ສາຍບືເດັກນ້ອຍຕາມປົກກະ
ຕິແລ້ວແມ່ນຖືກຕັດໃນທັນໃດ
ຫລັງຈາກເດັກເກີດອອກມາ.
ອົງການອະນາໄມໂລກ ຫລື
WHO ແນະນໍາວ່າໃຫ້ປະຂອດ
ສາຍບືໄວ້ບໍ່ໃຫ້ໄປແຕະຕ້ອງມັນ.
ແຕ່ວ່າສາຍບືທີ່ຕັດອອກໃໝ່ໆ
ນັ້ນ ສາມາດເປັນເສັ້ນທາງ ທີ່
ນໍາໄປສູ່ການຕິດເຊື້ອທີ່ເປັນ
ອັນຕະລາຍເຖິງຕາຍໄດ້ ຖ້າ
ສາຍບືນັ້ນ ຫາກຖືກຕັດໂດຍ
ເຄື່ອງມືທີ່ບໍ່ຖືກຂ້າເຊື້ອ ຫລືວ່າ
ຖ້າຫາກເດັກນ້ອຍຖືກຄອດ
ອອກມາຢູ່ໃນສະພາບແວດລ້ອມ
ທີ່ບໍ່ຄ່ອຍສະອາດ.
ການສຶກສາຄົ້ນຄວ້າທີ່ຫາກໍ່ພິມເຜີຍແຜ່ ນໍາພາໂດຍພວກນັກວິທະຍາສາດ ທີ່ມະຫາວິທະ
ຍາໄລແພດສາດ Johns Hopkins School of Public Health ຢູ່ເມືອງບານຕີມໍ, ລັດ
ມາຣີແລນ ທີ່ສຶກສາເດັກນ້ອຍເກີດໃໝ່ 30 ພັນຄົນ ຢູ່ປະເທດບາງກລາແດັສ. ນຶ່ງສ່ວນ ສາມຂອງເດັກນ້ອຍພວກນັ້ນ ແມ່ນໄດ້ຖືກປະສາຍບືໄວ້ໂດຍບໍ່ມີການປິ່ນປົວໃດໆ. ສ່ວນ ເດັກນ້ອຍເກີດໃໝ່ຈໍານວນອື່ນໆນັ້ນ ແມ່ນໄດ້ຮັບການຂ້າເຊື້ອຢູ່ຂອດສາຍບື ໂດຍການ
ລ້າງດ້ວຍຢາຂ້າເຊື້ອ ຊຶ່ງເອີ້ນວ່າ chlorhexidine ເທື່ອນຶ່ງ ຫລືບໍ່ກໍທຸກໆມື້ເປັນເວລານຶ່ງ
ອາທິດ ຫລັງຈາກເກີດມາ.
ສາດສະດາຈານ Abdullah H. Baqui. ເວົ້າວ່າ ອັດຕາການມີຊີວິດ ລອດແມ່ນສູງຫລາຍ ເມື່ອມີການໃຊ້ຢາຂ້າເຊື້ອ. ທ່ານກ່າວດັ່ງນີ້:
“ສິ່ງທີ່ພວກເຮົາຄົ້ນພົບກໍຄືວ່າ ໃນການອະນາໄມຄັ້ງນຶ່ງນັ້ນແມ່ນພາໃຫ້ມີການ
ຫລຸດຜ່ອນອັດຕາເດັກເກີດໃໝ່ເສຍຊີວິດລົງໄດ້ 20%. ແຕ່ວ່າ ໃນໄລຍະການ
ອະນາໄມເປັນເວລາ 7 ມື້ນັ້ນ ແມ່ນພາໃຫ້ມີການຫລຸດອັດຕາການຕາຍລົງໄດ້ພຽງ
6% ຊຶ່ງເປັນອັດຕາທີ່ຫລຸດລົງບໍ່ຫລາຍປານໃດ.”
ການສຶກສາຄົ້ນຄວ້າອີກສອງບັ້ນກໍມີຜົນການຄົ້ນ
ພົບທີ່ຄ້າຍຄືກັນ- ອັນນຶ່ງແມ່ນຢູ່ເນປານ ແລະອີກ
ອັນນຶ່ງແມ່ນຢູ່ປາກິສຖານ, ຊຶ່ງໄດ້ນໍາມາພິມເຜີຍແຜ່
ຢູ່ໃນອິນເຕີເນັດພ້ອມກັບບົດຂຽນຂອງດຣ. Baqui
ຢູ່ໃນວາລະສານ The Lancet ນັ້ນ.
ທ່ານ Baqui ເວົ້າວ່າ ການອະນາໄມຂອດສາຍບື
ເດັກດ້ວຍຢາຂ້າເຊື້ອ chlorhexidine ແມ່ນເປັນວິທີ
ການທີ່ປອດໄພ ແລະບໍ່ແພງ ທີ່ສາມາດ ປັບປຸງອັດຕາການຕາຍຂອງ ເດັກທາຣົົົກໄດ້ຢ່າງ
ຫລວງຫລາຍ ໂດຍສະເພາະແມ່ນໃນກຸ່ມເດັກນ້ອຍຈໍານວນ 60 ລ້ານຄົນ ຫລືປະມານນັ້ນ
ທີ່ໄດ້ມີການຄອດຢູ່ເຮືອນໃນແຕ່ລະປີ. ທ່ານອະທິບາຍວ່າ:
“ວິທີນີ້ເປັນວິມີການຢັບຢັ້ງທີ່ງ່າຍດາຍ. ມັນມີຄວາມອາດສາມາດທີ່ຈະເຮັດໃຫ້ມີ
ການຫລີກລ້ຽງຕໍ່ການເສຍຊີວິດຂອງເດັກທາຣົກ ຢູ່ໃນໂລກ ປະມານຫ້າແສນຄົນໄດ້
ໃນແຕ່ລະປີ, ສະນັ້ນຂ້ອຍຄິດວ່າ ມັນແມ່ນ ສິ່ງທີ່ງ່າຍດາຍ ແລະພວກເຮົາກໍຄວນ
ພຽງແຕ່ນໍາເອົາໄປປະຕິບັດເທົ່ານັ້ນ.”
ຢູ່ໃນບົດແນະນໍາ ຫລື commentary ທີ່ນໍາມາພິມຢູ່ກັບບົດຂຽນຂອງທ່ານ Baqui ນັ້ນ
ພວກນັກຊ່ຽວຊານທີ່ສະຖາບັນສາທາລະນະສຸກຂອງໂລກ UCL ຫລື UCL Institute
for Global Health ທີ່ນະຄອນລອນດອນ ເວົ້າວ່າ ການນໍາເອົາວິທີການອະນາໄມແບບ
chlorhexidine ເຂົ້າໄປໃຊ້ຕໍ່ເດັກທາຣົກເປັນຈໍານວນຫລວງຫລາຍ ໃນບາງຂົງເຂດ ອາດ
ຈະມີບັນຫາຫຍຸ້ງຍາກ. ແຕ່ວ່າ ຖ້າຫາກມັນສາມາດນໍາໄປປະຕິບັດໄດ້ ພວກເຂົາເຈົ້າເຊື່ອ
ວ່າການປິ່ນປົວແບບຂ້າເຊື້ອ ຈະມີຜົນສໍາເລັດຢູ່ໃນໂລກຕົວຈິງຂອງເຮົາ ຄືກັນກັບຢູ່ໃນການ
ສຶກສາຄົ້ນຄວ້າເຫລົ່ານີ້.