ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂທລະສັບ​ມືຖືກາຍມາ​ເປັນ​ພາ​ຫາ​ນະ ໃນການ​ຮັກສາ​ພວກ​ຜູ້​ປ່ວຍ ໄດ້ດີທີ​ສຸດ


ໂທລະສັບເຄື່ອນທີ່ມີຄວາມຈໍາເປັນຍິ່ງຂຶ້ນໃນການຮັກສາພະຍາບານ
ໂທລະສັບເຄື່ອນທີ່ມີຄວາມຈໍາເປັນຍິ່ງຂຶ້ນໃນການຮັກສາພະຍາບານ

ພຽງ​​ເມື່ອ 5 ປີກ່ອນ​ນີ້ ​ເລື້ອງທີ່​ເຮົາ​ກໍາລັງ​ຈະ​ເວົ້າ​ເຖິງ​ນີ້​ແມ່ນ​ບໍ່​ອາດສາມາດ​ເປັນ​ໄປ​ໄດ້​ເລີຍກໍ​ຄື​ວ່າ ​ນັບ​ຕັ້ງ​ແຕ່​ປີ 2005 ນີ້​ເອງ ການ​ເຕີບ​ໃຫຍ່ຂະ​ຍາຍ​ຕົວແລະ​ຄວາມ​ກ້າວໜ້າ ຂອງ​ເທັກ​ໂນ​ໂລ​ຈີ​ເຄື່ອນ​ທີ່​ ​ໄດ້ອໍານວຍ​ໃຫ້​ພວກ​ພະນັກງານ​ດ້ານ​ສຸຂະ​ພາບ​ ຄົ້ນ​ພົບວີ​ທີ ການ​ໃໝ່​​ ໃນ​ການ​ນໍາ​ໃຊ້​ໂທລະ​ສັບ​ມື​ຖື ​ເພື່ອ​ຊ່ອຍ​ຜູ້​ຄົນ​ຜູ້​ທີ່​ມີ​ຄວາມ​ຍາກ​ລໍາບາກ ​ ໃນ​ການ​ໄປ​ຮັບການ​ຮັກສາ​ປິ່ນປົວ​ນັ້ນ ດັ່ງທີ່ນັກຂ່າວ​ຂອງ VOA, ນາງ Carol Pearson​ ​ໄດ້​ລາຍ​ງານມາ ຊຶ່ງວັນນະ​ສອນຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ຕໍ່​ໄປ.

ທຸລະ​ກິດ​ໂທລະສັບ​ມື​ຖື ​ແມ່ນ​ຈະ​ເລີນ​ເຕີບໂຕ​ຫຼາຍ​ໃນ​ບັນດາ​ປະ​ເທດ​ທີ່ກໍາ​ລັງ​ພັດ ທະນາ. ໂຕ​ຢ່າງ ໃນ Zimbabwe ສະຖິຕິ​ຂອງ​ທາງ​ກາ​ນສະ​ແດງ​ໃຫ້​ເຫັນ​ວ່າ​ເກືອບ 50% ຂອງ​ປະຊາກອນ ​ແມ່ນ​ມີໂທລະສັບ​ມື​ຖືໃຊ້ ຊຶ່ງແມ່ນ​ເພີ້​ມຂຶ້ນຈາກ ​ພຽງ​ແຕ່ 7% ​ເມື່ອສອງ​ປີກ່ອນໜ້າ​ນີ້. ທ່ານ David Alyward ​ຊື່​ງເປັນຜູ້​ອໍານວຍ​ການ​ຂອງ​ກຸ່ມສົ່ງ​ເສີມນາໆ​ຊາດ ທີ່​ເອີ້ນ​ວ່າ mHealth Alliance ນັ້ນ ກ່າວວ່າ ໃນໄລຍະ 5 ປີທີ່ຜ່ານ​ມາ​ນີ້ ​ ການ​ນໍາ​ໃຊ້ໂທລະສັບໄຮ້ສາຍ​ ກໍ​ຄື​ໂທລະສັລມື​ຖື ​ແມ່ນ​ໄດ້​ລະ​ເບີດ​ຂຶ້ນຢູ່ໃນ​ບັນດາ​ປະ​ເທດ​ທີ່ກໍ​ລັງ​ພັດທະນາ.

ອົງການ mHealth Alliance ​ແລະ​ກຸ່ມ​ອົງການອື່ນໆ​ທັງຫຼາຍ​ ໄດ້​ມອງໂທລະສັບ​ມື​ຖື​ແລະ​ເທັກ​ໂນ​ໂລ​ຈີ​ເຄື່ອນ​ທີ່​ນີ້ ​ວ່າເປັນ​ພະ​ຫະ​ນະຫຼື​ຫົນທາງໃນການ​ປັບປຸງ​ສຸຂະພາບ​ໃຫ້​ດີ​ຂຶ້ນ​ ຢູ່ໃນ​ສະຖານ​ທີ່ຕ່າງໆ ບ່ອນທີ່ພວກ​ຜູ້​ຄົນ​ບໍ່​ມີ​ທາງ ຫລື​ບໍ່​ສາມາດເຂົ້າໄປ​ຮັບການ​ປິ່ນປົວ​ຮັກສາ​ພະຍາບານໄດ້ງ່າຍ​ນັ້ນ​. ​ໃນ​ລະດັບພື້ນຖານ​ຫລື​ລະດັບທີ່​ງ່າຍໆ​ທີ່​ສຸດ​ ກໍແມ່ນ​ວ່າ ​ໂທລະ​ດັບ​ມື​ຖື​ ຊ່ອຍ​ໃຫ້​ພວກພະນັກງານ​ສາທາລະນະ​ສຸກ​ ສາມາດ​ຕິດ​ຕໍ່​ກັບ​ສຸກສາລາ, ພວກ​ທ່ານໝໍ ​ແລະ​ພະນັກງານ​ຄົນ​ອື່ນໆ ​ໃນ​ຂະ​ແໜງ​ດຽວ​ກັນ ​ເພື່ອ​ຂໍ​ຄໍາ​ແນະ​ນໍາ​ກ່ຽວ​ກັບ​ວິທີ​ຮັກສາ​ພວກ​ຜູ້​ປ່ວຍ ໃຫ້ດີທີ​ສຸດ.

ແມ່ຍິງອາຟຣິກາຄົນນື່ງ ຮຽນວິທີໃຊ້ໂທລະສັບມືຖື ເພື່ອຈົດທະບຽນ ເຂົ້າຮັບການສັກຢາປ້ອງກັນໂຣກ.
ແມ່ຍິງອາຟຣິກາຄົນນື່ງ ຮຽນວິທີໃຊ້ໂທລະສັບມືຖື ເພື່ອຈົດທະບຽນ ເຂົ້າຮັບການສັກຢາປ້ອງກັນໂຣກ.

ໃນ​ປີ 2009 ພວກ​ນັກ​ສຶກສາ​ທີ່​ມະຫາວິ​ທະຍາ​ໄລ Stanford ​ໃນລັດຄາ​ລີ​ຟໍ​ເນຍ ​ໄດ້ພາ ກັນເກັບ​ກໍາ​ເອົາ​ໂທລະສັບ​ມື​ຖື​ເກົ່າ ​ໄປແລກ​ກັບ​ໂທລະສັບ​ໃໝ່ ​ເພື່ອເອົາ​ໄປມອບ​ໃຫ້ພວກ​ພະນັກງານ​ສາທາລະນະ​ສຸກ ໃນ​ບັນດາປ​ະ​ເທດທີ່​ພວມ​ພັດທະນາ. Nadim Mahmud ​ເປັນຜູ້ຮ່ວມ​ກໍ່​ຕັ້ງ​ FrontlineSMS-Medic ຊຶ່ງ​ເປັນ​ອົງການທີ່​ກໍາ​ເນີ​ດມາ​ຈາກ​ຄວາມ​ພະຍາຍາມດັ່ງກ່າວ​ນັ້ນ.

ພວກ​ເຮົາ​ຫວັງ​ທີວ່າຈະ​ຊ່ອຍ​ຊີວິດ​ຫຼາຍໆ​ຄົນ. ພວກ​ເຮົາ​ຫວັງ​ທີ່ຈະ​ເຮັດໃຫ້ ພວກ​ສຸກສາລາ​ທັງຫລາຍ ດໍາ​ເນີນ​ງານ​ຢ່າງມີ​ປະສິດທິ​ຜົນ ​ແລ​ະ ພວກ​ເຮົາ​ກໍ​ຫັວງ ທີ່ຈະ​ເຮັດ​ໃຫ້​ຊີວິດຂອງພວກ​ພະນັກ​ງານສາທາລະນະ​ສຸກ​ໃນ​ຊຸມ​ຊົນ​ຫລື​ປະຊາ​ຄົມຕ່າງໆ ສະດວກ​ສະບາຍ ງ່າ​ຍຂຶ້ນ ​ແລະ​ມີ​ປະສິດທິ​ຜົນຫລາຍ​ຂຶ້ນ.”

ໃນ​ບັນດາ​ປະ​ເທດ​ພວມ​ພັດທະນາ​ສ່ວນ​ໃຫຍ່​ນັ້ນ ການ​ເກັບ​ກໍາ​ບັນທຶກຂໍ້​ມູນ​ຕ່າງໆ​ນັ້ນ​ແມ່ນ​ຍັງໃຊ້​ວິທີ​ຂຽນ ຫລື ຈົດ​ເອົາດ້ວຍ​ມືຢູ່ ​ແລະເມື່ອ​ມີເທັກ​ໂນ​ໂລ​ຈີເຄື່ອນ​ທີ່​ ​ຄືໂທລະສັບ​ມື​ຖື​ນັ້ນ ກໍແມ່ນ​ວ່າ ການ​ເກັບ​ກໍາ​ຂໍ້​ມູນບັນທຶກ​ຕ່າງໆ​ນັ້ນ​ ຫໍ​ຈະ​ສາມາດສົ່ງ​ໄປ​ຫາສູນ​ກາງ​ໄດ້​ງ່າຍ​ຂຶ້ນ ຊຶ່ງທ່ານ David Alyward ​ແຫ່ງ​ອົງການ mHealth Alliance ອະທິ​ບາຍວ່າ:

ພວກ​ຜູ້​ຄົນ​ແມ່​ນຈະສາມາດ​ເຂົ້າ​ຫາ​ຂໍ້​ມູນ​ໄດ້​ຢ່າງ​ໄວວາ​ທັນ​ໃຈ ​ໂດຍມີ​ການ​ທໍາຄວາມ​ຜິດ​ພາດໜ້ອຍ​ລົງ ແລະ​ແລກປ່ຽນ​ຂໍ້​ມູນ​ກັນ​ກັບ​ຄົນ​ອື່ນໆໄດ້​ຢ່າງ​ງ່າຍດາຍ ຊຶ່ງເຂົາ​ເຈົ້າ​ເຮັດບໍ່​ໄດ້​ໃນ​ເມື່ອກ່ອນ.”


ທ່າ​ນ Alyward ກ່າວ​ຕໍ່​ໄປວ່າ ໃນຂະນະ​ທີ່ໂທລະສັບ​ເຄື່ອນ​ທີ່​ ຫລື​ມື​ຖື ກາຍ​ມາ​ເປັນ​ຄື​ກັນ​ກັບເຄື່ອງຄອມ​ພິວ​ເຕີເຄື່ອນ​ທີ່ ຫລື laptop ຫລາຍ​ຂຶ້ນ​ເລື້ອຍໆ​ນັ້ນ ພວກພະນັກງານ​ສາທາລະນະ​ສຸກ ກໍຈະ​ສາມາດ​ສົ່ງ Video ຂໍ້​ຄວາມ ​ແລະ​ຂໍ້​ມູນ​ຕ່າງໆ​ ​ໄປໃຫ້​ທາງ​ສຸກສາລາ​ແລະ​ພວກ​ທ່ານໝໍ ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ ໃນ​ການ​ຮັກສາ​ພະຍາບານ ຊຶ່ງ​ທ່ານ Alyward ກ່າວ​ວ່າ:


ສິ່ງທີ່​ພວກ​ເຮົາ​ຈະເຫັນ​ໃນ​ໄວໆນີ້ ກໍ​ຄື​ວ່າ ອຸບປະກອນ​ກວດ​ສຸຂະພາບ​ທາງໄກບາ​ງຊະນິດ ຕົວຢ່າງ​ເຊັ່ນ: ​ເຄື່ອງວັດ​ອຸນນະພູມ​ຂອງ​ຮ່າງ​ກາຍ, ​ເຄື່ອງກວດຄວາມດັນ​ຂອງ​ເລືອດ, ​ເຄື່ອງ​ກວດ​ຫລື​ຟັງ​ເບິ່ງ​ທາຣົກ​ໃນ​ທ້ອງ, ​ເຄື່ອງ​ຟັງ​ຫົວ​ໃຈ, ຫລື​ກ້ອງ​ຈຸນລະທັດ ​ເປັນ​ຕົ້ນ ທີ່ຊ່ວຍ​ໃຫ້ສາມາດ​ກວດ​ໄດ້ ໂດຍ​ບໍ່​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ມີສຸກສາລາ​ ຫລື​ທ່ານໝໍຢູ່​ນໍາ.”

ທ່ານ Alyward ກ່າວໃນ​ທີ່​ສຸດວ່າ ​ເທັກ​ໂນ​ໂລ​ຈີ​ເຄື່ອນ​ທີ່​ສາ​ມາດຊ່ອຍໃຫ້​ບັນລຸ​ເປົ້າ​ໝາຍ​ສະຫັດສະ​ວັດ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃນ​ການ​ທີ່​ຈະຊ່ອຍ​ຊີວິດ​ຜູ້​ຄົນ​ໃຫ້ໄດ້ຫຼາຍ​ທີ່​ສຸດ ​ແລະ​ລົດ​ອັດຕາ​ການ​ຕາຍ​ຂອງ​ແມ່​ແລະ​ເດັກ​ ​ໃຫ້​ໜ້ອຍ​ລົງນັ້ນ.

XS
SM
MD
LG