ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກວດຫາພະຍາດ ແບບໃໝ່ ອາດຊ່ວຍໃຫ້ຮູ້ ອາການໂຣກຫົວໃຈວາຍ ໄດ້ໄວຂຶ້ນ


ບັນດານັກຄົ້ນຄວ້າໄດ້ທໍາການສຶກສາ ທີ່ຊີ້ບອກເຖິງການ
ກວດຫາພະຍາດ ແບບໃໝ່ ທີ່ອາດສາມາດຊ່ວຍນາຍແພດ
ໃຫ້ຮູ້ອາການທີ່ຈະເກີດໂຣກຫົວໃຈວາຍ ພາຍໃນນຶ່ງ ຊົ່ວໂມງໄດ້.

ນັກຄົ້ນຄວ້າຈາກໂຮງພະຍາບານມະຫາວິທະຍາໄລ Basel
ທີ່ປະເທດ Switzerland ເປັນຜູ້ນໍາພາການສຶກສາຄົ້ນຄວ້າ ທີ່ກ່ຽວຂ້ອງກັບການພັດທະນາວິທີການກວດຕ່າງໆເພື່ອຢາກ
ຮູ້ລະດັບຂອງທາດ troponin ຊຶ່ງເປັນໂປຣຕີນຊະນິດນຶ່ງ ຢູ່ໃນ
ເລືອດທີ່ຊີ້ບອກ ໃຫ້ຮູ້ກ່ຽວກັບການເກີດຫົວໃຈວາຍ.

ໂດຍການຊົມໃຊ້ຂໍ້ມູນ ຈາກການກວດຫາທາດໂປຣຕີນ troponin
ຊຸດໃໝ່ນັ້ນ ບັນດາ ນາຍແພດສາມາດທີ່ຈະບອກໄດ້ວ່າ ໂຣກຫົວ
ໃຈວາຍຈະເກີດ ຂຶ້ນໃນ 77 ເປີເຊັນຂອງ ພວກຄົນເຈັບ ພາຍໃນ
ນຶ່ງຊົ່ວໂມງຫຼັງຈາກມາເຖິງ ໂຮງໝໍທີ່ມີອາການເຈັບໜ້າເອິກນັ້ນ
ໄດ້ໄວຫຼາຍກວ່າວິທີກວດທີ່ໃຊ້ກັນຢູ່ ໃນປັດຈຸບັນ.

ບັນດານັກວິທະຍາສາດກ່າວວ່າ ຈະມີການສຶກສາຄົ້ນຄວ້າ
ເພີ່ມຕື່ມກ່ຽວກັບ ເລຶ່ອງນີ້ ກ່ອນການກວດວິທີນີ້ຈະຖືກນໍາໃຊ້
ຢ່າງກວ້າງຂວາງ ແຕ່ວິທີການ ແບບໃໝ່ນີ້ຈະຊ່ວຍປະຢັດເວລາ
ແລະຊັບພະຍາກອນໄດ້ຫຼາຍໃນທີ່ສຸດ ແລະກໍເປັນການເລັ່ງ
ການປິ່ນປົວເພື່ອຊ່ວຍຊີວິດໄດ້ໄວຂຶ້ນກວ່າເກົ່າຢູ່ໃນ ຫ້ອງສຸກ
ເສີນຂອງໂຮງໝໍ.

ຜົນການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ພິມອອກເຜີຍແຜ່ໃນວາລະສານການແພດ
Archives of Internal Medicine.
XS
SM
MD
LG