ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ບັນຊາການ ທະຫານສະຫະລັດ ໃນອາຟຣິກາ ກ່າວວ່າ ຄູ່ແຂ່ງໃນລີເບຍ ຕ້ອງເຂົ້າຫາກັນ ເພື່ອສັນຕິພາບ


Head of US Africa Command: Rival Libyan Factions Must Work Together
please wait

No media source currently available

0:00 0:03:02 0:00

ຜູ້ບັນຊາການທະຫານສະຫະລັດ ​ໃນອາຟຣິກາ ທີ່ຄວບຄຸມການປະຕິບັດງານທາງ
ທະຫານ ຢູ່ທົ່ວທະວີບກ່າວຕໍ່ວີໂອເອວ່າ ມີຫົນທາງດຽວເທົ່ານັ້ນທີ່​ຈະ​ນຳໄປສູ່ສັນຕິ
ພາບໃນລີເບຍກໍຄື​ເອົາ​ລັດຖະບານ​ທີ່​ເປັນ​ຄູ່ແຂ່ງມາ​ເຂົ້າກັນ. ນາຍພົນ​ Thomas
Waldhauser ໄດ້ຖະແຫລງຢູ່ກອງປະຊຸມຄວາມໝັ້ນຄົງທີ່ນະ ຄອນ Munich ກ່ອນໜ້າການປະຕິບັດງານ Flintlock ຊຶ່ງ​ເປັນ​ການ​ຊ້ອມລົບ​ຮ່ວມ​ທາງ​ທະຫານທີ່
​ກຳລັງ​ຈະ​ເລີ້ມຂຶ້ນດ້ວຍ​ການ​ເປັນ​ເຈົ້າພາບ​ຂອງ 7 ປະ​ເທດໃນອາຟຣິກາ. Henry
Ridgwell ມີ​ລາຍງານຈາກນະຄອນ Munich ຊຶ່ງ ກິ່ງສະຫວັນ ຈະນຳມາສະເນີທ່ານ.

ລິງໂດຍກົງ

ຄວາມສັບສົນວຸ້ນວາຍທາງການເມືອງໃນລີ​ເບຍຍັງດຳເນີນຢູ່ຕໍ່ມາ. ລັດ ຖະບານ​ແຫ່ງ
ຄວາມ​ປອງ​ດອງ​ຊາດ ທີ່ໄດ້ຮັບການໜູນຫລັງຈາກ​ສາກົນ ຄວບຄຸມພຽງແຕ່ບາງສ່ວນ
ຂອງນະຄອນ Tipoli. ສ່ວນອຳນາດທີ່​ເປັນຄູ່ແຂ່ງພວມ ຍາດ​ແຍ່ງ​ເອົານະຄອນຫລວງ ແລະຫົວເມືອງອື່ນ. ຢູ່ທາງພາກຕາເວັນອອກ ຂອງ​ປະ​ເທດ ນາຍພົນ Khalifa Haftar ຈາກກອງທັບແຫ່ງຊາດລີ​ເບຍ​ເປັນຜູ້​ຄວບ​ຄຸມ.

​ໃນ​ການ​ຖະ​ແຫລງຕໍ່ວີໂອເອ ​ເມື່ອວັນອາທິດທີ່​ແລ້ວນີ້ ລະຫວ່າງກອງປະຊຸມຄວາມໝັ້ນ
ຄົງ Munich ນາຍພົນ Thomas Waldhauser ຜູ້ບັນຊາການທະຫານສະຫະລັດໃນ
ອາຟຣິກາ ກ່າວວ່າ ສະຫະລັດກຳລັງຊຸກຍູ້ ​ໃຫ້​ມີ​ການຕົກລົງສ້າງ​ຄວາມ​ເປັນ​ເອກ​
ກະພາບ.

ນາຍພົນ Waldhauser ກ່າວວ່າ “ບໍ່ມີຫຍັງ ເປັນທີ່ສົງໄສກ່ຽວກັບຄວາມຈິງທີ່ວ່າ
ນາຍພົນ Haftar ​ແລະອິດທິພົນຂອງ​ທ່ານ ໂດຍສະເພາະ ຢູ່ທາງພາກຕາ ເວັນ
ອອກ ເປັນສິ່ງທີ່ຈະຕ້ອງໄດ້ຮັບ​ການ​ແກ້​ໄຂ. ແລະບ່ອນນີ້ ເປັນບ່ອນທີ່ເຮົາເວົ້າ​
ເຖິງ​ການແກ້ໄຂທາງການເມືອງ ທີ່ຕ້ອງ​ໄດ້​ມີຂຶ້ນ ນີ້ແມ່ນບ່ອນເລີ້ມຕົ້ນທັງໝົດ.”

ກຳລັງຂອງນາຍພົນ Haftar ຄວບຄຸມສ່ວນໃຫຍ່ຂອງບໍ່ນໍ້າມັນລີເບຍ. ບໍລິສັດລັດ
​ວິ​ສາ​ຫະກິດນ້ຳມັນຍັກໃຫຍ່ Rosneft ຂອງຣັດເຊຍ ໄດ້ເຊັນຂໍ້ຕົກລົງຂັ້ນ ຕົ້ນກັ ບໍລິສັດນໍ້າມັນແຫ່ງຊາດລີເບຍໃນວັນອັງຄານແລ້ວນີ້ ທີ່ຈະລົງທຶນຫລາຍພັນລ້ານ
ໂດລາ.

ມັນເປັນການເຄື່ອນໄຫວຫລ້າສຸດຂອງມົສກູ ທີ່ໃຫ້ການຢືນຢັນ​ຄັ້ງ​ໃໝ່​ໃນ​ສາຍສຳ
ພັນກັບລີເບຍ ແລະເປັນຫລັກຖານ​ເພີ້ມຕື່ມ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ໃຫ້
ການ​ສະໜັບສະໜູນ​ຢ່າງ​ແຂງ​ຂັນ​ຕໍ່ນາຍພົນ Haftar. ນາຍພົນ Waldhauser
ຮັບຮູ້ວ່າ ​ມີ​ທ່າ​ທາງ​ວ່າຣັດເຊຍຈະ​ມີບົດບາດໃນແກ້ໄຂໃດໆກໍ​ຕາມ.

ນາຍພົນ Waldhauser ກ່າວວ່າ “ພວກເຮົາຍິນດີຕ້ອນຮັບ ການຊ່ວຍເຫລືອ
ຂອງ​ໃຜ​ກໍ​ຕາມ ເປົ້າໝາຍກໍຄື ເອົາທັງສອງພວກນີ້ມາເຂົ້າກັນ. ເປົ້າໝາຍກໍຄື
ເອົາທັງສອງພວກນີ້ ມາ​ໂອ້​ລົມ​ກັນ ແລະເປົ້າໝາຍກໍຄືອຳນວຍ​ຄວາມ​ສະດວກ
ນຶກ່ຽວກັບເລື່ອງນີ້.”

ສະຫະລັດ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາມ ຢູ່​ໃນ​
ປະເທດ​ລີ​ເບຍ.

ຜູ້ບັນຊາການກຳລັງ​ສະຫະລັດ​ໃນອາຟຣິກາ ກຳລັງສ້າງພາຄີຢູ່ໃນເຂດ Sahel ທີ່ແນໃສ່ການໂຈມຕີພວກກໍ່ການຮ້າຍ ​ໂດຍ​ທຳ​ການ​ຊ້ອມ​ລົບ ​ແລະ​ຝຶກ​ແອບ
ປະຈຳປີ ທີ່ຮູ້ກັນ​ໃນ​ຊື່ ການປະຕິບັດງານ Flintlock.

ໄນຈີເຣຍເປັນພາຄີທີ່ສຳຄັນໃນຂົງເຂດ ແລະສະຫະລັດ ໃດ້ໃຫ້ການສະໝັບ
ສະໜູນດ້ານ​ການສືບລັບຢູ່ໃນປະເທດດັ່ງກ່າວທີ່ພວມຕໍ່ສູ້ຕ້ານກຸ່ມ Boko
Haram ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງລັດອິສລາມນັ້ນ.

​ໃນ​ການ​ຖະ​ແຫຼງ ທີ່ນະຄອນ Munich ນາຍພົນຕີ Babagana Monguno ກ່າວ
ວ່າ ສະມາຄົມກຸ່ມກໍ່ການຮ້າຍຢູ່ທົ່ວໂລກ ໝາຍຄວາມວ່າການຮ່ວມືສາກົນເປັນທີ່
ສຳຄັນສຸດ.

ພົນຕີ Monguno ທີ່ປຶກສາດ້ານຄວາມໝັ້ນຄົງ​ໃຫ້ແກ່ປະທານາທິບໍດີໄນຈີເຣຍ
ກ່າວວ່າ “ການລຸກຮືຂຶ້ນໃນລີເບຍ ​ແລະ​ການ​ຍ້ອມ​ແພ້ໃນທີ່ສຸດຂອງລັດຖະບານ
Godhafi ທີ່ເປັນຜົນ​ໃຫ້​ມີການຫລັ່ງໄຫລຂອງອາວຸດ​ແລະ​ຜູ້​ຄົນ​ອອກ​ໄປ​ສູ່ພາກ
ໃຕ້. ບ່ອນທີ່ຕາມທຳມະຊາດທີ່ສຸດ ຢູ່​ທາງ​ໃຕ້ທະເລຊາຍຊາຮາຣາ ຂອງອາຟຣິ
ກາ ຮັບ​ເອົາການຫລັ່ງໄຫລດັ່ງກ່າວກໍແມ່ນໄນຈີເຣຍ.”

ກອງທັບໄນຈີເຣຍໄດ້ຖືກກ່າວຫາວ່າ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ ໂດຍອົງການນິລະ
ໂທດກຳສາກົນ ໃນການຕໍ່ສູ້ຕ້ານກຸ່ມ Boko Haram. ນາຍພົນ Waldhauser
ກ່າວວ່າ ກອງທັບສະຫະລັດ ຖື​ວ່າການກ່າວຫາ​ໃນ​ທຳນອງ​ນີ້ ​ເປັນ​ເລື່ອງ​ທີ່​ຮ້າຍ
​ແຮງ ເວລາເຮັດວຽກກັບບັນດາປະ​ເທດ​ພາຄີ.

ນາຍພົນ Waldhauser ກ່າວວ່າ “ພວກເຮົາເຂົ້າໃຈເຖິງຄວາມຕ້ອງການ​ໃນ​ດ້ານ
ຈັນຍາບັນ ຢູ່ໃນສະໜາມລົບ. ພວກເຮົາເຮັດໃຫ້ເປັນພາກສ່ວນໃນການເຝິກຊ້ອມ
ຂອງພວກເຮົາ ແລະພວກເຮົາພະຍາຍາມທີ່ຈະເນັ້ນໜັກວ່າ ຫລາຍກວ່າ ຄວາມ
ຄາດໝາຍໄວ້ເຫລົ່ານັ້ນ ແຕ່ຍັງຢູ່ໃນລະບົບທີ່ຖືກກົດໝາຍ ​ແຕ່ຢູ່ໃນ ດ້ານ​ລະບົບ
​ກົດໝາຍ​ນຳ​ດ້ວຍ ​ໃນການ​ໂອ້​ລົມ​ຂອງ​ພວກ​ເຮົາກັບບັນດາຜູ້ນຳທີ່ສຳຄັນ
ອີກດ້ວຍ.”

ການຊ້ອມ​ລົບ Flintlock ປີ 2017 ເປັນເວລາສາມອາທິດ ຈະນຳ​ເອົາ​ພວກທະ
ຫານ 2,000 ຄົນ ຈາກ 20 ກວ່າປະເທດ ​ໃນອາຟຣິກາ ຢູໂຣບ ແລະບັນດາ
ປະເທດ​ໃນອາເມຣິກາເໜືອ ມາ​ພົບ​ພໍ້​ກັນ.

XS
SM
MD
LG