ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ມີການຜະລິດ ເຄື່ອງກວດຫາ ແຜໄຄ່ພອງ ທີ່ເກີດຈາກ ໂຣກເບົາຫວານ


ການ​ສຶກສາຄົ້ນຄວ້າ​ທີ່​ດໍາ​ເນີນ​ໄປໂດຍ​ອົງການ​ອະນາ​ໄມ​ໂລກ​ໃນ​ປີ 2014 ໄດ້​ສະຫລຸບ​ວ່າ ມີ​ຄົນ 400 ລ້ານ​ຄົນ ​ຢູ່​ທົ່ວ​ໂລກທີ່​ດໍາລົງ​ຊີວິດ​ຢູ່​ກັບ​ພະຍາດ​ເບົາຫວານ. ອາການ​ສັບສົນ​ອັນ​ນຶ່ງ​ໃນ​ຫລາຍໆອັນ ​ກໍ​ຄື ​ການມີຕຸ່ມ​ໄຄ່ພອງ​ຢູ່​ຕີນ ຊຶ່ງ​ຖ້າ​ຫາກ​ບໍ່ປິ່ນປົວ​ມັນ​ແລ້ວ ມັນ​ກໍ​ສາມາດ​ເຮັດໃຫ້​ຕ້ອງໄດ້ຕັດ​ຂາ​ອອກ ​ແລະ​ໃນ​ຫລາຍໆ​ກໍລະນີ ກໍ​ຈະເຮັດ​ໃຫ້​ເສຍ​ຊີວິດ​ໄດ້. ​ແຕ່​ວ່າ ​ເຄື່ອງ​ກວດ​ແບບ​ງ່າຍໆ ທີ່​ສ້າງ​ຂຶ້ນ​ໂດຍອັງກິດສາມາດ​ພາ​ໃຫ້​ມີ​ການ​ເຕືອນ​ລ່ວງໜ້າ ທີ່​ສໍາຄັນ​ ແກ່​ພວກ​ທ່ານໝໍ ທີ່​ຢາກ​ປ້ອງ​ກັນ​ບໍ່​ໃຫ້​ມີ​ບາດ​ຕຸ່ມ​ໄຄ່​ພອງ​ດັ່ງກ່າວ ເກີດ​ຂຶ້ນໄດ້. Kevin Enochs ນັກ​ຂ່າວ VOA ມີ​ລາຍ​ງານກ່ຽວກັບ​ເລື່ອງ​ນີ້​ ຊຶ່ງ​ພຸດທະສອນ ຈະ​ນໍາ​ມາສະ​ເໜີທ່ານ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG