ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການສູງສຸດກອງທັບບົກ ສະຫະລັດ ຢູ່ໃນເຂດອິນໂດ -ປາຊີຟິກ ກ່າວເຖິງ ສິ່ງ​ທ້າຍ​ທາຍ ມາ​ຈາກ​ປັກ​ກິ່ງ


ນາຍພົນ Charles A. Flynn ຜູ້ບັນຊາການກອງທັບບົກສະຫະລັດ ໃນ​ເຂດ​ມະ​ຫາ​ສະ​ໝຸດປາຊີຟິກ (USARPAC) (ກາງ) ໂອ້​ລົມ​ກັບນາຍ​ພົນ Yoshida Yoshihide, ຫົວ​ໜ້າ​ເສ​ນາ​ທິ​ການ​ທະ​ຫານ​ບົກປ້ອງ​ກັນ​ຕົນ​ເອງ ຢູ່​ທີ່​ຖານ​ທັບ​ໃນເກາະ Amami Oshima ຂອງ​ຍີ່​ປຸ່ນ, ວັນ​ທີ 8 ກັນ​ຍາ, 2022
ນາຍພົນ Charles A. Flynn ຜູ້ບັນຊາການກອງທັບບົກສະຫະລັດ ໃນ​ເຂດ​ມະ​ຫາ​ສະ​ໝຸດປາຊີຟິກ (USARPAC) (ກາງ) ໂອ້​ລົມ​ກັບນາຍ​ພົນ Yoshida Yoshihide, ຫົວ​ໜ້າ​ເສ​ນາ​ທິ​ການ​ທະ​ຫານ​ບົກປ້ອງ​ກັນ​ຕົນ​ເອງ ຢູ່​ທີ່​ຖານ​ທັບ​ໃນເກາະ Amami Oshima ຂອງ​ຍີ່​ປຸ່ນ, ວັນ​ທີ 8 ກັນ​ຍາ, 2022

ຜູ້ບັນຊາການສູງສຸດຂອງກອງທັບສະຫະລັດຢູ່ໃນເຂດອິນໂດ-ປາຊີຟິກ ເມື່ອບໍ່ດົນມານີ້ ໄດ້ໃຫ້ທັດສະນະກ່ຽວກັບບັນຫາທ້າທາຍທີ່ເກີດຈາກການເສີມສ້າງທາງທະຫານຂອງຈີນຢູ່ໃນຂົງ​ເຂດນັ້ນ ໂດຍກ່າວເຖິງການຂາດແຄນອາ​ວຸດຍຸດ​ໂທ​ປະ​ກອນຄືຂົງເຂດທີ່ສະຫະລັດຄວນເສີມສ້າງ ເພື່ອສະກັດກັ້ນການຮຸກຮານຂອງຈີນທີ່ອາດເກີດ​ຂຶ້ນໄດ້.

"ຂ້າ​ພະ​ເຈົ້າໄດ້ເບິ່ງກອງກໍາລັງທະ​ຫານ​ບົກ ແລະກອງທັບປົດປ່ອຍປະຊາຊົນ ຫລື PLA ຕັ້ງແຕ່ປີ 2014 ພຸ້ນ​ມາ," ນັ້ນ​ຄື​ຄຳ​ເວົ້າ​ຂອງນາຍພົນ ຊາ​ຣ​ລສ໌ ເອ ຟ​ລິນ (Charles A. Flynn) ທີ່ບັນຊາການກອງທັບສະຫະລັດ ໃນ​ເຂດ​ມະ​ຫາ​ສະ​ໝຸດປາຊີຟິກ ທີ່ກ່າວ​ຕໍ່ຜູ້ເຂົ້າ​ຮ່ວມຟັງການ​ບັນ​ລະ​ຍາຍໃນນະ​ຄອນ​ຫລວງວໍຊິງຕັນໃນອາທິດແລ້ວນີ້. ​ທ່ານຢູ່ໃນໄລ​ຍະພັກຜ່ອນທີ່ບໍ່​ຄ່ອຍ​ຈະ​ມີຈາກເຂດ​ປະ​ຈຳ​ການ ອິນໂດ-ປາຊີຟິກ, ບ່ອນທີ່ທ່ານໄດ້ເລີ່ມຕົ້ນເປັນຜູ້ບັນຊາການກອງພົນ ທະຫານລາບທີ 25 ທີ່ຕັ້ງຢູ່ໃນລັດຮາວາຍ.

​ໂດຍ​ທີ່ນັ່ງຢູ່ຄຽງຂ້າງຂອງທ່ານນາງຄ​ຣິ​ສ​ຕິນ ວໍ​ມຸດ (Christine Wormuth), ເລ​ຂາ​ທິ​ການກອງທັບບົກ​ຂອງສະຫະລັດນັ້ນ, ທ່ານຟ​ລິນ ໄດ້ອະທິບາຍເຖິງກໍາລັງທະຫານ ຂອງຈີນ ວ່າ​ມີ​ຄວາມພິເສດ ແລະ "ຢູ່ໃນວິ​ຖີທາງປະຫວັດສາດ" ໂດຍກ່າວວ່າ "ພວກເຂົາກໍາລັງຝຶກຊ້ອມ, ປະຕິບັດຕົວ​ຈິງ, ທົດລອງ, ແລະພວກເຂົາ ກະກຽມກໍາລັງທະ​ຫານເຫຼົ່ານັ້ນ ສໍາລັບບາງສິ່ງບາງຢ່າງ."

ທ່ານ​ໄດ້​ບອກ​ໃຫ້​ຜູ້ເຂົ້າ​ຮ່ວມຟັງ​ການ​ບັນ​ລະ​ຍາຍ​ ຢູ່​ທີ່​ສະ​ຖາ​ບັນ​ວິ​ສາ​ຫະກິດ​ອາ​ເມ​ຣິ​ກັນ ກ່ຽວ​ກັບ​ການ​ເສີມສ້າງ​ກຳລັງ​ທະຫານ​ຈີນ ​ຢູ່ເຂດ​ອິນ​ໂດ​-ປາ​ຊີ​ຟິກ​ ແຕ່​ປີ 2014 ຮອດ​ປັດຈຸ​ບັນ ໂດຍເນັ້ນ​ໜັກ​ເຖິງ​ການ​ຈັດ​ຕັ້ງ​ກຳລັງ​ທະຫານ​ຄືນ​ໃໝ່​ ສົມທົບ​ກັບ​ການ​ຫັນ​ປ່ຽນ​ໄປເປັນກອງ​ທັບ​ທັນ​ສະ​ໄໝ​ ທີ່​ຈີນ​ໄດ້​ເລີ້ມປະຕິບັດ​ມາໃນ​ປີ 2015, ​ແລະ​ສ້າງ​ຕັ້ງ ກອງບັນ​ຊາ​ການ​ສະ​ໜາມ ທີ່​ມີ​ໂຄງ​ປະກອບ​ໃໝ່ປາ​ກົດ​ຜົນຂຶ້ນ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG