ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ລັດຖະບານກາງ ຂະຫຍາຍ ​​ການ​ສັ່ງ​​ໃຫ້ໂຈະ ດຳລັດ ຂອງ ປ. Trump


ປ້າຍທາງໜ້າສານລັດຖະບານກາງ ໃນລັດ Hawaii ຂ້າງນອກ
ສານໃນນະຄອນ Honolulu ໃນວັນທີ 15 ມີນາ, 2107.
ປ້າຍທາງໜ້າສານລັດຖະບານກາງ ໃນລັດ Hawaii ຂ້າງນອກ ສານໃນນະຄອນ Honolulu ໃນວັນທີ 15 ມີນາ, 2107.

ຜູ້ພິພາກສາສານລັດຖະບານກາງທ່ານນຶ່ງ ໄດ້ຂະຫຍາຍການ​ສັ່ງໃຫ້ໂຈະດຳລັດຝ່າຍ
ບໍລິຫານ ຂອງປະທານາທິບໍດີ Donald Trump ທີ່​ໄດ້​ຫ້າມຜູ້ຄົນ ຈາກ 6 ປະເທດ ທີ່
ສ່ວນໃຫຍ່ເປັນຊາວມຸສລິມ ບໍ່​ໃຫ້ເຂົ້າມາ​ໃນສະຫະລັດ​ເປັນ​ການ​ຊົ່ວຄາວແລະຢຸດ​ຮັບ
​ເອົາພວກຊາວອົບພະຍົບນຳ.

ຜູ້ພິພາກສາສານປະຈຳ​ເຂດ​ຂອງສະຫະລັດ ທ່ານ Derrick Watson ໄດ້ສັ່ງ​ໃຫ້​ໂຈະ​
ບໍ່ໃຫ້​ລັດຖະບານ​ຈັດຕັ້ງປະຕິບັດ​ດຳລັດ ທີ່​ອອກໃນວັນທີ 15 ມີນາ ເປັນການຊົ່ວຄາວ.
ການ​ຕັດສິນ​ເທື່ອໃໝ່ ໃນວັນພຸດວານນີ້ ແມ່ນຂະຫຍາຍອອກໄປອີກ ຄຳ​ສັ່ງ​ໃນ​ຂັ້ນຕົ້ນ
ຂອງ​ສານຕໍ່ດຳລັດຂອງທ່ານ Trump ຕາມ​ການ​ຂໍ​ຮ້ອງ​ຂອງລັດ Hawaii ທີ່ນຳໃຊ້ໃນ
ທົ່ວປະເທດ.

ຜູ້ຄົນຈຳນວນຫຼາຍຮ້ອຍຄົນ ພາກັນເດີນຂະບວນຜ່ານສະໜາມຫຍ້າຂອງມະຫາວິທະຍາໄລ Harvard ໃນຂະນະທີ່ທຳການປະທ້ວງຕໍ່ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ Donald Trump ທີ່ໂຈະການເດີນທາງເຂົ້າມາຍັງສະຫະລັດ, Cambridge, Mass., 7 ມີນາ, 2017.
ຜູ້ຄົນຈຳນວນຫຼາຍຮ້ອຍຄົນ ພາກັນເດີນຂະບວນຜ່ານສະໜາມຫຍ້າຂອງມະຫາວິທະຍາໄລ Harvard ໃນຂະນະທີ່ທຳການປະທ້ວງຕໍ່ດຳລັດຝ່າຍບໍລິຫານ ຂອງປະທານາທິບໍດີ Donald Trump ທີ່ໂຈະການເດີນທາງເຂົ້າມາຍັງສະຫະລັດ, Cambridge, Mass., 7 ມີນາ, 2017.

​ ຜູ້​ພິພາກສາ Watson ໄດ້ຂຽນວ່າ ສະພາບ​ການຕ່າງໆ ທີ່ພາ​ໃຫ້ທ່ານ ​ໄດ້ຕັດສິນ​
ໃນ​ຂັ້ນຕົ້ນນັ້ນ ​ແ​ມ່ນຍັງບໍ່ປ່ຽນແປງ​ໃດໆ ຊຶ່ງຮວມທັງ ການທີ່ລັດ Hawaii ຖົກຖຽງວ່າ
ຄວາມ​ເຫັນ​ຂອງທ່ານ Trump ແລະພັກພວກຂອງທ່ານນັ້ນ ແມ່ນ​ແນ​ໃສ່​ແຕ່ຊາວມຸສລິມ​
ເປັນ​ການ​ສະ​ເພາະ. ຜູ້ພິພາກສາສານທ່ານ​ນີ້ ໄດ້ກ່າວຕື່ມວ່າ ລັດຂອງທ່ານວ່າ ມີການ
ສ້າງຕັ້ງເປັນປຶກແຜ່ນພຽງພໍ ທີ່ຈະປະສົບຜົນສຳເລັດໃນການທ້າທາຍຕໍ່ການເກືອດຫ້າມ
ທີ່ວ່ານີ້ ​ໂດຍ​ອີງ​ຕາມ​ພື້ນຖານທີ່ວ່າ​ມັນໄດ້ລະເມີດຕໍ່ລັດຖະທຳມະນູນ ໃນວັກ​ທີ່ບັງຄັບ​
ວ່າ ການເອົາບາດກ້າວຂອງລັດຖະບານ ຕ້ອງ​ມີ​ຈຸດປະສົງ​ຕົ້ນຕໍ ​ບໍ່​ກ່ຽວ​ກັບ​ທາງ​ສາສະໜາ.

ໃນ​ລະຫວ່າງການໂຄສະນາຫາສຽງ​ເປັນ​ປະທານາທິບໍດີຂອງທ່ານ Trump ນັ້ນຄັ້ງນຶ່ງ ທ່ານເຄີຍຮຽກຮ້ອງ ໃຫ້ເກືອດຫ້າມຊາວມຸສລິມທັງໝົດ ບໍ່ໃຫ້ເຂົ້າມາຍັງສະຫະລັດ
ຊຶ່ງເປັນນະໂຍບາຍ ທີ່ຕໍ່ມາຖືກປ່ຽນໃຫ້ເປັນ “ການກວດກາຢ່າງລະອຽດ” ຂອງພວກ
ປະ ເທດທີ່ມີສ່ວນພົວພັນກັບກຸ່ມກໍ່ການຮ້າຍ.

ລັດຖະບານຂອງທ່ານ Trump ໄດ້ສືບຕໍ່ຢືນຢັດວ່າ ດຳລັດຝ່າຍບໍລິຫານນັ້ນບໍ່ແມ່ນ
ການເກືອດຫ້າມຕໍ່ຊາວມຸສລິມ ​ແລະປະທານາທິບໍດີ ໄດ້ຖົກຖຽງວ່າ ດຳລັດຝ່າຍບໍລິຫານ
ນີ້ແມ່ນມີຄວາມຈຳເປັນ ທີ່ຈະປົກປ້ອງຄວາມປອດໄພຂອງສະຫະລັດ ຊຶ່ງຮວມທັງ ການບໍ່
ອອກວີຊາໃໝ່​ໃຫ້​ແກ່ຜູ້ຄົນ ທີ່ມາຈາກປະເທດ ອີຣ່ານ ຊີເຣຍ ລີເບຍ ເຢເມນ ໂຊມາເລຍ ແລະຊູດານເປັນເວລາ 90 ວັນ ແລະໂຈະໂຄງການຮັບອົບພະຍົບ ເປັນເວລາ 120 ວັນ.
ໃນຊ່ວງ​ເວລາດັ່ງກ່າວ ຈະ​ມີ​ການ​ທົບ​ທວນ​ກ່ຽວກັບ​ຂັ້ນຕອນ​ໃນການກວດກາ ແລະຈະ​
ເສີມ​ຄວາມ​ເຂັ້ມ​ແຂງແບບໃດ ​ໃຫ້​ແກ່​ການ​ກວດກາ​ດັ່ງກ່າວ.

ຜູ້​ພິພາກສາ Watson ໄດ້ກ່າວ​ໃນ​ຄຳ​ສັ່ງ​ຂອງ​ທ່ານ​ວ່າ ລັດຖະບານແມ່ນໄດ້ໂຕ້ຖຽງວ່າ
ສານທັງຫຼາຍ ຄວນຈະເມີນເສີຍ ຕໍ່ຄວາມໝາຍທີ່​ຫ້ອມ​ລ້ອມຄຳສັ່ງນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG