ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຮູ້ສຶກວ່າ ມີການສັ່ນສະເທືອນ ຫຼາຍຂຶ້ນ ທີ່ເກາະໃຫຍ່ ລັດຮາວາຍ


ຜູ້ຊາຍຄົນນຶ່ງໃສ່ໜ້າກາກ ຖ່າຍຮູບລາວາ ຢູ່ບ່ອນແຕກແຫງ ທີ່ເມືອງເລລານີ ໃນລັດຮາວາຍ ວັນທີ 9 ພຶດສະພາ 2018.
ຜູ້ຊາຍຄົນນຶ່ງໃສ່ໜ້າກາກ ຖ່າຍຮູບລາວາ ຢູ່ບ່ອນແຕກແຫງ ທີ່ເມືອງເລລານີ ໃນລັດຮາວາຍ ວັນທີ 9 ພຶດສະພາ 2018.

ປະຊາຊົນທີ່ອາໄສ​ຢູ່​ໃນເກາະ​ໃຫຍ່ ຂອງລັດ​ຮາ​ວາຍ ໄດ້ຮູ້ສຶກ​ວ່າມີການ​ສັ່ນ​ສະ​ເທືອ​ນ​
ຕື່ມອີກ ໃນ​ວັນ​ສຸ​ກວານ​ນີ້ ​ແລະ​ໄດ້​ກະກຽມ ກ່ຽວກັບຄວາມ​ເປັນ​ໄປ​ໄດ້ທີ່​ອາດມີລາ​ວາ
​ໄຫຼອອກ​ມາເພີ້ມ ​ຈາກ​ພູ​ໄຟຄີ​ໂລ​ເວ​ອາ ​ນຶ່ງອາທິດກວ່າໆ ຫຼັງ​ຈາກ​ການລະ​ເບີດ​ເທື່ອ
​ຫລ້າສຸດ​ໄດ້​ເລີ້ມຂຶ້ນ.

ການ​ແຕກແຫງ​ຫຼາຍສິບ​ແຫ່ງ​ໄດ້​ມີຂຶ້ນຢູ່ຕາມ​ພື້ນ​ດິນ​ໃກ້​ກັບພູ​ໄຟ ໂດຍປ່ອຍ​ລາ​ວາ
​ອອກ​ມາທຳລາຍ​ບ້ານ​ເຮືອ​ນຢ່າງ​ໜ້ອຍ 26 ຫຼັງ. ປະມານ 2,000 ຄົນ​ໄດ້ ພາກັນ​ຍົກ
ຍ້າຍ ສ່ວນ​ໃຫຍ່​ແມ່ນອອກຈາກ​ສອງ​ຄຸ້ມ​ ຢູ່ທີ່​ເກາະ​ໃຫຍ່.

ພວກ​ນັກວິທະຍາສາດ​ ກຳລັງ​ເຕືອນ​ວ່າ ການ​ລະ​ເບີດຈະ​ເກີດ​ຂຶ້ນ​ຢູ່​ປ່ອງ​ພູ​ໄຟ​ພາຍໃນ
​ອາທິດ​ນີ້ ໂດຍຈະສົ່ງ​ກ້ອນ​ຫີນແລະ​ຂີ້​ເຖົ່າຂຶ້ນສູ່ທ້ອງຟ້າ. ຂ່າວ​ດັ່ງກ່າ​ວ​ໄດ້​ເຮັດ​ໃຫ້​ປິດ
ສວນ​ອຸດທະຍານ​ພູ​ໄຟ​ແຫ່ງ​ຊາດ​.

ກ້ອນຫິນເປື່ອຍໄຫຼ ແລະແຕກຢູ່ເທິງໜ້າດິນ ຂົ່ມຂູ່ເປັນອັນຕະລາຍຕໍ່ບ້ານເຮືອນ ວັນທີ 10 ພຶດສະພາ 2018.
ກ້ອນຫິນເປື່ອຍໄຫຼ ແລະແຕກຢູ່ເທິງໜ້າດິນ ຂົ່ມຂູ່ເປັນອັນຕະລາຍຕໍ່ບ້ານເຮືອນ ວັນທີ 10 ພຶດສະພາ 2018.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ ການ​ລະ​ເບີດ​ຈະ​ເປັນ​ໄພຂົ່ມຂູ່​ຕໍ່​ປະຊາຊົນ
​ທີ່ຢູ່​ຫ່າງ​ຈາກ​ສວນ​ອຸ​ດທະຍານ ​ແລະ​ບັນດາເຂດຍົກຍ້າຍ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍົກຍ້າຍ​ແກັສເພນເທ​ນ ທີ່​ເປັນ​ເຊື້ອ​ໄຟ​ແຫຼວຈາກ
​ບ່ອນ​ຜະລິດ​ຢູ່​ໃນ​ເຂດດັ່ງກ່າວ ​ເພື່ອ​ປ້ອງ​ກັນບໍ່ໃຫ້ເກີດ​ການລະ​ເບີດ ​ທີ່​ອາດ​ເປັນ​ໄປໄດ້​
ຢູ່​ທີ່​ນັ້ນ. ປະຊາຊົນ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມເປັນ​ໄປໄດ້​
ຂອງ​ການ​ເກີດ​ລະ​ເບີດ ​ແລ​ະແກັສພິດ​ ທີ່ຮົ່ວ​ໄຫຼ​ຂຸມໃຕ້​ດິນ​ຂອງ​ບ່ອນ​ຜະລິດ ທີ່​ເຮັດ​ຄວາມ
​ຮ້ອນ​ໃຫ້​ກາຍເປັນ​ພະລັງງານ.

ຜູ້​ປົກຄອງ​ລັດ​ຮາ​ວາຍ ທ່ານ​ເດ​ວິດ ​ອີ​ເກ ​ໄດ້​ຮ້ອງຂໍ ຕໍ່ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໃນ
​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ​ເພື່ອ​ປະກາດໃຫ້ລັດຮາວາຍ ​ເປັນ​ເຂດປະສົບໄພພິບັດທຳມະ
ຊາດທີ່​ຈະ​ອະນຸຍາດ​ໃຫ້ລັດດັ່ງກ່າວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​ຈາກລັດຖະບານກາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hawaii Volcano
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG