ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພອັນຕະລາຍ ຂອງການໃຊ້ ສື່ສັງຄົມ ຫຼາຍເກີນໄປ ຕໍ່ສຸຂະພາບ ພວກເດັກນ້ອຍ


Social Media's Impact on Children Rising
please wait

No media source currently available

0:00 0:02:13 0:00

ບັນດານັກຄົ້ນຄວ້າຢູ່ຢູໂຣບ ແລະສະຫະລັດ ກ່າວວ່າ ການໃຊ້ສື່ສັງຄົມໃນໝູ່ພວກເຍົາ
ໄວ ແລະພວກຊາວໜຸ່ມ ກຳລັງເພີ້ມທະວີຂຶ້ນ ໃນຂະນະທີ່ບໍລິສັດອິນເຕີແນັດຕ່າງໆ,
ພວກເຈົ້າໜ້າທີ່ ແລະບັນດາຜູ້ປົກຄອງພາກັນຊັກຊ້າ ໃນການຮັບຮູ້ໂອກາດທີ່ມັນຈະ
ເປັນຜົນກະທົບທີ່ເປັນອັນຕະລາຍ. ນັກຂ່າວ ວີໂອເອ ຈອຣຈ໌ ພິວຕິກ ມີລາຍງານກ່ຽວ
ກັບເລື່ອງນີ້ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.

ປັດຈຸບັນນີ້ ພວກເດັກນ້ອຍທີ່ພາກັນເຕີິບໃຫຍ່ຢູ່ໃນໂລກ ມີຄວາມແຕກຕ່າງກັນຫລາຍ ຈາກສະໄໝພໍ່ແມ່ເຂົາເຈົ້າທີ່ໃຫຍ່ໂຕຂຶ້ນມາ.

ເດັກນ້ອຍເບີ 1 ທີ່ບໍ່ບອກຊື່ກ່າວວ່າ “ຂ້ອຍໃຊ້ WhatsApp ເພາະສະນັ້ນຈຶ່ງວ່າ ຂ້ອຍ
ຢູ່ໃນພຽງສອງສາມກຸ່ມໃນຈຳນວນໝູ່ທັງໝົດໃນໂຮງຮຽນຂ້ອຍ.”

ເດັກນ້ອຍເບີ 2 ທີ່ບໍ່ບອກຊື່ກ່າວວ່າ “ຂ້ອຍໃຊ້ ທັງອິນສະຕາກຣາມ ແລະວັອດແອຟ
(WhatsApp) .”

ເດັກນ້ອຍເບີ 3 ທີ່ບໍ່ບອກຊື່ກ່າວວ່າ “ຂ້ອຍໃຊ້ ສິ່ງຕ່າງໆ ເຊັ່ນ ວັອດແອຟ ວິທີສົ່ງສານ
ທຳມະດາ ສະໄກພ໌ ແລະບັນຊີກູເກີລ.”

ບັນດາຜູ້ຊ່ຽວຊານກ່າວວ່າ ຄວາມຈຳເປັນທີ່ຈະຕ້ອງມາການຕິດຕໍ່ກັນເປັນປະຈຳ ໂດຍຜ່ານສື່ສັງຄົມນັ້ນ ອາດສາມາດເປັນຜົນກະທົບໃນທາງກົງກັນຂ້າມຕໍ່ພວກທີ່
ບໍ່ກຽມພ້ອມສຳລັບພວກທີ່ມີຄວາມຕຶງຄຽດທີ່ບົ່ມຊ້ອນຢ່າງຫລວງຫລາຍຢູ່ນັ້ນໄດ້.

ອີງຕາມລາຍງານໃໝ່ໂດຍ ຄະນະກຳມາທິການພວກເດັກນ້ອຍຢູ່ອັງກິດແລ້ວແມ່ນວ່າ
ຄວາມ ກົດດັນທີ່ຈະຮັບຮູ້ເອົາ ຈະຖືກວັດແທກ ໂດຍຈຳນວນທີ່ໃຊ້ຄຳວ່າມັກນັ້ນ ອາດ
ສາມາດເປັນໄພອັນຕະລາຍ ກໍເປັນໄດ້.

ທ່ານນາງແອນ ລອງຟຽລດ໌ ຄະນະກຳມະການພວກເດັກນ້ອຍທີ່ປະເທດອັງກິດ ກ່າວ
ວ່າ “ຂ້າພະເຈົ້າມັກໂຮງຮຽນທີ່ມີການບັງຄັບໃຫ້ສອນ ດິດຈິຕອລ ປີທີຫົກ ແລະປີທີ
ເຈັດ ກ່ອນພວກເຂົາເຈົ້າຂຶ້ນໄປມັດທະຍົມສຶກສາ. ໂຮງຮຽນທົ່ວໄປ ແມ່ນດີຫຼາຍ ໃນ
ການສອນເັດກນ້ອຍທາງອອນລາຍນ໌ດ້ານຄວາມປອດແຕ່ເມື່ອເຖິງການທ້າທາຍ
ທາງດ້ານຄວາມຮູ້ສຶກແລ້ວ ແມ່ນບໍ່ຄ່ອຍດີປານໃດ."

ຜົນກະທົບອັນຮ້າຍແຮງທີ່ສຸດທາງດ້ານອາລົມຕໍ່ພວກເດັກນ້ອຍທີ່ບໍ່ມີຄວາມທຸ່ນທ່ຽງກໍ
ຄືການຂ້າໂຕຕາຍ ຊຶ່ງມີຢູ່ໃນໝູ່ພວກຊາວໜຸ່ມໃນສະຫະລັດ ທີ່ມີຈຳນວນເພີ້ມຂຶ້ນຢ່າງ
ຫລວງຫລາຍ ລະຫວ່າງປີ 2010 ຫາ 2015 ເຖິງແມ່ນວ່າຄວາມສຳພັນກັບສື່ສັງຄົມ ຍັງບໍ່ທັນໄດ້ຢືນຢັນເປັນແບບວິທະຍາການກໍຕາມ.

ບັນດານັກຄົ້ນຄວ້າໃຫ້ຂໍ້ສັງເກດວ່າ ຜົນກະທົບອີກດ້ານນຶ່ງໃນການໃຊ້ເວລາຫລາຍ
ເກີນໄປ ຢູ່ໃນອິນເຕີແນັດນັ້ນກໍຄື ການອຶດຫລັບອຶດນອນ.

ສື່ສັງຄົມມັກຈະເນັ້ນໜັກວ່າ ພວກຊົມໃຊ້ທັງຫຼາຍຂອງເຂົາເຈົ້າຕ້ອງໄດ້ມີອາຍຸກາຍ 13
ປີຂຶ້ນໄປ ແຕ່ມັນງ່າຍເກີນໄປ ທີ່ຈະຊອກຫາຊ່ອງທາງທີ່ຈະໃຊ້ມັນໄດ້ຢູ່.

ທ່ານໂທນີ ສະໂຕເວີ ຈາກສະມາຄົມປ້ອງກັນບໍ່ໃຫ້ໃຊ້ຄວາມໂຫດຫ້ຽມຕໍ່ເດັກນ້ອຍ
ກ່າວວ່າ “ເຂົາເຈົ້າຈຳເປັນຕ້ອງໄດ້ເຮັດໄປໄກ ກວ່ານັ້ນ ແລະເຂົາເຈົ້າຕ້ອງໄດ້ເຮັດ
ຫຼາຍຂຶ້ນກວ່າເກົ່າ.
ແນ່ນອນ ພວກພໍ່ແມ່ຈຳເປັນຕ້ອງໄດ້ມີບົດບາດຢູ່ໃນທີ່ນີ້ຄືກັນ ໂດຍການໂອ້ລົມກັບພວກລູກເຕົ້າຂອງເຂົາເຈົ້າ ແລະໃຫ້ເປັນທີ່ແນ່ໃຈວ່າເຂົາເຈົ້າ
ເຂົ້າໃຈດີ ກ່ອນອາຍຸສິບສາມປີວ່າ ອັນຕະລາຍ, ບັນຫາຕ່າງໆ ແລະຜົນປະໂຫຍດ
ຂອງການໃຊ້ອິນເຕີແນັດມີຫຽັງແດ່.”

ແຕ່ ພວກພໍ່ແມ່ຫລາຍໆຄົນກໍບໍ່ຮູ້ວ່າຈະເຮັດຢ່າງໃດ ໂດຍກ່າວວ່າ ເຂົາເຈົ້າເອງກໍຕ້ອງ
ການ ການອົບຮົມຄືກັນ.

ພໍ່ແມ່ທີ່ບໍ່ບອກຊື່ ກ່າວວ່າ “ພວກເຮົາບໍ່ມີແບບນີ້ ເວລາພວກເຮົາເຕີບໃຫຍ່ມາ. ພວກ
ພໍ່ແມ່ບໍ່ຄ່ອຍໄດ້ຮັບການຊ່ວຍເຫລືອນອກຈາກວ່າພວກເຂົາເຈົ້າຈະຢູ່ໃນວົງການ
ອຸດສາຫະກຳເອງ ເພາະສະນັ້ນ ພວກເຮົາຈຶ່ງມີຄວາມຮູ້ສຶກວ່າ ຢູ່ນອກຂອບເຂດ
ໜ້ອຍນຶ່ງ.”

ບັນດານັກຄົ້ນຄວ້າກ່າວວ່າທາງນຶ່ງທີ່ດີທີ່ສຸດທີ່ຈະປະເຊີນໜ້າກັບການຕິດອິນເຕີແນັດ
ກໍຄືຊັກຊວນໃຫ້ພວກເດັກນ້ອຍພາກັນຫລິ້ນກິລາໃຫ້ຫລາຍຂຶ້ນ.

XS
SM
MD
LG