ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ກຸ່ມ​ຄ້າ​ຢາ​ເສບ​ຕິດ Zetas ຖືກຈັບ ຢູ່ ເມັກຊິໂກ (ວີດີໂອ)


ທ້າວ Miguel Angel Trevino ຫົວໜ້າກຸ່ມຄ້າຢາເສບຕິດ ທີ່ຖືກຈັບຢູ່ເມັກຊິໂກ.
ທ້າວ Miguel Angel Trevino ຫົວໜ້າກຸ່ມຄ້າຢາເສບຕິດ ທີ່ຖືກຈັບຢູ່ເມັກຊິໂກ.
ລັດຖະບານເມັ​ກຊິກ​ໂກ ກ່າວ​ວ່າ ຫົວໜ້າກຸ່ມ​ຄ້າ​ຢາ​ເສບ​ຕິດ
Zetas ທີ່​ມີ​ຊື່​ສຽງບໍ່​ດີ​ຂອງ​ປະ​ເທດ ໄດ້​ຖືກຈັບ​ແ​ລ້ວ.

ທ້າວ Miguel Angel Trevino ທີ່ມີ​ຊື່​ຫລີ້ນ​ວ່າ “Z-40” ​ໄດ້ຖືກ​
ຈັບ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍທະຫານ​ມາຣິນເມັກ​ຊິ​ໂກ ​ຂະນະ​ທີ່
ພວມ​ຂີ່​ລົດ​ກະ​ບະຢູ່​ ໃກ້ໆ​ເມືອງ ​ເມືອງ​ຊາຍ​ແດນ Nuevo
Laredo. ​ໂຄສົກ​ລັດຖະບານ​ຄົນ​ນຶ່ງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຍັງ​ຍຶດ​ໄດ້
ເງິນສົດປະມານ 2 ລ້ານ​ໂດ​ລາ ​ແລະ​ອາວຸດ​ປືນ​ຫລາຍ​ກະບອກ​
ຈາກ​ລົດ​ກະບະ. ມີ​ສອງ​ຄົນ​ທີ່​ຂີ່​ລົດໄປກັບ ທ້າວ Trevino ​ທີ່​ເຈົ້າ​
ໜ້າ​ທີ່​ລະບຸ​ໂຕ​ວ່າ ​ເປັນ​ອາລັກຂາ ​ແລະ​ນາຍບັນຊີ ກໍ​ໄດ້​ຖືກ​ຈັບ.

ທ້າວ Trevino ອາຍຸ 40 ​ປີ ​ໄດ້​ກາຍເປັນ​ຫົວໜ້າ​ກຸ່ມຄ້າ​ຢາ​ເສບ​ຕິດ Zatas ​ໃນ​ປີ​ກາຍ​ນີ້ ຫລັງ​ຈາກຫົວໜ້າ​ຄົນ​ກ່ອນຄືທ້າວ Heriberto Lazcano ​ໄດ້​ຖືກ​ສັງຫານໃນ​ການ​ຍິງ​ຕໍ່ສູ້​ກັນ​ກັບ
ທະຫານ​ມາຣິນ. ລາວ​ໄດ້​ຖືກ​ກ່າວ​ຫາວ່າ ​ກະທໍາ​ຄວາມ​ຜິດ​ຫລາຍ​ຢ່າງ ຮວມ​ທັງການ​ລັກພາ​ໂຕ ຄາດ​ຕະກໍາ ​ແລະທໍລະມານ.

Mexico
please wait
Embed

No media source currently available

0:00 0:00:46 0:00


ສະຫະລັດ ​ໄດ້​ສະເໜີ​ໃຫ້​ເງິນລາງວັນ 5 ລ້ານ​ໂດ​ລາ​ ຖ້າ​ບຸກຄົນ​ໃດ​ມີ​ຂໍ້​ມູນນໍາ​ໄປ​ສູ່​ການ​ຈັບ​ກຸ​ມທ້າວ Trevino.
XS
SM
MD
LG