ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາລົກນ້ອຍ ລັດຮາວາຍ ເປັນຜູ້ເຄາະຮ້າຍ ຕິດເຊື້ອໄວຣັສ Zika ທີ່ທຳລາຍສະໝອງ

ພາບນີ້ ຈາກສູນຄວບຄຸມ ແລະປ້ອງກັນ ເຊື້ອໂຣກ ສຫລ ສະແດງໃຫ້ເຫັນເຖິງ ຍຸງໂຕແມ່ ຊື່ທາງວິທະຍາສາດວ່າ Aedes aegypti. ເຊື້ອໄວຣັສ Zika ແຜ່ລາມອອກໄປ ເວລາຍຸງນີ້ຂົບ ແລະກໍ່ໃຫ້ເກີດມີອາການ ປ່ວຍເລັກນ້ອຍ ໃນພວກຄົນສ່ວນໃຫຍ່.
ພາບນີ້ ຈາກສູນຄວບຄຸມ ແລະປ້ອງກັນ ເຊື້ອໂຣກ ສຫລ ສະແດງໃຫ້ເຫັນເຖິງ ຍຸງໂຕແມ່ ຊື່ທາງວິທະຍາສາດວ່າ Aedes aegypti. ເຊື້ອໄວຣັສ Zika ແຜ່ລາມອອກໄປ ເວລາຍຸງນີ້ຂົບ ແລະກໍ່ໃຫ້ເກີດມີອາການ ປ່ວຍເລັກນ້ອຍ ໃນພວກຄົນສ່ວນໃຫຍ່.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ສະຫະລັດ ໄດ້ເຊື່ອມໂຍງ
ເດັກນ້ອຍທີ່ເກີດມາພ້ອມກັບສະໝອງບໍ່ສົມບູນ ໃສ່ກັບກໍລະນີ
ທຳອິດ ຂອງເຊື້ອໄວຣັສ ທີ່ຮູ້ຈັກກັນວ່າ Zika virus ຂອງລັດ
ຮາວາຍ ອັນເປັນເຊື້ອພະຍາດເກີດມາຈາກຍຸງ ທີ່ກ່ຽວພັນກັບ
ການເກີດລູກ ທີ່ຜິດປົກກະຕິຢ່າງຮ້າຍແຮງ ໃນພວກທາລົກ
ຫຼາຍພັນຄົນ ທີ່ຫາກໍເກີດໃໝ່ໆ ໃນປະເທດບຣາຊີລ ແລະ
ແຫ່ງອື່ນໆ ໃນອາເມລິກາ ລາຕິນ.

ບັນດາເຈົ້າໜ້າທີ່ຂອງສະຫະລັດ ກ່າວອີກວ່າ ແມ່ຂອງເດັກນ້ອຍ
ດັ່ງກ່າວ ໄດ້ໄປອາໄສຢູ່ໃນບຣາຊີລ ຈົນເຖິງ ເດືອນພຶດສະພາ ປີ
2015. ບັນດາເຈົ້າໜ້າທີ່ ສົງໄສວ່າ ນາງໄດ້ຕິດເຊື້ອພະຍາດ ໃນ
ລະຫວ່າງ ຖືພາ ພ້ອມກັບເຊື້ອໄວຣັສ ໄດ້ເຂົ້າໄປເຖິງຮັງໄຂ່ ແລະ ທຳລາຍການເຕີບໂຕ
ຂອງສະໝອງທາລົກ.

ເມື່ອວັນທີ 22 ທັນວາ 2015 ນີ້, ຮູບພາບ, ຂອງເດັກທາລົກຊື່ວ່າ ນາງ Luiza ໄດ້ຮັບການວັດແທກ ຫົວຂອງນາງ ໂດຍນາຍແພດດ້ານສະໝອງ ຢູ່ໃນນະຄອນ Caruaru ຂອງປະເທດບຣາຊີລ. ນາງ Luiza, ເປັນຜູ້ເຄາະຮ້າຍຕິດເຊື້ອໄວຣັສ Zika, ໄດ້ກຳເນີດເມື່ອເດືອນ ຕຸລາພ້ອມກັບເຊື້ອໄວຣັສທີ່ກະທົບຕໍ່ສະໝອງ.

ເຊື້ອໄວຣັສທີ່ກະທົບຕໍ່ສະໝອງ ຊຶ່ງກໍ່ໃຫ້ເກີດມີຫົວກະໂລກນ້ອຍຜິດປົກກະຕິ ແລະ
ກະທົບການພັດທະນາຂອງສະໝອງ ແມ່ນເຊື່ອກັນວ່າ ເປັນການແຜ່ລາມໂດຍຍຸງ
ທີ່ໄດ້ກັດຄົນຜູ້ທີ່ໄດ້ຕິດເຊື້ອໄວຣັສນັ້ນ. ອາການຕ່າງໆ ຂອງມັນ ລວມມີ ໄຂ້ໜ້ອຍໜຶ່ງ
ເຈັບປວດຂໍ້ຕໍ່ກະດູກ ແລະ ຄັນເປັນຜື່ນຕາມໜັງໂຕ.

ກໍລະນີຂອງຄົນຮາວາຍ ໄດ້ຖືກລາຍງານເມື່ອວັນເສົາວານນີ້ ມື້ໜຶ່ງຫຼັງຈາກ ບັນດາເຈົ້າ
ໜ້າທີ່ສາທາລະນະສຸກ ໄດ້ປະກາດເຕືອນການເດີນທາງໄປຍັງ 14 ປະເທດ ແລະ ຂົງ
ເຂດຕ່າງໆ ໃນເກາະ Caribbean ແລະ ອາເມຣິກາ ລາຕິນ ບ່ອນທີ່ມີກໍລະນີ Zika
ໄວຣັສຫຼາຍ ທີ່ໄດ້ຖືກບັນທຶກໄວ້. ການແຈ້ງເຕືອນດັ່ງກ່າວ ແມ່ນສະເພາະພວກແມ່ຍິງ
ທີ່ຖືພາ ໃຫ້ຫລີກເວັ້ນການເດີນທາງໄປ ບຣາຊີລ, ໂຄລອມເລຍ, ແອລຊາລວາດໍ,
ກົວເຕມາລາ, ປານາມາ, ປາຣາໄກວ, ສຸຣິນາມ, ເວເນຊູເອລາ ແລະ ປົວໂຕ ຣິໂກ.

ໃນວັນເສົາວານນີ້ ເກາະ Barbados ໄດ້ລາຍງານ ກໍລະນີທຳອິດຂອງຕົນເຊັ່ນກັນ.

ເມື່ອເດືອນແລ້ວນີ້ ບັນດາເຈົ້າໜ້າທີ່ຂອງບຣາຊີລ ໄດ້ລະບຸ ໄວຣັສ Zika ໃນ 20 ກໍລະນີ
ຈາກ 27 ລັດ ໂດຍສະເພາະແມ່ນຢູ່ໃນລັດ Pernambuco ຊຶ່ງໄດ້ມີລາຍງານ ຫຼາຍກວ່າ
1,000 ກໍລະນີ ແລະ ມີ 3 ຄົນໄດ້ເສຍຊີວິດແລ້ວ.

XS
SM
MD
LG