ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

WHO: ຜູ້ຄົນທີ່ມີໄຂມັນສູງ ຈໍານວນຫລວງຫລາຍ ໃນທົ່ວໂລກ ບໍ່ໄດ້ຮັບການປິ່ນປົວ (ເບິ່ງວີດິໂອ)


ທ່ານນາງ Margeret Chan ຫົວໜ້າອົງການອະນາໄມໂລກ.
ທ່ານນາງ Margeret Chan ຫົວໜ້າອົງການອະນາໄມໂລກ.

ການ​ສຶກສາຄັ້ງ​ໃຫຍ່​ອັນ​ນຶ່ງ​ຂອງ​ອົງການ​ອະນາ​ໄມ​ໂລກ​ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ສ່ວນ​ຫລາຍ​ທີ່ມີ​ທາດ Cholesterol ຫລື​ໄຂມັນ​ໃນ​​ເລືອດ ​ໃນລະ​ດັບ​ສູງ​ ຢູ່ໃນ​ທົ່ວ​ໂລກ​ ​ແມ່ນບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ທີ່ເຂົາ​ເຈົ້າ​ຕ້ອງການ ​ເພື່ອ​ຫລີກ​ລ່ຽງ​ພະຍາດ​ທີ່​ຮ້າຍ​ແຮງ​ເຊ່ນ ​ໂຣກຫົວ​ໃຈ​ວາຍ ​ແລະ​ໂຣກລົມ​ສາລະ​ບາດ ຫລື​ stroke ນັ້ນ ​ແລະ​ບັນດາ​ນັກ​ຄົ້ນຄວ້າ​ກ່ຽວ​ກັບເລື້ອງ​ນີ້ ຊຶ່ງ​ເປັນ​ການ​ສຶກສາ​ຄົ້ນຄວ້າ​ຄັ້ງ​ໃຫຍ່​ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ກ່າວ​ວ່າ ບັນຫາ​ນີ້​ແມ່ນ​ຮ້າຍ​ແຮງ​ເປັນ​ພິ​ເສດ​ໃນ​ໂລກ​ກໍາລັງ​ພັດທະນາ. ສິງ​ມີ​ລາຍ​ລະອຽດ​ຂອງ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ…

ການ​ເຊື່ອມ​ໂຍງ​ກັນ​ລະຫວ່າງ​ສານ​ໄຂມັນ​ສູງ​ແລະ​ໂຣກຫົວ​ໃຈວາຍ​ ບໍ່​ແມ່ນ​ເລື້ອງ​ໃໝ່. ​ແຕ່​ການ​ສຶກສາ​ຄົ້ນຄວ້າຄັ້ງ​ໃໝ່ໃນ​ລະດັບ​ທົ່ວໂລກ​ ​ແມ່ນ​ເປັນ​ສິ່ງຕັກ​ເຕືອນ​ອີກ​ອັນ​ນຶ່ງ​ກ່ຽວ​ກັບ​ການ​ລະບາດ​ທີ່​ຂະຫຍາຍ​ໃຫຍ່​ອອກນັບ​ມື້ ຂອງ​ລະດັບ​ສານ​ໄຂມັນ​ຫລື cholesterol ສູງ​ ທີ່​ບໍ່​ໄດ້​ຮັບ​ການ​ປິ່ນປົວ ຊຶ່ງ​ສາມາດ​ພາ​ໃຫ້​ເກີດ​ພະຍາດທີ່​ກ່ຽວ​ກັບ​ຫົວ​ໃຈ ​ແລະ​ເສ້ນ​ເລືອດ​ໃນ​ຫົວ​ໃຈ​ໄດ້.

ການ​ຄົ້ນ​ຄ້ວາດັ່ງກ່າວ​ໄດ້ສຶກສາ​ ​ຜູ້​ຄົນ​ຈໍານວນ 147 ລ້ານ​ຄົນ ​ແລະ​ພົບ​ເຫັນ​ວ່າ​ ອັດຕາ​ຂອງ​ລະດັບ​ສານ​ໄຂມັນ​ສູງ ​ກໍາລັງ​ເພີ່ມ​ຂຶ້ນນັບ​ມື້​ຢູ່ ​ໃນ​ທົ່ວ​ໂລກ. ພວກ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ສິ່ງ​ທີ່​ພາ​ໃຫ້​ເປັນ​ຫ່ວງ​ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຄື​ວ່າ​ ພວກ​ຄົນ​ເຈັບ​ຫລື​ຄົນ​ປ່ວຍ​ເຫລົ່າ​ນີ້​ຫລາຍ​ຄົນ​ ​ບໍ່​ໄດ້​ຮັບ​ການ​ປິ່ນປົວ.

ຍົກ​ໂຕ​ຢ່າງໃນ​ຍີ່ປຸ່ນ 53 ສ່ວນ​ຮ້ອຍ​ຂອງ​ພວກ​ທີ່​ນາຍໝໍ
ກວດພົບ​ວ່າ​ ມີ​ລະດັບ​ສານ​ໄຂມັນ​ສູງ​ນັ້ນ​ ບໍ່​ໄດ້​ຮັບ​ການ
ປິ່ນປົວ ໃນ​ຂະນະທີ່ ຢູ່ປະ​ເທດໄທ 78 ສ່ວນ​ຮ້ອຍ​ຂອງ​
ພວກ​ທີ່​ຖືກ​ສໍາ​ຫລວດ​ ບໍ່ເຄີຍໄດ້​ໄປ​ຫາ​ໝໍ​ກວດ​ຈັກ​ເທື່ອ​ເລີຍ.

ບັນດາ​ນັກ​ຊ່ຽວຊານ​ພາກັນກ່າວ​ເນ້ນເຖິງ​ສາ​ເຫດພື້ນຖານ​ຕື່ມ​ອີກ ຊຶ່ງ Dr. Chelsea Kidwell ​ຜູ້​ອໍານວຍ​ການ Georgetown Stroke Center ຫລື​ສູນ​ກາງ​ໂຣກລົມ​ສາລະ​ບາດ​ Georgetown ທີ່​ກຸງ​ວໍ​ຊິງ​ຕັນ ກ່າວ​ຊີ້​ແຈງ​ວ່າ:

"ຂະນະ​ທີ່ພວກປະເທດພວມພັດທະນາ ຮັບເອົາວິຖີຊີວິດ ​ແລະ​ການກິນ​ອາຫານ ແບບຕາເວັນຕົກນັ້ນ ລະດັບ Cholesterol ກໍ​ຈະເພີ່ມສູງຂຶ້ນ ເພາະສະນັ້ນ ຜູ້ຄົນຈະຕ້ອງເຂົ້າໃຈວ່າ ການມີລະດັບ Cholesterol ທີ່ສູງນັ້ນ ແມ່ນ​ເປັນ ປັດໄຈສ່ຽງທີ່​ສູງ ຕໍ່ການ​ເປັນໂຣກລົມສາລະບາດ ແລະໂຣກຫົວໃຈ."

ໄຂມັນ​ໃນເລືອດ ມີ​ສອງ​ຊະນິດ ຄື​ຊະນິດ​ທີ່​ດີ​ແລະ​ບໍ່​ດີ. ໄຂມັນ​ທີ່​ບໍ່ດີ ​ທີ່​ມີ​ຢູ່ໃນລະດັບ​ສູງ​ນັ້ນ ຈະສະ​ສົມ​ກັນ​ຂຶ້ນ​ກ້າມຕັນເສ້ນ​ເລືອດ ຫລື ທາງ​ເດີນ​ຂອງເລືອດ​ ຊຶ່ງເຮັດ​ໃຫ້​ເລືອດ​ແລ່ນ​ເຂົ້າ​ສູ່​ຫົວ​ໃຈຊ້າ​ລົງ​ໄດ້. ຖ້າ​ບໍ່​ມີເລືອດ ​ແລະ oxygen ແລ່ນ​ເຂົ້າ​ຫາ​ຫົວ​ໃຈ​ພຽງພໍ ມັນ​ກໍ​ສາມາດ ເຮັດ​ໃຫ້​ເກີດ​ໂຣກຫົວ​ໃຈ​ວາຍ​ໄດ້. ​ແລະຖ້າໄຂມັນ​ກ້າມ​ຕັນ​ທາງເລືອດ​ທີ່ແລ່ນ​ໄປ​ຫາ​ສະໜອງ​ ມັນ​ກໍ​ສາມາດ​ພາ​ໃຫ້​ເກີດ​ເປັນ​ລົມສາລະ​ບາດ ​ຫລື​ເສ້ນ​ເລືອດ​ແຕກ​ໃນ​ສະໝອງ ຫລື ​ເປັນ stroke ​ໄດ້.

ການ​ທີ່​ມີ​ສານ​ໄຂມັນ​ໃນ​ລະດັບ​ສູງ​ນັ້ນ ມັນ​ຈະບໍ່​ສະ​ແດງອາການ​ໃດໆໃຫ້​ເຫັນ ຊຶ່ງ​ພາ​ໃຫ້​ຄົນ
ສ່ວນ​ຫລາຍ​ບໍ່​ຮູ້​ເມື່ອໂຕ​ວ່າ​ ຕົນ​ມີ​ບັນຫາ​ໄຂມັນ​ໃນ​ເລືອດ​ສູງ ຈົນ​ກວ່າເກີດ​ເປັນ stroke ຫລື​
ເກີດຫົວ​ໃຈ​ວາຍ​ຂຶ້ນ​ມາ. ດຣ​. Kidwell ກ່າວ​ຊີ້​ແຈງເຖິງ​ວິທີ​ງ່າຍ​ໆທີ່​ພວກ​ເຮົາ​ສາມາດ​ຮູ້​ໄດ້​ນັ້ນ ວ່າ:

"ການ​ໄປກວດເລືອດງ່າຍໆ ສາມາດບອກ​ໃຫ້​ທ່ານ​ຮູ້ໄດ້ ເຖິງລະດັບຂອງ​ Chol-
esterol ຂອງທ່ານນັ້ນ ແລະພວກເຮົາກໍມີລະດັບ​ເປົ້າໝາຍ ທີ່ພວກ​ເຮົາ​ຮູ້​ດີວ່າ
ພາໃຫ້ລົດຜ່ອນຄວາມສ່ຽງຕໍ່ການເປັນໂຣກລົມສາລະບາດແລະໂຣກຫົວໃຈໄດ້
ຕົວຢ່າງ ສໍາລັບ​ໄຂມັນ​ທີ່​ບໍ່​ດີ ຫລື Bad Cholesterol ນັ້ນ ແມ່ນເຮົາຢາກໃຫ້
ມັນຕໍ່າກ່ວາ 100 ລົງ​ມາ ຊຶ່ງມັນຈະສາມາດລົດການສ່ຽງຕໍ່ການເປັນ​ໂຣກຫົວ​
ໃຈ​ວາຍ ​ຫລື​ເປັນ​ລົມ​ສາລະ​ບາດໄດ້."

ພະຍາດຫົວ​ໃຈຫລື​ເສ້ນ​ເລືອດ​ໃນ​ຫົວ​ໃຈ​ ເອົາ​ຊີວິດ​ຜູ້​ຄົນ​ໄປ​ໃນ​ຈໍານວນ​ຫລາຍກວ່າ 17 ລ້ານ
ຄົນ​ໃນ​ແຕ່ລະ​ປີ ​ແລະ​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ 80 ສ່ວນ​ຮ້ອຍ​ ຂອງ​ການ​ຕາຍ​ເຫລົ່າ​
ນັ້ນ​ ແມ່ນ​ເກີດ​ຂຶ້ນ​ໃນ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ.

ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.
ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.

Dr. Joseph Sabik ຈາກຄລີ​
ນິກ Cleveland ກ່າວ​ວ່າ ການ
ສ່ຽງ​ທີ່ວ່າ​ນີ້​ສາມາດ​ລົດ​ຜ່ອນ​ລົງ​
ໄດ້ ​ໂດຍ​ພຽງ​ແຕ່​ທໍາ​ການ​ປ່ຽນ​
ແປງ​ວິຖີຊີວິດ​ແບບ​ງ່າຍໆ​ເທົ່າ​ນັ້ນ ຊຶ່ງ Dr. Sabik ຊີ້ແຈງ​ດັ່ງ​ນີ້:

“ຖ້າ​ທ່ານ​ເປັນ​ຄົນ​ທີ່​ມີ​ນໍ້າໜັກ​ຫລາຍ​ເກີນ​ໄປທ່ານ​ກໍ​ຈະ​ຕ້ອງ​ລົດ​ນໍ້າໜັກ​ລົງ. ຖ້າ​ທ່ານ​ມັກ​ນັ່ງ​ຢູ່ບ່ອນ​ເກົ່າ​ຫລື​ບໍ່​ເໜັງ​ຕີງ ທ່ານ​ກໍ​ຕ້ອງ​ອອກ​ກໍາລັງ​ກາຍ.
ຖ້າ​ທ່ານ​ມີ​ຄອບຄົວ​ ທີ່ມີປະ
ຫວັດບໍ່​ດີ​ ໃນ​ດ້ານ​ເປັນ​ພະ
ຍາດ​ຕ່າງໆ​ເຫລົ່າ​ນີ້ ​ທ່ານ​ກໍ
ມີ​ເຊື້ອກໍາມະພັນທີ່​ຈະ​ເປັນ
ແບບ​ດຽວ​ກັນ. ​ສະ​ນັ້ນ ທ່ານ​
ຈະ​ຕ້ອງ​ທໍາ​ການ​ປ່ຽນ​ແປງ ຢ່າງ​ຂະຫຍັນຂັນ​ແຂງ ​ເພື່ອ​ຮັກ​ໂຕ​ທ່ານ​ເອງ.”

ການ​ປ່ຽນ​ແປງວິຖີຊີວິດ ອາດ​ຈະບໍ່​ເປັນ​ປະ​ໂຫຍ​ດແກ່​ໝົດ​ສູ່​ຄົນ. ວິທີການ​ຮັກສາ​ດ້ວຍ​ຢຸກຢາ
ອາດ​ຈະກາຍ​ເປັນ​ສິ່ງ​ຈໍາ​ເປັນ ສໍາລັບ​ພວກ​ຜູ້​ຄົນ​ທີ່​ມີ​ສານ​ໄຂມັນ​ສູງ​ຫລາຍໂພດ.

ແຕ່ Dr. Kidwell ກ່າວ​ວ່າ ການ​ຮັກສາ​ດ້ວຍ​ຢຸກຢາ​ນັ້ນ ອາດ​ຈະ​ບໍ່​ສາມາດ​ເຮັດ​ໄດ້​ສໍາລັບ​ ຫລາຍ​ຄົນ.

"ໃນທົ່ວໂລກແລ້ວ ໂດຍສະເພາະ ​ໃນບັນດາປະເທດພວມພັດທະນາບາງ​ປະ​ເທດ ພວກຢາເຫຼົ່ານີ້ ແມ່ນຈະມີລາຄາເເພງ ແລະພວກ​ປະຊາຊົນ​ທໍາ​ມະ​ດາ​ສາມັນ​ ກໍ​ຄົງຈະບໍ່ສາມາດຊື້ກິນໄດ້ ​ແລະມັນກໍໄດ້ເປັນບັນຫາຊໍ້າເຮື້ອໄປແລ້ວ ທີ່ທາງປະຊາ
ຄົມຮັກສາ​ສຸຂະພາບ ຈະ​ຕ້ອງ
ໄດ້ຫາທາງແກ້ໄຂ."

ບັນດາ​ນັກ​ຊ່ຽວຊານ​ດ້ານ​ສຸຂະ​ພາບ​ໃນ​ທົ່ວໂລກ​ກ່າວ​ວ່າ ພ້ອມ​ກັບການກວດເລືອດ​ເບິ່ງ​ລະ​ດັບ
ໄຂມັນແລະ​ການ​ປິ່ນປົວທີ່​ດີ​ຂຶ້ນ​ ພວກ​ຜູ້​ຄົນ​ທີ່​ມີ​ບັນຫາ​ນໍາ​ໄຂມັນ​ສູງນັ້ນ ຄວນ​ຈະ​ກິນ​ອາຫານ
ທີ່​ໃສ່​ເກືອ​ໜ້ອຍ​ລົງ ​ກິນ​ອາຫານ​ທີ່​ມີນໍ້າມັນ​ນັ້ນໜ້ອຍລົງ​ ແລະຫລີກເວ້ນການ​ສູບຢາ​. ພວກ​
ນັກ​ຊ່ຽວຊານເຊື່ອ​ວ່າ ບາດກ້າວ​ເຫລົ່າ​ນີ້​ສາມາດ​ຊ່ອຍ​ຍັບ​ຍັ້ງຄື້ນຟອງ​ ທີ່​ພວມ​ເພີ່ມ​ສູງຂຶ້ນ
ເລື້ອຍໆ​ຂອງ​ລະດັບ​ສານ​ໄຂມັນ ຢູ່ໃນ​ທົ່ວໂລກ​ນັ້ນ​ໄດ້.

XS
SM
MD
LG