ຊາວປາແລສໄຕນ໌ ສາມຄົນໄດ້ເສຍຊີວິດ ໃນການປະທ້ວງຢູ່ຮົ້ວເຂດຊາຍແດນ ລະ
ຫວ່າງ ເຂດກາຊາ ແລະ ອິສຣາແອລ ໃນວັນຄົບຮອບນຶ່ງປີຂອງການເລີ້ມການປະ
ທ້ວງປະຈຳສັບປະດາ.
ເຈົ້າໜ້າທີ່ສາທາລະນະສຸກ ປາແລສໄຕນ໌ ກ່າວວ່າ ໄວ້ລຸ້ນອາຍຸ 17 ປິໄດ້ຖືກຍິງ ແລະ
ເສຍຊີວິດໂດຍທະຫານ ອິສຣາແອລ ໃນລະຫວ່າງມື້ທີ່ມີການປະທ້ວງ. ໃນຂະນະທີ່
ຜູ້ປະທ້ວງອາຍຸ 21 ປີໄດ້ເສຍຊີວິດຫຼັງຈາກຖືກຍິງ ໄກ້ກັບ ຮົ້ວເຂດຊາຍແດນໃນຕອນ
ຂ້າມຄືນ.
ພວກປະທ້ວງຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການປະທ້ວງໃນວັນເສົາວານນີ້. ທະຫານ
ອິສຣາແອລ ກ່າວວ່າພວກປະທ້ວງພາກັນແກວ່ງກ້ອນຫີນ ແລະລະເບີດໃສ່ເຂດຊາຍ
ແດນ ອິສຣາແອລ. ແລະເວົ້າວ່າເຂົາເຈົ້າໄດ້ຈູດຕີນລົດດ້ວຍ.
ການປະທ້ວງປະຈຳອາທິດ ໄດ້ຈັດຂຶ້ນເພື່ອຮຽກຮ້ອງໃຫ້ ອິສຣາແອລ ແລະອີຈີບ ສິ້ນ
ສຸດການກີດກັ້ນເຂດກາຊາ ຊຶ່ງໄດ້ມີມາແຕ່ປີ 2007, ເວລາກຸ່ມຫົວຮຸນແຮງ ອິສລາມ
ຮາມັສ ໄດ້ກາຍມາເປັນປົກຜູ້ຄອງຢູ່ໃນເຂດດັ່ງກ່າວ.
ຊາວປາແລສໄຕນ໌ ທີ່ພາກັນປະທ້ວງຕ້ອງການສິດທິ ທີ່ຈະກັບຄືນໄປສູ່ດິນແດນທີ່ເຂົາ
ເຈົ້າໄດ້ຫລົບໜີ ໃນລະຫວ່າງການສ້າງຕັ້ງ ອິສຣາແອລ ໃນປີ 1948. ອິສຣາແອລ ໄດ້
ຄັດຄ້ານຕໍ່ແນວຄິດດັ່ງກ່າວ.
ການປະທ້ວງຍັງໄດ້ເກີດຂຶ້ນໃນວັນທີ່ຮູ້ຈັກກັນວ່າ “ວັນດິນແດນ” ໂດຍປະຊາຊົນ
ອາຣັບ ແລະ ຊາວປາແລສໄຕນ໌ ທີ່ອາໄສຢູ່ໃນ ອິສຣາແອລ. ວັນດິນແດນ ເປັນວັນ
ລະນຶກເຖິງການຕາຍ ຂອງຊາວ ອາຣັບ ແລະ ຜູ້ປະທ້ວງຊາວ ປາແລສໄຕນ໌ ຫົກຄົນ,
ຜູ້ທີ່ໄດ້ຄັດຄ້ານຕໍ່ການຍຶດດິນແດນຂອງຂອງຊາວ ອາຣັບ ແລະປາແລສໄຕນ໌ ໂດຍ
ອິສຣາແອລ.
ຊາວປາແລສໄຕນ໌ ຈຳນວນ 200 ຄົນ ແລະທະຫານ ອິສຣາແອລ ຄົນນຶ່ງໄດ້ເສຍຊີ
ວິດໃນປີທີ່ຜ່ານມາ ຈາກການປະທ້ວງປະຈຳອາທິດນັ້ນ.