ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອັດຕາການເສຍຊີວິດ ຍ້ອນຕັບອັກເສບ ປະເພດ C ກໍາລັງລໍ້າໜ້າເຊື້ອ HIV


ພາບສະແດງອາການຂອງໂຣກຕັບອັກເສບ ຊະນິດ B ຊຶ່ງເປັນ ເຊື້ອໄວຣັສຊະນິດນຶ່ງ ທີ່ສູນກາງຄວບຄຸມ
ແລະປ້ອງກັນພະຍາດສະຫະລັດ ຫລື CDC ໄດ້ໃຊ້ ໃບຢັ້ງຢືນການເສຍຊີວິດເພື່ອຕິດຕາມ ເບິ່ງກໍລະນີການ​ເສຍ​ຊີວິດ
ພາບສະແດງອາການຂອງໂຣກຕັບອັກເສບ ຊະນິດ B ຊຶ່ງເປັນ ເຊື້ອໄວຣັສຊະນິດນຶ່ງ ທີ່ສູນກາງຄວບຄຸມ ແລະປ້ອງກັນພະຍາດສະຫະລັດ ຫລື CDC ໄດ້ໃຊ້ ໃບຢັ້ງຢືນການເສຍຊີວິດເພື່ອຕິດຕາມ ເບິ່ງກໍລະນີການ​ເສຍ​ຊີວິດ

ພວກນັກຄົ້ນຄວ້າສະຫະລັດເວົ້າວ່າ ໃນຂະນະທີ່ຈໍານວນຄົນທີ່ເສຍຊີວິດ ຍ້ອນເຊື້ອເອັສໄອວີ ຫລືໂຣກເອດສ໌ໄດ້ຫຼຸດລົງ ຈໍານວນກໍລະນີການຕາຍ ຍ້ອນເຊື້ອໄວຣັສ ໂຣກຕັບອັກເສບ ຊະນິດ C ພັດກໍາລັງເພີ້ມຂຶ້ນ. ເພາະສະນັ້ນຄົນ ອາເມຣິກັນ ​ໃນປັດຈຸບັນນີ້ກໍາລັງເສຍຊີວິດ ຍ້ອນໂຣກຕັບອັກເສບຊະນິດ C ຫຼາຍກວ່າເຊື້ອເອັສໄອວີອີກ. ຜູ້ລາຍງານຂ່າວ ດ້ານສຸຂະ ພາບ, ນາຍ Art Chimes ມີລາຍລະອຽດເລື້ອງນີ້ ຊຶ່ງທອງປານຈະນໍາມາສະເໜີ ທ່ານໃນ ອັນດັບຕໍ່ໄປ.

ພວກນັກຄົ້ນຄວ້າ ທີ່ສູນກາງຄວບຄຸມແລະປ້ອງກັນພະຍາດສະຫະລັດ ຫລື CDC ໄດ້ໃຊ້ ໃບຢັ້ງຢືນການເສຍຊີວິດເພື່ອຕິດຕາມ ເບິ່ງກໍລະນີການ​ເສຍ​ຊີວິດຍ້ອນການຕິດເຊື້ອໄວ
ຣັສສາມຊະນິດ ອັນ​ມີ ໂຣກຕັບອັກເສບຊະນິດ B, ໂຣກຕັບອັກເສບຊະນິດ C, ແລະເຊື້ອ
ເອັຈໄອວີ ທີ່​ພາ​ໃຫ້​ເປັນ​ໂຣກເອດສ໌ນັ້ນ ເປັນເວລາເກືອບຮອດທົດສະວັດນຶ່ງ ຊຶ່ງເລີ້ມຕົ້ນ
ໃນປີ 1999.

ຕະຫລອດ​ໄລຍະເກົ້າປີທີ່ຕິດຕາມ​ເບິ່ງ​ນັ້ນ ກໍລະນີການ​ເສຍ​ຊີວິດຍ້ອນ ເຊື້ອເອັຈໄອວີ ໄດ້
ຫລຸດລົງຢ່າງສະໝໍ່າສະເໝີ ຂະນະ​ທີ່ມີ​ການ​ນໍາ​ໃຊ້ ປະຕິບັດໂຄງການປ້ອງກັນພະຍາດນີ້ ແລະມີການປິ່ນປົວທີ່ດີກວ່າເກົ່າ ໄວ້ບໍລິການ. ໃນຂະນະດຽວກັນ ກໍລະນີຄົນເສຍຊີວິດ
ຍ້ອນໂຣກຕັບອັກ ເສບ ຊະນິດ C ໄດ້ເພີ້ມຂຶ້ນເລື້ອຍໆ ແລະຕົກ​ມາຮອດປີ 2007 ມີຄົນ ອາເມຣິກັນເສຍຊີວິດຍ້ອນເຊື້ອໄວຣັສຊະນິດນີ້ ຫລາຍກວ່າເຊື້ອໄວຣັສ ທີ່ພາໃຫ້ເປັນໂຣກ
ເອດສ໌.

ການທົດລອງຢາເພື່ອປົວໂຣກເອດສ໌ ທີ່ເປັນພະຍາດທີ່ເອົາຊີວິດຄົນ ອາເມຣິກາໄປໃນອັດຕາຕໍ່າລົງກວ່າ ໂຣກຕັບອັກເສບຊະນິດ C
ການທົດລອງຢາເພື່ອປົວໂຣກເອດສ໌ ທີ່ເປັນພະຍາດທີ່ເອົາຊີວິດຄົນ ອາເມຣິກາໄປໃນອັດຕາຕໍ່າລົງກວ່າ ໂຣກຕັບອັກເສບຊະນິດ C

ກໍລະນີການເສຍ​ຊີວິດຍ້ອນ
ໂຣກຕັບອັກເສບຊະນິດ B
ແມ່ນຂ້ອນຂ້າງ ມີຈຳນວນ
ສະໝໍ່າສະເໝີສໍ່າ​ເກົ່າໃນ
ຊ່ວງໄລຍະທີ່ທໍາການສຶກ
ສາຄົ້ນຄວ້າຢູ່ນັ້ນ ແລະ​ເປັນ
ສັດສ່ວນ​ນ້ອຍໆ​ນຶ່ງ​ເທົ່າ​ນັ້ນ
ຂອງກໍລະນີຄົນເສຍຊີວິດ
ຍ້ອນເຊື້ອໄວຣັສ ອີກສອງ
ຢ່າງ ທີ່ກ່າວມາຂ້າງເທິງນັ້ນ.

ທ່ານ ຈອນ ວອດ (John Ward) ຜູ້ຮ່ວມຂຽນບົດລາຍງານ ພ້ອມທັງ​ເປັນຜູ້ອໍານວຍການ
ພະແນກໂຣກຕັບອັກເສບຂອງສູນຄວບ​ຄຸມ​ ແລະ​ປ້ອງ​ກັນພະຍາດ​ສະຫະລັດ ເວົ້າວ່າ
ການເພີ້ມຂຶ້ນໜ້ອຍນຶ່ງ​ໃນຈໍານວນຄົນທີ່ ເສຍຊີວິດຍ້ອນໂຣກຕັບອັກເສບຊະນິດ C ບໍ່ໄດ້
ໝາຍ​ຄວາມວ່າ ມີຄົນຕິດເຊື້ອນີ້ຫລາຍຂຶ້ນ​ແຕ່​ຢ່າງ​ໃດ.

ທ່ານ ຈອນ ວາດ ​ເວົ້າວ່າ “ຈໍານວນຄົນເສຍຊີວິດ ຍ້ອນໂຣກຕັບອັກເສບ ຊະນິດ
C ເພີ້ມຂຶ້ນ ກໍ​ຍ້ອນ​ວ່າພວກຄົນທີ່ໄດ້ຕິດເຊື້ອໄວຣັສຊະນິດນີ້ ມີອາຍຸທີ່ກ້າວເຂົ້າ
ສູ່ໄລຍະນຶ່ງຂອງຊີວິດຂອງເຂົາເຈົ້າ ທີ່ພວກເຂົາເຈົ້າ ເຈັບປ່ວຍຍ້ອນເປັນໂຣກຕັບ
ແຂງ ຫລືໂຣກມະເຮັງຕັບ ທີ່ເກີດຈາກການ ຕິດເຊື້ອໄວຣັສຊະນິດນີ້.”

Telaprevir ເປັນຢານຶ່ງໃນສອງຊະນິດໃໝ່ ທີ່ຄາດວ່າ ຈະປົວໂຣກຕັບອັກເສບ ຊະນິດ c ຊຶ່ງເອົາຊີວິດຄົນໄປຫລາຍກວ່າ ໂຣກເອດສ໌ ນັ້ນ.
Telaprevir ເປັນຢານຶ່ງໃນສອງຊະນິດໃໝ່ ທີ່ຄາດວ່າ ຈະປົວໂຣກຕັບອັກເສບ ຊະນິດ c ຊຶ່ງເອົາຊີວິດຄົນໄປຫລາຍກວ່າ ໂຣກເອດສ໌ ນັ້ນ.

ໂຣກຕັບອັກເສບຊະນິດ C ໄດ້
ຖືກຄົ້ນພົບໃນປີ 1989 ແລະ
ທ່ານວອດ (Ward) ເວົ້າວ່າ
ສ່ວນ​ໃຫຍ່​ຂອງຊາວອາເມຣິ
ກັນເກືອບສາມລ້ານຄົນ ທີ່
ຕິດເຊື້ອ​ໄວຣັສນີ້ ແມ່ນໄດ້ຖືກ
ເຜີຍແບຕໍ່ພະຍາດນີ້ມາກ່ອນ
ເຊ່ນຕິດເຊື້ອ ໂດຍຜ່ານການ
ຖ່າຍ​ເລືອດ​ທີ່​ໃຊ້ເລືອດຂອງຄົນ
ທີ່ຕິດເຊື້ອໂຣກນີ້ ຫຼືໂດຍການ
ສັກຢາ​ເສບ​ຕິດຜິດກົດໝາຍ.

ຄົນຜູ້ນຶ່ງສາມາດຕິດເຊື້ອໄວຣັສຊະນິດນີ້ ເປັນເວລາຫລາຍສິບປີ ໂດຍທີ່ບໍ່ສະແດງໃຫ້ເຫັນ
ອາການໃດໆ ຈົນກວ່າວ່າມັນກາຍເປັນໂຣກຕັບຂັ້ນ​ຮ້າຍ ແລະສ່ວນຫລາຍ ກັນດານຕໍ່
ຊີວິດ.

ທ່ານ ວອດ (Ward) ກ່າວຕື່ມອີກວ່າ ຜົນສໍາເລັດໃນການຕໍ່ສູ້ຕ້ານກັບເຊື້ອເອັຈໄອວີ
ຫລືໂຣກເອດສ໌ ສາມາດໃຊ້ເປັນແຜນທີ່ ເພື່ອຕໍ່ສູ້​ຕ້ານໂຣກຕັບອັກເສບຊະນິດ C ໄດ້
ເຊັ່ນກັນ ຊຶ່ງໃນນັ້ນລວມມີ ການກວດກາຄົນທີ່ສ່ຽງຕໍ່ການເປັນພະຍາດນີ້ ຫລາຍ​ຂຶ້ນ,
ໂດຍສະເພາະແມ່ນພວກ ທີ່ ເກີດໃນໄລຍະປີ 1945 ຫາ 1965 ແລະການພັດທະນາ
ເຄືອຂ່າຍການ ປິ່ນປົວທີ່​ແຂງ​ແຮງ ເພື່ອເຂົ້າຫາພວກຄົນເຈັບພ້ອມດ້ວຍຢາທີ່ມີປະສິດ
ທິຜົນລ່າສຸດ.

ທ່ານຈອນ ວາດ​ເວົ້າວ່າ “ແລະເມື່ອພວກເຮົາ ເວົ້າວ່າ ປະສິດທິຜົນ, ພວກເຮົາ
ແມ່ນເວົ້າ​ເຖິງ​ການກໍາຈັດການຕິດເຊື້ອ​ໄວຣັສນີ້ໃຫ້ໄດ້ແທ້ໆ, ການປິ່ນປົວການ
ຕິດເຊື້ອ​ໃຫ້ຫາ​ຍຂາດ
ບໍ່ແມ່ນ ການປິ່ນປົວ​ແບບ​ຍືດ​ເຍື້ອ​ໄປຕະຫລອດຊີວິດ,
ແຕ່ກົງກັນຂ້າມ ມັນເປັນການປິ່ນປົວທີ່ສາມາດນໍາໄປ ສູ່ການກໍາຈັດເຊື້ອໄວ
ຣັສນີ້
ໄດ້ ​ໃນ 70% ຂອງຄົນປ່ວຍ.”

ທ່ານວອດຍັງກ່າວອີກວ່າ ການດໍາເນີນຄວາມພະຍາຍາມດັ່ງກ່າວ ອາດສາມາດຊ່ວຍຊີວິດ
ຄົນ ໃນລະຫວ່າງ 80 ຫາ 120,000 ຄົນໄວ້​ໄດ້ ໃນຊຸມປີຂ້າງໜ້ານີ້.

ທ່ານຈອນ ວອດ ແລະຜູ້ຮ່ວມງານຂອງທ່ານ ​ໄດ້​ພິມ​ເຜີຍແຜ່ລາຍງານ ກ່ຽວກັບການຄົ້ນ
ຄວ້າຂອງພວກທ່ານ ຢູ່ໃນບັນທຶກການແພດປະຈຳ​ປີ ຫລື Annals of Internal Medicine.

XS
SM
MD
LG