ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກວດເລືອດງ່າຍໆ ສາມາດບອກໄດ້ວ່າ ມີຄວາມສ່ຽງຕໍ່ການເປັນ ໂຣກຄວາມຈໍາເສື່ອມ


ທາດໂປຣຕິນຢູ່ໃນສະໝອງ ທີ່່ນັກຄົ້ນຄວ້າຄິດວ່າ ເປັນການສໍ່ສະແດງເຖິງການເປັນໂຣກ Alzheimer ທີ່ບັດນີ້ ສາມາດຮູ້ໄດ້ ໂດຍການກວດເລືອດແບບງ່າຍດາຍ ເພື່ອກວດຫາລະດັບຂອງສານ Beta-amyloid ​ຢູ່​ໃນເລືອດ ດັ່ງ ດຣ Kristine Yaffe ​ເວົ້າວ່າ​ ຄົນ​ໃດ​ທີ່​ມີສານ Beta-amyloid ​ຢູ່​ໃນເລືອດ​ໜ
ທາດໂປຣຕິນຢູ່ໃນສະໝອງ ທີ່່ນັກຄົ້ນຄວ້າຄິດວ່າ ເປັນການສໍ່ສະແດງເຖິງການເປັນໂຣກ Alzheimer ທີ່ບັດນີ້ ສາມາດຮູ້ໄດ້ ໂດຍການກວດເລືອດແບບງ່າຍດາຍ ເພື່ອກວດຫາລະດັບຂອງສານ Beta-amyloid ​ຢູ່​ໃນເລືອດ ດັ່ງ ດຣ Kristine Yaffe ​ເວົ້າວ່າ​ ຄົນ​ໃດ​ທີ່​ມີສານ Beta-amyloid ​ຢູ່​ໃນເລືອດ​ໜ

ໂຣກສະໝອງເສື່ອມ ປະເພດທີ່ຄົນມັກເປັນຫລາຍກວ່າໝູ່ ແມ່ນໂຣກ Alzheimer ກໍຄື ໂຣກຄວາມຈໍາເສື່ອມ ຫລືໂຣກຫລົງລືມ ຊຶ່ງໃນປັດຈຸບັນນີ້ ແມ່ນສາມາດບອກໃຫ້ຮູ້ໄດ້ ຢ່າງເປັນການແນ່ນອນ ກໍໂດຍການຜ່າຕັດສັນນະສູດສົບ ກວດເບິ່ງສະໝອງເທົ່ານັ້ນ. ແຕ່ ມາບັດນີ້ ການສຶກສາຄົ້ນຄວ້າບັ້ນໃໝ່ແນະໃຫ້ຮູ້ວ່າ ການກວດເລືອດແບບງ່າຍດາຍກໍອາດ ສາມາດບອກໃຫ້ຮູ້ລ່ວງໜ້າໄດ້ວ່າ ຜູ້ໃດມີຄວາມສ່ຽງສູງ ຕໍ່ການເປັນໂຣກສະໝອງເສື່ອມ.

ສານ Beta-amyloid ​ແມ່ນ​ໂປຣຕິນ ທີ່​ພົບ​ເຫັນ​ຢູ່​ໃນ​ສະໝອງຂອງຄົນ​ເຈັບ​ທີ່​ເປັນ​ໂຣກ Alzheimer ຫລື​ໂຣກຫລົງ​ລືມ. ​ສານນີ້ຍັງ​ພົບ​ເຫັນ​ຢູ່​ໃນ​ນ້ຳຫລໍ່ລ້ຽງ​ກະດູກ​ສັນຫລັງ ​ແລະມີຢູ່ໃນ​ເລືອດ ໃນ​ປະລິມານ​ນ້ອຍໆ.

ຢູ່​ໃນ​ລາຍ​ງາຍ​ໃໝ່ສະບັບນຶ່ງ ພວກ​ນັກຄົ້ນຄວ້າໄດ້​ໃຊ້​ຂໍ້
ມູນ​ທີ່​ໄດ້​ເກັບ​ກໍາມາ​ເປັນ​ເວລາ 9 ປີ ຈາກ​ບຸກຄົນ​ທີ່​ບໍ່ມີ
ຮ່ອງຮອຍວ່າ ຈະ​ເປັນ​ໂຣກສະໝອງເສື່ອມ​ ໃນ​ເວລາທີ່
ພວກ​ເຂົາ​ເຈົ້າ​ເລີ້ມ​ເຂົ້າຮ່ວມການຄົ້ນຄວ້ານັ້ນ. ​ຕົວຢ່າງ
ເລືອດ​ຫລາຍ​ຈຸທີ່​ເອົາ​ໄປກວດໃນ​ຕອນ​ເລີ້ມຕົ້ນການ​ຄົ້ນ
ຄວ້າ ໄດ້​ເອົາໄປ​ປຽບທຽບ​ໃສ່ລະດັບ​ຂອງການ​ເປັນ​ໂຣກ
ສະໝອງ​ເສື່ອມ​ໃນ​ຕອນສຸດ​ທ້າຍຂອງ​ການ​ສຶກສາ.

ສະໝອງຂອງເປັນໂຣກ Alzheimer (ຂວາ, ເທິງ) ມີໂປຣຕິນຫລາຍກວ່າສະ ໝອງຂອງຄົນທໍາມະດາ
ສະໝອງຂອງເປັນໂຣກ Alzheimer (ຂວາ, ເທິງ) ມີໂປຣຕິນຫລາຍກວ່າສະ ໝອງຂອງຄົນທໍາມະດາ

ສາດສະດາຈານ Kristine Yaffe ​ແຫ່ງ​ມະຫາວິທະຍາ​ໄລ​
ລັດ​ຄາ​ລິ​ຟໍ​ເນຍ ຢູ່​ນະຄອນຊານຟຣານຊິ​ສ​ໂກ ​ເວົ້າວ່າ​ຄົນ
ໃດ​ທີ່​ມີສານ Beta-amyloid ​ຢູ່​ໃນເລືອດ​ໜ້ອຍ​ເທົ່າ​ໃດ ກໍ
ຈະ​ມີ​ຄວາມ​ສ່ຽງຕໍ່ການ​ເປັນ​ໂຣກ​ສະໝອງເສື່ອມສູງ​ເທົ່າ​ນັ້ນ. ສາດສະດາຈານ Yaffe ກ່າວວ່າ:

“ການມີຄວາມຄິດເຊັ່ນ​ນັ້ນ ກໍ​ເພາະວ່າ ສານທີ່ວ່ານີ້
ຈັບ​ກັນ​ເປັນ​ກ້ອນຫລື​ກໍ່ຕົວ​ຂຶ້ນຢູ່​ໃນ​ສະໝອງ. ສະນັ້ນ
ຍ້ອນ​ເຫດຜົນ​ອັນ​ໃດ​ອັນນຶ່ງ ມັນ​ຈຶ່ງມີປະລິ​ມານໜ້ອຍ ກວ່າ​ ເວລາ​ເຮົາວັດ​ແທກຢູ່​ນອກ​ສະໝອງ”

ທ່ານ​ນາງ Yaffe ​ແລະ​ເພື່ອນຮ່ວມງານ ຍັງ​ຄົ້ນພົບ​ອີກ​ວ່າ ຜູ້ທີ່​ມີສານ Beta-amyloid
ໃນ​ລະດັບ​ຕໍ່າ ຊຶ່ງເປັນ​ອາການ​ທີ່​ທ່ານ​ນາງ​ເອີ້ນວ່າ “ມີ​ການສ່ຽງ​ທີ່ເດັ່ນ​ພິ​ເສດ” ນັ້ນ ມັກຈະ​
ສາມາດ​ຫລີກ​ລ່ຽງການ​ເປັນ​ໂຣກສະໝອງ​ເສື່ອມ​ໄດ້ ຖ້າ​ຫາກ​ພວກ​ເຂົາ​ເຈົ້າມີ​ການສຶກສາ
ຫລາຍ​ຂຶ້ນ ຫລື​ໃຊ້​ສະໝອງຫລາຍຢູ່​ເລື້ອຍໆ.

ການຄົ້ນຄວ້າຄົ້ນພົບວ່າຄົນທີ່ຕັ້ງຈຸດໝາຍປາຍທາງ ຂອງຊີວິດໄວ້ສູງຫລືມີການສຶກສາ​ຫລາຍ​ຂຶ້ນຫລື​ໃຊ້ ​ສະໝອງຢູ່​ເລື້ອຍໆ ມີຄວາມສ່ຽງຕໍ່ການເປັນໂຣກປະ ສາດເສື່ອມໜ້ອຍກວ່າຄົນທີ່ບໍ່ເຮັດແນວນັ້ນເຖິງ 2 ເທື່ອເຄິ່ງ
ການຄົ້ນຄວ້າຄົ້ນພົບວ່າຄົນທີ່ຕັ້ງຈຸດໝາຍປາຍທາງ ຂອງຊີວິດໄວ້ສູງຫລືມີການສຶກສາ​ຫລາຍ​ຂຶ້ນຫລື​ໃຊ້ ​ສະໝອງຢູ່​ເລື້ອຍໆ ມີຄວາມສ່ຽງຕໍ່ການເປັນໂຣກປະ ສາດເສື່ອມໜ້ອຍກວ່າຄົນທີ່ບໍ່ເຮັດແນວນັ້ນເຖິງ 2 ເທື່ອເຄິ່ງ

ຍັງບໍ່ມີ​ການ​ປິ່ນປົວ​ໂຣກ​ຄວາມ
ຈໍາເສື່ອມຢ່າງ​ມີ​ປະ​ສິດທິ​ຜົນ​ດີ​
ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເປັນໂຣກ
Alzheimer ຫລື​ໂຣກຫລົງ​ລືມ​
ໄດ້. ​ແຕ່ທ່ານ​ນາງ​ເວົ້າວ່າ ຜົນ
ການຄົ້ນຄວ້ານີ້ ແນະ​ໃຫ້ຮູ້ວ່າ
ມັນອາດເປັນ​ເຫດຜົນ​ທີ່​ດີ ທີ່
ເຮົາຄວນຈະໄປກວດເລືອດເບິ່ງ
ເພື່ອໃຫ້ຮູ້ວ່າເຮົາມີ​ຄວາມ​ສ່ຽງ
ສູງຕໍ່ການ​ເປັນ​ໂຣກ​ສະໝອງ
ເສື່ອມຫລືບໍ່ ຊຶ່ງທ່ານນາງ
Yaffe ຊີ້​ແຈງ​ວ່າ:

“ທ່ານ​ອາດ​ສາມາດ​ເຮັດສິ່ງ​ໃດ​ສິ່ງ​ນຶ່ງ​ເພື່ອແກ້ໄຂໄດ້ ​ໂດຍ​ການ​ໃຊ້​ສະໝອງຫລາຍ​ຂຶ້ນ, ອອກກຳລັງ​ທາງ​ສະໝອງ ​ກໍຄືຮຽນໜັງສືຫລາຍຂຶ້ນ ແລະກະ​ຕຸ້ນ​ຄວາ​ມສາມາດ​ໃນ​ການ​ປັບ​ຕົວ​ຂອງສະໝອງ ເພື່ອ​ໃຫ້ຕ້ານຢັນໄດ້ ​ຕໍ່ອັນ​ທີ່​ອາດເປັນການສ່ຽງ​ທີ່ເດັ່ນ​ເປັນພິ​ເສດນັ້ນ.”

ທ່ານ​ສາມາດ​ຫາ​ອ່ານ ກ່ຽວກັບ​ການ​ສຶກສາຄົ້ນຄວ້າ ຂອງ​ທ່ານ​ນາງ Kristine Yaffe ​ໄດ້ໃນ​ວາລະສານສະມາຄົມ​ການ​ແພດ​ອາ​ເມຣິກັນ ຫລື Journal of American Medical Association ຫລື JAMA.

XS
SM
MD
LG