ບັນດາເຈົ້າໜ້າທີ່ຂອງທ້ອງຖິ່ນ ກ່າວວ່າ ການລະເບີດຂຶ້ນ ຂອງພູໄຟ ຄີໂລເວອາ ໃນລັດ
ຮາວາຍ ຂອງສະຫະລັດ ນັ້ນ ໄດ້ທຳລາຍເຮືອນ 26 ຫຼັງ ນັບຕັ້ງແຕ່ມັນໄດ້ເລີ້ມຂຶ້ນ ເມື່ອ
ສັບປະດາແລ້ວນີ້.
ຫໍສັງເກດການພູໄຟຂອງຮາວາຍ ໄດ້ເຕືອນ ເຖິງການໄຫລອອກມາ ຂອງລາວາແຫຼວ
ພ້ອມກັນກັບ ການລະບາຍອອກມາ ຂອງແກັສພູໄຟ ໃນລະດັບທີ່ສູງ ຢູ່ກ້ຳຕາເວັນ
ອອກສຸດ ຂອງເກາະໃຫຍ່ ຮາວາຍ ແມ່ນຍັງຈະມີສືບຕໍ່ໄປຢູ່.
ປະຊາຊົນເກືອບ 2,000 ຄົນ ຢູ່ໃນເຂດພື້ນທີ່ ເລລານີ ທີ່ແຍກອອກມາຈາກຕົວເມືອງ
ກໍໄດ້ພາກັນຍົກຍ້າຍອອກຈາກບ້ານເຮືອນຂອງພວກເຂົາເຈົ້າໄປ ແລະ ພຽງແຕ່ ອະນຸ
ຍາດໃຫ້ເຂົ້າໄປກວດເບິ່ງຊັບສິນຂອງພວກເຂົາເຈົ້າ ໃນລະຫວ່າງບາງເວລາເທົ່ານັ້ນ
ຖ້າສະພາບການອຳນວຍ. ບັນດາເຈົ້າໜ້າທີ່ ກ່າວວ່າ ມັນອາດຈະເປັນເຊັ່ນນີ້ ເປັນ
ເວລາຫຼາຍເດືອນ ກ່ອນທີ່ພວກອົບພະຍົບຫຼາຍໆຄົນ ຈະໄດ້ຮັບອະນຸຍາດ ໃຫ້ກັບຄືນ
ໄປເຮືອນຊານຂອງເຂົາເຈົ້າໄດ້ ຢ່າງຖາວອນ.
ລັດຖະບານ ຂອງຮາວາຍ ໄດ້ຮ້ອງຂໍໃຫ້ພວກນັກທ່ອງທ່ຽວ ຈົ່ງຫລີກເວັ້ນພື້ນທີ່ດັ່ງກ່າວ.
ແຜນດິນໄຫວຂະໜາດນ້ອຍ ຫຼາຍຮ້ອຍຄັ້ງຕິດຕໍ່ກັນມາ ໄດ້ສັ່ນສະເທືອນເກາະໃຫຍ່
ຂອງຮາວາຍ ດ້ວຍຄວາມແຮງ 6.9 ໃນວັນສຸກຜ່ານມານີ້ ເຊິ່ງຕິດຕາມມາດ້ວຍ ການ
ເຄື່ອນໄຫວຂອງພູໄຟ.
ຜູ້ປົກຄອງລັດ ທ່ານເດວິດ ອິກກີ ໄດ້ລະດົມກຳລັງພິທັກຊາດ ຂອງລັດຮາວາຍ ແລະ
ໄດ້ຊຸຸກຍູ້ໃຫ້ລາດສະດອນ ຈົ່ງປະຕິບັດຕາມຄຳເຕືອນຕ່າງໆ ຂອງເຈົ້າໜ້າທີ່. ທ່ານ
ອິກກີ ຍັງໄດ້ລົງນາມ ຄຳສັ່ງສຸກເສີນ ເພື່ອປ່ອຍທຶນດ້ານໄພພິບັດ ໄປໃຫ້ເກາະໃຫຍ່.
ສ່ວນສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດຮາວາຍ ທ່ານ ບຣາຍແອນ
ແຊັດສ໌ ກໍໄດ້ກ່າວວ່າ ອົງການຄຸ້ມຄອງດ້ານໄພສຸກເສີນຂອງລັດຖະບານກາງ ໄດ້ເຄື່ອນ
ໄຫວລະດົມຊັບພະຍາກອນຕ່າງໆ ແລະ ກຳລັງຕິດຕາມເບິ່ງ ການລະບາດຂອງໄຟປ່າ
ການຂາດແຄນນ້ຳ ແລະ ການຂາດໄຟຟ້າ.
ພູໄຟ ຄີໂລເວອາ ໄດ້ລະເບີດຂຶ້ນເປັນບາງຄັ້ງບາງຄາວ ນັບຕັ້ງແຕ່ ປີ 1983 ເປັນຕົ້ນມາ
ແລະເປັນນຶ່ງ ໃນພູໄຟ ທີ່ມີການເຄື່ອນໄຫວຫຼາຍທີ່ສຸດຂອງໂລກ. ການລະເບີດຂຶ້ນໃນ
ປັດຈຸບັນນີ້ ຖືວ່າເປັນຄັ້ງທີ່ຮ້າຍແຮງສຸດ ໃນຮອບ 4 ປີ.