ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ທ່ານນາງ ຄາມາລາ ແຮຣິສ ຜູ້ທີ່ໄດ້ເອົາຊະນະສິ່ງກີດຂວາງຫຼາຍຢ່າງ ອາດໄດ້ຮັບການສະເໜີຊື່ຊິງຕຳແໜ່ງປະທານາທິບໍດີ


Glass-ceiling breaker Kamala Harris could be Democratic presidential nominee
please wait

No media source currently available

0:00 0:03:13 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ທ່ານນາງ ຄາມາລາ ແຮຣິສ, ແມ່ຍິງ ອາເມຣິກັນ ຄົນທຳອິດ ທີ່ໄດ້ເປັນຮອງປະທານາທິບໍດີ, ອາດຖືກສະເໜີຊື່ເພື່ອຮັບເອົາຕຳແໜ່ງສູງສຸດຂອງພັກເດໂມແຄຣັດໃນການເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ., ນັກຂ່າວອາວຸໂສ ວີໂອເອ ຄາໂຣລິນ ເປຣຊຸດຕີ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຊ່ວງເວລາແຫ່ງປະຫວັດສາດໃນ ສະຫະລັດ ໃນປີ 2021… ໃນຂະນະທີ່ອະດີດສະມາຊິກສະພາສູງ ຄາມາລາ ແຮຣິສ ໄດ້ກາຍເປັນຮອງປະທານາທິບໍດີແມ່ຍິງຄົນທຳອິດຂອງປະເທດ.

ທ່ານນາງ ຄາມາລາ ແຮຣິສ, ຮອງປະທານາທິບໍດີ ສະຫະລັດ ກ່າວວ່າ “ມັນເປັນກຽດຂອງຂ້າພະເຈົ້າທີ່ໄດ້ມາຢູ່ທີ່ນີ້, ເພື່ອຢືນຄຽງບ່າຄຽງໄຫຼ່ກັບຜູ້ທີ່ໄດ້ມາກ່ອນຂ້າພະເຈົ້າ.”

ທ່ານນາງ ແຮຣິສ ຍັງເປັນຄົນອາເມຣິກັນຜິວດຳ ແລະ ຄົນອາເມຣິກັນ ເຊື້ອສາຍອິນເດຍ ຄົນທຳອິດທີ່ໄດ້ຮັບຕຳແໜ່ງສູງສຸດເປັນອັນດັບສອງຂອງປະເທດ.

ສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດ ທ່ານນາງ ບາບາຣາ ລີ ກ່າວວ່າ “ລາວໄດ້ເອົາຊະນະສິ່ງກີດຂວາງຫຼາຍອັນສໍາລັບແມ່ຍິງຈໍານວນຫຼວງຫຼາຍ.”

ລູກສາວຂອງແມ່ຄົນອິນເດຍ ແລະ ພໍ່ຄົນ ຈາໄມກາ, ທ່ານນາງ ແຮຣິສ ໄດ້ເກີນຢູ່ເມືອງ ໂອກແລນ ລັດ ຄາລິຟໍເນຍ. ພາບຢູ່ຝາໄດ້ປາກົດຕົວຢູ່ໂຮງຮຽນທີ່ທ່ານນາງເຄີຍຂີ່ລົດເມໄປເວລາທີ່ຍັງເປັນເດັກນ້ອຍ, ດັ່ງກັບສ່ວນນຶ່ງຂອງຄວາມພະຍາຍາມລວມເຊື້ອຊາດເຜົ່າພັນ.

ການຮຽນຈົບມະຫາວິທະຍາໄລ ຮາວຫວາດ (Howard University), ທ່ານນາງ ແຮຣິສ ໄດ້ກາຍເປັນໄອຍະການເຂດແມ່ຍິງຄົນທຳອິດໃນນະຄອນ ແຊນ ແຟຣນຊິສໂກ ໃນປີ 2004 ແລະຕໍ່ມາໃນປີ 2011, ກໍໄດ້ເປັນແມ່ຍິງຜິວດຳຄົນທຳອິດທີ່ໄດ້ເປັນໄອຍະການໃຫຍ່ຂອງລັດຄາລິຟໍເນຍ.

ໃນລະຫວ່າງປີທີ່ເປັນຮອງປະທານາທິບໍດີນັ້ນ, ທ່ານນາງ ແຮຣິສ ໄດ້ເປັນປາກສຽງ ກ່ຽວກັບ ການຕ່າວປືນການຕັດສິນໃຈ ໂຣ ພົບກັບ ເວດ ຂອງສານສູງສຸດ ສະຫະລັດ, ເຊິ່ງແມ່ນການຕັດສິນໃຈໃນປີ 1973 ທີ່ໄດ້ເຮັດໃຫ້ການເຮັດແທ້ງລູກເປັນສິ່ງຜິດກົດໝາຍທົ່ວປະເທດ. ໃນລະຫວ່າງດຳລົງຕຳແໜ່ງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ນັ້ນ ທ່ານໄດ້ແຕ່ງຕັ້ງຜູ້ພິພາກສາຫົວອະນຸລັກນິຍົມໃນສານສູງສຸດດັ່ງກ່າວ.

ທ່ານນາງ ຄາມາລາ ແຮຣິສ ກ່າວວ່າ “ລາວພູມໃຈ, ລາວໄດ້ໃຊ້ຄຳສັບດັ່ງກັບຢ່າງພູມໃຈ, ຮັບເອົາຜົນງານສຳລັບການຕ່າວປີ້ນການຕັດສິນການເຮັດແທ້ງລູກ ໂຣ ພົບກັບ ເວດ, ດັ່ງນັ້ນເພື່ອບໍ່ເຮັດຜິດພາດ ຖ້າທ່ານ ທຣຳ ໄດ້ຮັບໂອກາດ, ລາວຈະເຊັນການຫ້າມເຮັດແທ້ງລູກທົ່ວປະເທດ ເພື່ອເຮັດໃຫ້ການເຮັດແທ້ງລູກເປັນສິ່ງຜິດກົດໝາຍໃນທຸກໆລັດ.”

ທ່ານນາງ ຮອງປະທານາທິບໍດີຍັງໄດ້ຊົມເຊີຍຕໍ່ການສືບຕໍ່ກົດໝາຍປະກັນສຸຂະພາບລາຄາຖືກ ແລະ ການຫຼຸດຄາລາຮໍໂມນຢາຮັກສາໂຣກເບົາຫວານທີ່ບັນລຸໂດຍລັດຖະບານທ່ານ ໄບເດັນ.

ທ່ານນາງ ກ່າວວ່າ “ຍົກມືຂຶ້ນຖ້າເຈົ້າມີສະມາຊິກໃນຄອບຄົວທີ່ເປັນໂຣກເບົາຫວານ.”

ກ່ອນໜ້ານັ້ນ, ທ່ານນາງໄດ້ຖືກເລືອກໃນນຳພາຄວາມພະຍາຍາມຂອງລັດຖະບານຢູ່ເຂດຊາຍແດນ. ແຕ່ການໂຄສະນາຫາສຽງຂອງທ່ານ ໄບເດັນ ໄດ້ທຳການປ້ອງກັນ, ດ້ວຍບັນຫາຄົນເຂົ້າເມືອງເປັນບັນຫາທີ່ສຳຄັນໃນການເລືອກຕັ້ງປີ 2024.

ທ່ານນາງ ຄາມາລາ ແຮຣິສ ກ່າວວ່າ “ຕອນນີ້, ຜົວເມຍຄົນອາເມຣິກັນ ທີ່ບໍ່ມີໜັງສື ຜູ້ທີ່ໄດ້ຢູ່ໃນປະເທດ 10 ປີ ຫຼືດົນກວ່ານັ້ນ ແມ່ນສາມາດຢູ່ໃນປະເທດ ໃນຂະນະທີ່ເຂົາເຈົ້າຂໍບັດຂຽວ.”

ໃນການກ່າວຕໍ່ກຸ່ມສະໜັບສະໜູນຄົນເຂົ້າເມືອງຄືຄົນອາເມຣິກັນເຊື້ອສາຍເອເຊຍ, ຄົນພື້ນເມືອງເກາະຮາວາຍ ແລະ ໝູ່ເກາະມະຫາສະໝຸດ ປາຊີຟິກນັ້ນ, ທ່ານນາງໄດ້ຫັນສຸດສົນໃຈໄປໃສ່ຄຳເວົ້າຂອງທ່ານ ດໍໂນລ ທຣຳ ຢ່າງວ່ອງໄວ.

ທ່ານນາງ ຄາມາລາ ແຮຣິສ ກ່າວວ່າ “ບາງຄົນນັ້ນຜູ້ທີ່ເວົ້າໃສ່ຮ້າຍຜູ້ຍົກຍ້າຍຖິ່ນຖານ, ຜູ້ທີ່ສົ່ງເສີມຄວາມຊັງຄົນຕ່າງປະເທດ, ຄົນຜູ້ທີ່ຍຸແຍ່ຄວາມຄຽດຊັງ ບໍ່ຄວນໄດ້ຮັບໂອກາດອີກຄັ້ງນຶ່ງທີ່ຈະຢືນຢູ່ຫຼັງໄມ ແລະ ກາຂອງປະທານາທິບໍດີ ສະຫະລັດ.”

ທ່ານນາງ ແຮຣິສ ໄດ້ອອກມາມີໜ້າຫຼາຍຂຶ້ນໃນການຊຸມນຸມຕ່າງໆຄືການໂຄສະນາຫາສຽງ, ຫຼັງຈາກຜົນງານທີ່ບໍ່ດີຂອງປະທານາທິບໍດີ ໂຈ ໄບເດັນ ໃນການໂຕ້ວາທີເດືອນມິຖຸນາທີ່ຜ່ານມາກັບອະດີດປະທານາທິບໍດີ ດໍໂນລ ທຣຳ.

ທ່ານນາງ ຄາມາລາ ແຮຣິສ ກ່າວວ່າ “ພວກເຮົາໄດ້ຊະນະທ່ານ ທຣຳ ຄັ້ງນຶ່ງ ແລະ ພວກເຮົາກໍຈະຊະນະລາວອີກຄັ້ງນຶ່ງ. ຈົບ.”

ດ້ວຍການຖອນຕົວຂອງປະທານາທິບໍດີ ໄບເດັນ ຈາກການແຂ່ງຂັນໃນວັນອາທິດວານນີ້, ຖ້າທ່ານນາງ ແຮຣິສ ໄດ້ຮັບການສະເໜີຊື່, ທ່ານນາງກໍຈະສ້າງປະຫວັດສາດອີກຄັ້ງນຶ່ງໃນຖານະເປັນຄົນອາເມຣິກັນຜິວດຳ ແລະ ເຊື້ອສາຍອິນເດຍ ທີ່ລົງແຂ່ງຂັນເອົາຕຳແໜ່ງສູງສຸດຂອງປະເທດ.”

ທ່ານນາງ ຄາມາລາ ແຮຣິສ ກ່າວວ່າ “ຂໍໃຫ້ພະເຈົ້າຄຸ້ມຄອງພວກທ່ານ ແລະ ພະເຈົ້າຄຸ້ມຄອງ ສະຫະລັດ ອາເມຣິກາ.”

ອ່ານລາຍງານນີ້ເປັນພາສາອັງກິດ

A history-making moment in the United States in 2021 ...

….as former Senator Kamala Harris became the nation’s first female vice president.

“It is my honor to be here, to stand on the shoulders of those who came before.”

Harris is also the first Black American and Indian American to serve in the nation’s second-highest job.

“She’s broken so many glass ceilings for so many women.”

The daughter of an Indian mother and a Jamaican father, Harris was born in Oakland, California. A mural of her appears at the school she was bused to as a child … as part of racial integration efforts.

A graduate of Howard University, Harris became the first female district attorney in San Francisco in 2004 and then, in 2011, the first Black woman to serve as California’s attorney general.

During her years as vice president, Harris has been vocal about the U.S. Supreme Court’s overturning of Roe v. Wade, a 1973 decision that had made abortion legal nationwide. During his term, former President Donald Trump appointed three conservative justices to the high court.

"He proudly, he uses the word proudly, takes credit for overturning Roe, [the Roe v Wade abortion decision] so make no mistake — if Trump gets a chance, he will sign a national abortion ban to outlaw abortion in every single state.”

The vice president also applauds the continuation of the Affordable Care Act and the reduced price of insulin achieved by the Biden administration.

“Raise your hand if you have a family member with diabetes.”

Early on, she was tapped to lead the administration’s efforts at the border. But the Biden campaign ended up on defense, with immigration a key issue in the 2024 election.

"Now, undocumented spouses of American citizens who have been in the country for ten or more years can stay in the country while they apply for a green card.”

Speaking to pro-immigrant groups like the Asian American, Native Hawaiian and Pacific Islanders, she quickly turns the focus to Donald Trump’s words.

“That someone who vilifies immigrants, who promotes xenophobia, someone who stokes hate should never again have the chance to stand behind a microphone and the seal of the president of the United States.”

Harris has become more present at rallies like these on the campaign trail, after President Joe Biden’s stumbling performance in the June debate with former President Donald Trump.

“We beat Trump once and we are going to beat him again. Period.”

With President Biden’s withdrawal from the race on Sunday, if Harris is nominated, she would again make history as the first Black and Indian American woman to run for the nation’s highest office.

“God Bless you and God Bless the United States of America.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG