັ້ງຫລັກປັກຖານຢູ່ສະຫະລັດ. ທ່ານນາງ ແຮຣິງຕັນ ກ່າວ
ຕໍ່ໄປອີກວ່າ ເທັກນິກຕ່າງໆທີ່ພິສູດໃຫ້ເຫັນວ່າ ມີຜົນສໍາເລັດໃນການຕ້ານພວກພະຍາດ​ເຫລົ່າ
ນີ້ ກໍອາດສາມາດນໍາໃຊ້ເຂົ້າໃນການທັບມ້າງກົງກວຽນໝູນວຽນຂອງພະຍາດອື່ນໆ ທີ່ເກີດ
ຈາກຍຸງນັ້ນ​ໄດ້​ເຊ່ນ​ກັນ ອັນລວມທັງໄຂ້ມາເລເຣຍນັ້ນ ນໍາ.

ເບິ່ງວີດີໂອ ພາຮສາອັງກິດ:

XS
SM
MD
LG