ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ການຄົ້ນຄວ້າ ພົບວ່າ ການດື່ມ​ກາ​ເຟ ຊ່ວຍໃຫ້ຄົນ ມີຊີວິດຍືນຂຶ້ນ


ຕົ້ນກາເຟປູກຢູ່ສວນກາເຟແຫ່ງນຶ່ງ ໃນພາກໃຕ້ຂອງລາວ
ຕົ້ນກາເຟປູກຢູ່ສວນກາເຟແຫ່ງນຶ່ງ ໃນພາກໃຕ້ຂອງລາວ

ຫລາຍຄົນແມ່ນມັກດື່ມກາເຟນຶ່ງຈອກ ໂດຍສະເພາະແມ່ນໃນຕອນເຊົ້າ ຊຶ່ງຜົນ
ຂອງມັນກໍຄືວ່າ ການເຮັດແນວນັ້ນແມ່ນເຮັດໃຫ້ການເລີ້ມຕົ້ນມື້ໃໝ່ຂອງ​ເຂົາ​ເຈົ້າ
ດີ- ມັນກໍບໍ່ພຽງແຕ່ດີ​ສໍາ​ລັບການ​ເລີ້ມຕົ້ນມື້ໃໝ່ຂອງເຂົາເຈົ້າເທົ່ານັ້ນ ແຕ່ມັນຍັງ
ດີ​ສໍາລັບ​ຊີວິດ​ຂອງ​ເຂົາ​ເຈົ້າອີກ​ດ້ວຍ. ຕາມ​ການ​ສຶກສາຄັ້ງ​ໃໝ່ ກາ​ເຟອາດ​ເຮັດ
​ໃຫ້​ເຂົາ​ເຈົ້າ ມີ​ຊີວິດ​ຍືນ​ກວ່າ​ເກົ່າ​ໄດ້ ​ເພາະມັນສະ​ແດງ​ໃຫ້​ເຫັນ​ວ່າ ​ຄົນ​ທີ່​ດື່ມ​ກາ​
ເຟຢ່າງໜ້ອຍສາມ​ຈອກ ໃນ​ແຕ່ລະມື້ ປາກົດ​ວ່າ ມີ​ຊີວິດ​ຍືນ​ກວ່າ​ຜູ້​ທີ່​ບໍ່ດື່ມ. ຢູ່​ໃນ
ການຄົ້ນຄວ້າ​ຄັ້ງ​ໃຫຍ່​ທີ່​ສຸດເທົ່າ​ທີ່ເຄີຍມີ​ມາ ກ່ຽວກັບກາ​ເຟ ນັກວິທະຍາສາດ​ໄດ້​
ສຶກສາ​ເບິ່ງ​ຂໍ້​ມູນ ​ທີ່​ເກັບ​ກໍາມາ​ຈາກ​ຄົນ​ທີ່​ມີ​ສຸຂະພາບ​ແຂງ​ແຮງດີຈໍານວນ 5 ແສນ
​ຄົນ​ຢູ່​ໃນ ​10 ປະ​ເທດ ຂອງ​ທະວີບ​ຢູ​ໂຣບ.

ເປັນ​ເວລາ 20 ປີ ທີ່​ຫ້ອງ​ທົດ​ລອງ​ກາ​ເຟ​ແຫ່ງ​ນີ້​ໄດ້​ເຮັດ​ກາ​ເຟຂຶ້ນມາ, ທົດ​ລອງ ​ແລະ
ສະໜອງ​ເມັດ​ກາ​ເຟ​ໃຫ້​ແກ່​ລູກ​ຄ້າ. ​ໃນ​ໄລຍະ​ນັ້ນ ມີ​ການ​ສຶກສາຄົ້ນຄວ້າ ທີ່​ມີ​ຜົນ
ບໍ່ກົງກັນ ກ່ຽວກັບ​ຜົນ​ກະທົບ​ຂອງ​ກາ​ເຟຕໍ່ສຸຂະພາບ​ຂອງ​ຄົນ.

ບັດ​ນີ້ ນັກຄົ້ນຄວ້າ​ຈາກ​ອົງການ​ຄົ້ນຄວ້າ​ສາກົນດ້ານ​ໂຣກມະ​ເຮັງ ​ແລະວິ​ທະຍາ​ໄລ
Imperial ລອນ​ດອນ ​ໄດ້​ຄົ້ນພົບ​ວ່າ ການ​ບໍລິ​ໂພ​ກກາ​ເຟ​ ແມ່ນ​ມີ​ສ່ວນ​ກ່ຽວພັນ​ກັບ
​ຄວາມ​ສ່ຽງຕໍ່ການ​ເສຍ​ຊີວິດ​ທີ່​ຫລຸດ​ລົງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເສຍ​ຊີວິດ​ຍ້ອນ
​ໂຣກກ່ຽວກັບ​ການ​ໄຫລ​ວຽນຂອງ​ເລືອດ ​ແລະທໍ່​ຍ່ອຍອາຫານ.

ສາດສະດາຈານ Elio Rilboli ທີ່ວິ​ທະຍາ​ໄລ Imperial ລອນ​ດອນ ​ເວົ້າວ່າ “ພວກ​
ເຮົາ​ໄດ້​ພົບ​ຜົນ​ການຄົ້ນຄວ້າ​ແບບ​ດຽວກັນ ຢູ່​ໃນ​ 10 ປະ​ເທດຢູ່​ຢູ​ໂຣບ ​ແລະກໍ​ມີ​ຜົນ
​ຄື​ກັນ​ ບໍ່ວ່າ​ຈະ​ເປັນ​ການ​ດື່ມກາ​ເຟທີ່​ໃຊ້​ການ​ຕອງ​ປະ​ເພດ​ໃດ​ທີ່​ຕ່າງ​ກັນກໍ​ຕາມ ນັບ
​ແຕ່​ຈາກ​ການ​ຕອງ​ແບບ espresso ຈົນ​ເຖິງກາ​ເຟທີ່​ໃຊ້ແນວ​ຕອງ​ແບບ​ນໍ​ເວ.”

ຜູ້​ຊາຍ​ທີ່​ດື່ມ​ກາ​ເຟຢ່າງໜ້ອຍສາມ​ຈອກ​ຕໍ່ມື້ ແມ່ນ 18 ​ເປີ​ເຊັນທີ່​ຈະ​ຍືນ​ກວ່າ ພວກ​ທີ່​
ບໍ່ດື່ມ​ກາ​ເຟ​ເລີຍ. ສໍາລັບແມ່ຍິງ​ແມ່ນ 7 ​ເປີ​ເຊັນ​ຍືນກວ່າກັນ.

ທ່ານ​ Stephen Hurst ທີ່​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດ​ຜະລິດ​ເຄື່ອງ​ເຮັດກາ​ເຟ Mercanta
Coffee ​ເວົ້າວ່າ "ຂ້າ​ພະ​ເຈົ້າບໍ່ຮູ້​ວ່າ ​ເປັນ​ຫຍັງ​ເມື່ອ​ຫວນ​ຄືນ​ໄປ​ຊຸມ​ປີ​ຫລັງໆຫັ້ນ ກາ​ເຟຈຶ່ງ​ຖືກ​ມອງ​ໃນ​ທາງ​ລົບ ສະນັ້ນ ຂ້າພະ​ເຈົ້າດີ​ໃຈ​ຫລາຍ ທີ່​ເຫັນ​ວ່າ​ເວທີ​ການ​ແຂ່ງຂັນ​ໄດ້​ເຮັດ​ໃຫ້​ສະ​ເໝີພາບແດ່​ໜ້ອຍນຶ່ງ​ແລ້ວ."

​ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ໃນ​ຜົນ​ການຄົ້ນຄວ້ານີ້ ​ຜັດ​ເວົ້າວ່າ ຍັງມີ​ຫລາຍ​ປະ​ເດັນ ​ບໍ່​ໄດ້​ນໍາ​ເອົາ​ມາ​ພິຈາລະນາ ຢູ່​ໃນ​ບົດ​ລາຍ​ງານ​ການຄົ້ນຄວ້ານີ້ ​ເຊັ່ນ ​ເຂົາ​ເຈົ້າ​ໄດ້​ຊີ້​ແຈງວ່າ ພວກ​ດື່ມກາ​ເຟອາດ​ຈະ​ເປັນ​ຄົນ​ທີ່​ມີ​ສຸຂະພາບ​ແຂງ​ແຮງ​ດີຢູ່​ແລ້ວ​ ກ່ອນ​ຈະ​ເລີ້ມດື່ມ​ກາ​ເຟ ​ກໍ​ເປັນ​ໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG