ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປິ່ນປົວໂຣກເອດສ໌ ກ້າວໜ້າຫລາຍ ຈາກເມື່ອ 30 ປີກ່ອນ


2013年3月25日,朝鲜人民军士兵在朝鲜东海岸参加登陆和反登陆演习。参加演习的包括324大联合部队、287大联合部队与海军597联合部队。
2013年3月25日,朝鲜人民军士兵在朝鲜东海岸参加登陆和反登陆演习。参加演习的包括324大联合部队、287大联合部队与海军597联合部队。

ເມື່ອສາມສິບປີກ່ອນນີ້ ຄືໃນວັນທີ 5 ເດືອນມິຖຸນາ ປີ 1981 ພວກຊ່ຽວຊານດ້ານການ ແພດໄດ້ລາຍງານໃຫ້ຊາບກ່ຽວກັບກໍລະນີຄົນຕິດເຊື້ອພະຍາດໃໝ່ທີ່ລຶກລັບແລະຮ້າຍແຮງ ເຖິງຕາຍລາຍທໍາອິດໆ. ນັ້ນກໍຄືພະຍາດທີ່ທໍາລາຍລະບົບພູມຕ້ານທານ ຊຶ່ງພາຍຫລັງຕໍ່ມາ ໄດ້ມີການຕັ້ງຊື່ພະຍາດນີ້ວ່າ ໂຣກເອດສ໌ (AIDS) ແລະເຊື້ອໄວຣັສທີ່ພາໃຫ້ເປັນໂຣກນີ້ ເອີ້ນວ່າເຊື້ອ ເອັຈໄອວີ ຊຶ່ງຕໍ່ມາບໍ່ດົນ ພະຍາດທີ່ວ່ານີ້ກໍໄດ້ລະບາດໄປທົ່ວໂລກ ແລະເອົາ ຊີວິດຜູ້ຄົນໄປ ຫລາຍກວ່າ 2 ລ້ານຄົນໃນແຕ່ລະປີ. ແຕ່ວ່າການສຶກສາຄົ້ນຄວ້າດ້ານການ ແພດ ໄດ້ຊ່ວຍຕໍ່ຕ້ານໂຣກເອດສ໌ ຊຶ່ງປັດຈຸບັນນີ້ ເຊື້ອໄວຣັສ ເອັຈໄອວີ ບໍ່ເປັນເຊື້ອໂຣກ ທີ່ຕ້ອງພາໃຫ້ເສຍຊີວິດຕໍ່ໄປອີກແລ້ວ ແລະເຖິງແມ່ນວ່າເຊື້ອໄວຣັສນີ້ ຍັງສືບຕໍ່ເອົາຊີວິດຜູ້ຄົນ ໄປຫລາຍກວ່ານຶ່ງລ້ານຄົນໃນແຕ່ລະປີກໍຕາມ ຢູກຢາລຸ້ນໃໝ່ກໍໄດ້ຊ່ວຍໃຫ້ ຜູ້ຄົນຫລາຍກວ່າ 30 ລ້ານຄົນ ສາມາດດໍາລົງຊີວິດຢູ່ກັບເຊື້ອເອັຈໄອວີນັ້ນໄດ້ໃນປັດຈຸບັນນີ້. Vidushi Sinha ຜູ້ສື່ຂ່າວວີໂອເອມີລາຍງານເພີ່ມຕື່ມ ກ່ຽວກັບປະວັດຄວາມເປັນມາຂອງເຊື້ອເອັຈໄອວີ-ເອດສ໌ ແລະສິ່ງທ້າທາຍຕ່າງໆທີ່ຍັງມີຢູ່ຕໍ່ມາ ຕໍ່ການກໍາຈັດພະຍາດນີ້ ທີ່ຄຸກຄາມໄປທົ່ວໂລກນັ້ນ ຊຶ່ງທອງປານ ມີລາຍລະອຽດມາສະເໜີທ່ານ.

ນາງ Kathy Bennett ມີຊີວິດຢູ່ກັບເຊື້ອເອັຈໄອວີມາໄດ້
21 ປີແລ້ວ. ​ໂອກາດ​ຂອງ​ນາງ​ໃນ​ຕອນ​ທີ່​ນາງຖືກ​ກວດ​ພົບ
​ວ່າ ຕິດເຊື້ອ​ໂຣກຂາດ​ເຂີນພູມຕ້ານທານ ຫລື​ AIDS
(Acquired Immune Deficiency Syndrome) ເມື່ອປີ
1990 ນັ້ນ​ ແມ່ນ​ມືດມົນ​ຫລາຍ ແລະນາຍໝໍຂອງນາງໄດ້
​ເລີ້ມປິ່ນປົວນາງດ້ວຍຕົວຢາ ທີ່ປາກົດວ່າເປັນພິດຫລາຍ
ເກີນໄປ ຊຶ່ງນາຍໝໍໄດ້ຢຸດປິ່ນປົວນາງ ແລະບອກນາງໃຫ້ ກັບຄືນໄປບ້ານ. ນາງ Bennett ກ່າວວ່າ:

“I lay in bed for four months waiting...
ຂ້ອຍ
ນອນຊົມຢູ່ເທິງຕຽງເປັນເວລາສີ່ເດືອນ ລໍຖ້າຕາຍ
ເພາະວ່ານາຍໝໍບອກຂ້ອຍ
ວ່າ ລາວບໍ່ສາມາດປິ່ນປົວໃຫ້ຫາຍຂາດດ້ວຍຕົວຢາຊະນິດ ໃດໄດ້.”

ແຕ່ຫລັງຈາກນາງໄດ້ເລີ່ມປິ່ນປົວດ້ວຍຕົວຢາຊະນິດໃໝ່ ຊີວິດຂອງນາງ Bennett ກໍປ່ຽນ
ແປງໄປ ແລະປັດຈຸບັນນີ້ ນາງມີສຸຂະພາບດີ ແລະ​ເຮັດ​ວຽກເປັນທີ່ປຶກສາກ່ຽວ​ກັບການປິ່ນ
ປົວ ພວກທີ່ເປັນໂຣກເອດສ໌.

“I don’t look at this virus now... ບັດນີ້ຂ້ອຍຮູ້ວິທີຈັດການກັບມັນແລ້ວ ຂ້ອຍ​ກໍ​
ເລີຍ
ບໍ່ເບິ່ງເຊື້ອໄວຣັສນີ້ ວ່າເປັນພະຍາດທີ່​ພາ​ໃຫ້​ຕາຍ​ໄດ້. ຂ້ອຍ​ໃຊ້​ຊີວິດ​ຢູ່ ຢາງເປັນ
ປົກກະຕິ
ແລະ​ກໍ​ຄາດ​ວ່າຈະມີຊີວິດຢູ່ຕໍ່ໄປອີກດົນເຕີບ.

ເຖິງແມ່ນຈະມີຢາປິ່ນປົວຕ້ານເຊື້ອໄວຣັສເອັຈ​ໄອ​ວີກໍຕາມ ໃນປີ 2009 ນັ້ນ ມີປະຊາຊົນ
ປະມານ 2 ລ້ານ 6 ແສນຄົນທີ່ຕິດເຊື້ອເອັຈໄອວີໃໝ່ໆ ແລະ 1 ລ້ານ 8 ແສນຄົນເສຍ ຊີວິດດ້ວຍໂຣກເອດສ໌.

ດອກເຕີ ແອນໂທນີ ໂຟຊີ (Anthony Fauci) ຜູ້ອໍານວຍການສະຖາ ບັນແຫ່ງຊາດ ວ່າ​ດ້ວຍພະຍາດທີ່​ມາ​ຈາ​ກເຊື້ອ​ໂຣກ ຂອງສະຫະລັດ.
ດອກເຕີ ແອນໂທນີ ໂຟຊີ (Anthony Fauci) ຜູ້ອໍານວຍການສະຖາ ບັນແຫ່ງຊາດ ວ່າ​ດ້ວຍພະຍາດທີ່​ມາ​ຈາ​ກເຊື້ອ​ໂຣກ ຂອງສະຫະລັດ.

ແຕ່ວ່າເມື່ອ 30 ປີກ່ອນ​ນີ້
ປະຊາຄົມການແພດ​ແມ່ນ
ເຕັມໄປດ້ວຍຄວາມຄິດໃນ
ແງ່ຮ້າຍ​ແລະ​ໝົດ​ຫວັງ. ດຣ.
ແອນໂທນີ ໂຟຊີ(Anthony
Fauci) ຊຶ່ງໃນເວລານັ້ນ
ເປັນນາຍໝໍທີ່​ພະຍາຍາມ
ປິ່ນປົວພວກຄົນເຈັບທີ່ເປັນ
ພະຍາດໃໝ່ທີ່​ວ່າ​ນີ້ ຈື່ຈໍາ
ຊ່ວງ​ເວລາ​ເຫລົ່າ​ນັ້ນໄດ້ດີ.
ປັດຈຸບັນ ທ່ານເປັນຜູ້ອໍາ
ນວຍການສະຖາບັນແຫ່ງ
ຊາດ ວ່າ​ດ້ວຍພະຍາດທີ່​
ມາ​ຈາ​ກການຕິດເຊື້ອ​ໂຣກ.
ດຣ. ໂຟຊີກ່າວວ່າ:

“We had no idea what that... ເວລານັ້ນພວກເຮົາບໍ່ຮູ້ເລີຍວ່າ ພະຍາດຕິດເຊື້ອ
ດັ່ງກ່າວນັ້ນແມ່ນພະຍາດຫຍັງ ແລະ
ບາດແລ້ວ ກໍປາກົດວ່າມີຫລາຍໆຄົນນັບມື້ທີ່ເລີ່ມ
ເຈັບປ່ວຍ
ໜັກແລະເສຍຊີວິດ ໃນເວລາຕິດຕໍ່ກັນຢ່າງໄວຕໍ່ມາ. ມັນເປັນໄລຍະທີ່ພາໃຫ້
ຮ້ອນ
ໃຈຫລາຍ ເປັນຍຸກແຫ່ງຄວາມມືດມົນ ເພາະວ່າພວກເຮົາບໍ່ຮູ້ໄດ້ວ່າ ສາເຫດຂອງ ພະຍາດນັ້ນແມ່ນຫຍັງ.”

ພວກຊ່ຽວຊານການແພດເລີ້ມມີຄວາມເຂົ້າໃຈກ່ຽວກັບການຕິດເຊື້ອດັ່ງກ່າວຢາງຊ້າໆ ຄືມັນປາກົດໃຫ້ຮູ້ຢ່າງແຈ້ງຂາວວ່າ ລະບົບພູມຕ້ານທີ່ອ່ອນແອລົງນັ້ນ ເປັນສາເຫດຂອງ
ພະຍາດນີ້. ນອກນັ້ນແລ້ວ ກໍເບິ່ງຄືວ່າ ມັນເປັນເຊື້ອໂຮກທີ່ເກີດຈາກເພດສໍາພັນ.

ດຣ. ໂຣເບີຕ ກາລໂລ(Robert Gallo) ເປັນຜູ້ນຶ່ງທີ່ຮ່ວມຄົ້ນພົບເຊື້ອໄວຣັສທີ່ທໍາລາຍ
ພູມຕ້ານທານຂອງມະນຸດ ຫລືເຊື້ອ HIV (Human Immunodeficiency Virus) ນັ້ນ
ຊື່​ງທ່ານ​ກ່າວ​ເຖິງ​ຕອນ​ທີ່​ຄົ້ນ​ພົບ​ມັນວ່າ:

“But it’s not a moment – it’s not...ມັນບໍ່ແມ່ນຊ່ວງເວລາແຫ່ງ​ຄວາມ​ດີ​ໃຈ ທີ່​
ໄດ້ຄົ້ນ​ພົບ
ສິ່ງ​ນຶ່ງບາດ​ນຶ່ງ​ບາດ​ດຽວ. ມັນບໍ່ແມ່ນແບບວ່າ ໂອ້..ບັດນີ້ ຂ້າພະເຈົ້າເຫັນ ສາເຫດຂອງໂຣກເອດສ໌ແລ້ວ. ຂ້າພະເຈົ້າເຄີຍ​ໄດ້ພະຍາຍາມອະທິບາຍໃຫ້ບາງຄົນຮູ້
ມາກ່ອນ
. ມັນຄ້າຍຄືກັບການປອກຜັກບົ່ວຫັ້ນ​ແຫລະ ຄືເຮົາເຮັດແຕ່ລະຂັ້ນໄປ ຈົນໄປ
ເຖິງ
ໃຈກາງຂອງມັນ ແລະນັ້ນ​ແຫລະ​ຄືໂຕສາເຫດ.”

ແຕ່​ໃນ​ຕອນນັ້ນ ກໍຍັງບໍ່ມີຢຸກຢາ ຫລືຢາວັກຊີນໃດໆ ທີ່ຈະມາສາມາດປາບເຊື້ອໄວຣັສນີ້ໄດ້ ແລະພວກຊ່ຽວຊານຫລາຍໆຄົນຍັງມີຄວາມຄິດໃນແງ່ຮ້າຍກັນຢູ່ ຕໍ່ມາໃນປີ 1987 ກໍມີ
ຄວາມ​ກ້າວໜ້າ ພ້ອມ​ກັບ​ການພັດທະນາຕົວຢາຊະນິດໃໝ່ຂື້ນມາ ທີ່ເອີ້ນວ່າ AZT ຊື່ງເປັນ
ຢາຊະນິດທໍາອິດທີ່​ໄດ້​ຮັບ​ການອະນຸມັດ. ດຣ Gallo ກ່າວວ່າ:

“The virus could be dropped... ຢາ​ນີ້​ສາມ​າ​ດ​ເຮັດ​ໃຫ້ເຊື້ອໄວຣັສນີ້ຫລຸດຕໍ່າລົງ​ໄດ້
ຄືເຮົາສາມາດວັດແທກ ແລະເຫັນມັນຕົກຕໍ່າລົງໄປໄດ້ ເຖິງແມ່ນຕົວຢາຈະ
ມີສານພິດກໍ
ຕາມ
ແຕ່ຮ່ອງຮອຍແລະອາການຕ່າງໆທີ່ກ່ຽວພັນກັບໂຣກເອດສ໌ກໍຫາຍໄປ ຊຶ່ງ​ພາ​ໃຫ້
​ພວກ​ເຮົາ​ຕຶ່ນ​ເຕ້ນຫລາຍ.

ແຕ່​ວ່າຄວາມຫວັງຕ່າງໆເລືອນລາງຈາງ​ຫາຍໄປ ​ເມື່ອເຊື້ອເອັຈໄອວີມີ ອາການດື້ຕໍ່ຢາ AZT.
ຕໍ່ມາ ໃນຊຸມປີ 1990 ໄດ້ມີ​ການພັດທະນາຕົວຢາ ຫລາຍໆ​ຢ່າງຜະສົມກັນ ທີ່ມີປະສິດທິຜົນ
ແລະ​ໄດ້ກາຍມາເປັນອາວຸດທີ່ມີ​ອານຸພາບທີ່ສຸດ ໃນຄວາມພະຍາຍາມປາບປາມເຊື້ອເອັຈໄອວີ
ນັ້ນ ຊຶ່ງ ດຣ. Anthony Fauci ອະທິບາຍ​ວ່າ:

“The ‘cocktail,’ as we call it... ຢາ​ນີ້ ທີ່ພວກເຮົາເອີ້ນວ່າ ເຄື່ອງດື່ມຄອ໊ກ​ເທ​ລນັ້ນ
ແມ່ນໄດ້
ຕ່າວ​ປີ້ນຊີວິດຂອງພວກທີ່ຕິດເຊື້ອເອັໄອວີ ຢ່າງ​ຫລວງຫລາຍ ໂດຍການອໍາ
ນວຍ
ໃຫ້ ພວກເຂົາເຈົ້າ ມີໂອກາດໄດ້ດໍາລົງຊີວິດຂອງພວກເຂົາເຈົ້າ ຢ່າງເປັນປົກກະຕິ
ຖ້າ​ໄດ້​ຮັບການ ປິ່ນປົວທີ່ດີໆ.”

ແຕ່ພວກຄົນເຈັບເປັນໂຣກເອດສ໌ ກ່າວວ່າ ພວກເຂົາເຈົ້າຍັງສືບຕໍ່ຕໍ່ສູ້ກັບຄວາມ​ລັງ​ກຽດ
​ດຽດສັນ​ຈາກສັງຄົມຢູ່ຕໍ່ມາ ຍ້ອນການເປັນພະຍາດນີ້. ນາງ Kathy Bennett ເວົ້າວ່າ:

“It was a lot of stigma...​ການຖືກກາໜ້າ ຖືກສັງຄົມ​ລັງ​ກຽດ​ ​ແມ່ນມີຫລາຍໃນເວລາ
ນັ້ນ ​ແລະ​ໃນປັດຈຸບັນນີ້ ກໍ​ຍັງມີຫລາຍຢູ່”

ນອກເໜືອໄປຈາກການປິ່ນປົວແລ້ວ ສິ່ງທ້າທາຍອັນໃຫຍ່ຫລວງອີກປະການນຶ່ງນັ້ນ ກໍຄື
ການຍັບ​ຍັ້ງການແຜ່ລາມຂອງເຊື້ອເອັຈໄອວີ. ຄວາມສ່ຽງ ໃນ​ການຕິດແປດນັ້ນ ຍັງຄົງຢູ່ໃນ
ລະດັບສູງຢູ່ ໃນພວກຄົນອາຍຸຕໍ່າກວ່າ 30 ປີ ແລະຢູ່ທີ່ມູນນິທິໂຣກເອດສ໌ພວກເດັກນ້ອນ
Elizabeth Glaser ນັ້ນ ຈຸດມຸ້ງໝາຍກໍຄືການພິທັກປົກປ້ອງພວກທາລົກ ແລະເດັກນ້ອຍ
ບໍ່ໃຫ້ຕິດເຊື້ອເອັຈໄອວີຈາກ​ແມ່. ດຣ. ອາຣ໌ ເຈ ຊາຍມອນ(R.J. Simonds) ຮອງປະທານ
ມູນນິທິດັ່ງກ່າວ​ເວົ້າວ່າ ມີຄວາມກ້າວໜ້າໃນເລຶ່ອງນີ້ຢູ່ ໂດຍສະເພາະໃນພວກປະເທດກໍາລັງ ພັດທະນາ.

“Mother who were infected ... ພວກແມ່ທີ່​ຖືກກວດເຫັນວ່າ ຕິດເຊື້ອເອັໄອວີ ໃນ
ລະຫວ່າງຕັ້ງທ້ອງ
ນັ້ນ ກໍສາມາດກິນຢາ ທີ່ສາມາດປ້ອງກັນບໍ່ໃຫ້ລູກໃນທ້ອງ ຕິດເຊື້ອ ເອັໄອວີໄດ້.”

ຢ່າງ​ໃດ​ກໍ​ຕາມ ລາຍງານດ້ານສຸຂະພາບສະບັບນຶ່ງຂອງອົງການສະຫະປະຊາຊາດ ກ່າວວ່າ
ການປາບປາມໂຣກເອດສ໌ ຍັງຈະເອົາຊະນະມັນ​ໄດ້ຍາກຫລາຍຢູ່ ແລະຄ່າ​ໃຊ້​ຈ່າຍ​ນັ້ນ ກໍ​
ຫລວງຫລາຍ​ຈົນອາດ​ຈະ​ບໍ່​ສາມາດ​ເຮັດ​ຕໍ່ໄປໄດ້.

ອາທິດນີ້ ປະມຸກ​ລັດຈາກ 30 ປະເທດ ມາພົບປະກັນ ທີ່ອົງການສະຫະປະ ຊາຊາດ ເພື່ອ
ທົບທວນ​ເບິ່ງຄວາມກ້າວໜ້າທີ່ໄດ້ຮັບມາ​ຢ່າງ​ຫລວງຫລາຍໃນການຕໍ່ສູ້​ຕ້ານໂຣກເອດສ໌ນັ້ນ
ແລະວາງແນວທາງທີ່​ຈະ​ດໍາ​ເນີນໃນອະນາຄົດ ເພື່ອພະຍາຍາມປິ່ນປົວມັນ​ໃຫ້ໄດ້.

ການປິ່ນປົວໂຣກເອດສ໌ ກ້າວໜ້າຫລາຍ ຈາກເມື່ອ 30 ປີກ່ອນ
ການປິ່ນປົວໂຣກເອດສ໌ ກ້າວໜ້າຫລາຍ ຈາກເມື່ອ 30 ປີກ່ອນ

ແຜນທີ່ໂຣກເອດສ໌:

ມີເກືອບ 34 ລ້ານຄົນຕິດເຊື້ອ
ເອັຈໄອວີຢູ່ໃນທົ່ວໂລກ ໃນປີ 2010 ນັ້ນ.


XS
SM
MD
LG