ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ການ​ລະ​ບາດ ຂອງ​ເຊື້ອ​ໄວ​ຣັ​ສ ໂຄ​ໂຣ​ນາ ຍັງ​ອີກ​ດົນ ຈຶ່ງຈະຍຸ​ຕິ​ລົງ​ໄດ້


ພວກ​ນັກ​ຂ່າວ​ພາ​ກັນ​ໃສ່​ຜ້າ​ ຫລື​ໜ້າ​ກາກ​ປິດ​ປາກ​ໄວ້ ໃນ​ຂະ​ນະ​ທີ່​ພາ​ກັນ​ອ່ານເບິ່ງ​ຄຳ​ຖະ​ແຫລງ​ການ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ ການ​ລະ​ບາດ​ຂອງເຊື້ອ​ໄວໂຄໂຣ​ນາ ໃນ​ວັນ​ທີ 26 ມັງ​ກອນ, 2020.
ພວກ​ນັກ​ຂ່າວ​ພາ​ກັນ​ໃສ່​ຜ້າ​ ຫລື​ໜ້າ​ກາກ​ປິດ​ປາກ​ໄວ້ ໃນ​ຂະ​ນະ​ທີ່​ພາ​ກັນ​ອ່ານເບິ່ງ​ຄຳ​ຖະ​ແຫລງ​ການ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ ການ​ລະ​ບາດ​ຂອງເຊື້ອ​ໄວໂຄໂຣ​ນາ ໃນ​ວັນ​ທີ 26 ມັງ​ກອນ, 2020.

ອົງ​ການ​ອະ​ນາ​ໄມ​ໂລກຍັງ​ອີກ​ດົນ​ຢູ່ ​ທີ່​ຈະ​ຮ້ອງການ​ລະ​ບາດ​ຂອງເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ​ ວ່າ​ເປັນ​ການລະ​ບາດທີ່ໃຫຍ່ຫລວງ ເຖິງ​ແມ່ນ​ວ່າ ນັກ​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ຕິດ​ແປດ​ບາງ​ຄົນຈະ​ເວົ້າ​ວ່າ ມັນ​ອາດ​ຈະ​ນຳ​ໄປ​ສູ່ ​ສະ​ພາບ​ເຊັ່ນ​ນັ້ນ ໄດ້ຢູ່ກໍ​ຕາມ. ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວໄດ້​ແຜ່​ຜາຍ​ໄປ​ຍັງ​ຫຼາຍກວ່າ​ຊາວ​ປະເທດແລ້ວ ເຖິງ​ແມ່ນ​ວ່າ ​ກໍ​ລະ​ນີ​ຄົນ​ຕິດເຊື້ອ​ພະ​ຍາດນີ້ ​ສ່ວນ​ໃຫຍ່ແມ່ນ​ຢູ່​ໃນ​ຈີນ​ກໍ​ຕາມ. Carol Pearson, ນັກ​ຂ່າວ​ວີ​ໂອ​ເອ ຖາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ທີ່​ມີ​ປະ​ສົບ​ການ​ກ່ຽວ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ວ່າ ​ພວກ​ເພິ່ນ​ຈະ​ເຮັດ​ແນວ​ໃດ ເພື່ອ​ເຮັດ​ໃຫ້ ເຊື້ອ​ພະ​ຍາດນີ້​ຍຸ​ຕິ​ລົງໄດ້ ຊຶ່ງ​ບົວ​ສະ​ຫວັນ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສູນ​ກາງ​ຄວບ​ຄຸມ ແລະ​ປ້ອງ​ກັນ​ພະ​ຍາດ ຫລື CDC ​ຂອງ​ສະ​ຫະ​ລັດຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ຂົງ​ເຂດ​ຕາ​ເວັນ​ຕົກ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາ​ຢ່າງ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ ໃນ​ການ​ກຳ​ຈັດ​ການ​ລະ​ບາດ​ຂອງ​ໂຣກອີ​ໂລ​ບາໃນ​ສອງ ສາມ​ປີ​ກ່ອນ​ໜ້ານີ້. ໃນ​ຕອນ​ນັ້ນ, CDC ແມ່ນ​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ ດ​ຣ. ທອມ ຟ​ຣີ​ເດັນ. ດຽວນີ້ ທ່ານ​ເປັນ​ຜູ້​ນຳ​ພາ​ອົງ​ການບໍ່​ຫວັງ​ຜົນ​ກຳ​ໄລ​ລະ​ດັບ​ໂລກ​ ທີ່​ເອີ້ນ​ວ່າ Resolve to Save Lives ຊຶ່ງ​ແປ​ວ່າ ແກ້​ໄຂ​ບັນ​ຫາ​ເພື່ອ​ຊ່ວຍ​ຊີ​ວິດ​ຄົນ​ໄວ້.

ໃນ​ຂະ​ນະ​ທີ່ໃຫ້​ສໍາພາດ​ຜ່ານ​ທາງ​ສ​ໄກ​ພ໌ (Skype) ນັ້ນ ວີ​ໂອ​ເອ ຖາມ​ທ່ານ​ວ່າ ທ່ານ​ຈະ​ເຮັດ​ໃຫ້​ການ​ລະ​ບາດ​ຂອງເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່ນີ້ ຍຸ​ຕິ​ລົງ​ໄດ້ແນວ​ໃດ?

ທ່ານ ຟ​ຣີ​ເດັນ (Frieden) ຕອບ​ວ່າ:
"ສຳ​ລັບ​ຈຸ​ລິນ​ຊີ​ແຕ່​ລະ​ຢ່າງທີ່​ແຕກ​ຕ່າງ​ກັນ ພວກ​ເຮົາ​ມີ​ວິ​ທີການ​ທີ່​ແຕກ​ຕ່າງ​ກັນ. ສຳ​ລັບ​ຈຸ​ລິນ​ຊີ​ບາງ​ອັນ ພວກ​ເຮົາ​ມີ​ຢາ​ປ້ອງ​ກັນ​ພະ​ຍາດ. ສຳ​ລັບ​ຈຸ​ລິນ​ຊີ​ບາງ​ຊະ​ໜິດແມ່ນ​ມີມາດ​ຕະ​ການ​ສະ​ກັດ​ກັ້ນໄວ້​ເຊັ່ນ ໂຣກຊາ​ຣສ໌ (SARS) ຫລື ເມີຣສ໌ (MERS) ຫລື ອີ​ໂບ​ລາ (Ebola), ຊຶ່ງ​ທີ່​ຈິງ​ແລ້ວ​ພວກ​ເຮົາ​ສາ​ມາ​ດ​ເຮັດ​ໃຫ້​ມັນ​ຍຸ​ຕິ​ການ​ລະ​ບາດລົງ​ໄດ້. ແລະ​ສຳ​ລັບ​ບາງ​ຊະ​ໜິດ ເຊັ່ນ​ໄຂ້​ຫວັດ​ໃຫຍ່ ແມ່​ພວກ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ມັນ​ຜ່ອນຄວາມ​ຮ້າຍ​ແຮງ​ລົງ. ພວກ​ເຮົາ​ພະ​ຍາ​ຍາມ​ຫລຸດ​ຜ່ອນຄວາມ​ເສຍ​ຫາຍ​ລົງ.”

ສຳ​ລັບ​ໂຣກ​ອີ​ໂບ​ລາແລ້ວ​, ການ​ຊອກ​ຫາ​ຄົນ​ທີ່​ມີ​ການ​ສຳ​ຜັດ​ກັບ​ຄົນ​ທີ່​ຕິດ​ເຊື້ອ​ພະ​ຍາດນີ້ ແມ່ນ​ສຳ​ຄັນ​ທີ່​ສຸດ. ໂຣກ​ອີ​ໂລ​ບາ ​ແມ່ນ​ແຜ່​ຜາຍ​ໂດຍ​ຜ່ານ​ທາດ​ແຫລວ. ການ​ສຳ​ຜັດ​ກັບຄົນ​ຕິດ​ເຊື້ອ​ພະ​ຍາດນີ້ກໍ​ຕ້ອງບໍ່​ໃຫ້​ມີ​ເຊັ່ນ​ກັນ.

ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ​ເປັນພະ​ຍາດ​ທີ່​ແຜ່​ລາມ​ໄດ້​ ໂດຍ​ຜ່ານ​ທາງ​ອາ​ກາດ ​ຄື​ກັນ​ກັບ​ໂຣກ​ຫັດ ຫລື​ໄຂ້​ໝາກ​ແດງ ຊຶ່ງ​ໝາຍ​ຄວາມ​ວ່າເຊື້ອ​ໄວ​ຣັ​ສເຫລົ່າ​ນີ້ ສາ​ມາດ​ຕິດ​ຕໍ່​ໃສ່​ຄົນ​ອື່ນ​ໄດ້​ໂດຍ​ຜ່ານ​ການ​ໄອ ຫລື ​ຈາມ. ສະ​ພາບການນີ້​ເຮັດ​ໃຫ້​ການ​ຊັກ​ນຳ​ຊອກ​ຫາຜູ້​ນຳ​ເຊື້ອ​ໄວ​ຣັ​ສ​ມາ​ຫຍຸ້ງ​ຍາກ​ຫລາຍ​ຂຶ້ນ. ການ​ໃຫ້​ຢູ່​ຢ່າງ​ໂດດ​ດ່ຽວກໍ​ເປັນ​ສິ່ງ​ສຳ​ຄັນ.

ທ່ານ ຟ​ຣີ​ເດັນ (Frieden) ກ່າວ​ເພີ້ມ​ອີກວ່າ: "ຢ່າ​ອອກ​ໄປ​ຂ້າງນອກ ຫາກ​ຮູ້​ວ່າ​ທ່ານປ່ວຍ."

ແຕ່​ວ່າ ໂດຍ​ທີ່ມີ​ການ​ແຜ່​ຜາຍ​ຢ່າງກວ້າງ​ຂວາງ​ຂອງເຊື້ອ​ໄວ​ຣັ​ສ ທີ່​ເຮັດ​ໃຫ້ຫລາຍກວ່າ 20,000 ຄົນ​ຕິດ​ເຊື້ອນີ້, ການ​ເຮັດ​ແນວນັ້ນ​ອາດ​ຈະ​ເປັນ​ເລື້ອງ​ທີ່​ຫຍຸ້ງ​ຍາກ​ຫລາຍ. ທ່ານ​ນາງ ລໍ​ແຣນ ຊາວ​ເອີ (Lauren Sauer) ຫົວ​ໜ້າ ຫ້ອງ​ການ​ກຽມ​ພ້ອມ ແລະ​ຮັບ​ມື​ກັບ​ເຫດ​ການ​ທີ່​ຮ້າຍ​ແຮງສຸດຢູ່​ໃນ​ໂຮງ​ຮຽນ​ແພດ​ສາດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌ ຮອບ​ຄິນ​ສ໌ (Johns Hopkins) ຢູ່​ໃນ​ນະ​ຄອນບາ​ລ​ຕິ​ມໍ (Baltimore), ລັດ​ແມ​ຣີ​ແຣນ ​ກ່າວ​ຜ່ານ​ທາງ​ສະ​ໄກ​ພ໌ວ່າ:
"ມັນ​ຍາ​ກ​ຫລາຍ. ແນ່ນອນ ມັນ​ຄຳ​ຖາມ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່ຍາກອີ່​ຫລີ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮົາ​ຕ້ອງ​ໄດ້​ກາງ​ຕໍ່​ອາ​ໄສຄົນ​ວ່າ​ເຂົາ​ເຈົ້າ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ, ໃຫ້ຢູ່​ເຮືອນ, ເກັບ​ໂຕ​ໄວ້ຢູ່​ຄົນ​ດຽວ."

ລັດ​ຖະ​ບານ​ຈີນ​ໄດ້​ຂໍ​ໃຫ້​ຄົນຢູ່​ຄົນ​ດຽວເອົາ​ເອງ ຖ້າ​ພວກ​ເຂົາ​ເຈົ້າ​ຫາກບໍ່​ຕ້ອງ​ການ​ຢາກໄປ​ປົວ​ຢູ່​ໃນ​ໂຮງ​ໝໍ. ລັດ​ຖະ​ບານ​ຍັງ​ໄດ້​ກັກ​ຂັງ​ຄົນ​ຢູ່​ໃນທັງ​ໝົດທົ່ວຕົວ​ເມືອງ ​ຕ່າງໆ​ໄວ້ ຊຶ່ງ​ໝາຍ​ຄວາມ​ວ່າ ຄົນ​ທີ່​ຢູ່​ໃນ​ຫັ້ນ ບໍ່​ອະ​ນຸ​ຍາດ​ໃຫ້​ອອກ​ໄປ​ໄດ້.

ທ່ານຟ​ຣີ​ເດັນ ອະ​ທິ​ບາຍ​ເພີ້ມ​ອີກວ່າ:
"ມັ​ນ​ເປັນ​ຄວາມ​ພະ​ຍາ​ຍາມ​ອັນ​ຫລວງ​ຫລາຍ​ຂອງ​ລັດ​ຖະ​ບານ​ຈີນ, ແລະຢູ່​ໃນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ພວກ​ເຮົາ​ເອີ້ນ​ອັນ​ນັ້ນ​ວ່າ ​ເປັນ​ການ​ປິດ​ຕົວ​ເອງ ບໍ່​ໃຫ້​ມີ​ການ​ພົບກັນກັບຜູ້​ຄົນ​ໃນ​ສັງ​ຄົມ. ເວົ້າ​ອີກ​ຢ່າງ​ນຶ່ງ ກໍ​ຄືການ​ຫລຸດ​ຜ່ອນ​ການພົບ​ກັນ​ຂອງ​ຄົນກັບ​ຄົນ.”

ມີ​ສິ່ງ​ອື່ນໆທີ່​ພວກ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແນະນຳ ​ຊ້ຳ​ແລ້ວ ຊ້ຳ​ອີກ.
ທ່ານຟ​ຣີ​ເດັນ​ບອກວ່າ:
"ລ້າງ​ມື​ຂອງ​ທ່ານ. ເອົາ​ແນວ​ປົກ​ປາກ​ທ່ານ​ໄວ້​ໃນ​ເວ​ລາ​ໄອ."

ທ່ານ​ນາງ ຊາວ​ເອີ ກ່າວ​ເພີ້​ມ​ອີກວ່າ:
"​ທຸກ​ຄົນຕ້ອງ​ໄດ້​ລ້າງ​ມືຂອງ​ຕົນ. ທຸກ​ຄົນ​ຕ້ອງ​ໄດ້​ພັກ​ຢູ່​ເຮືອນ ເມື່ອ​ເຂົາ​ເຈົ້າ​ປ່ວຍ."

ທ່ານ​ຟ​ຣີ​ເດັນ​ກ່າວ​ມ້ວນ​ທ້າຍ​ວ່າ:
"ພວກ​ເຮົາ​ບໍ່​ມີ​ຢາວັກ​ຊິນ​ເພື່ອ​ກັນ​ພະ​ຍາດນີ້ ແລະ​ພວກ​ເຮົາ​ອາດ​ຈະ​ບໍ່​ມີ​ມັນຢ່າງ​ໜ້ອຍ​ກໍ​ເປັນ​ເວ​ລາໃນ​ນຶ່ງ​ປີນີ້."

ພວກ​ນັກ​ຄົ້ນ​ຄວ້າ​ກຳ​ລັງ​ພາ​ກັນ​ເຮັດ​ວຽກ​ໃນ​ການພັດ​ທະ​ນາ​ຢາ​ວັກ​ຊິນ. ແຕ່​ວ່າ ສຳ​ລັບ​ເຊື້ອໄວ​ຣັ​ສອັນນີ້ ການ​ປະ​ຕິ​ບັດການ​ທາງ​ສາ​ທາ​ລະ​ນະ​ສຸກຂ້ອນ​ຂ້າງວ່າ​ຈະເຮັດ​ໃຫ້​ການ​ລະ​ບາດ​ສິ້ນ​ສຸດ​ລົງໄດ້ ບໍ່​ວ່າ​ມັນ​ໄດ້​ເຖິງ​ຂັ້ນ​ລະ​ບາດຢ່າງ​ໃຫຍ່​ຫລວງ​ ຫລືບໍ່ກໍ​ຕາມ. ມັນ​ເປັນ​ສິ່ງ​ທີ່ເຮັດ​ໃຫ້​ການ​ລະ​ບາດ​ຂອງໂຣກ​ອີ​ໂບ​ລາ ຢູ່​ໃນ​ຂົງ​ເຂດພາກຕາ​ເວັນ​ຕົກ​ຂອງ​ທະ​ວີບ​ອາ​ຟ​ຣິກາ ແລະ​ການລະ​ບາດຢ່າງ​ໃຫຍ່ ອັນ​ອື່ນໆ ຍຸ​ຕິ​ລົງ​ໄດ້.

ອ່ານ​ ແລະ​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG