ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ຫັນໄປໃຊ້ ຢາປົວໂຣກເອດສ໌ ເພື່ອປ້ອງກັນລ່ວງໜ້າ (ເບິ່ງວີດີໂດພາສາລາວ/ອັງກິດ)


ສໍານັກງານໃຫຍ່ຂອງບໍລິສັດ Gilead Sciences Inc. ທີ່ຜະລິດຢາ Truvada ສໍາລັບປົວໂຣກເອດສ໌ ທີ່ເມືອງ Foster City, ລັດຄາລິຟໍເນຍ.
ສໍານັກງານໃຫຍ່ຂອງບໍລິສັດ Gilead Sciences Inc. ທີ່ຜະລິດຢາ Truvada ສໍາລັບປົວໂຣກເອດສ໌ ທີ່ເມືອງ Foster City, ລັດຄາລິຟໍເນຍ.

ການສຶກສາຄົ້ນຄວ້າໃໝ່ຢູ່ອາຟຣິກາ ໄດ້ຢືນຢັນວ່າ ຢາທີ່ກິນເມັດນຶ່ງຕໍ່ມື້ທີ່ໃຊ້ປົວຄົນເຈັບ ທີ່ຕິດເຊື້ອໄວຣັສ HIV ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ -ຍັງສາມາດໃຊ້ໃນການປ້ອງກັນການ ຕິດເຊື້ອເອັສໄອວີ ແກ່ພວກຄົນທີ່ມີສຸຂະພາບດີເຊັ່ນກັນ. ຜູ້ສື່ຂ່າວວີໂອເອ Derek Henkle ມີເລື້ອງລາວຂອງຊາຍໜຸ່ມຜູ້ນຶ່ງ ທີ່ເຊື່ອວ່າການ​ໃຊ້​ຢາ​ດັ່ງກ່າວ ອາດ​ໄດ້​ຊ່ວຍປ້ອງກັນບໍ່ໃຫ້ ລາວຕິດເຊື້ອ HIV ກໍໄດ້ ຊຶ່ງວັນນະສອນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ສໍາລັບທ້າວ James Krellenstein (ເຈັມສ໌ ແຄຣລເລິນສຕາຍ) ຊາວນີວຢອກ ຄົນ​ນີ້ ການຕໍ່ສູ້ຕ້ານເຊື້ອເອັຈໄອວີ HIV ແລະ ໂຣກເອດສ໌ນັ້ນ ບໍ່ມີແຕ່ຢູ່ໃນທິດສະດີເທົ່ານັ້ນ.

​ເມື່ອໝໍ່ໆມານີ້ທ້າວ Krellenstein ອາຍຸ 20 ປີ ຊຶ່ງຍັງບໍ່ເຖິງກະສຽນທີ່ຈະຊື້ເຫລົ້າດື່ມ
ຢ່າງຖືກຕ້ອງຕາມກົດໝາຍໄດ້ຢູ່ໃນອາເມຣິການັ້ນ ​ໄດ້ມີປະສົບ​ປະການ​ທີ່​ໜ້າຢ້ານກົວ
ອັນນຶ່ງ ຊຶ່ງໄດ້ພາໃຫ້ລາວຕ້ອງໄປຊອກຫາການປິ່ນປົວຢ່າງຮີບດ່ວນ ເພື່ອປ້ອງກັນບໍ່ໃຫ້
ຕົນເອງຕິດເຊື້ອເອັຈໄອວີ ຄື​ລາວ​ໄດ້​ໄປ​ມີ​ເພດ​ສໍາພັນ​ກັບ​ຜູ້​ຊາຍ​ດ້ວຍ​ກັນ ໂດຍ​ທີ່​ບໍ່​ໄດ້
​ປ້ອງ​ກັນ​ຕົນ​ເອງ. ລາວ​ລົມ​ສູ່​ຟັງ​ວ່າ:

“ຂ້ອຍບໍ່ໄດ້ໃຊ້ຖົງຢາງອານາໄມ, ຂ້ອຍເມົາ, ມັນບໍ່​ແມ່ນການຕັດສິນໃຈທີ່ສະຫລາດ
ທີ່ສຸດໃນຊີວິດຂອງຂ້ອຍ...// ຜູ້ຊາຍຄົນນັ້ນ ອາດຈະມີເຊື້ອເອັຈໄອວີ, ຫລືອາດຈະ
ບໍ່ມີເຊື້ອ HIV ຂ້ອຍກໍບໍ່ຮູ້. ຂ້ອຍບໍ່ຢາກໃຊ້ຊີວິດຂອງຂ້ອຍ ມາມຸກໝຸ້ນນໍາການ
ແກ້ໄຂບັນຫາທີ່ມາຈາກເຊື້ອ HIV ຕະຫລອດໄປ.”

ທ້າວ James ໄດ້ຮັບການປິ່ນປົວເວລານຶ່ງເດືອນ ໂດຍໃຊ້ຢາຂະໜານນຶ່ງ ທີ່ໃຊ້ຢາປ້ອງ
ກັນເຊື້ອ HIV ເພື່ອບໍ່ໃຫ້ເຊື້ອໄວຣັສ ​ໄປ​ໂຈມຕີ​ ແລະ​ທໍາລາຍເຊລເມັດເລືອດຂາວໃນຮ່າງ
ກາຍລາວ ແລະກໍບໍ່ໃຫ້ມີການແຜ່ເຊື້ອດັ່ງກ່າວຕໍ່ໄປ.

ນັກຄົ້ນຄວ້າດ້ານໂຣກເອດສ໌, ດຣ. ​ແອນໂທນີ ໂຟຈີ (Dr. Anthony Fauci) ເວົ້າວ່າ ​ວິ
ທີການປິ່ນປົວແບບສຸກ​ເສີນນີ້ ​ແມ່ນຈໍາເປັນ​ຕ້ອງໄດ້ເຮັດຢ່າງ​ໄວ​ແລະ​ໂດຍ​ທັນທີ ເພື່ອລະງັບ ການຕິດເຊື້ອເອັຈໄອວີນັ້ນ ຊຶ່ງ​ດຣ. ໂຟຈີ ອະທິບາຍວ່າ:

“ຍ້ອນວ່າ ຖ້າເຊື້ອໄວຣັສນີ້ ຕິດໃສ່ເຊລນຶ່ງ ແລະເຊລນັ້ນຕາຍ ​ໂດຍ​ທີ່​ບໍ່ໄດ້ໄປຕິດ
ໃສ່ເຊລອື່ນ. ສະນັ້ນ ການຕິດແປດກໍຈະໝົດໄປ."

ພວກທ່ານໝໍທັງຫລາຍ ໄດ້ພາກັນໃຊ້ຢາປິ່ນປົວໂຣກເອດສ໌ນີ້​ແລ້ວ ເພື່ອປ້ອງກັນການຕິດ
ເຊື້ອ​ເອັຈ​ໄອ​ວີ ຄືກັນກັບທີ່ເຈມສ໌ໄດ້ຮັບການປິ່ນປົວ-ຄືແບບວິທີປິ່ນປົວສຸກເສີນ.

ຢາ Truvada-ຢາເມັດທີ່ຢາຕ້ານໂຣກເອດສ໌ທີ່ນັກຄົ້ນຄວ້າຄິດວ່າ ຈະຢາທີ່ມີປະສິດທິພາບໃນການປ້ອງກັນເຊື້ອ HIV ສໍາລັບຄົນທີ່ມີ ສຸຂະພາບດີອີກດ້ວຍ
ຢາ Truvada-ຢາເມັດທີ່ຢາຕ້ານໂຣກເອດສ໌ທີ່ນັກຄົ້ນຄວ້າຄິດວ່າ ຈະຢາທີ່ມີປະສິດທິພາບໃນການປ້ອງກັນເຊື້ອ HIV ສໍາລັບຄົນທີ່ມີ ສຸຂະພາບດີອີກດ້ວຍ

ແຕ່ມາ​ບັດ​ນີ້ ການສຶກສາຄົ້ນຄວ້າ
ໃໝ່ສາມບັ້ນ ​ໄດ້ຢືນຢັນໄດ້ວ່າຢາ
Truvada -ຊຶ່ງເປັນຢາເມັດທີ່ປະ
ສົມຢາຕ້ານໂຣກເອດສ໌ສອງຢ່າງ
ອາດເປັນວິທີການປິ່ນປົວໄລຍະ
ຍາວທີ່ມີປະສິດທິພາບເຊັ່ນກັນ
ສໍາລັບຄົນທີ່ອາດ​ຈະຖືກເຜີຍແບ
ໃສ່ເຊື້ອ HIV.

ການສຶກສາຄົ້ນຄວ້າໃໝ່ເຫລົ່າ
ນີ້ໄດ້ສຸມໃສ່ອັນທີ່ເອີ້ນກັນວ່າ
ການປ້ອງກັນໂຣກເອດສ໌ ກ່ອນ
ຖືກເຜີຍແບໃສ່ ຫລື Pre-
Exposure Prophylaxis ຫລື
ເອີ້ນຫຍໍ້ວ່າ PrEP ສໍາລັບຜູ້​ທີ່​
ມັກຮ່ວມເພດກັບເພດກົງກັນ
ຂ້າມຢູ່ໃນທະວີບອາຟຣິກາ.
ມັນໄດ້ຢືນຢັນຜົນການສຶກສາ
ຄົ້ນຄວ້າບັ້ນກ່ອນ ທີ່ໄດ້ສະແດງໃຫ້ເຫັນຜົນທີ່​ຄ້າຍຄື​ກັນ​ໃນ​ໝູ່ພວກຜູ້ຊາຍກະເທີຍ ຫລືເປັນເກນັ້ນ.

ດຣ. ເຣ​ເມີນ ມາກຕິນສ໌ (Dr. Raymond Martins) ນໍາພາຄລີນິກປົວໂຣກເອດສ໌ ທີ່ນະ
ຄອນຫລວງວໍຊິງຕັນເວົ້າວ່າ ໃນຂະນະທີ່ການໃຊ້ຢາທີ່​ວ່າ​ນີ້ ປິ່ນປົວຄົນເຈັບທີ່ຕິດເຊື້ອ HIV
ແລ້ວ​ນັ້ນ ສາມາດຊ່ວຍປ້ອງກັນບໍ່ໃຫ້ພວກເຂົາເຈົ້ານໍາເອົາເຊື້ອໂຣກນີ້ ໄປແຜ່ຜາຍໃສ່ຜູ້ອື່ນ
ນັ້ນ, ຢາ PrEP ກໍຍັງເປັນເຄື່ອງມືທີ່ມີຄຸນຄ່າ ເພື່ອຊ່ວຍ​ປົກປ້ອງພວກ​ຄົນ​ທໍາ​ມະ​ດາ ບໍ່ໃຫ້
ຕິດເຊື້ອໄວຣັສນີ້​ໄດ້​ອີກ. ດຣ. ເຣ​ເມີນ ມາກຕິນສ໌ ກ່າວວ່າ:

“ຂ້າພະ​ເຈົ້າ​ຕື່ນ​ເຕ້ນ​ຫລາຍ​ທີ່​ສຸດ ກ່ຽວກັບຢານີ້// ພວກເຮົາຕ້ອງການທາງເລືອກ
ຫລາຍໆ ຢ່າງ ເພື່ອປ້ອງກັນການຕິດເຊື້ອ​ເອັຈ​ໄອ​ວີ​ໃໝ່ ແລະເບິ່ງຄືວ່າ ວິທີການ
ປ້ອງກັນໂຣກເອດສ໌ ກ່ອນຖືກເຜີຍແບໃສ່ ຫລື Pre-Exposure Prophylaxis
ນີ້ ຈະ​ເປັນນຶ່ງໃນທາງເລືອກເຫລົ່ານັ້ນ.

ພວກນັກຄົ້ນຄວ້າເວົ້າວ່າ ການໃຊ້ຢາ PrEP ໃຫ້ໂອກາດໃນການປ້ອງກັນການຕິດເຊື້ອໄດ້
ໃນລະຫວ່າງ 62 ຫາ 73 ເປີເຊັນ.

ແຕ່ວ່າ ໃນຂະນະທີ່ຢາເຫລົ່ານີ້ມີປະສິດທິພາບສູງ ແຕ່ມັນກໍຍັງແພງຫລາຍ.

“ມັນແມ່ນຮ້ານຂາຍຢາ ຄືຮ້ານນີ້ ຢູ່ທີ່ສູນດູແລສຸຂະພາບ Whitman Walker
Health ທີ່ລັດຖະບານໃຫ້ການເກື້ອກູນຢ່າງຫລວງຫລາຍນີ້​ແຫລະ ທີ່​ຈະເຮັດ
ໃຫ້ລາຄາຂອງຢາ ທີ່ຊ່ວຍຊີວິດຂອງຄົນພວກນີ້ ຖືກລົງໄດ້. ຢ່າງ​ໃດ​ກໍ​ຕາມເມື່ອ
​ໄວໆ ມາ​ນີ້ ບໍລິສັດກິລ​ແລດ (Gilead) ຜູ້ຜະລິດຢານີ້ ໄດ້ອອກມາປະກາດ​ ທີ່ຈະ
ມີຜົນກະທົບຕໍ່ໂລກພັດທະນານັ້ນ ວ່າ ຈະເຮັດໃຫ້ຢານີ້ມີໄວ້ໃຫ້ປະຊາຊົນ​ໄດ້
ໃຊ້ຖືກໆ ພຽງ 21 ເຊັນຕໍ່ມື້ ຫລືປະມານ 1700 ກີບ.”

ບໍລິສັດ Gilead ໄດ້ຕົກລົງທີ່ຈະເອົາຢາ​ນີ້ເຂົ້າໄປໃສ່ນໍາຄັງປາຕັງຢາຂອງສະຫະປະຊາຊາດ
(UN Medicines Patent Pool) ຊື່​ງຈະ​ອໍາ​ນວຍ​ໃຫ້ຢາຕ້ານໂຣກເອັສນີ້ ໄດ້ຮັບການຜະ
ລິດ ໃຫ້ເປັນຢາປະເພດທີ່ມີໄວ້ຂາຍທົ່ວໄປ ໃຫ້ຄົນ​ໄດ້ໃຊ້ໃນໂລກພວມພັດທະນາ ສໍາລັບ
ທັງການປ້ອງ​ກັນ​ລ່ວງ​ໜ້າ​ແບບ PrEP ແລະການປິ່ນປົວພວກ​ທີ່​ຕິດເຊື້ອໄວຣັສ ​ເອັຈ​ໄອ​ວີ
​ແລ້ວ.

ຄລິກບ່ອນນີ້ເພື່ອເບິ່ງວີດິໂອພາສາລາວ

ຢູ່ໃນສະຫະລັດນີ້ ບໍລິສັດ Gilead ເວົ້າວ່າ ເມື່ອໃດອົງການຄຸ້ມຄອງອາຫານ ແລະຢາ
ອະນຸມັດໃຫ້​ໃຊ້​ຢາ​ນີ້​ໄດ້​ແລ້ວ ທາງບໍລິສັດກໍອາດຈະເຮັດໃຫ້ຢາ PrEP ມີ​ໄວ້​ບໍລິການໂດຍ
ຜ່ານໂຄງການນຶ່ງ ທີ່ຊ່ວຍຜູ້ທີ່ບໍ່ສາມາດຊື້ຢາຕາມໃບສັ່ງນັ້ນ ໃຫ້ຊື້ຢານີ້ໄດ້.

ຢານີ້ ຈະຖືກຜະລິດໃຫ້ເປັນຢາທີ່ມີຫຍີ່ຫໍ້ຢູ່ໃນສະຫະລັດ,ຊຶ່ງ​ຈະສີ້ນ​ເປືອງຄ່າໃຊ້ຈ່າຍປະ
ມານ 1,500 ໂດລາຕໍ່ເດືອນ.

ເລື້ອງຂອງທ້າວ James Krellenstein ບໍ່ແມ່ນກໍລະນີພິເສດ. ລາວເປັນພຽງສ່ວນນຶ່ງ ຂອງປະຊາກອນອາເມຣິກາທີ່ມີການຕິດເຊື້ອເອັຈໄອວີ ຫລາຍ​ຂຶ້ນນັບມື້.

ສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດປະ​ເມີນວ່າ ພວກຜູ້ຊາຍທີ່ເປັນເກມັກ
​ຮ່ວມ​ເພດ​ກັບ​ຜູ້​ຊາຍ​ດ້ວຍ​ກັນ ຫລືຮ່ວມເພດກັບ​ຜູ້ຍິງ​ນໍາ​ ຊຶ່ງກວາມເອົາພຽງແຕ່ 4 ເປີ
ເຊັນຂອງພົນລະເມືອງຜູ້ຊາຍໃນສະຫະລັດນັ້ນ ມີໂອກາດທີ່​ຈະ​ຕິດເຊື້ອເອັຈໄອວີ ເຖິງ
44 ເປີເຊັນ ຫລາຍກວ່າພວກຜູ້ຊາຍທີ່ມີເພດສໍາພັນກັບເພດກົງກັນຂ້າມ. ນາຍແຄຣລເລິນ
ສຕາຍ ​ເວົ້າ​ວ່າ:

“ເພື່ອນຂອງຂ້ອຍ ເກືອບໝົດທຸກຄົນ ບໍ່ວ່າຈະເປັນຄົນທີ່ມີການຮ່ວມເພດກັບ
ເພດກົງກັນຂ້າມ ຫລືຈະເປັນເກຢ່າງ​ດຽວກໍຕາມ, ພວກເຂົາເຈົ້າບໍ່ໃຊ້ຖົງຢາງອານາ
ໄມທຸກໆຄັ້ງທີ່ຮ່ວມເພດ. ສ່ວນຂ້ອຍ ພະຍາຍາມໃຊ້ຖົງຢາງອານາໄມທຸກໆຄັ້ງ. ໃນຖານະວ່າເປັນຜູ້ນຶ່ງທີ່ຂ້ອນຂ້າງຮູ້ກ່ຽວກັບບັນຫານີ້, ມັນເປັນຕາຢ້ານທີ່ຈະ
ບໍ່ໃຊ້ມັນ."

ເຖິງແມ່ນວ່າ ຢາ PrEP ຈະມີຜົນປະໂຫຍດກໍຕາມ, ພວກນັກຊ່ຽວຊານດ້ານການແພດ
ບາງຄົນເປັນຫ່ວງວ່າ ການ​ມີ​ຢາ​ນີ້​ໃຊ້ອາດຈະພາໄປສູ່ການລະ​ເຫລີງ​ໃນ​ການໃຊ້ຖົງຢາງ
ອານາໄມ.

ທ່ານ ໄບຣເອິນ ມີລເລີ (Brant Miller) ກໍຄື ນັກເຄື່ອນໄຫວຕ້ານໂຣກ ເອດສ໌ຜູ້ອື່ນໆ ເວົ້າວ່າລາວມີແຜນທີ່ຈະສືບຕໍ່ຊຸກຍູ້​ຢ່າງ​ຕັ້ງໜ້າ ໃຫ້ໃຊ້ຖົງຢາງອານາໄມ. ລາວກ່າວວ່າ:

ມັນເປັນວິທີທີ່ດີ ທີ່ພວກ​ເຮົາໄດ້ໃຊ້ກັນມາ ເພື່ອປ້ອງກັນການແຜ່ລາມຂອງເຊື້ອ
ເອັຈໄອວີ ແລະມັນກໍໃຊ້ໄດ້ຜົນ​ຢູ່ສະ​ເໝີ​ມາ ແລະກໍຍັງຈະສືບຕໍ່ໃຊ້​ໄດ້ຜົນຕະຫລອດ
​ໄປ ໂດຍບໍ່ກ່ຽວກັບວ່າ ຜູ້ຄົນຈະມີຄວາມສາມາດຊື່ຢາ PrEP ນັ້ນໄດ້ຫລືບໍ່
.”

ທ້າວ James Krellenstein ເວົ້າວ່າ ລາວຮູ້ສຶກວ່າເປັນບຸນຄຸນ ອັນໃຫຍ່ຫລວງ ທີ່ໄດ້ພົບກັບທ່ານໝໍຜູ້ນຶ່ງ ທີ່ໄດ້ວາງຢາຕ້ານ ໂຣກເອດສ໌ ຫລືanti-retrovirals ​ໃຫ້​ລາວ ແລະລາວ​ໃຫ້ເຄຣດີດຢາພວກນີ້ ວ່າເຮັດໃຫ້ລາວ ປອດເຊື້ອເອັຈໄອວີຢູ່ຕໍ່​ມາ. ລາວ​ໄດ້ເປີດເວັບໄຊນຶ່ງ ທີ່ມີຊື່ວ່າ: PEPNow.org ທີ່ເຊື່ອມຕໍ່ໃສ່ ຜູ້ທີ່ຊອກຫາການປິ່ນປົວ ນໍາພວກທ່ານໝໍ ທີ່ສາມາດຊ່ວຍພວກເຂົາເຈົ້າໄດ້.

ສ່ວນ ດຣ. ເຣ​ເມີນ ມາກຕິນສ໌ ນັ້ນ ກ່າວວ່າ:

“ຂ້ອຍຄິດວ່າ ທາງທີ່ດີທີ່ສຸດທີ່ຜູ້ຄົນຈະສາມາດປົກປ້ອງຕົນ​ເອງໄດ້ ກໍຄື ຖ້າຫາກເຂົາເຈົ້າຮູ້ສຶກວ່າ ຕົນຕົກຢູ່ໃນຄວາມສ່ຽງຕໍ່ການຕິດເຊື້ອເອັຈໄອວີແລ້ວ ຫລືພາຍຫລັງທີ່ໄດ້ມີການຮ່ວມເພດ ທີ່ມີຄວາມສ່ຽງສູງຕໍ່ການຕິດ​ເຊື້ອນີ້ແລ້ວ ໃຫ້ໄປຫານາຍ​ໝໍ ໄວເທົ່າທີ່ຈະໄວໄດ້ ເພື່ອທ່ານຈະໄດ້ຮູ້ວ່າ ທ່ານ​ມີທາງເລືອກ​ແນວ​ໃດ​ແດ່ ເພື່ອປ້ອງກັນເຊື້ອເອັຈໄອວີ.”

ກໍ​ຄືທາງເລືອກ ທີ່ທັງພວກທ່ານໝໍ ແລະຄົນເຈັບ ຕ່າງ​ກໍຫວັງວ່າ ຢາເມັດສີຟ້ານ້ອຍໆນີ້ ຖ້າກິນເປັນປະຈໍາທຸກວັນ​ແລ້ວ ຈະກາຍເປັນ​ໂຕ​ປ່ຽນ​ເກ​ມ ​ໃນການຕໍ່ສູ້ຂອງໂລກ ເພື່ອ​ເຮັດ​ໃຫ້ການແຜ່ລະບາດຂອງໂຣກເອດສ໌ ໝົດໄປນັ້ນ.

<p>

<object id="single1" width="300" height="24" data=" http://www.voanews.com/MediaAssets2/lao/2011_08/CN%20HIV%20Prevention%20Drug.mp4">

<param name="data" value="http://www.voanews.com/MediaAssets2/player/jw/player.swf" />

<param name="name" value="single1" />

<param name="allowfullscreen" value="true" />

<param name="allowscriptaccess" value="always" />

<param name="wmode" value="transparent" />

<param name="flashvars" value="file= http://www.voanews.com/MediaAssets2/lao/2011_08/CN%20HIV%20Prevention%20Drug.mp4&backcolor=7FA3BD&frontcolor=FFFFFF" />

<param name="src" value="http://www.voanews.com/MediaAssets2/player/jw/player.swf" />

<param name="bgcolor" value="#ffffff" />

</object>

XS
SM
MD
LG