ຫົວໜ້າຄະນະກຳມະການສະຫະປະຊາຊາດຮັບຜິດຊອບກ່ຽວ
ກັບເລື່ອງຊີເຣຍ ຮຽກຮ້ອງໃຫ້ທົ່ວໂລກ ຫ້າມບໍ່ໃຫ້ສົ່ງອາວຸດໄປ
ຍັງຊີເຣຍ ທີ່ພວມປະສົບກັບໄພສົງຄາມຢູ່ນັ້ນ.
ນັກການທູດບຣາຊີລ ທ່ານ Paulo Pinheiro ກ່າວຕໍ່ວິທະຍຸ
ຂອງສະຫະປະຊາຊາດ ໃນມື້ວັນສຸກວານນີ້ວ່າ ການແຂ່ງຂັນ
ດ້ານອາວຸດຕ້ອງຍຸດຕິລົງແລະບັນດາປະເທດສະມາຊິກຕ້ອງ
ໄດ້ຢຸດເຊົາການສົ່ງອາວຸດໄປໃຫ້ແກ່ທຸກພັກຝ່າຍທີ່ກ່ຽວຂ້ອງ.
ທ່ານ Pinheiro ເວົ້າວ່າ ທຸກພັກຝ່າຍໃນຊີເຣຍ ຕ່າງກໍໄດ້ທຳ
ການລ່ວງລະເມີດສິດທິມະນຸດຢ່າງໜ້າຢ້ານກົວ ແລະກໍບໍ່ມີຜູ້
ໃດເປັນຜູ້ຮັບຜິດຊອບ.
ທ່ານໄດ້ກ່າວຢ້ຳວ່າ ຈະບໍ່ສາມາດມີການແກ້ໄຂທາງດ້ານທະຫານ ຢູ່ທີ່ນັ້ນ ມີແຕ່ການເຈ ລະຈາຕົກລົງກັນເທົ່ານັ້ນ.
ສົງຄາມກາງເມືອງຢູ່ໃນຊີເຣຍ ກ້າວເຂົ້າສູ່ປີທີ 4 ແລ້ວ ແລະກໍບໍ່ມີທ່າທາງວ່າ ຈະຍຸດຕິລົງ
ໃນໄວໆນີ້ແຕ່ຢ່າງໃດເລີຍ. ພວກກະບົດທີ່ນິຍົມແນວທາງປານກາງ ແລະຫົວຮຸນແຮງຈັດ ທີ່ພວມພະຍາຍາມຫາທາງໂຄ່ນລົ້ມ ປະທານາທິບໍດີ Bashar al-Assad ນັ້ນ ກໍໄດ້ສູ້ລົບ ກັນເອງເພື່ອຍາດແຍ່ງເອົາອຳນາດ.
ອົງການບັນເທົາທຸກສະຫະປະຊາຊາດກ່າວວ່າ ມີພົນລະເຮືອນເສຍຊີວິດໄປແລ້ວ ຫລາຍ ກວ່າ 100,000 ຄົນໃນຊີເຣຍ ແລະ 4 ລ້ານກວ່າຄົນ ຕ້ອງໄດ້ອົບພະຍົບຫລົບໄພຢູ່ພາຍ ໃນປະເທດ. ມີຊາວຊີເຣຍ 10 ລ້ານກວ່າຄົນ ຕ້ອງການຄວາມຊ່ອຍເຫລືອ ຮວມທັງ ຢ່າງ ໜ້ອຍ 2 ລ້ານຄົນ ທີ່ໄດ້ພາກັນຫລົບໜີ ອອກຈາກປະເທດໄປ. ຫົວເມືອງຊີເຣຍຫລາຍໆ ແຫ່ງໄດ້ຕົກຢູ່ໃນສະພາບໂກລາຫົນວຸ້ນວາຍແລະນອງເລືອດ.