ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປ່ຽນແບບແຜນ ດໍາລົງຊີວິດ ອາດຊ່ວຍ ຫລຸດຄວາມສ່ຽງ ໃນການເປັນ ໂຣກມະເຮັງໄດ້


ດຣ. ແອນ ແມັກເທຍແນນ, (Dr.Anne McTienan) ທີ່ສູນກາງຄົ້ນຄວ້າໂຣກມະເຮັງ ເຟຣດ ຮັດຈິນຊັນ
ດຣ. ແອນ ແມັກເທຍແນນ, (Dr.Anne McTienan) ທີ່ສູນກາງຄົ້ນຄວ້າໂຣກມະເຮັງ ເຟຣດ ຮັດຈິນຊັນ

ພວກນັກວິທະຍາສາດເວົ້າວ່າ ການດໍາລົງຊີວິດແບບມີສຸຂະພາບສົມບູນດີ
ຕ້ອງມີ 5 ປະເດັນທີ່ເປັນຫລັກ ຊຶ່ງນັ້ນກໍຄື ບໍ່ສູບຢາ, ກວດເບິ່ງນໍ້າໜັກບໍ່ໃຫ້
ອ້ວນພີເກີນໄປ, ເຮັດກິດຈະກໍາອອກກໍາລັງກາຍຢ່າງເປັນປະຈໍາ, ການກິນ
ອາຫານທີ່ມີທາດບໍາລຸງດີ ແລະດື່ມເຫລົ້າໃນປະລິມານຈໍາກັດ.

ຈາກການວິໄຈຂໍ້ມູນທີ່ເກັບກໍາມາເປັນເວລາຫລາຍທົດສະວັດ ຈາກຄົນປະ
ມານ 340,000 ຄົນ ຢູ່ທົ່ວໂລກນັ້ນ ພວກນັກຄົ້ນຄວ້າຢູ່ອັງກິດພົບວ່າ ຜູ້ໃດ
ມີເງື່ອນໄຂຄົບໝົດທັງ 5 ປະການດັ່ງກ່າວນັ້ນ ແມ່ນມີຄວາມສ່ຽງໃນການ
ເປັນພະຍາດປອດ, ໂຣກມະເຮັງນົມ ຫລືລໍາໃສ້ໃຫຍ່ ຊຶ່ງເປັນໂຣກມະ​ເຮັງ
​ທີ່​ມັກ​ເກີດຫລາຍ​ທີ່​ສຸດນັ້ນໜ້ອຍກວ່າພວກທີ່ບໍ່ມີເງື່ອນຄົບເຊັ່ນນັ້ນຢູ່ 32
ເປີເຊັນ.

ດຣ. ແອນນ ແມັກເທຍແນນ (Anne McTiernan) ທີ່ສູນກາງຄົ້ນຄວ້າ
ໂຣກມະເຮັງ ເຟຣດ ຮັດຈິນຊັນ (Fred Hutchinson) ກ່າວວ່າ

“ເມື່ອມາເບິ່ງພະຍາດຕ່າງໆ ເຊັ່ນ ໂຣກອ້ວນພີເກີນໄປແລ້ວ ເຮົາອາດ
ຈະເຫັນຜົນອອກມາແຕກຕ່າງກັນ, ມີຜົນຕ່າງກັນຢູ່ໃນການຄົ້ນຄວ້າໃນ
ບັ້ນຕ່າງກັນ ແຕ່ວ່າ ເມື່ອພວກເຮົາເອົາສິ່ງເຫລົ່ານັ້ນທັງໝົດເຂົ້າມາຮວມ
ກັນ ຢູ່ໃນການວິໄຈຊຸດນຶ່ງ ມັນຊ່ວຍໃຫ້ເຮົາເຫັນພາບໄດ້ຢ່າງເຕັມສ່ວນ
ວ່າມີຫຍັງກໍາລັງເກີດຂຶ້ນ.”

ດຣ. ແອນນ ແມັກເທຍແນນ, ນັກຄົ້ນຄວ້າຜູ້ນຶ່ງຢູ່ສູນກາງຄົ້ນຄວ້າໂຣກມະ
ເຮັງ ເຟຣດ ຮັດຈິນຊັນ (Fred Hutchinson) ໃນນະຄອນເຊຍແອເຕິລ
(Seattle) ເວົ້າວ່າ ການມີອາຫານການກິນທີ່ມີນໍ້າມັນ, ນໍ້າຕານ ແລະເກືອ
ໃຫ້ໄດ້ກິນຢ່າງສະດວກເພີ້ມຂຶ້ນນັ້ນ ມັນມີສ່ວນເຮັດໃຫ້ອັດຕາຂອງຄົນເປັນ
ໂຣກເບົາຫວານ ແລະໂຣກອ້ວນພີເກີນໄປເພີ້ມສູງຂຶ້ນ.

ຄົນສ່ວນໃຫຍ່ຮູ້ດີວ່າ ພວກເຂົາເຈົ້າຄວນຫລີກເວັ້ນການກິນອາຫານແບບກິນ
ດ່ວນ. ແຕ່ຍ້ອນວ່າມັນມີພ້ອມຢູ່ແລ້ວຢ່າງຫລວງຫລາຍ ມັນຈຶ່ງເຮັດໃຫ້ຫລາຍ
ຄົນພົບຄວາມຫຍຸ້ງຍາກໃນການປ່ຽນປະເພດອາຫານຂອງພວກເຂົາເຈົ້າ.
ແຕ່ວ່າ ດຣ. ແມັກເທຍແນນເວົ້າວ່າ ຜູ້ຄົນບໍ່ຄວນລໍຖ້າໃຫ້ລັດຖະບານ ຫລື
ອຸດສະຫະກໍາ ຕັດສິນໃຈໃນການເລືອກກິນອາຫານໃຫ້ພວກເຂົາເຈົ້າ.

ດຣ. ແມັກເທຍແນນ ແນະນໍາວ່າ “ຂ້ອຍຢາກຈະບອກວ່າໃຫ້ພະຍາຍາມ
ຮຽນຮູ້, ກວດວ່າ ຕົນເອງມີນໍ້າໜັກເພີ້ມຂຶ້ນບໍ່ໃນແຕ່ລະໄລຍະ, ຕົນເອງ
ມີຄວາມສ່ຽງໃນການເປັນໂຣກມະເຮັງສູງຫລືບໍ່ ແລະຈາກນັ້ນ ກໍເອົາ
ບາດກ້າວປະຕິບັດໃນສິ່ງທີ່ສາມາດເຮັດເອງໄດ້ ສໍາລັບຕົນເອງ ແລະສໍາ
ລັບຄອບຄົວ.”

ພວກນັກວິທະຍາສາດຢູ່ໃນສະຫະລັດ ກໍາລັງດໍາເນີນການກວດເລືອດແບບ
ງ່າຍໆ ທີ່ສາມາດກວດພົບໂຣກມະເຮັງຫລາຍໆປະເພດໄວກວ່າແຕ່ກ່ອນ ຊຶ່ງເຮັດໃຫ້ຄົນເຮົາມີໂອກາດຢັບຢັ້ງການຂະຫຍາຍໂຕ ຂອງໂຣກດັ່ງກ່າວໄດ້
ຫລາຍຂຶ້ນ.

ດຣ. ແມັກເທຍແນນ ອະທິບາຍວ່າ “ສໍາລັບບາງຄົນແລ້ວ ການທີ່ມີສິ່ງຊີ້ບອກ
ໃຫ້ຮູ້ແຕ່ຫົວທີວ່າ ເປັນໂຣກມະເຮັງ ສາມາດເປັນໂອກາດທີ່ຮຽນຮູ້ໃຫ້ແກ່ເຂົາ
ເຈົ້າ ເມື່ອພວກເຂົາເຈົ້າຮູ້ຈັກວ່າ ຕົນເອງກໍາລັງມີຄວາມສ່ຽງ ແລະຮູ້ວ່າ ພວກ
ເຂົາເຈົ້າສາມາດເຮັດໃຫ້ເກີດການປ່ຽນແປງ ແລະບາງເທື່ອພວກເຂົາເຈົ້າອາດ
ຈະຢາກໃຫ້ມີການປ່ຽນແປງ.”

ດຣ. ແມັກເທຍແນນ ເວົ້າອີກວ່າ ການຄົ້ນຄວ້າຂອງທ່ານນາງເອງ ສະແດງໃຫ້
ເຫັນວ່າ ການເຮັດໃຫ້ບາງຄົນທີ່ເປັນໂຣກອ້ວນພີຈົນເກີນໄປຫລຸດນໍ້າໜັກລົງ ຫລື ເຮັດໃຫ້ຄົນບາງຄົນ ທີ່ບໍ່ມັກອອກກໍາລັງກາຍໃຫ້ຫັນມາອອກກໍາລັງກາຍ ສາ
ມາດເຮັດໃຫ້ຫລຸດຄວາມສ່ຽງໃນການເປັນໂຣກມະເຮັງໄດ້ຫລາຍອີ່ຫລີ.

ເບິ່ງວີດິກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG