ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ບັນຊາການໃຫຍ່ ສູນບັນຊາການ ສຫລ ເດີນທາງໄປ ຊີເຣຍ ຢ່າງລັບໆ


ນາຍພົນກອງທັບບົກ ສຫລ ທ່ານ Joseph Votel, ຜູ້ບັນຊາການໃຫຍ່ ສູນບັນຊາການ ສະຫະລັດ, ກ່າວຖະແຫລງ ຢູ່ທຳນຽບຫ້າແຈ ໃນວັນທີ 29 ເມສາ 2016.
ນາຍພົນກອງທັບບົກ ສຫລ ທ່ານ Joseph Votel, ຜູ້ບັນຊາການໃຫຍ່ ສູນບັນຊາການ ສະຫະລັດ, ກ່າວຖະແຫລງ ຢູ່ທຳນຽບຫ້າແຈ ໃນວັນທີ 29 ເມສາ 2016.

ຜູ້ບັນຊາການລະດັບສູງ ສະຫະລັດ ປະຈຳຕາເວັນອອກກາງ ໄດ້ເດີນທາງໄປຢ້ຽມຢາມ ຊີເຣຍ ຢ່າງລັບໆ ເພື່ອກວດສອບເບິ່ງວ່າ ຄວາມພະຍາຍາມໃນການຮ່ວມມື ໃນບັນດາ ຊາວອາຣັບ ຊາວເຄີດ ແລະກຳລັງຝ່າຍອື່ນໆ ຈະເອົາຊະນະພວກຫົວຮຸນແຮງ ລັດອິສລາມ ຫຼືບໍ່.

ນາຍພົນກອງທັບບົກ ສະຫະລັດ ທ່ານ Joseph Votel ຜູ້ບັນຊາການໃຫຍ່ ສູນບັນ ຊາການ ສະຫະລັດ ໄດ້ໃຊ້ເວລາ ເກືອບ 11 ຊົ່ວໂມງ ຢູ່ໃນຊີເຣຍ ໃນວັນເສົາວານນີ້ ໂດຍເດີນທາງໄປຢ້ຽມຢາມ ສະຖານທີ່ຕ່າງໆ ບ່ອນທີ່ ກຳລັງໜ່ວຍປະຕິບັດການພິເສດ ສະຫະລັດ ກຳລັງທຳງານ ຮ່ວມກັບພວກນັກລົບທ້ອງຖິ່ນ ໃນການສູ້ລົບ ຕໍ່ຕ້ານກຸ່ມ ລັດອິສລາມ.

ບັນດານັກຂ່າວທີ່ຕິດຕາມ ນາຍພົນ Votel ໄປໃນການເດີນທາງນີ້ ບໍ່ໄດ້ຮັບອະນຸຍາດ ໃຫ້ເປີດເຜີຍການເດີນທາງຂອງທ່ານ Votel ຈົນກວ່າການເດີນທາງຈະສິ້ນສຸດລົງ ເສຍກ່ອນ ຍ້ອນເຫດຜົນດ້ານຄວາມປອດໄພ.

ທ່ານບໍ່ພຽງແຕ່ໃຊ້ເວລາ ກັບບັນດາທະຫານສະຫະລັດ ເທົ່ານັ້ນ ແຕ່ຍັງໄດ້ພົບປະກັບ ບັນດານາຍທະຫານຂອງກອງກຳລັງປະຊາທິປະໄຕ ຜູ້ທີ່ໄດ້ຮຽກຮ້ອງຂໍຄວາມຊ່ອຍເຫຼືອ ດ້ານອາວຸດ ແລະລູກປືນ ຈາກສະຫະລັດນຳ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວຖະແຫລງ ເຖິງບັນຫາຂັດແຍ້ງໃນຊີເຣຍ ຢູ່ທີ່ນະຄອນຫຼວງ Doha ຂອງກາຕ້າ ໃນວັນເສົາວານນີ້ ໂດຍກ່າວຢູ່ທີ່ ກອງປະຊຸມ Doha ປະຈຳປີ ວ່າ ການສືບຕໍ່ໃຊ້ລະເບີດຖັງ ຕໍ່ພົນລະເຮືອນ ຂອງລັດຖະບານຊີເຣຍ ແລະ ການກີດກັນການຊ່ອຍເຫຼືອດ້ານມະນຸດສະທຳ ທີ່ “ບໍ່ມີ ເຫດຜົນ ແລະ ຜິດກົດໝາຍ.” ທ່ານໄດ້ກ່າວອີກວ່າ “ມີຫຍັງຕື່ມອີກຫຼາຍກວ່ານີ້ ທີ່ຮີບດ່ວນກວ່າການແກ້ໄຂບັນຫາ ທີ່ເປັນຄວາມຝັນຮ້າຍນີ້ບໍ່?”

ຄຳເຫັນຂອງທ່ານ Ban ມີຂຶ້ນພຽງບໍ່ເທົ່າໃດມື້ ຫຼັງຈາກນານາຊາດ ໄດ້ພົບປະກັນ ຢູ່ໃນ ນະຄອນວີແອນນາ ບ່ອນທີ່ຄະນະຜູ້ແທນຈາກທົ່ວໂລກ ແລະ ອຳນາດຕ່າງໆ ຢູ່ໃນຂົງເຂດ ໄດ້ສະເໜີໃຫ້ຫັນປ່ຽນແປງການຕໍ່ສູ້ກັນ ໃນຊີເຣຍ ໃຫ້ກາຍເປັນການສະຫງົບເສີກ ທີ່ຄົງ ທົນຖາວອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG