ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການຜ່າຕັດກະເພາະ ເພື່ອລົດນໍ້າໜັກ ອາດເຮັດໃຫ້ ຄົນປ່ວຍຕິດເຫລົ້າໄດ້ (ວີດີໂອ)


ນາງ Jazmine Raygoza ກໍາລັງກະກຽມຜ່າຕັດກະເພາະ ເພື່ອປິ່ນປົວໂຣກອ້ວນພີ ທີ່ສູນກາງການແພດ Rose Medical Center ເມືອງ Denver, ຣັດໂຄໂລຣາໂດ ໃນວັນທີ 20, 2011 (REUTERS/Rick Wilking (UNITED STATES - Tags: HEALTH SOCIETY)
ນາງ Jazmine Raygoza ກໍາລັງກະກຽມຜ່າຕັດກະເພາະ ເພື່ອປິ່ນປົວໂຣກອ້ວນພີ ທີ່ສູນກາງການແພດ Rose Medical Center ເມືອງ Denver, ຣັດໂຄໂລຣາໂດ ໃນວັນທີ 20, 2011 (REUTERS/Rick Wilking (UNITED STATES - Tags: HEALTH SOCIETY)

ການຜ່າຕັດກະ​ເພາະ​ໃຫ້​ນ້ອຍ​ເຂົ້າ ຫລື Gastric bypass surgery ໄດ້ສະແດງໃຫ້ເຫັນວ່າ ເປັນວິທີການທີ່ໄດ້ຜົນດີ ໃນການຫລຸດນໍ້າໜັກສໍາລັບ ຫລາຍຄົນທີ່ອ້ວນພີເກີນໄປເຖິງຂັ້ນ ອັນຕະລາຍ ແລະເຫັນວ່າ ໃຊ້ວິທີການ ອົດອາຫານບໍ່ໄດ້ຜົນແລ້ວ. ພວກທ່ານໝໍເວົ້າວ່າການ ຜ່າຕັດກະເພາະອາຫານໃຫ້ສັ້ນເຂົ້າ ຍັງເປັນເຄື່ອງມືທີ່ມີປະສິດທິຜົນ ໃນການຕໍ່ຕ້ານກັບພະ ຍາດຫົວໃຈ ແລະ​ໂຣ​ກເບົາຫວານ. ແຕ່ວ່າ ການສຶກສາຄົ້ນຄວ້າເມື່ອໝໍ່ໆ ມານີ້ ໄດ້ສະແດງ ໃຫ້ເຫັນວ່າ ສໍາລັບພວກຄົນປ່ວຍບາງຄົນນັ້ນ ການຜ່າຕັດ​ກະ​ເພາະ​ເພື່ອລົດ​ນໍ້າໜັກ​ ອາດມີ ຜົນຂ້າງຄຽງທີ່ບໍ່ດີ ຕາມມາ. ຜູ້ສື່ຂ່າວ VOA ນາງ Melinda Smith ມີລາຍລະອຽດເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ:

ການຜ່າຕັດກະ​ເພາະ​ໃຫ້​ນ້ອຍ​ເຂົ້າ
ຫລື Gastric bypass surgery
ໄດ້ສະແດງໃຫ້ເຫັນວ່າ ເປັນວິທີ
ການທີ່ໄດ້ຜົນດີ ໃນການຫລຸດນໍ້າ
ໜັກສໍາລັບຫລາຍຄົນ ທີ່ອ້ວນພີ
ເກີນໄປເຖິງຂັ້ນອັນຕະລາຍ ແລະ
ເຫັນວ່າ ໃຊ້ວິທີການອົດອາຫານ
ບໍ່ໄດ້ຜົນແລ້ວ. ພວກທ່ານໝໍເວົ້າ
ວ່າ ການຜ່າຕັດກະເພາະອາຫານ
ໃຫ້ສັ້ນເຂົ້າ ຍັງເປັນເຄື່ອງມືທີ່ມີ
ປະສິດທິຜົນ ໃນການຕໍ່ຕ້ານກັບ
ພະຍາດຫົວໃຈ ແລະ​ໂຣ​ກເບົາ
ຫວານ.

ນາງລີຊາ ສເຕຣບ (Lisa Streb)
ມີໜໍ້າໜັກເບົາຂຶ້ນ 45 ກິໂລ ນັບ
ຕັ້ງແຕ່ລາວໄດ້ຮັບການຜ່າຕັດກະ
​ເພາະ​ໃຫ້​ນ້ອຍ​ລົງ. ນາງ ລີຊາ ສເຕຣບ ເວົ້າວ່າ

"ຂ້ອຍຮູ້ສຶກດີຂຶ້ນ. ຂ້ອຍມີເຫື່ອແຮງຫລາຍກວ່າເກົ່າ. ຂ້ອຍຢາກເຮັດໃນສິ່ງທີ່
ຂ້ອຍບໍ່ເຄີຍເຮັດມາກ່ອນ. ຂ້ອຍບໍ່ເມື່ອຍ. ຂ້ອຍບໍ່ໄດ້ຄິດ​ແຕ່​ເລື້ອງອາຫານອີກ."

ນາງ ສເຕຣບ ແມ່ນໂຊກດີ ເພາະວ່າລາວໄດ້ຮັບຄໍາປຶກສາ ກ່ອນທີ່ຈະທໍາການຜ່າຕັດ ທີ່
ລວມທັງຄໍາເຕືອນບໍ່ໃຫ້ດື່ມເຫລົ້າ. ນາງອະທິບາຍວ່າ

ເຫລົ້າເປັນສິ່ງນຶ່ງ ໃນຫລາຍໆຢ່າງ ທີ່ພວກ​ນາຍ​ໝໍ​ບອກ​ວ່າ ສາມາດພາ​ໃຫ້​ມີ​
ອາການແຊກຊ້ອນ​ໄດ້ ຄື.. ເຮັດໃຫ້ກະ ເພາະເຈັບ​ໄດ້. ສະນັ້ນ ສ່ວນນຶ່ງ ທີ່ຂ້ອຍ
ປະຕິບັດຢູ່ນີ້ ກໍຄືປ້ອງກັນ ໃນທຸກວິທີທາງ ບໍ່ໃຫ້ກະເພາະຂອງຂ້ອຍເຈັບ
.”

ຄົນປ່ວຍເກືອບຮອດ 2,500 ຄົນ ທີ່ໄດ້ຮັບການຜ່າຕັດກະ​ເພາະແບບໃດແບບນຶ່ງ ທີ່ໂຮງໝໍ
10 ແຫ່ງໃນສະຫະລັດ ໄດ້ຈົດຊື່ເຂົ້າຮ່ວມໃນ ການສຶກສາຄົ້ນຄວ້າ ເພື່ອ​ໃຫ້​ຮູ້ວ່າ ຂັ້ນຕອນ ການປິ່ນປົວຂອງເຂົາເຈົ້າ ອາດຈະພາ​ໃຫ້​ເຂົາ​ເຈົ້າ ດື່ມເຫລົ້າຫລາຍຂຶ້ນ ແລະຕິດເຫລົ້າຫລືບໍ່?

ທ່ານນາງ ເວັນດີ ຄິງ (Wendy King)
ທີ່ມະຫາວິທະຍາໄລ ເມືອງ Pittsburgh
ລັດເພັນຊີ​ເວເນຍ ຊຶ່ງເປັນຜູ້ນຶ່ງທີ່​ຮ່ວມ
ຂຽນລາຍງານ ຂອງການສຶກສາຄົ້ນຄວ້າ
ບັ້ນນີ້. ທ່ານນາງ ເວັນດີ ຄິງ ເວົ້າວ່າ:

ໃນປີທໍາອິດຫລັງການຜ່າຕັດ ແມ່ນບໍ່ມີກາ
ສອງຫລັງຈາກຜ່າຕັດ, 10.7% ຂອງຄົນ
ປ່ວຍໄດ້ລາຍງານວ່າ ມີອາການດັ່ງກ່າວ
ຊຶ່ງ​ເປັນ​ການເພີ້ມຂຶ້ນກາຍ 50%.”

70% ຂອງພວກຄົນປ່ວຍຢູ່ໃນການສຶກສາຄົ້ນຄວ້າ ໄດ້ຜ່ານການຜ່າຕັດກະ​ເພາະເພື່ອ
ປົວໂຣກອ້ວນພີເກີນໄປແບບນຶ່ງ ທີ່ຜູ້ຄົນມັກເຮັດໂດຍທົ່ວ ໄປຢູ່ໃນສະຫະລັດ ທີ່ເອີ້ນວ່າ
ຣູອິນວາຍ (Rouxeny) bypass surgery. ​

ການຜ່າຕັດຊະນິດນີ້ສາມາດເຮັດໄດ້ ໂດຍການຜ່າຕັດທ້ອງໃຫ້ເປີດອອກ ຫລືໃຊ້ຫລອດ​ໃຍ
ແສງອັນນ້ອຍໆ ​ແຫຍ່​ເຂົ້າ​ໄປທໍາການຜ່າຕັດຜ່ານ​ຮູ້​ນ້ອຍໆ.

ການຜ່າຕັດ ຈະ​ອັດພາກສ່ວນອັນນ້ອຍໆ​ສ່ວນ​ນຶ່ງ​ຂອງ​ກະ​ເພາະ ຊຶ່ງເອີ້ນວ່າ ຖົງ ຫລື pouch
​ໂດຍ​ໜີບ​ມັນ​ອັດ​ຕັນ​ໄວ້ ຈາກພາກສ່ວນອື່ນຂອງກະເພາະອາຫານ ແລ້ວ​ເອົາຫຍິບຕິດໃສ່ລໍາໃສ້
ນ້ອຍ ຊຶ່ງກໍຖືກຕັດໃຫ້ສັ້ນເຂົ້າເຊັ່ນກັນ.

ສໍາລັບຄົນປ່ວຍທີ່ໄດ້ຮັບການຜ່າຕັດແບບ Rouxeny ນີ້ ອາຫານ ແລະເຫລົ້າຈະເຄື່ອນໄຫວ
ໄດ້ຢ່າງວ່ອງໄວ ໄປຜ່ານລໍາໃສ້ນ້ອຍທີ່ຍັງເຫລືອຢູ່ ນັ້ນ. ຂັ້ນຕອນໃນການຊຶມຊັບອາຫານຂອງ
ລໍາໃສ້ ແມ່ນໄວຂຶ້ນກວ່າເກົ່າຫລາຍ ... ຊຶ່ງພວກນັກຄົ້ນຄວ້າເວົ້າວ່າ ພາ​ໃຫ້ພວກຄົນປ່ວຍ ໄປ
ເຖິງຈຸດດຶ່ມ​ແລະກິນອິ່ມ ໄດ້ໄວຂຶ້ນ. ຄົນປ່ວຍບາງຄົນບອກວ່າ ພວກເຂົາເຈົ້າມີບັນຫາໃນການ ຄວບຄຸມປະລິມານເຫລົ້າ ທີ່ເຂົາເຈົ້າດື່ມ.

ພວກນັກຄົ້ນຄວ້າ ບໍ່ໄດ້ພົບເຫັນວ່າ ມີການດື່ມເຫລົ້າເພີ້ມແຕ່ຢ່າງໃດໃນ ບັນດາຄົນປ່ວຍທີ່ໄດ້
ຜ່ານການຜ່າຕັດກະ​ເພາະແບບນຶ່ງ​ອີກ​ຕ່າງຫາກ ທີ່ເອີ້ນວ່າ Adjustable Gastric Banding
ຫລື ການເອົາສາຍ ທີ່ຢືດຫົດໄດ້ມັດໃສ່ບ່ອນທໍ່ອາຫານທີ່ຕໍ່ໃສ່ກັບກະເພາະ ຊຶ່ງເປັນວິທີການ
ທີ່ບໍ່ຮຸນແຮງປານໃດ ແລະກໍບໍ່ໄດ້ຕັດພາກສ່ວນໃດອອກຈາກກະເພາະອາຫານ ແລະລໍາໃສ້ແຕ່
ຢ່າງໃດ. ທ່ານນາງເວັນດີ ຄິງ ຍັງໄດ້ກ່າວອີກວ່າ:

“ມັນສໍາຄັນຫລາຍ ທີ່ພວກຄົນປ່ວຍທຸກຄົນ ທີ່ສົນໃຈຢາກທໍາການຜ່າຕັດກະ​ເພາະ
ເພື່ອປິ່ນປົວໂຣກອ້ວນພີເກີນໄປນັ້ນ ຄວນ​ໄປ​ຮັບຄໍາປຶກສາ ກ່ຽວກັບຄວາມເປັນໄປໄດ້ ທີ່ຈະມີຄວາມສ່ຽງເພີ້ມຂຶ້ນນັ້ນ.”

ການສຶກສາຄົນຄວ້າດັ່ງກ່າວນີ້ ແມ່ນໄດ້ຖືກ​ນໍາ​ອອກພິມເຜີຍແຜ່ໃນ ວາລະສານຂອງ ສະມາຄົມການແພດອາເມຣິກັນ ຫລື Journal of the American Medical Association.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

XS
SM
MD
LG