ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ອົງການ ອະນາໄມໂລກ ຫຼື WHO ກ່າວວ່າ ໂລກ 'ບໍ່ສາມາດມາດອ້າງໄດ້ວ່າ ການລະບາດຊອງໂຣກ ໄດ້ສິ້ນສຸດແລ້ວ'


ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຫຼື WHO ທ່ານເທໂດຣສ ອາດາໂນມ ເກບຣີເຢຊຸດ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 28 ກຸມພາ 2020.
ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ຫຼື WHO ທ່ານເທໂດຣສ ອາດາໂນມ ເກບຣີເຢຊຸດ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນນະຄອນ ເຈນີວາ ຂອງສະວິດເຊີແລນ, ວັນທີ 28 ກຸມພາ 2020.

ຫົວໜ້າອົງການອະນາໄມໂລກ ຫຼື WHO ກຳລັງເຕືອນວ່າ “ບໍ່ມີປະເທດໃດສາມາດອ້າງໄດ້ວ່າ ການລະບາດຂອງໄວຣັສລະດັບໂລກ ແມ່ນສິ້ນສຸດລົງແລ້ວ.”

ການກ່າວຖະແຫລງຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຜ່ານທາງອອນໄລ ຈາກສຳນັກງານໃຫຍ່ຂອງອົງການດັ່ງກ່າວທີ່ນະຄອນເຈນີວາ ໃນວັນຈັນວານນີ້ ທ່ານເທໂດຣສ ອາດາໂນມ ເກບຣີເຢຊຸດ ໄດ້ກ່າວວ່າ ບັນດາປະເທດທັງຫຼາຍ ຕ້ອງເອົາຈິງເອົາຈັງ ກ່ຽວກັບ “ການສະກັດກັ້ນການແຜ່ເຊື້ອໄວຣັສ ແລະຊ່ອຍຮັກສາຊີວິດ” ຖ້າຫາກພວກເຂົາເຈົ້າກຳລັງພິຈາລະນາທີ່ຈະເປີດເສດຖະກິດຂອງພວກເຂົາເຈົ້າຄືນໃໝ່ ໄປສູ່ກິດຈະກຳໃນຊີວິດປະຈຳວັນ ທ່າມກາງການລະບາດລະດັບໂລກຂອງໄວຣັສ COVID-19.

ທ່ານໝໍເທໂດຣສ ໄດ້ກ່າວຕື່ມວ່າ “ຕາບໃດທີ່ປະເທດທັງຫຼາຍຄວບຄຸມໄວຣັສນີ້ໄດ້ ຫຼາຍຊ່ຳໃດ ພວກເຂົາເຈົ້າກໍຈະສາມາດເປີດປະເທດໄດ້ຫຼາຍຊ່ຳນັ້ນ. ການເປີດປະເທດໂດຍປາສະຈາກມີການຄວບຄຸມນັ້ນ ເປັນຫລັກສູດສຳລັບໄພຫາຍະນະ.”

ທ່ານໝໍ ໄດ້ສະເໜີແນະໃຫ້ມີ “4 ຢ່າງທີ່ສຳຄັນ” ສຳລັບປະເທດທັງໝົດ ເມືອງຕ່າງໆ ແລະບຸກຄົນທັງຫຼາຍ ໃຫ້ປະຕິບັດເພື່ອນຳມາຊຶ່ງການຄວບຄຸມໄວຣັສນີ້ໃຫ້ໄດ້ ຊຶ່ງປະກອບດ້ວຍ ການປ້ອງກັນບໍ່ໃຫ້ມີການເຕົ້າໂຮມກັນຂະໜາດໃຫຍ່ຢູ່ສະໜາມກິລາແລະສະຖານບັນເທີງທັງຫຼາຍ ແລະໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດການກວດຫາເຊື້ອໄວ ການຕິດຕາມຜູ້ທີ່ສຳພັດກັບໄວຣັສ ແລະການແຍກອອກໃຫ້ຢູ່ໂດດດ່ຽວ. ທ່ານໄດ້ກ່າວວ່າ ປະເທດທັງຫຼາຍຄວນເອົາບາດກ້າວຕ່າງໆ ເພື່ອປົກປ້ອງພວກຄົນທີ່ມີຄວາມສ່ຽງສູງ ທີ່ປະກອບດ້ວຍພວກຄົນເຖົ້າແກ່ສະລາ ພວກຄົນທີ່ມີໂຣກປະຈຳຕົວ ແລະພວກພະນັກງານທີ່ຈຳເປັນ ຊຶ່ງທ່ານໄດ້ກ່າວວ່າ ຈະຊ່ອຍໃນການຮັກສາຊີວິດ ແລະຫລຸດຜ່ອນພາລະໃນລະບົບສາທາລະນະສຸກຂອງພວກເຂົາເຈົ້າໄດ້.

ທ່ານໝໍເທໂດຣສ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນທັງຫຼາຍໃສ່ໜ້າກາກ ປະຕິບັດການຢູ່ຫ່າງຈາກກັນໃນສັງຄົມ ແລະລ້າງມືຂອງພວກເຂົາເຈົ້າເລື້ອຍໆ.

ໃນຂະນະດຽວກັນ ອົງການສາທາລະນະສຸກຂອງໂລກນີ້ ຍັງໄດ້ສົ່ງຄຳເຕືອນກ່ຽວກັບການເລັ່ງຜະລິດຢາປ້ອງກັນ ຫຼືວັກຊີນທີ່ປອດໄພ ແລະມີປະສິດທິພາບຕໍ່ໄວຣັສ COVID-19 ໃນການຕອບໂຕ້ຕໍ່ຄວາມເຫັນຂອງທ່ານໝໍ ສະຕີບເວັນ ຮານ ຫົວໜ້າອົງການອາຫານແລະຢາຂອງສະຫະລັດ ທີ່ວ່າ ອົງການດັ່ງກ່າວ ຈະພິຈາລະນາການອະນຸມັດທີ່ສຸກເສີນໃນການໃຊ້ຢາວັກຊີນ ກ່ອນທີ່ມັນຈະສຳເລັດໃນຂັ້ນສຸດທ້າຍຂອງການທົດລອງກັບມະນຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG