ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ມີການທົດລອງພັດທະນາ ຢາວັກຊິນຕ້ານໄຂ້ມະເລເຣຍ ໃນທະວີບອາຟຣິກາ (ເບິ່ງວີດີໂອລາວ-ອັງກິດ)


ມີການທົດລອງພັດທະນາ ຢາວັກຊິນຕ້ານໄຂ້ມະເລເຣຍ ໃນທະວີບອາຟຣິກາ (ເບິ່ງວີດີໂອລາວ-ອັງກິດ)
ມີການທົດລອງພັດທະນາ ຢາວັກຊິນຕ້ານໄຂ້ມະເລເຣຍ ໃນທະວີບອາຟຣິກາ (ເບິ່ງວີດີໂອລາວ-ອັງກິດ)

ມີ​ຄົນ​ເສຍ​ຊີວິດ​ຍ້ອນ​ເປັນ​ໄຂ້​ມາ​ເລ​ເຣຍຫລື​ໄຂ້ຍຸງຫລາຍ​ກວ່າ 2 ລ້ານ​ຄົນ ​ໃນ​ແຕ່ລະ​ປີ ​ແລະ​ໃນ​ນັ້ນ​ແມ່ນມີ​ເດັກນ້ອຍ​ເສຍ​ຊີວິດ​ນຶ່ງ​ຄົນ​ໃນ​ທຸກໆ 45 ວິນາທີ​ໃດ ​ໂດຍ​ທີ່ 90% ຂອງ​ການເສຍ ຊີວິດຍ້ອນ​ພະຍາດ​ນີ້ທັງໝົດ​​ນັ້ນແມ່ນ​ເກີດຂຶ້ນຢູ່​ເຂດ​ໃຕ້ທະ​ເລ​ຊາຍ​ຊາ​ຮາຣາລົງ​ໄປ. ດ້ວຍ​ເຫດ​ນີ້ ຈຶ່ງ​ໄດ້​ມີ​ການໃຫ້​ຄວາມ​ສໍາຄັນຢ່າງ​ຫລວງຫລາຍ ແກ່​ການ​ພັດທະນາຢາ​ວັກ​ຊິນ​ທີ່​ມີ​ປະສິດ ທິ​ຜົນ​. ຜູ້​ສື່​ຂ່າວ​ຂອງ VOA Vidushi Sinha ​ມີ​ລາຍ​ງານກ່ຽວກັ​ບການ​ທົດ​ລອງ ການ​ປິ່ນປົວ​ແບບ​ເຝົ້າຕິດຕາມ​ເບິ່ງ ຫລື ທົດ​ລອງປົວ​ຢູ່​ໃນ​ຄລີ​ນິກ ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນທະວີບອາ​ຟຣິກາ ໃນ​ເວລາ​ນີ້ ຊຶ່ງ​ວັນນະ​ສອນ​ຈະ​ນໍາ​ມາສະ​ເໜີທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ ທີ່ກົງກັບພາສາລາວ:

ພວກຊາວສວນທີ່ປູກພືດ​ແບບບໍ່ໃຊ້​ຝຸ່ນ​ເຄມີ​ໃນ​ອາ​ຟຣິກາຈົ່ມວ່າຢາຂ້າແມງໄມ້ທີ່
ໃຊ້ຄວບຄຸມຍຸງທີ່ນໍາເຊື້ອກາຝາກຂອງໄຂ້ມາເລເຣຍຫລືໄຂ້ຍຸງນັ້ນ ໄດ້ໄປເຂົ້າໄປ
ເຈືອປົນຢູ່ນໍາຜົນລະປູກຂອງເຂົາເຈົ້າ ແລະເຮັດໃຫ້ເຂົາເຈົ້າຂາຍຜົນລະປູກບໍ່​ໄດ້.
Sam Dick Kale ພະຍາບານ ຊາວອູການດາຄົນນີ້ເວົ້າວ່າຢາຂ້າແມງໄມ້ທີ່ມັກ
ໃຊ້ກັນນັ້ນ ບໍ່ມີປະສິດທິຜົນອີກແລ້ວ. ພະຍາບານ Sam Dick Kale ​ເວົ້າ​ວ່າ:
“ດຽວນີ້ ແມ່ນເປັນ​ທີ່ຮູ້ກັນ​ແລ້ວວ່າ ຍຸງໄດ້ພັດທະນາການຕ້ານທານຕໍ່ຢາ
ດີດີທີ (DDT) ຂຶ້ນແລ້ວ.”

ສະນັ້ນ ໃນເຂດທີ່ມັກມີໄຂ້ມາເລເຣຍ ຈຶ່ງ​ໄດ້​ມີ​ການນໍາໃຊ້ທັງມຸ້ງກາງນອນທີ່ຍ້ອມ
ນໍ້າຢາຂ້າຍຸງ ແລະການປິ່ນປົວດ້ວຍຢາ ຊຶ່ງໄດ້ຊ່ວຍ​ຕັດຈໍາ ນວນການເສຍຊີວິດ
ລົງເກືອບເຄິ່ງນຶ່ງ ແຕ່ກໍ​ຍັງມີຊາວອາຟຣິກາ ປະມານ 800,000 ກວ່າຄົນເສຍຊີວິດ
ຍ້ອນໄຂ້ມາເລເຣຍນີ້ຢູ່ໃນແຕ່ລະປີ ຊຶ່ງສ່ວນຫລາຍແມ່ນເດັກນ້ອຍອາຍຸຕໍ່າກວ່າ
5 ປີ.

ໜອງນໍ້າຂັງທີ່ມີຍຸງໄຂ່ໃສ່ທີ່ເມືອງ Malindi ທີ່ປະເທດເຄນຢາ, ທະວີບອາຟຣິກາ
ໜອງນໍ້າຂັງທີ່ມີຍຸງໄຂ່ໃສ່ທີ່ເມືອງ Malindi ທີ່ປະເທດເຄນຢາ, ທະວີບອາຟຣິກາ

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ

Dr. Christian Loucq ເປັນຜູ້ອໍານວຍການຂອງໂຄງການລິເລີ້ມການໃຊ້ຢາວັກຊິນ
ຕ້ານໄຂ້ມາເລເຣຍ PATH ຫລື PATH Malaria Vaccine Initiative ທີ່ກໍາລັງທໍາ
ການທົດລອງໃຊ້ຢາວັກຊິນ​ໃໝ່ກັບມະນຸດ ຢູ່ໃນເຂດ​ໃຕ້ທະ​ເລ​ຊາຍ​ຊາ​ຮາຣາໃນອາຟຣິ
ກາ. Dr. Loucq ອະທິບາຍສູ່​ ວີ​ໂອ​ເອຟັງກ່ຽວ​ກັບຂໍ້ຫຍຸ້ງຍາກທີ່ພວກນັກຄົ້ນຄວ້າ
ດ້ານການຜະລິດຢາວັກຊິນກໍາລັງປະເຊີນຢູ່ ຊຶ່ງ​ທ່ານ​ກ່າວ​ວ່າ: “ມັນເປັນການຍາກ
ທີ່ຈະພັດທະນາຢາວັກຊິນ ຕໍ່ຕ້ານໄຂ້ມາເລເຣຍນັ້ນເພາະວ່າອັນ​ທີ່ພວກເຮົາຕໍ່ສູ້​ຢູ່​ນີ້
ແມ່ນ​ເປັນ​ເຊື້ອ​ກາ​ຝາກທີ່ສະ​ລັບ​ຊັບຊ້ອນທີ່ມີຫລາຍໆສ່ວນປະກອບ. ​ແລະເຊື້ອກາ
ຝາກທີ່ມີຊີວິດອັນນີ້ ສາມາດປັບປ່ຽນຕົວໄດ້ງ່າຍຫລາຍ. ສະນັ້ນ ມັນເປັນການຍາກ
ຫລາຍ ທີ່ຈະພັດທະນາພູມຕ້ານທານເພື່ອຕ້ານຢັນກັບເຊື້ອກາຝາກອັນນີ້ໄດ້.”

Dr. Loucq ຫວັງວ່າ ອົງການອະນາໄມໂລກຈະໃຫ້ອະນຸມັດ​ໃຫ້​ຜະລິດຢາວັກຊິນ
ໃໝ່ນີ້ ອອກໃຊ້ໄດ້ ໃນປີ 2015 ຊຶ່ງ​ທ່ານ​ອະທິບາຍ​ຕໍ່​ໄປ​ວ່າ: “ມັນຈະເຮັດໃຫ້
ຈຳນວນຄັ້ງ ທີ່ເດັກນ້ອຍຜູ້ນຶ່ງຈະເປັນໄຂ້ມາເລເຣຍຫລືໄຂ້ຍຸງທີ່ຕ້ອງໄປປິ່ນປົວ
ໃນຄລີນິກນັ້ນຫລຸດລົງ ແລະນັ້ນກໍໝາຍຄວາມວ່າ ຫລຸດໂອກາດໃນການເສຍ
ຊີວິດຍ້ອນໄຂ້ມາເລເຣຍຂອງເດັກນ້ອຍຜູ້ນັ້ນລົງ.

ໂຄງການລິເລີ້ມການໃຊ້ຢາວັກຊິນຕ້ານໄຂ້ມາເລເຣຍ PATH ນີ້ຍັງໄດ້ພະຍາຍາມ
ທີ່ຈະພັດທະນາຢາວັກຊິນລຸ້ນສອງ ເພື່ອປ້ອງກັນບໍ່ໃຫ້ຍຸງນໍາເອົາເຊື້ອກາຝາກ
ມາເລເຣຍໄປແຜ່ຜາຍນໍາອີກ. Dr. Christian Loucq ແຫ່ງໂຄງການນີ້ ອະທິ
ບາຍເພີ້ມເຕີມວ່າ:“ເມື່ອໃດຍຸງມາດູດເອົາເລືອດໄປເປັນອາຫານ ມັນກໍດູດເອົາ
ເຊື້ອຕ້ານທານຮ່າງກາຍ ທີ່ຈະເຮັດໃຫ້ການໝູນວຽນຂອງພະຍາດໄຂ້ມາເລເຣຍ ໃນຮ່າງກາຍຂອງຍຸງຢຸດສະງັກລົງ. ສະນັ້ນ ຍຸງກໍຈະບໍ່ຢູ່ໃນຖານະຜູ້ສົ່ງຕໍ່ເຊື້ອໄຂ້
ມາເລເຣຍໄປຫາເດັກນ້ອຍອີກຜູ້ນຶ່ງ ແລະນັ້ນກໍ​ຈະ​ເປັນວິທີການທີ່ດີຫລາຍ ໃນ
ການສະກັດກັ້ນ ການນໍາເຊື້ອໄຂ້ມາເລເຣຍອອກໄປແຜ່ຜາຍ.”

Dr. Loucq ກ່າວມ້ວນທ້າຍວ່າ ຢາວັກຊິນ​ໃໝ່ ທີ່ມີຊື່ວ່າ RTS,S ນີ້ຈະເປັນບາດກ້າວ
ອັນຍິ່ງໃຫຍ່ ໄປສູ່ການກໍາຈັດເຊື້ອໄຂ້ມາເລເຣຍໃຫ້ໝົດໄປ. ແຕ່ທ່ານເວົ້າຕື່ມອີກວ່າ
ເພື່ອຈະເຮັດໃຫ້ເປັນແນວນັ້ນໄດ້ ກໍຈໍາເປັນທີ່​ຈະຕ້ອງມີການລົງທຶນເຂົ້າໃສ່ການຄົ້ນຄວ້າ
ຫລາຍຂຶ້ນກວ່າເກົ່າອີກ.

XS
SM
MD
LG