ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ເກາະ ຮາວາຍ ອັບອາຍຂາຍໜ້າ ສຳລັບການແຈ້ງເຕືອນທີ່ຜິດພາດ ກ່ຽວກັບລູກສອນໄຟ


ໄດມັອນເຮດ "Diamond Head" ປາກພູເຂົາໄຟທີ່ດັບແລ້ວ, ແລະ ຕຶກສູງໃນນະຄອນ ໂຮໂນລູລູ, ເກາະ ຮາວາຍ. 13 ມັງກອນ, 2018.
ໄດມັອນເຮດ "Diamond Head" ປາກພູເຂົາໄຟທີ່ດັບແລ້ວ, ແລະ ຕຶກສູງໃນນະຄອນ ໂຮໂນລູລູ, ເກາະ ຮາວາຍ. 13 ມັງກອນ, 2018.

ຜູ້ປົກຄອງເກາະ ຮາວາຍ ທ່ານ ເດວິດ ອິເກະ ກ່າວວ່າ ສັນຍານເຕືອນລູກສອນໄຟຜິດ
ພາດ ທີ່ໄດ້ເຮັດໃຫ້ປະຊາຊົນໃນເກາະພາກັນຢ້ານກົວໃນຕອນເຊົ້າຂອງວັນເສົາວານ
ນີ້ ແມ່ນ “ຮັບບໍ່ໄດ້ຢ່າງສິ້ນເຊີງ” ແລະ ໄດ້ກ່າວວ່າ ການເຕືອນດັ່ງກ່າວມີສາເຫດມາ
ຈາກຄວາມຜິດພາດຂອງມະນຸດ.

ທ່ານ ອິເກະ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນບ່າຍຂອງວັນເສົາວານນີ້ຕາມເວລາໃນ
ທ້ອງຖິ່ນວ່າ ທ່ານ “ບໍ່ພໍໃຈ ແລະ ຜິດຫວັງ” ກັບສະຖານະການດັ່ງກ່າວ. ທ່ານເວົ້າວ່າ
“ມື້ນີ້ແມ່ນວັນທີ່ພວກເຮົາສ່ວນຫຼາຍຈະບໍ່ມີວັນລືມ, ເປັນວັນທີ່ປະຊາຊົນຫຼາຍຄົນໃນຊຸມ
ຊົນຂອງພວກເຮົາຄິດວ່າ ຝັນຮ້າຍທີ່ສຸດຂອງພວກເຮົາອາດເກີດຂຶ້ນຢ່າງແທ້ຈິງແລ້ວ.”

ບັນດານັກຂ່າວໄດ້ຖາມຢ່າງຊໍ້າແລ້ວຊໍ້າອີກ ກ່ຽວກັບວ່າ ຄວາມຜິດ ພາດດັ່ງກ່າວນັ້ນ
ເກີດຂຶ້ນໄດ້ແນວໃດ, ຜູ້ປົກຄອງເກາະໄດ້ກ່າວວ່າ ຫ້ອງການຂອງທ່ານກຳລັງເຮັດທຸກ
ຢ່າງທີ່ສາມາດເຮັດໄດ້ ເພື່ອຮັບປະ ກັນວ່າມັນຈະບໍ່ເກີດຂຶ້ນອີກ.

ຜູ້ຈັດການຂອງຫ້ອງການບໍລິຫານເຫດສຸກເສີນຂອງເກາະ ຮາວາຍ, ທ່ານ ເວີນ ມິຢາກິ,
ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຄົນຜູ້ຮັບຜິດຊອບສຳລັບຂໍ້ຄວາມຜິດພາດນັ້ນ “ຮູ້ສຶກເສຍ
ໃຈຫຼາຍ” ກ່ຽວກັບເລື່ອງນີ້. ນັກຂ່າວໄດ້ບອກວ່າ ສຽງເຕືອນໄພສຸກເສີນໄດ້ດັງຂຶ້ນໃນ
ບາງຊຸມຊົນ, ທ່ານ ມິຢາກິ ກ່າວວ່າ ທ່ານຈະຄົ້ນຄວ້າເຖິງບັນຫາດັ່ງກ່າວ.

ປະຊາຊົນເກາະ ຮາວາຍ ໄດ້ອະທິບາຍເຖິງຄວາມຢ້ານກົວ ໃນເວລາທີ່ເຂົາເຈົ້າໄດ້ຮັບ
ສັນຍານແຈ້ງເຫດສຸກເສີນ ໃນຕອນເຊົ້າຂອງວັນເສົາວານນີ້ ທາງໂທລະພາບ, ວິທະຍຸ,
ອີເມລ ແລະ ໂທລະສັບມືຖື.

ບໍ່ດົນຫຼັງຈາກ 8 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ໃນລັດທີ່ເປັນເກາະຂອງ ສະຫະລັດ
ຕັ້ງຢູ່ໃນມະຫາສະໝຸດປາຊີຟິກນັ້ນ, ປະຊາຊົນໃນເກາະ ຮາວາຍ ໄດ້ຮັບຂໍ້ຄວາມວ່າ
“ໄພຂົ່ມຂູ່ລູກສອນໄຟຂີປະນາວຸດ ກຳລັງມຸ່ງໜ້າສູ່ເກາະຮາວາຍ. ໃຫ້ຫາບ່ອນຫຼົບລີ້ທັນ
ທີ. ນີ້ບໍ່ແມ່ນການຝຶກຊ້ອມ.”

Hawaii Official Apologizes for False Alarm
please wait

No media source currently available

0:00 0:00:25 0:00

XS
SM
MD
LG