ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

1,500 ຄົນ ຢູ່ເກາະຮາວາຍ ຍົກຍ້າຍໜີ ຈາກບ້ານເຮືອນ ຍ້ອນພູໄຟ ລະເບີດ


ຮູບພາບທີ່ຖ່າຍໂດຍອົງການສຳຫຼວດທໍລະນີສາດ ທີ່ສະແດງໃຫ້ເຫັນ ຝຸ່ນສີແດງພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກແຜ່ນດິນໄຫວ ທີ່ມີລະດັບຄວາມສັ່ນສະເທື່ອນ ເຖິງ 5.0 ຢູ່ເກາະໃຫຍ່ ທີ່ີ່ລັດຮາວາຍ ໃນວັນທີ 3 ພຶດສະພາ, 2018
ຮູບພາບທີ່ຖ່າຍໂດຍອົງການສຳຫຼວດທໍລະນີສາດ ທີ່ສະແດງໃຫ້ເຫັນ ຝຸ່ນສີແດງພຸ່ງຂຶ້ນສູ່ທ້ອງຟ້າ ຫຼັງຈາກແຜ່ນດິນໄຫວ ທີ່ມີລະດັບຄວາມສັ່ນສະເທື່ອນ ເຖິງ 5.0 ຢູ່ເກາະໃຫຍ່ ທີ່ີ່ລັດຮາວາຍ ໃນວັນທີ 3 ພຶດສະພາ, 2018

ພູ​ໄຟ​ລະ​ເບີດ​ຂຶ້ນ​ໃນ​ພະຫັດ​ວານ​ນີ້ຢູ່​ເກາະ​ໃຫຍ່​ ຫລື Big Island ​ຂອງລັດ​ຮາ​ວາຍຊຶ່ງ​
ໄດ້​ປ່ອຍ​ຄວັນ​ເປັນ​ເມກ​ປົກ​ຄຸມໄປ​ທົ່ວທ້ອງຟ້າ ​ແລະພົ່ນລາ​ວາອອກ​ມາ ສູ່​ຂົງ​ເຂດ​ທີ່ມີ
​ຄົນ​ອາ​ໄສ​ຢູ່, ຈຶ່ງ​ເຮັດໃຫ້ພວກ​ເຈົ້າໜ້າທີ່​ອອກຄໍາ​ສັ່ງໃຫ້​ຍົກຍ້າຍ​ຄົນ​ອອກ​ໄປ​ຈາກບ້ານ​
ເຮືອນ​ທີ່ຢູ່​ໃກ້​ຄຽງ.

ອົງການ​ສັງ​ເກດ​ການ​ພູໄຟ​ຂອງ​ລັດ​ຮາ​ຍວາຍ​ ລາຍ​ງານ​ຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ​ວ່າການ
ລະ​ເບີດ​ຂອງ​ພູໄຟຄີ​ລູ​ເອ​ອີ (Kilauea) ​ເລີ້ມຂຶ້ນປະມານບ່າຍ 4 ໂມງ 45 ຕາມ​ເວລາ
​ທ້ອງ​ຖິ່ນ​ໃນ​ວັນ​ພະຫັດ​ວານ​ນີ້ (ຊຶ່ງ​ກົງ​ກັບ​ເວລາ 02 ​ໂມງ 45 ນາທີ​ ຂອງວັນ​ສຸກຕາມ
​ເວລາ​ມາດຕະຖານສາກົນ).

ການລະ​ເບີດ​ຂອງ​ພູໄຟ​ນີ້ ​ມີຂຶ້ນຫຼັງຈາກໄດ້ເກີດ​ແຜ່ນ​ດິນ​ໄຫວ​ຫລາຍໆຄັ້ງ ຢູ່​ໃນ​ເກາະ
​ດັ່ງກ່າວ ​ໃນ​ໄລຍະສອງສາມມື້ຜ່ານ​ມາ ຊຶ່ງ​ລວມທັງຄວາມສັ່ນ​ໄຫວ​ ແຮງ​ລະດັບ 5.0
​ໃນ​ຕອນ 10 ​ໂມງ​ເຄິ່ງຕອນເຊົ້າ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ, ອີງ​ຕາມ​ຄໍາ​ປະກາດ​ຂອງ​ອົງ
ການ​ສໍາ​ຫລວດ​ດ້ານ​ທໍລະນີສາດ​ຂອງ​ສະຫະລັດ.

ລາ​ວາ​ໄດ້​ພຸ້ງ​ຂຶ້ນ​ສູ່​ທ້ອງຟ້າ ສູງປະມານ 45 ​ແມັດ ​ແລະຂີ້​ເຖົ່າ​ແຫລວໆ ກໍ​ໄດ້​ກະຈາຍ
​ໄປ​ທົ່ວ​ເນື້ອທີ່ກວ້າງ 180 ​ແມັດ​ຢູ່​ທາງ​ຫລັງ​ເຮືອນ​ຫລັງ​ນຶ່ງ​ຂອງ​ບໍລິສັດຂາຍ​ເຮືອນ​
ໄລລາ​ນີ ​ແອັສ​ເຕດສ໌ (Leilani Estates) ຂອງ​ເກາະ​ໃຫຍ່.

ພາບທີ່ເຜີຍແຜ່ໂດຍອົງການສຳຫຼວດທໍລະນີສາດສະແດງໃຫ້ເຫັນລາວາ ກຳລັງໄໝ້ຢູ່ໃກ້ກັບເມືອງ ປາຮົວ ລັດຮາວາຍ ເກາະໃຫຍ່ ໃນວັນທີ 3 ພຶດສະພາ 2018
ພາບທີ່ເຜີຍແຜ່ໂດຍອົງການສຳຫຼວດທໍລະນີສາດສະແດງໃຫ້ເຫັນລາວາ ກຳລັງໄໝ້ຢູ່ໃກ້ກັບເມືອງ ປາຮົວ ລັດຮາວາຍ ເກາະໃຫຍ່ ໃນວັນທີ 3 ພຶດສະພາ 2018

ພວກ​ເຈົ້າໜ້າທີ່ໃນເຂດ​ເມືອງ, ​ໃນລັດ ​ແລະລັດຖະບານ​ກາງ​ໄດ້​ເຕືອນ​ພວກ​ທີ່​ອ​າ​ໄສຢູ່​
ທີ່​ນັ້ນ ຕະຫລອດ​ອາທິດ​ນີ້ວ່າ ພວກ​ເຂົາ​ເຈົ້າຄວນ​ກຽມພ້ອມ​ທີ່​ຈະ​ຍົກຍ້າຍໜີຖ້າ​ຫາກວ່າມີ​ທ່າ​ທີ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຈະ​ມີ​ການລະ​ເບີດຂອງ​ພູ​ໄຟ​ອີກ.

Hawaii-Volcano
please wait
Embed

No media source currently available

0:00 0:01:05 0:00

ພູໄຟຄີ​ລູ​ເອ​ອີ (Kilauea) ​ໄດ້​ລະ​ເບີດ​ຂຶ້ນ​ເກືອບ​ວ່າຕໍ່​ເນື່ອງ​ກັນ​ມາ​ຕະຫລອດໃນ ​ຮອບ
3 ທົດ​ສະ​ວັດ​ມານີ້. ລາ​ວາ ​ທີ່​ໄຫລ​ອອກ​ມາ​ຈາກ​ພູ​ໄຟດັ່ງ​ກ່າວ, ຊຶ່ງ​ເປັນພູ​ໄຟໜ່ວຍ​ນຶ່ງ
​ໃນ​ຈໍານວນ 5 ໜ່ວຍຢູ່​ໃນ​ເກາະ​ດັ່ງກ່າວ, ​ໄດ້ໄປຖົມ​ເນື້ອທີ່​ດິນ​ປະມານ 125 ກິ​ໂລແມັດ​
ມົນທົນ, ອີງ​ຕາມ​ການ​ສໍາ​ຫລວດ​ຂອງ​ອົງການ​ສໍາ​ຫລວດ​ທໍລະນີ​ສາດ​ຂອງ​ສະຫະລັດ.

ຢູ່​ຂອບ​ສົ້ນສຸດຂອງລາວານັ້ນ ແມ່ນ​ມີ​ອຸນຫະພູມ​ສູງ​ເຖິງ 1,150 ອົງສາ​ແຊລ​ຊຽສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG