ຈໍານວນຄົນທີ່ເປັນພະຍາດທີ່ເກີດຈາກຜົນກະທົບຂອງການ
ໝູນວຽນຂອງເລືອດບໍ່ສະດວກ ຫລື PAD ໃນທົ່ວໂລກ ໄດ້
ເພີ້ມຂຶ້ນຢ່າງວ່ອງໄວ ກໍຄືເພີ້ມຂຶ້ນເກືອບ 25 ເປີເຊັນໃນພຽງ
ແຕ່ 10 ປີທີ່ຜ່ານມາເທົ່ານັ້ນ ອີງຕາມການສຶກສາຄົ້ນຄວ້າ ໃໝ່ທີ່ພິມຢູ່ໃນວາລະສານການແພດ Lancet. ບຸກຄົນທີ່
ເປັນພະຍາດ PAD ແມ່ນມີຄວາມສ່ຽງສູງຂຶ້ນ ຕໍ່ການເປັນ
ໂຣກຫົວໃຈວາຍ ແລະໂຣກລົມສາລະບາດຫລື stroke.
ພວກເຂົາເຈົ້າດໍາລົງ ຊີວິດຢູ່ໃນສະພາບຄວາມພິການທີ່ບໍ່
ສາມາດຕ່າວປີ້ນຫລືດີຄືນໄດ້ ແລະດັ່ງທີ່ Carol Pearson
ຜູ້ສື່ຂ່າວໂອເອລາຍງານມາວ່າ ພວກເຂົາເຈົ້າ ມັກຈະດໍາລົງ
ຊີວິດຢູ່ໃນບັນດາປະເທດທີ່ມີລາຍໄດ້ຕໍ່າຫລືປານກາງ ຊຶ່ງ
ບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຫລາຍຄົນທີ່ເປັນພະຍາດທີ່ເກີດຈາກຜົນກະທົບຂອງການໝູນວຽນຂອງເລືອດບໍ່ສະດວກ ຫລື PAD ບໍ່ຮູ້ອີກດ້ວຍຊໍ້າວ່າ ເຂົາເຈົ້າເປັນພະຍາດ ດັ່ງກ່າວ. ພວກນັກຄົ້ນຄວ້າພົບວ່າ ຄົນປ່ວຍທີ່ເປັນໂຣກລົມສາລະບາດ ຫລື stroke ທີ່ເປັນພະຍາດ PAD ມັກຈະມີໂອກາດ
ສາມເທົ່າ ທີ່ຈະເປັນໂຣກລົມສາລະບາດ ແລະໂຣກຫົວໃນວາຍ ຄັ້ງທີສອງ ຫລື ບໍ່ກໍເສຍຊີ
ວິດພາຍໃນສອງສາມປີ ລຸນຫລັງທີ່ເປັນ stroke ຄັ້ງທໍາອິດ.
ພະຍາດ PAD ແມ່ນບັນຫາດ້ານການໝູນວຽນຂອງເລືອດ. ມັນເກີດຂຶ້ນເມື່ອໄຂມັນຢູ່ໃນ
ເສັ້ນເລືອດອຸດຕັນ ເຮັດໃຫ້ເລືອດໄຫລ ໄປຫາແຂ່ງຂາ ແລະຕີນ ບໍ່ສະດວກ.
ພະຍາດດັ່ງກ່າວ ເຮັດໃຫ້ຍ່າງໄດ້ຍາກຫລາຍ. ເນື້ອເຍື່ອອາດຕາຍໄດ້ ແລະເນື້ອເຍື່ອທີ່
ຕາຍແລ້ວຍ້ອນຂາດເລືອດຫຼໍ່ລ້ຽງນັ້ນ ອາດຈຳເປັນຕ້ອງໄດ້ຕັດຖິ້ມ.
ການຄາດຄະເນສະແດງໃຫ້ຮູ້ວ່າ ພະຍາດ PAD ກໍາລັງເພີ້ມຂຶ້ນ ຢູ່ໃນທຸກຂົງເຂດຂອງ
ໂລກ. ຫາກແຕ່ວ່າດຽວນີ້ ຍັງບໍ່ມີການສຶກສາຄົ້ນຄວ້າ ໃນລະດັບໂລກກ່ຽວກັບການແຜ່
ຜາຍຂອງມັນເທື່ອ. ການສຶກສາບັ້ນທໍາອິດ ຫາກໍ່ພິມອອກພິມເຜີຍແຜ່ຢູ່ໃນວາສານການ
ແພດ Lancet.
ດຣ. Alan Hirsch ຂຽນຄໍາເຫັນກ່ຽວກັບການສຶກສາ ທີ່ດໍາເນີນໂດຍພວກນັກຄົ້ນຄວ້າທີ່
ມະຫາວິທະຍາໄລ Edinburgh ຊຶ່ງທ່ານກ່າວຜ່ານ ທາງ Skype ວ່າ:
“ຍັງບໍ່ມີການສຶກສາຄົ້ນຄວ້າໃດໆ ທີ່ສາມາດຕອບຄໍາຖາມວ່າ ເປັນຫຍັງພະຍາດ
PAD ຈຶ່ງມັກມີຄົນເປັນ ຫລາຍແທ້ ແລະກໍເພີ້ມຂຶ້ນນັບມື້ ແຕ່ວ່າ ພວກນັກຂຽນ
ບົດຄົ້ນຄວ້າເຫລົ່ານີ້ ແລະການຄົ້ນຄວ້າບັ້ນອື່ນໆ ຈະສະເໜີໃຫ້ຮູ້ວ່າ ມັນເປັນ
ການ ປະສົມປະສານກັນລະຫວ່າງ ການຖືກສໍາພັດກັບປະເດັນຄວາມສ່ຽງທີ່ ກວ້າງຂວາງ ທີ່ພາໃຫ້ເກີດການອຸດຕັນໃນເສັ້ນເລືອດ ເຊັ່ນການສູບຢາ, ໂຣກ
ຄວາມດັນເລືອດສູງ, ພະຍາດເບົາຫວານ ແລະຄໍແລັສໂທຣອລ ສູງ.”
ເບິ່ງວີດິໂອກ່ຽວກັບເລື້ອງນີ້ເປັນພາສາອັງກິດ:
ທ່ານກ່າວເພີ້ມວ່າ ແຕ່ໃນປະເດັນຄວາມສ່ຽງທັງໝົດນັ້ນ ແມ່ນມີອັນນຶ່ງເດັ່ນກວ່າໝູ່.
ດຣ. Hirsch ກ່າວວ່າ: “ປະເດັນທີ່ສໍາຄັນທີ່ສຸດ ແນ່ນອນກໍແມ່ນຢາສູບ ທີ່ຢູ່ໃນ
ທຸກຮູບແບບ.”
ການສຶກສາຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ພະຍາດທີ່ເກີດຈາກຜົນກະທົບຂອງການ
ໝູນວຽນຂອງເລືອດບໍ່ສະດວກຈະສືບຕໍ່ເພີ້ມສູງຂຶ້ນຢ່າງ ຫລວງຫລາຍ ແລະ 70 ເປີເຊັນ
ຂອງພວກທີ່ເປັນພະຍາດ PAD ແມ່ນ ດໍາລົງຊີວິດຢູ່ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ຫລືປານກາງ ໂດຍສ່ວນໃຫຍ່ແມ່ນໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະພາກຕາ
ເວັນຕົກ ຂອງມະຫາສະມຸດປາຊີຟິກ.
ທ່ານ Hirsch ເວົ້າອີກວ່າ ການສຶກສາຄົ້ນຄວ້າດັ່ງກ່າວ ຄວນເປັນການຮຽກຮ້ອງໃຫ້ມີ
ການເອົາມາດຕະການ ສໍາລັບເຈົ້າໜ້າທີ່ສາທາລະນະສຸກ ຢູ່ໃນທົ່ວໂລກເລີ້ມທຳການປຸກ
ລະດົມໃຫ້ການສຶກສາເຜີຍແຜ່ກ່ຽວກັບພະຍາດນີ້. ດຣ. Hirsch ໃຫ້ຂໍ້ສັງເກດວ່າ:
“ເມື່ອພະຍາດມີຢູ່ຢ່າງຫລວງຫລາຍປານ ນີ້ ຄໍາຕອບຕາມປົກກະຕິແລ້ວ ກໍ
ແມ່ນການປ້ອງກັນ, ແລະການປ້ອງກັນ ກໍແມ່ນເລີ້ມຕົ້ນດ້ວຍການສ້າງຄວາມ
ຕື່ນຕົວໃຫ້ຮູ້ຄວາມສ່ຽງໃນການເປັນພະຍາດນີ້.”
ດຣ. Hirsch ເວົ້າເພີ້ມວ່າ ບັນຫາສໍາຄັນກໍຄື ຊັກຊວນໃຫ້ຄົນຍຸຕິນິໄສ ທີ່ບໍ່ດີນັ້ນ. ທ່ານ ກ່າວມ້ວນທ້າຍວ່າ ຍ້ອນວ່າ ການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ມີຜົນກະທົບຕໍ່ ຄົນ 250 ລ້ານຄົນແລ້ວ ສະນັ້ນ ເຈົ້າໜ້າທີ່ສາທາລະນະສຸກຢູ່ໃນລະດັບທ້ອງຖິ່ນ, ລະດັບ ຊາດ ແລະລະດັບສາກົນ ຈະຕ້ອງໄດ້ເລີ້ມເຜີຍແຜ່ໃຫ້ຄົນຮູ້ ນັບແຕ່ດຽວນີ້ໄປ.