ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໜັບສະໜູນດ້ານສຸຂະພາບ ສະແຫວງຫາການປະຕິຮູບ ເພື່ອຕ້ານກັບ ອັດຕາການສູບຢາ ທີ່ສູງໃນກຸ່ມຜູ້ຊາຍອິນໂດເນເຊຍ


Health advocates push for reforms to combat Indonesia’s high male smoking rates
please wait

No media source currently available

0:00 0:02:54 0:00

ຜູ້ຊາຍອິນໂດເນເຊຍ ປະມານ 70 ເປີເຊັນ ສູບຢາ. ອິນໂດເນເຊຍ ແມ່ນນຶ່ງໃນຫົກປະເທດທີ່ມີອັດຕາການສູບຢາເພີ້ມຂຶ້ນ.

ທ້າວ ໂຮຕິບ (Hotib) ກໍາລັງຝຶກຊ້ອມຄໍາເວົ້າຂອງລາວ. ຝຶກຊ້ອມເວົ້າຕາມ ໂຕອັກສອນ "A-E-I-O-U" ຈາກນັກບຳບັດຂອງລາວ.

ທ້າວ ໂຮຕິບ (Hotib), ອາຍຸ 64 ປີ, ສູບຢາມາເກືອບ 40 ປີ ແລະການວິນິດໄສໂຣກມະເຮັງ ເຮັດໃຫ້ລາວ ຕ້ອງເອົາກ່ອງສຽງຂອງລາວອອກ. ປະຈຸບັນນີ້ ລາວຫາຍໃຈຜ່ານຮູຢູ່ທີ່ຄໍຂອງລາວ. ສຽງຂອງລາວແຫບ ໃນຂະນະທີ່ລາວ ອາໄສຫຼອດອາຫານຂອງລາວ ເພື່ອສ້າງສຽງສໍາລັບການປາກເວົ້າ ແລະການຢຸດ ລະຫວ່າງປະໂຫຍກຂອງລາວນັ້ນ ແມ່ນຍາວແບບເຫັນໄດ້ຢ່າງຈະແຈ້ງ.

ທ້າວ ໂຮຕິບ (Hotib) ຊຶ່ງຄືກັນກັບຊາວອິນໂດເນເຊຍຈຳນວນຫຼາຍ ທີ່ໃຊ້ຊື່ພຽງຊື່ດຽວ ກ່າວວ່າ "ໃນອະດີດຂອງຂ້ອຍ, ການສູບຢາແມ່ນຖືວ່າ ເປັນປະເພນີ ແລະເປັນເລື່ອງປົກກະຕິ ທີ່ເດັກນ້ອຍໃນສະໄໝນັ້ນ ເຮັດ.”

ລາວກ່າວຕື່ມວ່າ "ຜູ້ຄົນບອກວ່າຖ້າເຈົ້າບໍ່ສູບຢາ, ສະແດງວ່າ ເຈົ້າບໍ່ເປັນຜູ້ຊາຍພຽງພໍ,"

ວັນ​ທີ 31 ພຶດສະພາ ​ແມ່ນ​ວັນຢຸດຢາສູບ​ໂລກ, ​ເຊິ່ງ​ກຸ່ມຜູ້​ສະໜັບສະໜູນ​ດ້ານ​ສຸຂະພາບຫຼາຍກຸ່ມ ​ພະຍາຍາມ​ສ້າງ​ຄວາມ​ຕື່ນຕົວໃຫ້ຮູ້ເຖິງໄພ​ອັນຕະລາຍ​ຂອງ​ການ​ໃຊ້​ຢາສູບ. ອົງການ​ອະນາ​ໄມ​ໂລກ ຫຼື WHO ​ກ່າວ​ວ່າ ປະມານ 70 ເປີເຊັນ ຂອງ​ຜູ້​ຊາຍ​ຊາວ​ອິນ​ໂດ​ເນ​ເຊຍ​ທີ່​ມີ​ອາຍຸ 15 ປີ​ຂຶ້ນ​ໄປ ​ສູບຢາ​ ເຊິ່ງເປັນນຶ່ງໃນອັດຕາ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້​ຊາຍ. ປະມານ 2 ເປີເຊັນ ຂອງແມ່ຍິງອິນໂດເນເຊຍ ອາຍຸ 15 ປີຂຶ້ນໄປ ກໍສູບຢາ.

ອິນ​ໂດ​ເນ​ເຊຍ​ເປັນນຶ່ງ​ໃນ​ຫົກ​ປະ​ເທດ ​ທີ່​ມີ​ອັດຕາ​ການ​ໃຊ້​ຢາ​ສູບ​ເພີ່ມ​ຂຶ້ນ, ອີງ​ຕາມ​ການ​ຄົ້ນຄວ້າ​ຂອງ WHO.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG