ເຊີນຊົມ ວີດີໂອ ມີການຜະລິດ ເຄື່ອງກວດຫາ ແຜໄຄ່ພອງ ທີ່ເກີດຈາກ ໂຣກເບົາຫວານ
ການສຶກສາຄົ້ນຄວ້າທີ່ດໍາເນີນໄປໂດຍອົງການອະນາໄມໂລກໃນປີ 2014 ໄດ້ສະຫລຸບວ່າ ມີຄົນ 400 ລ້ານຄົນ ຢູ່ທົ່ວໂລກທີ່ດໍາລົງຊີວິດຢູ່ກັບພະຍາດເບົາຫວານ. ອາການສັບສົນອັນນຶ່ງໃນຫລາຍໆອັນ ກໍຄື ການມີຕຸ່ມໄຄ່ພອງຢູ່ຕີນ ຊຶ່ງຖ້າຫາກບໍ່ປິ່ນປົວມັນແລ້ວ ມັນກໍສາມາດເຮັດໃຫ້ຕ້ອງໄດ້ຕັດຂາອອກ ແລະໃນຫລາຍໆກໍລະນີ ກໍຈະເຮັດໃຫ້ເສຍຊີວິດໄດ້. ແຕ່ວ່າ ເຄື່ອງກວດແບບງ່າຍໆ ທີ່ສ້າງຂຶ້ນໂດຍອັງກິດສາມາດພາໃຫ້ມີການເຕືອນລ່ວງໜ້າ ທີ່ສໍາຄັນ ແກ່ພວກທ່ານໝໍ ທີ່ຢາກປ້ອງກັນບໍ່ໃຫ້ມີບາດຕຸ່ມໄຄ່ພອງດັ່ງກ່າວ ເກີດຂຶ້ນໄດ້. Kevin Enochs ນັກຂ່າວ VOA ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງພຸດທະສອນ ຈະນໍາມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ກໍລະກົດ ໒໗, ໒໐໒໔
ໄພນໍ້າຖ້ວມຈາກພາຍຸໄຕ້ຝຸ່ນພຣາພິຣຸນ ຢູ່ໃນແຂວງພາກໃຕ້ສຸດຂອງຈີນ
-
ກໍລະກົດ ໒໗, ໒໐໒໔
ພາຍຸໄຕ້ຝຸ່ນ Gaemi ກໍາລັງມຸ້ງໜ້າໄປສູ່ໄຕ້ຫວັນ ໃນວັນພຸດມື້ນີ້
-
ກໍລະກົດ ໒໗, ໒໐໒໔
ອົງການ NASA ຄົ້ນພົບດາວເຄາະຂະໜາດໃຫຍ່ ທີ່ມີລັກສະນະຄ້າຍຄືດາວພະຫັດ
-
ກໍລະກົດ ໒໖, ໒໐໒໔
ໄຟໄໝ້ປ່າໃນການາດາ ສົ່ງຜົນເຮັດໃຫ້ຄຸນນະພາບອາກາດບໍ່ດີ