ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໝໍເວົ້າວ່າ ການ​ລ້ຽງລູກ​ ດ້ວຍ​ນໍ້ານົມ​ແມ່ ດີກວ່າ ການລ້ຽງລູກ ດ້ວຍນົມປ໋ອງ


ແມ່ຍິງຊາວຟີລິປິນ ພາກັນອູ້ມລູກ ໄປເຂົ້າຮ່ວມ ງານລະດົມ ການລ້ຽງລູກດ້ວຍນໍ້ານົມແມ່ ໂດຍທີ່ພວກເຂົາເຈົ້າ ເອົາລູກກິນນົມຂອງຕົນ ເປັນເວລາຕິດຕໍ່ກັນ 1 ນາທີ ເພື່ອເປັນການສົ່ງເສີມ ການລ້ຽງລູກດ້ວຍນໍ້າມນົມແມ່ ຢູ່ນະຄອນມະນີລາ ໃນວັນທີ 5 ສິງຫາ 2017
ແມ່ຍິງຊາວຟີລິປິນ ພາກັນອູ້ມລູກ ໄປເຂົ້າຮ່ວມ ງານລະດົມ ການລ້ຽງລູກດ້ວຍນໍ້ານົມແມ່ ໂດຍທີ່ພວກເຂົາເຈົ້າ ເອົາລູກກິນນົມຂອງຕົນ ເປັນເວລາຕິດຕໍ່ກັນ 1 ນາທີ ເພື່ອເປັນການສົ່ງເສີມ ການລ້ຽງລູກດ້ວຍນໍ້າມນົມແມ່ ຢູ່ນະຄອນມະນີລາ ໃນວັນທີ 5 ສິງຫາ 2017

ພວກເຈົ້າໜ້າທີ່​ດ້ານ​ສາທາລະນະ​ສຸກຂອງອົງການອະນາໄມໂລກ​ພາກັນ​ແປກໃຈ
​ເມື່ອ​ເຫັນ​ວ່າ ສະຫະລັດ​ຄັດຄ້ານ​ມະຕິ ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ ພາກັນແນະ​ນໍາ​ໃຫ້​ຄົນ​
ລ້ຽງລູກ​ດ້ວຍ​ນໍ້ານົມ​ແມ່, ​ໂດຍ​ສະ​ເພາະ​ແມ່ນ ​ເວລາໄດ້​ເຫັນ​ວ່າການ​ຄົ້ນຄວ້າ​ໃນ​ໄລຍະ​
ຫລາຍໆ​ທົດ​ສະ​ວັດຜ່ານມາ ສະ​ແດງ​ໃຫ້​ເຫັນວ່າ ການ​ລ້ຽງລູກ​ດ້ວຍ​ນໍ້ານົມ​ແມ່ ​ແມ່ນ​ດີ
​ສໍາລັບ​ທັງ​ແມ່ ​ແລະ​ລູກ. ​ແຄ​ໂຣລ​ເພຍ​ຊັນ, ນັກ​ຂ່າວ​ຂອງ​ວີ​ໂອ​ເອ​ ໄດ້​ລົມກັບ​ທ່ານໝໍ ທີ່​ມີ
​ຊື່ສຽງສອງ​ຄົນທີ່​ໃຫ້ການ​ສະໜັບສະໜູນຢ່າງໝົດຈິດໝົດ​ໃຈຕໍ່ມະຕິດັ່ງກ່າວ​ຂອງ​ອົງ
ການ​ສະຫະ​ປະຊາ​ຊາດ ທີ່​ອີງໃສ່​ການ​ສຶກສາຄົ້ນຄວ້າ​ແບບ​ວິທະຍາສາດ ແລະຄໍາອະທິ
ບາຍໃຫ້ຮູ້ ເຖິງຜົນປະໂຫຍດ ໃນການລ້ຽງລູກດ້ວຍນໍ້ານົມແມ່ ແລະການສ່ຽງໄພຂອງ
ການເອົານົມກະປ໋ອງໃຫ້ລູກກິນ. ບົວສະຫວັນມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

​ເດັກ​ທາຣົກຫລາຍ​ລ້ານ​ຄົນ​ຢູ່​ທົ່ວ​ໂລກ​ ຈະ​ມີ​ການ​ເຕີບ​ໂຕ​ດີ ຖ້າ​ຫາກ​ວ່າ ພວກ​ເຂົາ​ໄດ້​ກິນ
ພຽງ​ແຕ່​ນໍ້ານົມ​ແມ່​ເທົ່າ​ນັ້ນ​ ໃນ​ໄລຍະ 6 ​ເດືອນ​ທໍາ​ອິດ​ ນັບ​ແຕ່​ມື້ເກີດອອກ​ມາ — ຫລື​ວ່າ ​ກິນເປັນເວລານນານ​ກວ່ານັ້ນ. ການຄົ້ນພົບ​ດັ່ງກ່າວ​ແມ່ນໄດ້​ມາ​ຈາກ​ການຄົ້ນຄວ້າ​ທີ່​ໃຫຍ່
​ແລະ​ລະອຽດຖີ່ຖ້ວນທີ່​ສຸດ ກ່ຽວກັບ​ຜົນ​ປະ​ໂຫຍ​ດຂອງ​ການ​ລ້ຽງລູກ​ດ້ວຍ​ນໍ້ານົມ​ແມ່. ມັນ
​ໄດ້​ຖືກ​ພິມ​ເຜີຍ​ແຜ່​ ຢູ່​ໃນ​ວາລະສານດ້ານ​ການ​ແພດແລນ​ເຊັດ (Lancet) ​ໃນ​ສອງ​ປີ​ກ່ອນ
ໜ້ານັ້ນ.

ການ​ສຶກສາຄົ້ນຄວ້າ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ລ້ຽງລູກ​ດ້ວຍ​ນໍ້ານົມ​ແມ່ສາມາດ
ຊ່ວຍ​ຊີວິດ​ຂອງ​ເດັກ​ທາຣົກ​ໄວ້​ໄດ້ 8 ​ແສນ​ຄົນຕໍ່ປີ.

ພວກທ່ານໝໍປົວເດັກນ້ອຍທັງຫລາຍກ່າວວ່າ ເຖິງແມ່ນວ່າພວກແມ່ຍິງທັງຫລາຍຈະ
ຕ້ອງການທາງເລືອກຕ່າງໆຢູ່ກໍຕາມ ແຕ່ມັນກໍເປັນທີ່ຈະແຈ້ງຢູ່ແລ້ວວ່າ ວິທະຍາສາດ
ແມ່ນຈະເລືອກເອົາການລ້ຽງລູກດ້ວຍນໍ້ານົມແມ່.

ດຣ. ​ເດນ​ນິສ ຄູ​ໂອ (Dennis Kuo) ທີ່ມະຫາວິທະຍາໄລບັບຟາໂລ (Buffalo) ກ່າວ
ຜ່ານທາງສະໄກພ໌ວ່າ
"ວິທະຍາສາດໃນການລ້ຽງລູກດ້ວຍນໍ້ານົມແມ່ ໄດ້ມີມາຫລາຍທົດສະວັດແລ້ວ."

ການລ້ຽງລູກດ້ວຍນໍ້ານົມແມ່ຊ່ວຍປັບປຸງທາດບໍາລຸງ, ຫລຸດຜ່ອນການຕິດເຊື້ອໂຣກ ແລະຄ່າໃຊ້ຈ່າຍກໍຖືກກວ່າການລ້ຽງດ້ວຍນໍ້ານົມງົວ.

ດຣ. ໂຈນ ຢັງເກີ ມີກຄ໌ (Joan Younger Meeks) ທີ່ໂຮງຮຽນແພດສາດຂອງມະຫາ
ວິທະຍາໄລຟລໍຣີດາເວົ້າຜ່ານທາງສະໄກພ໌ວ່າ
“ພວກເຮົາຮູ້ດີວ່າ ໃນທັນໃດທີ່ລູກເກີດມາ ເມື່ອແມ່ເອົາລູກກິນນົມຂອງຕົນເອງ ລູກ
ກໍຈະໄດ້ຮັບ ນໍ້ານົມງວດທໍາອິດຈາກຕ່ອມທີ່ແມ່ຜະລິດນັ້ນໂລດ. ແລະນໍ້ານົມນັ້ນ ແມ່ນເປັນພູມຄຸ້ມກັນອິມມູໂນໂກລບິນ ທີ່ມີປະລິມານສູງຫລາຍ ທີ່ສາມາດປ້ອງກັນ
ເດັກທາຣົກບໍ່ໃຫ້ຕິດເຊື້ອໂຣກໄດ້້ດີ. ສະນັ້ນ ມັນຈຶ່ງມີຄວາມສໍາຄັນຍິ່ງຕໍ່ເດັກທາ
ຣົກທັງຫລາຍ. ແລະການໃຫ້ກິນແຕ່ນໍ້ານົມແມ່ເທົ່ານັ້ນ ຍັງສືບຕໍ່ສົ່ງເສີມຄຸນປະ
ໂຫຍດດ້ານສຸຂະພາບໃຫ້ແກ່ເດັກທາຣົກເຫລົ່ານັ້ນໄດ້.”


ສໍາລັບພວກແມ່ຍິງທີ່ລ້ຽງລູກດ້ວຍນໍ້ານົມປ໋ອງແລ້ວ ພວກເຂົາເຈົ້າຕ້ອງເຂົ້າໃຈຢ່າງຊັດ
ເຈນວ່າ ເຂົາເຈົ້າຕ້ອງມີນໍ້າທີ່ສະອາດ ບໍ່ພຽງແຕ່ໃຊ້ເພື່ອຊົງນົມເທົ່ານັ້ນ ແຕ່ກໍຍັງສໍາລັບໃຊ້
ໃນການລ້າງແກ້ວນົມອີກດ້ວຍ. ຂວັ້ນແກ້ວນົມ ແລະບ່ວງທີ່ໃຊ້ຄົນນົມກໍຕ້ອງສະອາດ
ເຊັ່ນກັນ. ຖ້າບໍ່ດັ່ງນັ້ນແລ້ວ ແອນ້ອຍອາດຈະຖອກ ທ້ອງ ຊຶ່ງສາມາດພາໃຫ້ເສຍຊີວິດໄດ້.

ດຣ. ຄູໂອ ກ່າວເພີ້ມອີກວ່າ ເນື່ອງຈາກວ່ານົມປ໋ອງແພງ ຖ້າຫາກແມ່ພະຍາຍາມ ທີ່ຈະ
ຊົງນົມໃຫ້ມັນຈາງລົງລູກນ້ອຍກໍຈະບໍ່ໄດ້ກິນອາຫານພຽງພໍ. ທ່ານກ່າວດັ່ງນີ້
"ຄຸນປະໂຫຍດຂອງການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນສູງຫລາຍພິລຶກ ໃນການ
ສາມາດປ້ອງກັນລູກນ້ອຍບໍ່ໃຫ້ເປັນພະຍາດເຫລົ່ານີ້ໄດ້."


ເດັກທາຣົກທີ່ກິນນໍ້ານົມແມ່ ແມ່ນມີຄວາມສ່ຽງໃນການເປັນຫູອັກເສບ ຫລືຕິດເຊື້ອ
ໜ້ອຍກວ່າ, ມີບັນຫາ ໃນດ້ານຍ່ອຍອາຫານໜ້ອຍກວ່າ.

ພວກເຂົາມີການເຕີບໂຕທີ່ແຕກຕ່າງກັນກັບເດັກນ້ອຍທີ່ບໍ່ໄດ້ກິນນົມແມ່. ນອກຈາກນັ້ນ ການກິນນໍ້ານົມແມ່ ຍັງຊ່ວຍປ້ອງກັນແມ່ນກະທັ້ງ ບໍ່ໃຫ້ເດັກນ້ອຍເປັນພະຍາດອ້ວນພີ
ເກີນໄປ ໃນຕອນໃຫຍ່ຂຶ້ນມາ.

ດຣ. ຄູໂອກ່າວມ້ວນທ້າຍວ່າ ນໍ້ານົມປ໋ອງ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢູ່ເລື້ອຍມາ ໂດຍ
ການເອົາອາຊິດທີ່ເປັນໄຂມັນ ແລະທາດໂປຣຕິນທີ່ມີຄຸນນະພາບດີ

ກວ່າເຕີມໃສ່. ແຕ່ທ່ານກໍເວົ້າວ່າ ບໍ່ມີຫຍັງ ທີ່ຈະທົດແທນນໍ້ານົມແມ່ໄດ້ ຊຶ່ງທ່ານໃຫ້
ເຫດຜົນວ່າ
"ຂ້າພະເຈົ້າພໍໃຈໃນສິ່ງທີ່ວ່າ ນໍ້ານົມປ໋ອງທີ່ຈິງແລ້ວ ມີຄຸນນະພາບດີຂຶ້ນໄປເລື້ອຍໆ.
ແຕ່ວ່າ ຂ້າພະເຈົ້າກໍສັງເກດເຫັນວ່າ ແມ່ນແຕ່ເພື່ອນຮ່ວມງານຂອງພວກເຮົາ ທີ່
ເຮັດວຽກຢູ່ໃນຂະແໜງອຸດສາຫະກໍາຜະລິດນົມຝຸ່ນ ກໍຍັງພາກັນຮັບຮູ້ວ່າ ນໍ້ານົມ
ແມ່ແມ່ນມາດຕະຖານອັນລໍ້າຄ່າ. ແລະຂ້າພະເຈົ້າຈະເວົ້າໄດ້ວ່າ ນໍ້ານົມແມ່ ແມ່ນ
ມາດຕະຖານຄໍາ ທີ່ບໍ່ມີຫຍັງທຽບໄດ້."


ການລ້ຽງລູກດ້ວຍນໍ້ານົມແມ່ ຍັງມີຄຸນປະໂຍດຢ່າງເຫັນໄດ້ຈະແຈ້ງ ສຳລັບຜູ້ເປັນແມ່
ອີກດ້ວຍ. ດ້ານນຶ່ງ ກໍຄື ໂອກາດທີ່ແມ່ຍິງຄົນນັ້ນ ຈະມີອາການ ເລືອດຕົກ ຫລືເລືອດ
ອອກບໍ່ຢຸດຈະມີໜ້ອຍລົງ ຫລັງຈາກອອກລູກ.

ພວກທ່ານໝໍເວົ້າວ່າ ພວກແມ່ຍິງຕ້ອງການການສະໜັບສະໜູນຈາກແພດໝໍຂອງເຂົາ
ເຈົ້າ, ຈາກຄອບຄົວ, ຈາກປະຊາຄົມ ແລະນາຍຈ້າງຂອງພວກເຂົາເຈົ້າ ເພື່ອຊ່ວຍເຮັດ
ໃຫ້ພວກ ເຂົາເຈົ້າສາມາດລ້ຽງລູກດ້ວຍນໍ້ານົມຕົນເອງໄດ້ຢ່າງສໍາເລັດຜົນ ເພື່ອຈະເຮັດ
ໃຫ້ລູກມີໂອກາດຫລາຍທີ່ສຸດ ໃນການມີຊີວິດແບບສົມບູນແຂງແຮງດີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG